ສປປ ລາວ ຕ້ອງການຫຼຸດພົ້ນສະຖານະ ປະເທດດ້ອຍພັດທະນາ ໃນປີ 2026
2024.06.13
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ກ່າວໃນກອງປະຊຸມ ປະຈໍາປີ 2024 ຂອງຄະນະຊີິ້ນໍາ ລະດັບຊາດ ເພື່ອແຈ້ງຄວາມຄືບໜ້າ ກ່ຽວກັບເປົ້າໝາຍ ການພັດທະນາ ແບບຍືນຍົງ ປີ 2030 ແລະສະຖານະ ປະເທດດ້ອຍພັດທະນາ ໃນປີ 2026 ນີ້ ໂດຍທ່ານ ເນັ້ນຍໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ສືບຕໍ່ ເພີ່ມຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ-ສັງຄົມ ແຫ່ງຊາດ ໃຫ້ມີປະສິດທິພາບ-ປະສິດທິຜົນດີຍິ່ງຂຶ້ນ ທ່່າມກາງສິ່ງທ້າທາຍຕ່າງໆ ທີ່ເປັນສິ່ງກີດຂວາງ ຕໍ່ການພັດທະນາປະເທດ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ທ່ານໜຶ່ງ ຜູ້ທີ່ຮູ້ກ່ຽວກັບວຽກງານ ການພັດທະນາ ກ່າວວ່າ ປະເທດລາວ ຖືວ່າ ຍັງຢູ່ໃນໄລຍະ ການປ່ຽນຜ່ານ ທັງເປົ້າໝາຍການພັດທະນາ ແບບຍືນຍົງ ປີ 2030 ແລະສະຖານະ ປະເທດດ້ອຍພັດທະນາ ໃນປີ 2026 ແຕ່ທັງ 2 ເປົ້າໝາຍ ຍັງມີຄວາມສ່ຽງສູງ ທີ່ຈະບໍ່ບັນລຸຕາມເປົ້າໝາຍ ຍ້ອນຄວາມຫຍຸ້ງຍາກ ຂອງເສດຖະກິດ-ການເງິນ ທີ່ຕົກຕໍ່າ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມິຖຸນາ ນີ້ວ່າ:
“ປະເທດລາວເຮົາ (Transition time) ໄລຍະເວລາ ທີ່ີປ່ຽນຜ່ານ ຈະເປັນ 5 ປີ ຍ້ອນວ່າ ມັນມີໂຄວິດ ແລ້ວກະມັນກະມີຫຼາຍອັນ ທີ່ມັນກ່ຽວຂ້ອງ ກັບເສດຖະກິດຂອງເຮົາເນາະ ແຕ່ລັດຖະບານ ເພິ່ນກະ (Acknowledge) ຮັບຮູ້ ໂຕ (Recommendation) ຄໍາແນະນໍາຫັ້ນແຫຼະ ແຕ່ວ່າ 2026 ເປັນຈັ່ງໃດ ຊິ (Graduate) ຜ່ານການປະເມີນແທ້ບໍ່ ເຮົາກະຍັງຕ້ອງຖ້າ ມາຮອດໃກ້ໆນີ້ກ່ອນ.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ລັດຖະບານລາວ ຮັບຮູ້ດີ ວ່າ ກໍາລັງພະເຊີນກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ນັບແຕ່ການລະບາດຂອງໂຄວິດ-19 ຈົນມາຮອດປັດຈະບັນນີ້ ກະຍັງບໍ່ທັນຟື້ນໂຕໄດ້ດີ ສົ່ງຜົນໃຫ້ວຽກງານ ໃນການພັດທະນາປະເທດ ທັງ 19 ເປົ້າໝາຍ ຕາມເງື່ອນໄຂ ຂອງອົງການສະຫະປະຊາຊົນ ທີ່ໄດ້ກໍານົດໄວ້ນັ້ນ ຍັງເປັນໄປຢ່າງຊັກຊ້າ.
ຈາກຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ປະເທດລາວ ຂາດເຂີນງົບປະມານ, ເກີດຄວາມເຫຼື່ອມລໍ້າເປັນວົງກວ້າງ ໃນຊົນນະບົດ ແລະໃນເມືອງ, ອັດຕາການຕາຍ ຂອງເດັກນ້ອຍຍັງສູງ, ເດັກນ້ອຍອອກຈາກໂຮງຮຽນກາງສົກຮຽນ, ການເຂົ້າເຖິງແຫຼ່ງທຶນ ຂອງທຸລະກິດຂະໜາດນ້ອຍ ແລະຂະໜາດກາງ ຍັງມີຈໍາກັດ ບັນຫາທັງໝົດ ຖືເປັນສິ່ງທ້າທາຍ ຕໍ່ລັດຖະບານລາວ.
ແຕ່ຢ່າງໃດກໍ່ຕາມ ກໍ່ຍັງມີຂໍ້ດີຢູ່ ດ້ວຍສະຖານະພາບ ທີ່ຍັງເປັນປະເທດ ດ້ອຍພັດທະນາຢູ່ນີ້ ເຮັດໃຫ້ປະເທດລາວ ຍັງໄດ້ຮັບສິດທິພິເສດ ທາງດ້ານການຄ້າ ຈາກປະເທດທີ່ກໍາລັງພັດທນະາ ແລະປະເທດທີ່ພັດທະນາແລ້ວ ຈໍານວນ 3 ສິດທິພິເສດ ດັ່ງນີ້:
- ສິດທິພິເສດແບບທົ່ວໄປ ຫຼື Generalized System of Preferences (GSP) ຄື ສິດທິພິເສດ ໃນການຍົກເວັ້ນ ຫຼື ຜ່ອນຜັນອັດຕາພາສີ ຂອງປະເທດ ທີ່ພັດທະນາແລ້ວ ໃຫ້ແກ່ປະເທດ ທີ່ກໍາລັງພັດທະນາ ແລະດ້ອຍພັດທະນາ ເຊິ່ງປະເທດລາວ ໄດ້ຮັບສິດທິພິເສດແບບທົ່ວໄປ ຈາກ 38 ປະເທດ.
- ສິດທິພິເສດ ລະບົບທີສອງ ເປັນຂອງປະເທດ ທີ່ກໍາລັງພັດທະນາ ທີ່ສະໝັກໃຈ ໃຫ້ສິດທິພິເສດ ແບບຝ່າຍດຽວ ແກ່ປະເທດດ້ອຍພັດທະນາ ໂດຍປະເທດລາວ ໄດ້ຮັບສິດທິພິເສດນີ້ ຈາກປະເທດເກົາຫຼີໃຕ້, ອິນເດຍ, ຈີນ ແລະຈີນໄຕ້ຫວັນ.
- ສິດທິພິເສດ ພາຍໃຕ້ສັນຍາການຄ້າເສລີ ຫຼື Free Trade Areas (FTAs) ເຊິ່ງມີຄວາມສໍາຄັນທີ່ສຸດ ຕໍ່ປະເທດລາວ ໂດຍສະເພາະ ການຄ້າເສລີອາຊ້ຽນ ນອກຈາກນີ້ ປະເທດລາວ ຍັງໄດ້ຮັບສິດທິພິເສດ ໃນການສົ່ງອອກໄປຍັງ ປະເທດຄູ່ເຈລະຈາ ຂອງອາຊ້ຽນ ເຊັ່ນ ປະເທດຍີ່ປຸ່ນ, ອິນເດຍ ແລະເກົາຫຼີໃຕ້.
ຂະນະທີ່ ກະຊວງອຸດສາຫະກໍາ ແລະການຄ້າ ຍັງບໍ່ໄດ້ທໍາການສຶກສາ ແລະປະເມີນຜົນໄດ້-ຜົນເສຍແບບລະອຽດ ກ່ຽວກັບເລື່ອງນີ້ ຫາກວ່າ ປະເທດລາວ ສາມາດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ ໄດ້ຕາມເປົ້າໝາຍ ໃນປີ 2026 ນີ້.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະການຄ້າ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ກະຊວງອຸດສາຫະກໍາ ແລະການຄ້າ ເພິ່ນຈະມີການປະເມີນ ລະອຽດຄັກແນ່ຕື່ມ ໂດຍ ດຽວນີ້ ເຮົາມີແບບຍຸດທະສາດ ໃນການຂ້າມຜ່ານເນາະ ແລ້ວກະຈຫະມີການປະເມີນ ແລ້ວກະເຮັດວຽກໄປເທື່ອລະໜ້ອຍ ຫັ້ນນ່າ.”
