ຄົນງານລາວ ທີ່ເຮັດວຽກໃຫ້ບໍລິສັດຈີນ ຢູ່ແຂວງຜົ້ງສາລີ ຖືກເອົາປຽບ
2024.06.14
ໂຄງການລົງທຶນ ຂອງນັກທຸລະກິດຈີນ ຢູ່ແຂວງຜົ້ງສາລີ ບາງໂຄງການ ເອົາປຽບຄົນງານລາວ ແລະຊາວບ້ານ ທີ່ເຂົ້າຮ່ວມໂຄງການ ເປັນຕົ້ນ ໂຄງການຂຸດຄົ້ນຖານຫີນແຫ່ງໜຶ່ງ ຢູ່ເຂດເມືອງຍອດອູ ທີ່ຍັງຈ່າຍເງິນເດືອນ ໃຫ້ຄົນງານລາວຫລ້າຊ້າ ແລະບາງເທື່ອ ກໍຕິດຄ້າງເງິນເດືອນ ເປັນເວລາ 5 ເດືອນ, ເຮັດໃຫ້ຄົນງານຈໍານວນໜຶ່ງ ບໍ່ພໍໃຈຕໍ່ນາຍຈ້າງຄົນຈີນ ແລ້ວພາກັນອອກຈາກວຽກ ໄປຫາເຮັດວຽກຢູ່ແຫ່ງອື່ນ, ອີງຕາມຄໍາເວົ້າຂອງຄົນງານລາວ ຜູ້ໜຶ່ງ ທີ່ເຄີຍເຮັດວຽກຢູ່ໃນໂຄງການຂຸດຄົ້ນຖ່ານຫີນ ຢູ່ເມືອງ ຍອດອູ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ມິຖຸນານີ້.
“ມັນຫຍູ້ງຍາກເລື້ອງເງິນເລື້ອງຄໍານີ້ແຫລະ ຮອດເວລາຈ່າຍບໍ່ຈ່າຍ ບໍ່ມັກຈ່າຍເງິນຕາມເວລາຫັ້ນນ່າ ກໍເລີຍບໍ່ເຮັດແລ້ວດຽວນີ້ ໃຫ້ເງິນເດືອນຊ້າໂພດ 4 – 5 ເດືອນຈຶ່ງຈ່າຍເທື່ອໜຶ່ງ ຊ້າສຸດແມ່ນ 5 ເດືອນເຂົາຈຶ່ງໃຫ້ເທື່ອໜຶ່ງ ແລ້ວກະເລີຍ ໂອ້ຍບໍ່ໄດ້ ເພາະວ່າເຮົາເຮັດວຽກກໍຢາກໄດ້ເງິນເດ້.”
ພ້ອມດຽວກັນນີ້ ຄົນງານລາວອີກຜູ້ໜຶ່ງ ທີ່ເຮັດວຽກຢູ່ໂຄງການຂຸດຄົ້ນຖ່ານຫີນ ຂອງຈີນ ຢູ່ເມືອງຍອດອູຄືກັນນັ້ນກໍເວົ້າວ່າ ປັດຈຸບັນ ເຖິງແມ່ນ ທາງບໍລິສັດ ຈະຈ່າຍເງິນເດືອນ ໃຫ້ກົງຕາມເວລາ ແລ້ວກໍຕາມ ແຕ່ເງິນເດືອນ ທີ່ຈ່າຍໃຫ້ຄົນງານລາວນັ້ນ ກໍຍັງຖືວ່າໜ້ອຍ ຖ້າທຽບໃສ່ສະພາບເສດຖະກິດຝືດເຄືອງ, ຄ່າຄອງຊີບ ຖີບຕົວສູງຂື້ນ ແລະເງິນກີບເຟີ້ຂື້ນຫລາຍ ຄືໃນທຸກມື້ນີ້. ແຕ່ຄົນງານລາວຫລາຍຄົນ ກໍຈໍາເປັນຕ້ອງໄດ້ອົດທົນເຮັດ ນໍາບໍລິສັດນັ້ນຕໍ່ໄປ ຍ້ອນມີຄວາມຫວັງວ່າ ທາງບໍລິສັດຈີນ ຈະປັບຂຶ້ນເງິນເດືອນໃຫ້.
