ຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ເພີ້ມຂື້ນ
2009.07.16
ທາງກາຣ ສປປລາວ ວ່າເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຊນິດ A/H1N1 ເຮັດໃຫ້ຄົນລາວ ມີອາກາຣເປັນໄຂ້ ຕື່ມອີກ 3ຣາຍຮວມເປັນ ທັງໝົດ27 ຄົນດ້ວຍກັນ ໃນປັຈຈຸບັນນີ້ ແລະວ່າຜູ້ຕິດເຊື້ອໂຣຄ ລ້າສຸດຢູ່ເມືອງລາວ ເປັນເດັກນ້ອຍນັກຮຽນ ຊັ້ນປະຖົມ ໃນເຂຕນະຄອນຫລວງ ວຽງຈັນ ໂດຽມີນັກຮຽນ ຄົນໜື່ງ ໄດ້ຕິດເຊື້ອ ຄາວກັບຈາກຕ່າງ ປະເທສ ແລະນຳເຊື້ອໂຣຄ ດັ່ງກ່າວໄປຕິດຕໍ່ ໃສ່ໝູ່ນັກຮຽນ ນຳກັນອີກ 2ຄົນ ຈົນໄດ້ປິດ ໂຮງຮຽນເປັນເວລາ 7ມື້ ເພື່ອເປັນກາຣ ປ້ອງກັນ ບໍ່ໃຫ້ແຜ່ຂຍາຍ ອອກໄປຕື່ມດັ່ງທີ່ ດຣ. ແພງ ຫົວໜ້າສູນ ຣະບາດວິທຍາ ໄດ້ເປີດເຜີຽວ່າ:
“ຕິດເຊື້ອຄືວ່າ ເຂົາໄປປະຊຸມ ນຳແມ່ເຂົາຢູ່ຕ່າງ ປະເທສ ແລະ ກໍກັບເຂົ້າມາແລ້ວ ກໍມີອາກາຣ ກໍໄປກວດພົບ ວ່າມີກາຣ ຕິດເຊື້ອ ຄົນດຽວເທົ່ານັ້ນ ແຕ່ວ່າມັນແຜ່ ໃຫ້ໝູ່ທີ່ວ່າ ໃກ້ຊິດເນາະ ອີກສອງຄົນຕື່ມ ເທົ່ານັ້ນ”
ເຈົ້າໜ້າທີ່ລາວ ທ່ານນີ້ ໃຫ້ກາຣຢືນຢັນວ່າ ເດັກນ້ອຍນັກຮຽນທັງ 3ຄົນ ໄດ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ແຕ່ຕົ້ນສັປດາ ນີ້ມາ ສະນັ້ນທາງ ກະຊວງ ສາທາຣະນະສຸຂ ຈື່ງໄດ້ສັ່ງໃຫ້ ບັນດາຄຣູສອນ ແລະ ນັກຮຽນໃນຫ້ອງ ດຽວກັນນັ້ນ ໄດ້ຢຸດກາຣຮຽນ ເປັນກາຣຊົ່ວຄາວເຖີງ 7ມື້ ຄືແຕ່ວັນທີ່ 15–21 ກໍຣະກະດາ ນີ້ ໂດຽບໍ່ຕ້ອງໄດ້ ສັ່ງປິດທັ້ງໝົດ ໂຮງຮຽນ ແຕ່ປະກາຣໃດ ພ້ອມຍັງໄດ້ຂໍຮ້ອງ ໃຫ້ບັນດາຄຣູ ອາຈາຣສອນ ໂດຽທົ່ວໄປມີກາຣ ເຝົ້າຣະວັງ ຢ່າງເຂັ້ມງວດ ແລະຖ້າພົບ ເຫັນມີກາຣ ສົງສັຍນັກຮຽນ ເຈັບປ່ວຍ ກໍໃຫ້ຣາຍງານ ຕໍ່ທາງກາຣກ່ຽວຂ້ອງ ຢ່າງຮີບດ່ວນ ດັ່ງທີ່ ດຣ.ແພງຕາ ໄດ້ກ່າວເພີ່ມອີກວ່າ:
“ເພາະວ່າພນັກງານ ຣະບາດວິທຍາ ພວກເຮົາໄດ້ລົງໄປ ໂຮງຮຽນນັ້ນແລ້ວ ໄປໃຫ້ຂໍ້ມູລ ສຸຂສຶກສາກ່ຽວກັບ ອະນາມັຍ ກ່ຽວກັບວີທີ ປ້ອງກັນແລ້ວ ແລະກໍ ຄຣູອາຈາຣ ກໍໃຫ້ເຂົາເຈົ້າ ເຝົ້າຣະວັງຢູ່ ຢ່າງໃກ້ຊິດ ເພາະວ່າເຂົາເຈົ້ຮູ້ແລ້ວ.”
ໃນຂນະດຽວກັນນີ້ ທາງສື່ມວລຊົນ ທ້ອງຖີ່ນຂອງລາວ ກໍຣາຍງານວ່າ: ໃນຣະຫວ່າງວັນທີ່ 15ມີຖຸນາ ຫາວັນທີ່ 15ກໍຣະກະດາ ນີ້ນັ້ນ ຜູ້ຕິດເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ດັ່ງກ່າວທີ່ເກີດຂື້ນ ໃນເຂຕນະຄອນ ຫລວງວຽງຈັນ 17ຄົນ ແຂວງວຽງຈັນ 2ຄົນ ຫລວງພຣະບາງ 1ຄົນ ແລະເຫລືອນັ້ນເປັນ ຊາວຕ່າງ ປະເທສ.