ເຈົ້າໜ້າທີ່ກອງທຶນ ລຶບລ້າງຄວາມທຸກຍາກ ແຂວງຫົວພັນ ກ່າວວ່າ ແຂວງຫົວພັນ ຖືເປັນແຂວງເປົ້າໝາຍ ຂອງລັດຖະບານລາວ ໃນການລຶບລ້າງຄວາມທຸກຍາກ ເນື່ອງຈາກ ມີບ້ານທຸກຍາກ ເປັນຈໍານວນຫຼາຍ ກະຈາຍຢູ່ຕາມ ເຂດຫ່າງໄກສອກຫຼີກ ແລະເຂົ້າບໍ່ເຖິງການຊ່ອຍເຫຼືອ ໃນດ້ານຕ່າງໆ ເປັນຕົ້ນ: ການສຶກສາ, ສາທາລະນະສຸກ, ນໍ້າສະອາດ ແລະອື່ນໆ ເມື່ອທຽບໃສ່ແຂວງອື່ນ ແຕ່ປັດຈຸບັນ ວຽກງານການພັດທະນາ ດ້ານຕ່າງໆ ຂອງລັດຖະບານ ຖືວ່າ ດໍາເນີນໄປຢ່າງຊັກຊ້າ ບໍ່ມີຄວາມຄືບໜ້າ ເທົ່າທີ່ຄວນ ເນື່ອງຈາກ ລັດຖະບານຂາດເຂີນງົບປະມານ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜົນກະທົບ ຕໍ່ສະພາບແວດລ້ອມ ໂດຍສະເພາະ ແມ່ນການພັດທະນາຫັ້ນກະ ບໍ່ມີຄວາມຄືບໜ້າ ເນື່ອງຈາກວ່າ ມັນເຮັດບໍ່ໄດ້ ໄປບໍ່ໄດ້ຫັ້ນນ່າເນາະ ມັນບໍ່ໝັ້ນຄົງ ດຽວນີ້ເວົ້າເລື່ອງ ການພັດທະນາດ້ານອື່ນໆຫັ້ນ ສະເພາະ ເລື່ອງເສັ້ນທາງ ກະຍັງຫຍຸ້ງຍາກໜ້ອຍໜຶ່ງ.”
ຊາວລາວ ທ່ານໜຶ່ງ ໃນແຂວງສາລະວັນ ກ່າວວ່າ ທັງເລື່ອງການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ປີ 2030 ແລະການຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ ໃນປີ 2026 ນັ້ນ ເຫັນວ່າ ຍັງເປັນໄປໄດ້ຍາກ ເພາະຫັນມາເບິ່ງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ໃນປັດຈຸບັນ ຍັງມີຄວາມທຸກຍາກຫຼາຍສົມຄວນ ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ.
ດັ່ງຊາວລາວ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ຄວາມທຸກຍາກນີິ່ ກະຊິຍັງຫຼາຍເປີເຊັນ ມັນເພາະວ່າ ມັນຍັງກວມເອົາຫຼາຍຢູ່ ປະຊາຊົນທີ່ວ່າ ຍັງຢູ່ຫ່າງໄກສອກຫຼີກ ຍັງຫຼາຍ.”
ນັກວິຊາການ ດ້ານເສດຖະສາດ ປະຈໍາຢູ່ ມະຫາວິທະຍາໄລ ແຫ່ງຊາດລາວ ກ່າວວ່າ ເພື່ອເຮັດໃຫ້ປະເທດລາວ ບັນລຸໄດ້ຕາມເປົ້າໝາຍ ການພັດທະນາແບບຍືນຍົງ ປີ 2030 ແລະຫຼຸດພົ້ນ ອອກຈາກສະຖານະ ປະເທດດ້ອຍພັດທະນາ ໃນປີ 2026 ໄດ້ນັ້ນ ລັດຖະບານລາວ ຈໍາເປັນທີ່ຈະຕ້ອງ ສຸມໃສ່ງົບປະມານມະຫາສານ ເພື່ອພັດທະນາ ພື້ນຖານໂຄງຮ່າງທີ່ຈໍາເປັນ ໃຫ້ຄອບຄຸມທຸກເຂດ ໃນທົ່ວປະເທດ.