ດັ່ງທີ່ລາວເວົ້າວ່າ:
“ໄປປີກາຍນີ້ຂ້ອຍໄປ ໂອ້ ກະບໍ່ຫລາຍ ຂອງຂ້ອຍເຂົ້າໄປຫັ້ນ ເຂົາເຈົ້າກະໃຫ້ເດືອນໜຶ່ງ 10 ປາຍລ້ານ ໂອ້ ດຽວນີ້ມັນກະໜ້ອຍ ແຫລະເຂົາກະຊິຂຶ້ນໃຫ້ ຕີ້ເພາະວ່າເງິນເຟີ້ນ່າ.”
ກ່ຽວກັບເລື້ອງ ບໍລິສັດຈີນ ຈ່າຍເງິນເດືອນໃຫ້ຄົນງານລາວ ຫລ້າຊ້ານັ້ນ ເຈົ້າໜ້າທີ່ ພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງຜົ້ງສາລີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນບໍ່ໄດ້ຮັບຂໍ້ມູນກ່ຽວກັບເລື່ອງທີ່ວ່ານັ້ນຄັກແນ່ເທື່ອ, ແຕ່ກໍເຫັນວ່າ ບໍລິສັດຈີນ ທີ່ເຂົ້າມາລົງທຶນດ້ານການຂຸດຄົ້ນຖ່ານຫີນ ແລະແຮ່ທາດຕ່າງໆນັ້ນ ກໍມັກໃຫ້ເງິນເດືອນຄົນງານລາວໜ້ອຍ ບໍ່ສົມກັບໜ້າວຽກ ທີ່ຄົນງານເຮັດ ຊຶ່ງເປັນວຽກ ທີ່ມີຄວາມສ່ຽງ ຕໍ່ອັນຕະລາຍໂດຍສະ ເພາະ ວຽກຂຸດຄົ້ນຖ່ານຫີນໃນອຸໂມງ.
“ສ່ວນຫລາຍນີ້ເຂົາຕ້ອງ ການກໍາມະກອນ ເຂົ້າໃນອຸໂມງ ສ່ວນຫລາຍນີ້ແຮງງານພວກເຮົາສົ່ງໄປຫັ້ນ ບໍ່ສາມາດເຮັດວຽກທົນທານໄດ້ນ່າ ໄປເຮັດໜ້ອຍໜຶ່ງແລ້ວກະອອກ ເພາະວ່າມີຄວາມສ່ຽງເຂົ້າອຸໂທງຫັ້ນ ເຂົາກະໄລ່ເປັນມື້ນ່າ 5 ແສນກີບເບາະ.”
ນອກຈາກນັ້ນແລ້ວ ນັກລົງທຶນຈີນອີກຈໍານວນໜຶ່ງ ທີ່ເຂົ້າມາເຮັດໂຄງການກະສິກໍາ ກໍໄດ້ເອົາປຽບຊາວບ້ານ ທີ່ເຂົ້າຮ່ວມໂຄງການ ເປັນຕົ້ນໂຄງການປູກຢາງ ພາລາ ຢູ່ເຂດເມືອງໃໝ່ ແຂວງຜົ້ງສາລີ ທີ່ໄດ້ສົ່ງເສີມໃຫ້ຊາວບ້ານ ເຂົ້າຮ່ວມ ໂຄງການນໍາ. ແຕ່ມີການບັງຄັບ ໃຫ້ຂາຍນໍ້າຢາງພາລາ ໃຫ້ນັກລົງທຶນຈີນ ທີ່ເປັນເຈົ້າຂອງໂຄງການເທົ່ານັ້ນ ແລະຫ້າມບໍ່ໃຫ້ ນໍານໍ້າຢາງນັ້ນ ໄປຂາຍຢູ່ຕ່າງແຂວງ ທີ່ຮັບຊື້ໃນລາຄາສູງກວ່າ ຄື 13,000 ກີບຕໍ່ກິໂລ ດັ່ງຊາວບ້ານນາງໜຶ່ງເວົ້າວ່າ:
“ເປັນບໍລິສັດເຂົາເຈົ້າ ເຂົ້າມາເຊົ່າດິນເຊົ່າເຮືອນຢູ່ ແລ້ວກະມາລົງທຶນ ເພິ່ນມາລົງທຶນແລ້ວ ຖ້າບໍ່ຂາຍໃຫ້ເພິ່ນຫັ້ນກະບໍ່ໄດ້ ເຮົາອອກໄປຂາຍຢູ່ຕ່າງແຂວງໃຫ້ບໍລິສັດອື່ນນີ້ ມັນ ສິໄດ້ລາຄາດີກວ່າເຂົາເຈົ້າ ຄືແຂວງອື່ນເມືອງອື່ນ ແຂວງອື່ນນີ້ເຂົາເຈົ້າຄືວ່າລາຄາສູງກວ່ານີ້ໄດ໋.”
