ເຣື້ອງທີ່ເກັບບັນທຶກໄວ້
2023-04-18
ຣັຖບານຍີ່ປຸ່ນ ຊ່ວຍເຫລືອ ການປັບປຸງ, ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ໃຫ້ນັກຮຽນລາວ ແລະ ນັກຮຽນຊົນເຜົ່າຄະແມຮ໌ ແລະ ຊົນເຜົ່າສ່ວຍ ຢູ່ໂຮງຮຽນມັທຍົມສົມບູນ ໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ລວມມູນຄ່າ 104,000 ໂດລ້າຣ໌ສະຫະຣັຖ.
2023-04-18
ນັກທ່ອງທ່ຽວ ກັບມາທ່ຽວລາວ ໃນປີນີ້ຫລາຍຂຶ້ນ ແຕ່ຍັງບໍ່ເທົ່າກັບໄລຍະກ່ອນ ໂຄວິດ-19 ການທ່ອງທ່ຽວປະເຊີນກັບຝຸ່ນຄວນມົນລະພິດ ແລະ ການໃຫ້ຄວາມສະດວກ ຍັງບໍ່ດີເທົ່າທີ່ຄວນ, ແຕ່ທຽບໃສ່ກ່ອນການຣະບາດຂອງໂຄວິດ-19 ຖືວ່າ ຍັງບໍ່ຄຶກຄື້ນ.
2023-04-18
ປະຊາຊົນລາວ ສ່ວນໃຫຍ່ ຍັງບໍ່ໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ລະຫວ່າງ 2 ປະເທດ ເນື່ອງຈາກ ບັນຫາເສຖກິຈ-ການເງິນ ເຊິ່ງຫຼາຍຄົນ ຈຶ່ງບໍ່ໄດ້ວາງແຜນ ຈະໃຊ້ບໍຣິການ ຣົຖໄຟລາວ-ຈີນ ເພື່ອທ່ອງທ່ຽວ ຂະນະທີ່ ນັກທ່ອງທ່ຽວຈີນ ໃຊ້ຣົຖໄຟ ລະຫວ່າງປະເທດ ເຂົ້າມາລາວເປັນຈຳນວນຫຼາຍ.
2023-04-18
ພະຍຸຣະດູຮ້ອນ ພັດເຂົ້າບ້ານຫີນຄອກ ເມືອງສອງຄອນ ແຂວງສວັນນະເຂດ ໃນມື້ວັນທີ 15 ເມສານີ້ ເຮັດໃຫ້ເຮືອນກວ່າ 25 ຫລັງ, ສັດລ້ຽງ, ຖຽງນາ ແລະກຸຕິວັດ ເສັຍຫາຍໜັກສົມຄວນ ເຖິງຕອນນີ້ ຊາວບ້ານ ຍັງລໍຖ້າການຊ່ວຍເຫຼືອຢູ່.
2023-04-18
ການລະເມີດ ສິດທິມະນຸສ ໃນ ສປປລາວ ແລະ ການຂຍາຍ ອິດທິພົລຈີນ ໃນລາວ ຍັງເປັນ ບັນຫາສຳຄັນ ທີ່ທາງການສະຫະຣັຖ ອາເມຣິກາ ໃຫ້ຄວາມສົນໃຈ, ຕິດຕາມຢ່າງໃກ້ຊິດ ແລະ ຊຸມຊົນລາວ ໃນສະຫະຣັຖ ກໍຕິດຕາມບັນຫາດັ່ງກ່າວ.
2023-04-17
ໄມ້ທ່ອນຢູ່ເທິງຣົຖບັນທຸກ ທີ່ເຮັດໃຫ້ຂົວຫັກ ຢູ່ບ້ານມິດສຳພັນ ເມືອງສນາມໄຊ ແຂວງອັດຕະປື ບໍ່ແມ່ນໄມ້ ທີ່ຕັດຈາກແລວນ້ຳ ຕາມທີ່ເຈົ້າໜ້າແຂວງ ກ່າວອ້າງ, ແຕ່ເປັນໄມ້ ທີ່ຕັດຈາກປ່າ ສງວນແຫ່ງຊາຕ ເຊປຽນ.
2023-04-17
ຣັຖວິສາຫະກິຈໄຟຟ້າລາວ ເຣີ່ມຂຶ້ນຄ່າໄຟຟ້າ 2% ສຳລັບພາກທຸຣະກິຈ ແລະ ການຄ້າ ເຊິ່ງຜູ້ປະກອບການ ທີ່ໃຊ້ໄຟຟ້າເປັນຫຼັກ ກໍເຫັນວ່າ ການຜລິດບາງຢ່າງ ຈຳເປັນຕ້ອງຂຶ້ນລາຄາ ໄປຕາມສະພາບ.