ນອກຈາກນີ້ ການລົງທຶນ ໃນໂຄງການຂະໜາດໃຫຍ່ ຈໍານວນຫຼາຍໂຄງການ ໃນປັດຈຸບັນ ເປົ້າໝາຍໜຶ່ງ ກະເພື່ອພັດທະນາປະເທດ ແລະພັດທະນາຊຸມຊົນ ໃນຂອບເຂດໂຄງການ ແຕ່ມາເບິ່ງໂຕຈິງເຫັນວ່າ ມີປະຊາຊົນລາວ ຈໍານວນໜ້້ອຍເທົ່ານັ້ນ ທີ່ໄດ້ຮັບຜົນປະໂຫຍດ ແຕ່ສ່ວນຫຼາຍກະຍັງດິ້ນຮົນ ຕໍ່ສູ້ກັບຄວາມທຸກຍາກຄືເກົ່າ.
ດັ່ງນັກວິຊາການ ດ້ານເສດຖະສາດ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ການຫຼຸດຜ່ອນຄວາມທຸກຍາກ ພັດທະນາຊົນນະບົດ ມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກໍາ ກັບສ້າງອາຊີບ ມັນມີຫຼາຍປັດໃຈ ຫຼາຍແນວ ມັນບໍ່ງ່າຍ, GDP ເພີ່ມຂຶ້ນ ສ່ວນຫຼາຍຈະເປັນ ການລົງທຶນຂະໜາດໃຫຍ່ ແມ່ນຫຍັງຕ່າງທ ແຕ່ມັນບໍ່ສົ່ງຜົນສະທ້ອນຕໍ່ຊີວິດ ການເປັນຢູ່ປະຊາຊົນປານໃດ.”
ນັບແຕ່ປີ 2021-2026 ປະເທດລາວ ຈະຢູ່ໃນໄລຍະປ່ຽນຜ່ານ ເຊິ່ງເປັນໄລຍະ ທີ່ປະເທດລາວ ຈະຕ້ອງຮັກສາສະຖຽນລະພາບ ທາງດ້ານເສດຖະກິດ-ການເງິນ ໃຫ້ຄົງທີ່ ຫຼື ດີຂຶ້ນກວ່າເກົ່າ ຕາມເງື່ອນໄຂ ຂອງອົງການສະຫະປະຊາຊາດ ກໍານົດໄວ້ ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ.
- ດັດຊະນີລາຍໄດ້ ແຫ່ງຊາດ (GNI) ກໍານົດໄວ້ 1,230 ໂດລ້າ ຕໍ່ຄົນຕໍ່ປີ. ປັດຈຸບັນ ລາວ ບັນລຸໄດ້ ປະມານ 1,668 ໂດລ້າ ຕໍ່ຄົນຕໍ່ປີ, ຫຼຸດລົງ ຈາກປີ 2021 ເຊິ່ງຢູ່ໃນລະດັບ 1,996 ໂດລ້າ ຕໍ່ຄົນຕໍ່ປີ.
- ດັດຊະນີ ຊັບພະຍາກອນມະນຸດ (HAI) ຕ້ອງຫຼາຍກວ່າ 66 ຄະແນນ. ປັດຈຸບັນ ບັນລຸໄດ້ 77.2 ຄະແນນ.
- ດັດຊະນີ ຄວາມບອບບາງ ທາງດ້ານເສດຖະກິດ (EVI) ກໍານົດໄວ້ 32 ຄະແນນ ຫຼື ຕໍ່າກວ່ານັ້ນ. ປັດຈຸບັນ ຢູ່ໃນລະດັບ 33.7 ຄະແນນ ຍັງບໍ່ບັນລຸຕາມເປົ້າໝາຍ.