ແລະເມື່ອປີ 2023 ທາງບໍລິສັດ ຢຸນນານ ວັນເວ ພະລັງງານ ຈຳກັດ ຂອງນັກລົງ ທຶນຈີນ ທີ່ເຂົ້າມາສໍາປະທານ ຂຸດຄົ້ນຖ່ານຫີນ ຢູ່ເຂດບ້ານແຊວລິສູ່ ເມືອງຍອດອູ ກໍໄດ້ເຮັດໃຫ້ດິນນາ ດິນສວນ ຂອງຊາວບ້ານ ໄດ້ຮົບຄວາມເສັຽຫາຍ, ແຕ່ທາງບໍລິສັດ ບໍ່ໄດ້ຈ່າຍຄ່າຊົດເຊີຍຄວາມເສຍຫາຍ ໃຫ້ຊາວບ້ານ. ແລະເມື່ອຊາວບ້ານ ໄປຮຽກ ຮ້ອງຂໍຄ່າຊົດເຊີຍ ກໍຖືກພະນັກງານທີ່ເປັນຄົນຈີນຕີ ແລະທັງໃຊ້ປືນນາບຂູ່. ແຕ່ບໍ່ມີລາຍງານວ່າ ພະນັກງານຈີນຄົນນັ້ນ ຖືກລົງໂທດແນວໃດ.
ແຕ່ເຖິງຢ່າງໃດກໍຕາມ ບາງໂຄງການຂອງນັກລົງທຶນຈີນ ຢູ່ແຂວງຜົ້ງສາລີ ກໍໄດ້ສົ່ງເສີມໃຫ້ຊາວບ້ານ ມີລາຍໄດ້ ຈາກການສົ່ງຜົນຜະລິດກະສິກໍາ ໄປຂາຍທີ່ປະເທດຈີນ ໂດຍສະເພາະ ໂຄງການປູກຊາທົດແທນຝີ່ນ.
ດັ່ງຊາວບ້ານຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ມິຖຸນານີ້ວ່າ:
“ສ່ວນຫລາຍຂະເຈົ້າມາປູກເອງກະມີ ໃຫ້ປະຊາຊົນປູກເອງກະມີ ລາຄາດຽວນີ້ຂຶ້ນແດ່ ຕົ້ນໃຫຍ່ດຽວນີ້ລາຄາແສນປາຍ ໂອ໋ ເກັບໄດ້ປະມານ 2, 3-4 ໂລສູງສຸດແຫລະ ມັນມີຫລາຍລາຄາ ມັນມີຊາຕົ້ນນ້ອຍ ຊາຕົ້ນໃຫຍ່."
ມາຮອດປັດຈຸບັນ ຢູ່ແຂວງຜົ້ງສາລີ ມີໂຄງການຂອງນັກລົງທຶນຈີນ ທັງໝົດ 67 ໂຄງການ. ໃນນັ້ນ 8 ໂຄງການ ແມ່ນໂຄງການປູກພືດທົດແທນຝີ່ນ ຊຶ່ງມີທັງໂຄງການປູກຢາງພາລາ, ປູກຊາ ແລະພືດອື່ນໆ ໂດຍນໍາຜົນຜະລິດທັງໝົດ ສົ່ງໄປຂາຍໃຫ້ປະເທດຈີນ, ອີງຕາມຄໍາສໍາພາດ ຂອງທ່ານ ທອງສຸກ ເປົາສຸລີ ຫົວໜ້າຜະແນກ ແຜນການ ແລະການລົງທຶນແຂວງ ຜົ້ງສາລີ ຕໍ່ວິທຍຸກະຈາຍ ສຽງແຫ່ງຊາດຈີນ ເມື່ອບໍ່ດົນມານີ້.