2023-04-17
ເດັກນ້ອຍເສັຽຊີວິດ 1 ຄົນ ແລະ ບາດເຈັບອີກ 7 ຄົນ ບໍຣິເວນຫຼິ້ນປາຕີ້ໂຟມ ເນື່ອງໃນໂອາກາດງານຄອນເສີດ ປີໃໝ່ລາວ ຢູ່ສູນການຄ້າ ສວັນໄອເຕັກ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ໂດຍເຫດການໄຟຟ້້າດູດ (ໄຟຟ້າຊ໊ອດ).
2023-04-17
ຊາວບ້ານ ໃນເຂດພາກໃຕ້ ຕິດເຊື້ອພະຍາດໃບໄມ້ໃນຕັບ ຫຼາຍກວ່າ 50% ຍ້ອນ ມັກກິນອາຫານດິບ ໂດຍສະເພາະອາຫານ ທີ່ເຮັດຈາກປານ້ຳຈືດ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມໂຄສະນາ ໃຫ້ຊາວບ້ານ ເຂົ້າໃຈເຖິງຜົລກະທົບ ຈາກການກິນ ອາຫານດິບ.
2023-04-17
ໃນໂອກາດບຸນປີໃໝ່ລາວ ປະຈໍາປີ 2023 ທົ່ວປະເທດ ມີອຸບັດຕິເຫດ ທີ່ເກີດຫຼາຍທີ່ສຸດ ແມ່ນຢູ່ໃນລະຫວ່າງວັນທີ 14-15 ເມສາ 2023 ໂດຍແຂວງຈຳປາສັກ ແມ່ນເກີດອຸບັດຕິເຫດ ຫຼາຍທີ່ສຸດ ຮອງລົງມານະຄອນຫຼວງວຽງຈັນ, ແຂວງສວັນນະເຂດ ແລະ ອີກຫຼາຍແຂວງ.
2023-04-16
ທິມງານ ວິທຍຸ ເອເຊັຽ ເສຣີ ຂໍອວຍພອນໄຊ ອັນປະເສີດ ມາຍັງທ່ານຜູ້ຟັງທຸກໆ ທ່ານ, ໂຊກດີປີໃໝ່.
2023-04-15
ທະຫານພະມ້າ ໂຈມຕີທາງອາກາດ ຕໍ່ພົນລະເມືອງຂອງຕົນເອງ ເຮັດໃຫ້ມີປະຊາຊົນ ເສັຽຊີວິດປະມານ 100 ຄົນ ແລະ ບາດຈັບ 50 ຄົນ ໂດຍທີ່ຝ່າຍທະຫານພະມ້າອ້າງວ່າ ເພາະວ່າ ກຸ່ມກອງກຳລັງ ຕິດອາວຸດ ຢູ່ໃນງານພິທີເປີດຫ້ອງການ.
2023-04-14
ຊາວບ້ານ ບ້ານສີບຸນເຮືອງ ທັງໝົດ ຍິນຍອມຍົກດິນນາ ໃຫ້ບໍຣິສັດ ຈີນເຊົ່າປູກໝາກຖົ່ວເຫຼືອງ ແລະຜັກ ຍ້ອນວ່າ ພວກເຂົາເຈົ້າ ໄດ້ຄ່າຊົດເຊົ່າດິນ ແລະ ຄາອະນາໄມດິນ ຈາກ ບໍຣິສັດຈີນ ໃນລາຄາສູງ ໃນຂະນະທີ່ ລາຄາເຊົ່າດິນ ແລະ ຄ່າອະນາໄມ ຕາມລາຄາ ທົ່ວໄປຍັງຕ່ຳກວ່າ ທີ່ບໍຣິສັດຈີນໃຫ້.
2023-04-14
ກ່ອນປີໃໝ່ລາວ ລະຫວ່າງວັນທີ 11-12 ເມສາ ມີອຸບັດຕິເຫດເກີດຂຶ້ນ ໃນທົ່ວປະເທດ 70 ຄັ້ງ ມີພາຫະນະເປ່ເພ ທັງໝົດ 116 ຄັນ, ມີຄົນໄດ້ຮັ ບາດເຈັບ 122 ຄົນ ແລະ ເສັຽຊີວິດ 8 ຄົນ ເປັນຍິງ 2 ຄົນ.
2023-04-14
ໃນເວລາປະມານ 6 ໂມງແລງ ຂອງວັນທີ 13 ເມສາປີ 2023 ໄດ້ມີເຫດການໄຟໄໝ້ຕລາດ ບ້ານໂນນໄຮ ເມືອງໝື່ນ ແຂວງວຽງຈັນ ເປັນເວລາຫລາຍຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ມອດໄຟ ຈະເຂົ້າມາມອດໄດ້ ເຮັດໃຫ້ຮ້ານຄ້າ ພາຍໃນຕລາດແຫ່ງນີ້ຖືກໄຟໄໝ້ໝົດ.