ໄຟຟ້າຊ໊ອດ ເສັຽຊີວິດ 1, ບາດເຈັບ 7 ຄົນ ໃນງານປີໃໝ່ ສວັນນະເຂດ
2023.04.17
ເມື່ອເວລາ 19:00 ໂມງຂອງວັນທີ 15 ເມສາ 2023 ນີ້ໄດ້ເກີດເຫດການໄຟຟ້າຊ໊ອດ ເດັກນ້ອຍເສັຽຊີວິດ 1 ຄົນ ແລະ ບາດເຈັບອີກ 7 ຄົນຢູ່ບໍຣິເວນຫຼິ້ນປາຕີ້ໂຟມ ເນື່ອງໃນໂອາກາດງານຄອນເສີດ ປີໃໝ່ລາວຢູ່ສູນການຄ້າ ສວັນໄອເຕັກ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ໂດຍເຫດການໄຟຟ້້າດູດດັ່ງກ່າວ ເກີດຍ້ອນກະແສໄຟຟ້າ ໄດ້ຮົ່ວລົງພື້ນທີ່ປຽກນໍ້າ ຈຶ່ງເຮັດໃຫ້ກຸ່ມເດັກນ້ອຍ ດັ່ງກ່າວໄດ້ຮັບອັນຕະຣາຍ.
ດັ່ງເຈົ້າໜ້າທີ່ ໄປຊ່ອຍເຫຼືອ ຜູ້ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນໃນວັນທີ 17 ເມສານີ້ວ່າ:
“ຢຸດແລ້ວຢຸດຕັ້ງແຕ່ມື້ວານນີ້ແລ້ວ ມີເດັກນ້ອຍແນ່ຜູ້ໃຫຍ່ ແດ່ແຕ່ວ່າຖືກດູດແຮງ ແມ່ນເດັກນ້ອຍເສັຽຊີວິດ 1 ຄົນ ສາເຫດເບື້ອງຕົ້ນ ທີ່ເຮົາເຈິແມ່ນສາຍໄຟຮົ່ວ ຍັງບໍ່ທັນໄດ້ຖແລງຂ່າວເທື່ອ ຍັງລໍຄຳຖແລງ.”
ສຳລັບເດັກນ້ອຍທີ່ເສັຽຊີວິດ ຈາກເຫດການດັ່ງກ່າວ ແມ່ນເປັນເພດຍີງອາຍຸ 11 ປີ ເປັນຊາວບ້ານ ບ້ານນາທາດ ເມືອງອຸທຸມພອນ ແຂວງສວັນນະເຂດ ແລະ ເດັກນ້ອຍຜູ້ໄດ້ຮັບ ບາດເຈັບຄົນ ອື່ນໆ ແມ່ນຢູ່ໃນອາຍຸລະຫວ່າງ 5 ປີ ຫາ 13 ປີ ຊຶ່ງປັດຈຸບັນມີຣາຍງານ ວ່າຜູ້ບາດເຈັບ ສ່ວນໃຫຍ່ມີອາການປອດພັຍແລ້ວ ແລະກໍໄດ້ຮັບເງິນຊົດເຊີຍ ໃນເບື້ອງຕົ້ນຈາກຜູ້ຈັດງານ ຈຳນວນຄົນລະ 5 ລ້ານກີບໂດຍບໍ່ໃຫ້ມີການຟ້ອງຮ້ອງຕື່ມ.
ດັ່ງຊາວບ້ານ ທີ່ຮູ້ເຫັນເຫດການກ່າວວ່າ:
“ດຽວນີ້ປອດພັຍໝົດແລ້ວເນາະ ເພິ່ນມາໃຫ້ເງິນຊົດເຊີຍຜູ້ນຶ່ງ 5 ລ້ານກາເທົ່ານັ້ນແຫຼະ ຖືວ່າເພິ່ນວ່າຂໍ້ຕົກລົງບໍ່ອິຫຍັງ ບໍ່ໃຫ້ຟ້ອງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສ່ວນທາງຄອບຄົວຂອງເດັກນ້ອຍ ຜູ້ເສັຽຊີວິດນັ້ນໃນເບື້ອງຕົ້ນ ໄດ້ຮັບການຊ່ອຍເຫຼືອຄ່າຈັດງານສົບ ຈາກຜູ້ຈັດງານເປັນຈຳນວນເງິນ 30 ລ້ານກີບ ແລະໄດ້ຮັບການສເນີ ວ່າຈະຈ່າຍຄ່າຊົດເຊີຍຕື່ມອີກ 70 ລ້ານກີບເພື່ອ ບໍ່ໃຫ້ມີການຟ້ອງຮ້ອງ ແຕ່ທາງຄອບຄົວ ກໍຍັງບໍ່ທັນຮັບເອົາຂໍ້ສເນີດັ່ງກ່າວ.
