ຄ່າປີ້ຍົນ ຈາກນະຄອນຫຼວງ ຫາ ສະໜາມບິນບໍ່ແກ້ວ ແພງເກີນຂີ່ໄດ້
2024.06.17
ກະຊວງໂຍທາທິການ ແລະຂົນສົ່ງ ມີແຜນ ຈະຊຸກຍູ້ໃຫ້ສາຍການບິນລາວ ເປີດຖ້ຽວບິນ ຢູ່ສະໜາມບິນ ສາກົນບໍ່ແກ້ວ ເພື່ອເປັນການແກ້ບັນຫາ ປີ້ຍົນລາຄາແພງ ຢູ່ສະໜາມບິນດັ່ງກ່າວ ເຊິ່ງປັດຈຸບັນ ມີແຕ່ສາຍການບິນລ້ານຊ້າງ ທີ່ເປີດຖ້ຽວບິນ ຢູ່ສະໜາມບິນແຫ່ງດັ່ງກ່າວນີ້ ໂດຍມີລາຄາປີ້ຍົນຂັ້ນຕໍ່າ ປະມານ 120 ໂດລ້າສະຫະລັດ ຕໍ່ຄົນ/ຖ້ຽວ ໂດຍສາເຫດ ທີ່ສາຍການບິນດັ່ງກ່າວ ມີການກໍານົດ ປີ້ຍົນລາຄາແພງ ກໍ່ຍ້ອນວ່າ ຕ້ອງໄດ້ເສຍຄ່າບໍລິການໃຫ້ແກ່ສະໜາມບິນ ໃນລາຄາສູງ.
ດັ່ງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວຊີ້ແຈງ ຢູ່ກອງປະຊຸມ ສະໄໝສາມັນເທືີ່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອບໍ່ດົນມານີ້ ໃນຕອນໜຶ່ງວ່າ:
“ກະຊວງໂຍທາທິການ ແລະຂົນສົ່ງ ພວກເຮົາກໍາລັງເຈລະຈາ ສັນຍາຄຸ້ມຄອງ ແລະບໍລິການສະໜາມບິນ ຈະໃຫ້ສໍາເລັດໄວໆ ການເຈລະຈານີ້ ຈະກໍານົດ ລາຄາຢູ່ສະໜາມບິນຫັ້ນ ເພາະສະນັ້ນແລ້ວ ໃນປັດຈຸບັນນີ້ ກະມີສາຍການບິນລ້ານຊ້າງຫັ້ນ ເປີດເນາະ ແລະການບິນລາວຫັ້ນ ກະຊິຊຸກຍູ້ ໃຫ້ເຂົາເຈົ້າໄປບິນ ແຕ່ວ່າ ຍັງມີການເຈລະຈາ ເລື້ອງລາຄາບໍລິການຫັ້ນ ບໍ່ລົງໂຕຖືວ່າ ແມ່ນທາງສະໜາມບິນຢາກເອົາລາຄາສູງ ເພາະສະນັ້ນໂຕນີ້ ບໍ່ສືບຕໍ່ເຈລະຈາ.”
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ປະຈໍາສະໜາມບິນສາກົນ ບໍ່ແກ້ວ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ຍັງມີແຕ່ສາຍການບິນລ້ານຊ້າງ ເປັນສາຍການບິນແຫ່ງດຽວ ທີ່ໃຫ້ບໍລິການ ຖ້ຽວບິນ ຢູ່ສະໜາມບິນສາກົນບໍ່ແກ້ວ ແລະກໍ່ມີລາຄາປີ້ຍົນແພງ ຍ້ອນເປັນຖ້ຽວບິນ ໃນຮູບແບບເຊົ່າເໝົາລໍາ ແຕ່ໃນອະນາຄົດ ກໍ່ອາດມີສາຍການບິນອື່ນໆ ເຂົ້າມາເປີດຖ້ຽວບິນເພີ່ມຕື່ມ ແລະກໍ່ອາດເຮັດໃຫ້ລາຄາປີ້ຍົນ ຫຼຸດລົງນໍາດ້ວຍ ແຕ່ຍັງບໍ່ສາມາດ ໃຫ້ລາຍລະອຽດຫຼາຍໄປກວ່ານີ້.
ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມິຖຸນາ ນີ້ວ່າ:
“ໃນອະນາຄົດຕໍ່ໄປນີ້ ໜ້າຈະຫຼຸດລົງ ເພາະປັດຈຸບັນນີ້ ມັນມີແຕ່ ສາຍການບິນລ້ານຊ້າງ ລາຄາກະຍັງຢູ່ 900 ຢວນ ຫຼືວ່າແມ່ນ 1,500 (ຢວນ) ມັນຊິເປັນ Charter ແລ້ວມັນບິນລາຄາດຽວກັນເລີຍນ່າ.”
ໃນຂະນະທີ່ ພະນັກງານ ຂອງສາຍການບິນລາວ ນາງໜຶ່ງ ກ່າວວ່າ ປັດຈຸບັນ ທາງສາຍການບິນລາວ ຍັງບໍ່ມີກໍານົດ ທີ່ຈະເປີດຖ້ຽວບິນ ຢູ່ສະໜາມບິນສາກົນບໍ່ແກ້ວເທື່ອ ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍ່ກໍາລັງມີການຫາລືກັນຢູ່ ແລະຈະມີການຊີ້ແຈງ ອີກເທື່ອໜຶ່ງ ຄັນມີຄວາມຄືບໜ້າແລ້ວ.
ດັ່ງນາງ ກ່າວວ່າ:
“ຕອນນີ້ ຍັງບໍ່ທັນມີ ເທື່ອເຈົາ ກໍາລັງຫາລືກັນຢູ່ເນາະເຈົ້າ ແຕ່ວ່າ ຍັງບໍ່ທັນໄດ້ເປີດໄວໆນີ້ ເນາະເຈົ້າ ຕອນນີ້ຍັງ ບໍ່ທັນມີເທື່ອເນາະເຈົ້າ.”
ສໍາລັບຜູ້ໂດຍສານ ທີ່ໃຊ້ບໍລິການຖ້ຽວບິນ ລະຫວ່າງ ສະໜາມບິນ ສາກົນບໍ່ແກ້ວ-ສະໜາມບິນສາກົນວັດໄຕ ເພື່ອເດີນທາງໄປ-ມາ ລະຫວ່າງ ແຂວງບໍ່ແກ້ວ ກັບ ນະຄອນຫຼວງວຽງຈັນນັ້ນ ສ່ວນໃຫຍ່ກໍ່ແມ່ນຄົນຈີນ ແລະຄົນລາວ ທີ່ຂ້ອນຂ້າງມີຖານະ ທີ່ມັກເຂົ້າໄປທ່ອງທ່ຽວ ຫຼື ເຮັດທຸລະກິດ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ສ່ວນຖ້ຽວບິນແບບປົກກະຕິນັ້ນ ຍັງບໍ່ທັນມີແຜນ ເປີດໃນໄວໆນີ້ເທື່ອ.
ດັັ່ງຜູ້ປະກອບການ ຮັບຈອງປີ້ຍົນ ນາງໜຶ່ງ ກ່າວວ່າ:
“ໄປບໍ່ແກ້ວ ດຽວນີ້ຫັ້ນ ແມ່ນມີແຕ່ວຽງຈັນ ໄປບໍ່ແກ້ວ. ຄົນຈີນແດ່, ລາວແດ່. ໂຕນີ້ຫັ້ນ ຍັງບໍ່ມີແຜນ ໂຕນີ້ ຍັງເປັນສາຍການບິນ ເປັນຂອງເຂົາເຈົ້າມາເໝົາເອົາຫັ້ນນ່າ. ມັນລາຄາເລີຍສູງ ຄວາມໝາຍວ່າ ເຂົາເຈົ້າຕັ້ງລາຄານີ້ຫັ້ນ ແຕ່ກີ້ຫັ້ນແມ່ນ 200 ໂດລ້າ ແລ້ວລົງມາແລ້ວ ເຫຼືອ 130 ໂດລ້າ.”
