ເຣື້ອງທີ່ເກັບບັນທຶກໄວ້
2024-06-18
ຊາວບ້ານບໍ່ເຕນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຈໍານວນ 380 ຄອບຄົວທີ່ຫຼີກທາງໃຫ້ ໂຄງການກໍ່ສ້າງ ເຂດເສດຖະກິດ ພິເສດບໍ່ເຕນແດນງາມ ຍັງຕ້ອງການຄວາມຊ່ວຍເຫຼືອ ທາງດ້ານລະບົບນໍ້າປະປາ ແລະ ອື່ນໆ ພາຍຫຼັງທີ່ຖືກຍົກຍ້າຍ ອອກຈາກພື້ນທີ່.
2024-06-17
ທາງການລາວ ຂຶ້ນຄ່າເຮັດໜັງສືຜ່ານແດນ ໄປຕາມອັດຕາແລກປ່ຽນເງິນຕາ ປະຈໍາເດືອນ ໂດຍເລີ່ມຕັ້ງແຕ່ເດືອນມິຖຸນານີ້ ຂຶ້ນຈາກຫົວລະ 852,000 ກີບເປັນ 860,000 ກີບ, ແລະໜັງສືຜ່ານແດນເອເລັກໂຕຣນິກ ຂຶ້ນຈາກ 1,278,000 ກີບເປັນ 1,290,000 ກີບ.
2024-06-17
ນັກສິດທິມະນຸດ ຍັງສະແດງຄວາມເປັນຫ່ວງ ເລື່ອງບັນຫາການລະເມີດສິດມະນຸດ ໃນລາວ ແລະຮຽກຮ້ອງໃຫ້ລັດຖະບານລາວ ສືບຕໍ່ສືບສວນສອບສວນ ກໍລະນີການບັງຄັບບຸກຄົນໃຫ້ຫາຍສາບສູນ ເຊັ່ນ ກໍລະນີ ທ່ານ ສົມບັດ ສົມພອນ ຊຶ່ງຄອບຄົວຂອງ ທ່ານ ກໍຍັງລໍຖ້າຊອກຫາຄວາມຈິງ ແລະ ຄວາມຍຸຕິທໍາ ມາໄດ້ຫຼາຍກວ່າ 11 ປີ ແລ້ວ.
2024-06-17
ປີ້ຍົນລະຫວ່າງ ສະໜາມບິນວັດໄຕ ຫາ ສະໜາມບິນສາກົນ ບໍ່ແກ້ວ ແພງຫຼາຍ ເຊິ່ງປັດຈຸບັນ ມີພຽງສາຍການບິນລ້ານຊ້າງ ທີ່ເປີດຖ້ຽວບິນຜູກຂາດ ໂດຍລາຄາປີ້ຍົນຂັ້ນຕໍ່າ ປະມານ 120 ໂດລ້າສະຫະລັດຕໍ່ຄົນຕໍ່ຖ້ຽວ ເຮັດໃຫ້ປະຊາຊົນ ຍັງບໍ່ສາມາດໃຊ້ບໍລິການໄດ້.
2024-06-17
ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້, ທາງການລາວ ສາມາດຈັບຜູ້ຕ້ອງຫາ ຄະດີຢາເສບຕິດໄດ້ 1,680 ກໍລະນີ, ສ່ວນການນຳຜູ້ຕ້ອງຫາ ຄະດີຢາເສບຕິດ ເຂົ້າບຳບັດນັ້ນ ມີຫຼາຍກວ່າ 10,000 ຄົນ ຂະນະທີ່ການຂົ່ນສົ່ງ, ຊື້-ຂາຍ ແລະເສບຢາເສບຕິດ ຍັງບໍ່ສາມາດເຮັດໃຫ້ເບົາບາງລົງໄດ້.
2024-06-17
ທາງການາລາວ ມີແຜນຈະປັບຂຶ້ນ ເງິນເດືອນຂັ້ນພື້ນຖານ ຂອງພະນັກງານ-ລັດຖະກອນ ເປັນ 2,000,000 ຫາ 2,500,000 ກີບ ພາຍໃນປີ 2025 ນີ້ ຍ້ອນສະພາບບັນຫາ ເງິນເຟີ້ທີ່ເພີ່ມຂຶ້ນເລື້ອຍໆ ໃນຮອບຫຼາຍປີມານີ້.
2024-06-16
ທະຫານມຽນມາ ໄດ້ຕີ ແລະ ທໍລະມານ ຊາວບ້ານຜູ້ທີ່ຖືກຈັບ ຢູ່ບ້ານ ບີ ເອັນ ເພັຍ ຢູ່ລັດຣະຂ່າຍ ໃນວັນພຸດທີ່ຜ່ານມາ ຈົນວ່າ ເຂົາເຈົ້າຖືກນໍາສົ່ງໄປໂຮງໝໍ ສຸດທ້າຍ ຊາວບ້ານ 2 ຄົນເສັຍຊີວິດ ຈາກການບາດເຈັບ.