ດັ່ງທ່ານກ່າວວ່າ:
“ເບື້ອງຕົ້ນນີ້ເພິ່ນຊ່ອຍເຫຼືອ ຄ່າມ້ຽນສົບນີ້ນ່າຄ່າຈັດງານສົບນີ້ແມ່ນ 30 ລ້ານແລ້ວເພິ່ນມາ ສເນີຕື່ມວ່າເພິ່ນຢາກໃຫ້ອີກ 70 ລ້ານແລ້ວຢາກໃຫ້ມັນໝົດໃຫ້ມັນແລ້ວ ເທົ່ານັ້ນເລີຍຖ້າສໍ່ານັ້ນພໍ່ແມ່ຈະເພິ່ງພາ ໃນໃສຕໍ່ໄປ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຫາບັນດາຄອບຄົວ ຂອງເດັກນ້ອຍຜູ້ທີ່ເສັຽຊີວິດ ແລະບາດເຈັບດັ່ງກ່າວ ເພື່ອຖາມຣາຍລະອຽດ ເພີ່ມຕື່ມແຕ່ທາງຄອບຄົວ ຍັງບໍ່ສະດວກທີ່ຈະໃຫ້ສັມພາດ. ໂດຍສະເພາະ ຄອບຄົວຂອງເດັກນ້ອຍ ທີ່ເສັຽຊີວິດ ຊຶ່ງຍັງຢູ່ໃນອາການໂສກເສົ້າ ຈາກການສູນເສັຽລູກສາວ.
ໃນຂະນະດຽວ ກັນວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຫາ ຫຼາຍຫ້ອງການ ຢູ່ນະຄອນໄກສອນພົມວິຫານ ທີ່ກ່ຽວຂ້ອງກັບເຣື່ອງນີ້ ແຕ່ຍັງບໍ່ມີພາກສ່ວນໃດຮັບໂທລະສັບ ເນື່ອງຈາກຍັງພັກການ ໃນໄລຍະບຸນປີໃໝ່ລາວ.
ຫຼ້າສຸດວັນທີ 17 ເມສາ ບໍຣິສັດ ຄົມປັນຍາ ເອັນເຕີເທັນເມັນ ອີເວັ້ນແອນອໍແກໄນເຊີ້ ຈຳກັດ ຊຶ່ງເປັນບໍຣິສັດ ທີ່ຮັບຜິດຊອບຈັດງານຄອນເສີດ ປີໃໝ່ລາວ 2023 ທີ່ສູນການຄ້າ ສວັນໄອເຕັກ ໄດ້ອອກຖແລງການຜ່ານສື່ສັງຄົມອ໋ອນລາຍນ໌ ວ່າ ທາງບໍຣິສັດໄດ້ສະແດງຄວາມເສັຽໃຈ ຕໍ່ຄອບຄົວຂອງຜູ້ໄດ້ຮັບຜົລກະທົບຕໍ່ເຫດການດັ່ງກ່າວ ແລະກໍໄດ້ໃຫ້ການຊ່ອຍເຫຼືອ ຕິດຕາມເບິ່ງແຍງ ແລະປີ່ນປົວຢ່າງໃກ້ຊິດພ້ອມທັງໃຫ້ເງິນຊ່ອຍເຫຼືອ ແກ່ຄອບຄົວຜູ້ເສັຽຊີວິດ ແລະ ບາດເຈັບຢ່າງເຕັມທີ່ໂດຍໄດ້ເລັ່ງ ດຳເນີນການປະສານສົມທົບກັບເຈົ້າໜ້າທີ່ອຳນາດ ການປົກຄອງແຂວງສວັນນະເຂດ ແລະຜູ້ຊ່ຽວຊານສະເພາະດ້ານ ເພື່ອກວດສອບຫາສາເຫດ ທີ່ກໍໃຫ້ເກີດເຫດການດັ່ງ່ກ່າວ.
ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດຄົມປັນຍາ ເອັນເຕີເທັນເມັ້ນ ອີເວັ້ນແອນກໍແກໄນເຊີ້ ຈຳກັດ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ໄດ້ຊີ້ແຈງວ່າ:
“ກຳລັງມີການປະຊຸມ ຫາລືກັນຢູ່ ແລະຍັງບໍ່ສາມາດ ໃຫ້ສັມພາດຕື່ມໄດ້ ແລະຫາກມີຄວາມຄືບ
ໜ້າແນວໃດ ກໍຈະມີການຊີ້ແຈງ ຜ່ານສື່ສັງຄົມອ໋ອນລາຍນ໌ ອີກເທື່ອນຶ່ງ.”
ຕໍ່ກັບເຫດການດັ່ງກ່າວນີ້ ກໍໄດ້ສ້າງຄວາມສະເທືອນໃຈ ໃຫ້ແກ່ຜູ້ເຫັນເຫດການ ແລະກໍຢ້ານອາຈເປັນອັນຕະຣາຍ ຕໍ່ລູກຫຼານຂອງພວກເຂົາເຈົ້າ ໃນຄັ້ງຕໍ່ໄປຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ທີ່ຕຣຽມຈັດງານຕ່າງໆ ໃຫ້ພາກັນເພີ່ມຄວາມລະມັດລະວັງ ຕື່ມ.
ດັ່ງຊາວບ້ານກ່າວວ່າ:
“ບໍ່ມີໃຜຢາກໃຫ້ມັນເກີດເນາະ ມັນເປັນອຸບັດຕິເຫດໂອອັນນີ້ ກາບໍ່ຮູ້ຄືກັນເພາະວ່າຍາມບຸນນີ້ ເຂົາເຈົ້າກາຫຼິ້ນຈັກຊິຫ້າມແນວໃດ ຕ້ອງໃຫ້ພວກໄຟຟ້ານ່າມາ ເຫັນສາຍແບບເຕັມຢູ່ມື້ນັ້ນ ກາໄປບໍ່ໄດ້ຫຼິ້ນດອກປາຕີ້ໂຟມຫັ້ນນ່າ.”
ຊາວບ້ານອີກນາງນຶ່ງ ກໍເຫັນວ່າໃນງານມ່ວນຊື່ນ ຕ່າງໆ ຄວນມີມາຕການຮັກສາ ຄວາມປອດພັຍ ໃຫ້ຫຼາຍກ່ວານີ້ ແລະຜູ້ປົກຄອງທີ່ພາລູກຫຼານ ໄປຫຼິ້ນພາຍໃນກໍຕ້ອງໄດ້ເບິ່ງແຍງ ລູກຫຼານຂອງຕົນເອງຫຼາຍຂຶ້ນ ເພື່ອບໍ່ໃຫ້ເກີດເຫດການເສົ້າສະລົດໃຈ ຂຶ້ນອີກ.
ດັ່ງຍານາງກ່າວວ່າ:
“ບຸດເບັຽຜູ້ໃຫຍ່ນີ້ນ່າ ແຕ່ວ່າມີລູກເອົາລູກໄປນຳແລ້ວ ມັນກາມີບ່ອນເປັນຟອງ ບ່ອນເດັກນ້ອຍຫຼິ້ນ ຜູ້ໃຫຍ່ຫຼິ້ນກາໄດ້ນ່າແຕ່ວ່າ ສ່ວນໃຫຍ່ແມ່ນເດັກນ້ອຍ ຈະຫຼີີ້ນໂຊນນັ້ນໂອອັນນີ້ ຂອ້ຍບໍ່ຮູ້ນຳປານໃດ ຂ້ອຍຢູ່ສວັນພີ້.”
ເຫດການດັ່ງກ່າວ ໄດ້ກາຍເປັນທີ່ວິພາກວິຈານ ຢ່່າງຫຼວງຫຼາຍໃນສື່ສັງຄົມອ໋ອນລາຍນ໌ ຊຶ່ງຊາວລາວຫຼາຍຄົນກໍເຫັນວ່າ ເປັນການຖືເບົາຕໍ່ມາຕການປ້ອງກັນ ອັນຕະຣາຍ ແລະຜູ້ຈັດງານຕ້ອງມີຄວາມຮັບຜິດຊອບຫຼາຍ ກ່ວານີ້ ແລະອີກຈຳນວນນຶ່ງ ກໍເຫັນວ່າກ່ອນທີ່ຈະຈັດງານໃດໆ ທີ່ໃຊ້ລະບົບໄຟຟ້າ ຈະຕ້ອງມີຜູ້ຊ່ຽວຊານ ດ້ານໄຟຟ້າມາຈັດການ ແລະອອກແບບສະຖານ ທີ່ເພື່ອຄວາມປອດພັຍ.