ສ່ວນຊາວບ້ານທົ່ວໄປ ທີ່ຕ້ອງການເດີນທາງໄປ-ມາ ລະຫວ່າງ ແຂວງບໍ່ແກ້ວ - ນະຄອນຫຼວງວຽງຈັນ ກໍ່ຕ້ອງໄດ້ເສຍເວລາ ຂີ່ລົດໂດຍສາຍ ຈາກແຂວງບໍ່ແກ້ວ ໄປແຂວງຫຼວງນໍ້າທາ ແລ້ວຂີ່ຍົນ ຈາກແຂວງສະໜາມບິນ ແຂວງຫຼວງນໍ້າທາ ໄປຍັງສະໜາມບິນສາກົນວັດໄຕ ເຊິ່ງມີລາຄາຖືກກວ່າ ລາຄາຖ້ຽວບິນ ຢູ່ສະໜາມບິນສາກົນບໍ່ແກ້ວ ຂ້ອນຂ້າງຫຼາຍ ແຕ່ຫຼາຍຄົນກໍ່ຫວັງວ່າ ລາຄາປີ້ຍົນ ຢູ່ສະໜາມບິນສາກົນບໍ່ແກ້ວ ຈະຫຼຸດລົງໃນອະນາຄົດ.
ດັ່ງຊາວລາວ ທ່ານໜຶ່ງ ກ່າວວ່າ:
“ຄົນໄປໃຊ້ບໍລິການ ມັນກະມີ ທົ່ວໄປຫັ້ນແຫຼະ ຄົນຂ້ອງຂ້າງມີເງິນ ເຂົາກະໄປຂີ່ໂຕນີ້ເນາະ ຄົນອັນທໍາມະດານີ້ ເຮົາກະສ່ວນຫຼາຍ ກະຂຶ້ນຍົນຢູ່ນໍ້າທາ ປະຢັດກວ່າເນາະ. ນໍ້າທານີ້ ກໍ່ປະມານ ລ້ານ, ລ້ານສອງ ຄ່າຍົນ. ມັນລົງກະບໍ່ແນ່ ຄົນກໍ່ອາດຈະໃຊ້ບໍລິການ ຢູ່ທາງນີ້ເນາະ.”
ນອກຈາກນັ້ນແລ້ວ ໃນລະຫວ່າງ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອບໍ່ດົນມານີ້, ທ່ານ ຈອມສີ ລັດຕະນະປັນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ກໍ່ໄດ້ຕັ້ງຄໍາຖາມ ຕໍ່ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ກ່ຽວກັບການກໍານົດ ຄ່າປີ້ຍົນລາຄາແພງ ຢູ່ສະໜາມບິນສາກົນບໍ່ແກ້ວ ຈົນເຮັດໃຫ້ຊາວບ້ານທົ່ວໄປ ບໍ່ສາມາເຂົ້າເຖິງການບໍລິການໄດ້.
ສໍາລັບສະໜາມບິນ ສາກົນບໍ່ແກ້ວ ຂອງກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ໄດ້ເລີ່ມກໍ່ສ້າງໃນເດືອນກັນຍາ ປີ 2020 ແລະ ມີພິທີເປີດນໍາໃຊ້ ແບບເປັນທາງການ ເມື່ອວັນທີ 5 ເດືອນກຸມພາ ປີ 2024 ນີ້ ໂດຍໃຊ້ມູນຄ່າ ການລົງທຶນທັງໝົດ 225.358.700 ໂດລ້າສະຫະລັດ, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ ຕາມການຕົກລົງ ຂອງລັດຖະບານ. ສະໜາມບິນແຫ່ງນີ້ ຕັ້ງຢູ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ໃນເນື້ອທີ່ 300 ເຮັກຕ້າ ຢູ່ຫ່າງຈາກ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ປະມານ 5 ກິໂລແມັດ.
ສະໜາມບິນແຫ່ງນີ້ ສາມາດຮອງຮັບຍົນ ຂະໜາດ ໂບອິ້ງ 737, ແອບັສ ຫຼື ຍົນຂະໜາດຕ່າງໆ ທີ່ຮອງຮັບຜູ້ໂດຍສານໄດ້ ບໍ່ກາຍ 200 ບ່ອນນັ່ງ. ໃນຂະນະທີ່ ອາຄານຜູ້ໂດຍສານ ຂາເຂົ້າ-ຂາອອກ ພາຍໃນສະໜາມບິນ ສາມາດຮອງຮັບ ຈໍານວນຜູ້ໂດຍສານ ໄດ້ 600 ຄົນ.