2024-06-15
ເຫຍື່ອຄ້າມະນຸດ ຊາວລາວ ທີ່ຖືກຕົວະໄປເຮັດວຽກ ໃນກາສິໂນຂອງຈີນ ຢູ່ເມືອງເມຍວະດີ ປະເທດມຽນມາ. ເປັນເວລາ ເກືອບ 2 ປີ ເຕັມ ຄືຕັ້ງແຕ່ເດືອນ ສິງຫາ ປີ 2022 ຈົນຮອດ ພຶດສະພາ ປີ 2024 ພວກຂະເຈົ້າ ຈຶ່ງໄດ້ກັບມາຫາຄອບຄົວ ແລະ ຫຼຸດພົ້ນ ອອກມາ ຈາກແຫຼ່ງໝໍ້ນະຮົກ ແຫ່ງນັ້ນ.
2024-06-14
ຊາວບ້ານ ຈຳນວນໜຶ່ງ ຢູ່ແຂວງເຊກອງ ຮ້ອງຂໍໂຄງການພັດທະນາ ຫຼາຍຢ່າງ ເພື່ອມາສ້າງລາຍໄດ້ ແລະ ປັບປຸງສະພາບຊີວິດ ຂອງພວກເຂົາເຈົ້າ ຂະນະທີ່ ທາງການແຂວງ ກໍຕ້ອງການ ງົບປະມານ ຫຼາຍກວ່າ 1,000 ຕື້ກີບ ມາພັດທະນາແຂວງ.
2024-06-14
ຄະນະກຳມະການ ຕ້ານໄພພິບັດຂອງ 4 ເມືອງໃນ 3 ແຂວງພາກໃຕ້ ລວມມີ ເມືອງສາມັກຄີໄຊ, ເມືອງສະໜາມໄຊ ແຂວງອັດຕະປື, ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງລະມາມ ແຂວງເຊກອງ ຮ່ວມກັນຝຶກອົບຮົມ ທົບທວນຄືນ ກ່ຽວກັບແຜນຮັບມືສຸກເສີນ ຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ.
2024-06-14
ໂຄງການລົງທຶນ ຂອງນັກທຸລະກິດຈີນ ຢູ່ແຂວງຜົ້ງສາລີ ບາງໂຄງການ ເອົາປຽບຄົນງານລາວ ແລະຊາວບ້ານ ທີ່ເຂົ້າຮ່ວມໂຄງການ ເປັນຕົ້ນ ໂຄງການຂຸດຄົ້ນຖານຫີນແຫ່ງໜຶ່ງ ຢູ່ເຂດເມືອງຍອດອູ ທີ່ຍັງຈ່າຍເງິນເດືອນ ໃຫ້ຄົນງານລາວຫລ້າຊ້າ ແລະບາງເທື່ອ ກໍຕິດຄ້າງເງິນເດືອນ ເປັນເວລາ 5 ເດືອນ.
2024-06-14
ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ມິຖຸນາ ວ່າ ສະເພາະແຂວງວຽງຈັນ ສາມາດລົບລ້າງບ້ານທຸກຍາກ ໄດ້ເກືອບທັງໝົດແລ້ວ ໂດຍຄອບຄົວພົ້ນທຸກ ກວມເອົາ 95.28% ເທົ່າກັບ 75,094 ຄອບຄົວຂອງຈຳນວນຄອບຄົວ ທັງໝົດ.
2024-06-14
ລັດຖະບານລາວ ຂາດເຂີນງົບປະມານຫລາຍ ຈົນບໍ່ສາມາດທີ່ຈະຮັບເອົາລັດຖະ ກອນໃໝ່ໄດ້ຫລາຍຂຶ້ນ, ເຮັດໃຫ້ກົງຈັກການຈັດຕັ້ງຂອງລັດ ຂາດເຂີນລັດຖະ ກອນ ເປັນຕົ້ນລັດຖະກອນຄູ ແລະແພດ ຊຶ່ງລັດຖະບານ ຄວນຈັດແບ່ງໂຄຕ້າຮັບພະນັກງານ-ລັດຖະກອນ ຄືນໃໝ່ ໃຫ້ຈັດເຈນ.
2024-06-13
ຮອງນາຍົກລັດຖະມົນຕີລາວ ກ່າວໃນກອງປະຊຸມ ປະຈໍາປີ 2024 ຂອງຄະນະຊີິ້ນໍາລະດັບຊາດ ເພື່ອແຈ້ງຄວາມຄືບໜ້າ ກ່ຽວກັບເປົ້າໝາຍການພັດທະນາ ແບບຍືນຍົງ ປີ 2030 ແລະສະຖານະປະເທດດ້ອຍພັດທະນາ ໃນປີ 2026.
2024-06-13
ແຂວງວຽງຈັນ ໄດ້ປະກາດປິດທ່າເຮືອ ແລະຫ້າມຊາວບ້ານ ໃນເຂດບ້ານແສງສະຫວ່າງ ເມືອງແກ້ວອຸດົມແຂວງວຽງຈັນ ລົງເຮືອຫາປາ ໃນບໍລິເວນດັ່ງກ່າວ ມາເປັນເວລາປະມານ 3 ປີເພື່ອໃຫ້ທາງບໍລິສັດຜູ້ຮັບສຳປະທານພັດທະນາ ແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ 1 ຊຶ່ງກໍໄດ້ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຫຼາຍສົມຄວນ.