ຊາວບ້ານ ເຂດພາກໃຕ້ ຕິດພະຍາດ ໃບໄມ້ໃນຕັບ ສູງກວ່າເຂດອື່ນ

ພູວົງສ໌
2023.04.17
ຊາວບ້ານ ເຂດພາກໃຕ້ ຕິດພະຍາດ ໃບໄມ້ໃນຕັບ ສູງກວ່າເຂດອື່ນ ຊາວບ້ານ ກຳລັງລໍຖ້າ ການປິ່ນປົວ ທີ່ໂຮງໝໍແຫ່ງນຶ່ງ. ນະຄອນຫຼວງວຽງຈັນ ເດືອນກັນຍາ ປີ 2022.
ນັກຂ່າວ ພົລເມືອງ

ມີການຄົ້ນຄວ້າ ແລະ ການສຳຣວດ ແລ້ວພົບວ່າ ມີໂຕເລຂຜູ້ຕິດເຊື້ອພະຍາດໃບໄມ້ໃນຕັບ ເຂດພາກໃຕ້ ໃນປະເທດລາວ ມີສູງກວ່າ 50% ເມື່ອທຽບກັບເຂດພາກເໜືອ ທີ່ມີການຕິດເຊື້ອ ພຽງແຕ່ 3.1%, ອ້າງອີງຕາມບົດຄົ້ນຄວ້າ ແລະ ການສຳຣວດ ຂອງທ່ານ ດຣ. ຊົມພູ ໄຊຍະສອນ ໃນປີ 2022 ທີ່ຜ່ານມາ.

ສາເຫດຫຼັກ ຂອງພະຍາດໃບໄມ້ໃນຕັບ ມາຈາກອາຫານ ແລະ ພຶຕຕິກັມການກິນອາຫານ ໃນລັກສະນະດິບ ຫຼືສຸກໆ ດິບໆ. ພະຍາດໂຕນີ້, ຈະຢູ່ສະເພາະໃນປານ້ຳຈືດ ທີ່ມີເກັດເທົ່ານັ້ນ ເປັນຕົ້ນ ປາສູດ, ປາຂາວມົນ, ປາສ້ອຍ, ປາດອກງິ້ວ, ປາຈາກ, ປາປາກ ແລະ ປະສະອີ, ເຊິ່ງປາທັງໝົດ ທີ່ກ່າວມານີ້ ແມ່ນຊາວລາວ ໃນພາກໃຕ້ ນິຍົມນຳມາເຮັດກ້ອຍປາ, ລາບປາ, ປາແດກ, ປາສົ້ມ ຫຼືແຈ່ວ. ດັ່ງທ່ານ ດຣ. ຊົມພູ ໄຊຍະສອນ, ຫົວໜ້າຜແນກຄຸ້ມຄອງໂຄງການສາກົລ ກ່ຽວກັບສາທາຣະນະສຸຂສາຕ ເຂດຮ້ອນ, ສະຖາບັນສາທາຣະນະສຸຂສາຕ ແລະ ການແພດ ເຂດຮ້ອນ ກ່າວຕໍ່ວິທຸຍເອເຊັຽເສຣີ ໃນມື້ວັນທີ 5 ເມສາ 2023 ທີ່ຜ່ານມານັ້ນວ່າ:

“ເພາະວ່າ ຢູ່ທາງໃຕ້ ເຂົາເຈົ້າກິນປາດິບ ຂ້ອນຂ້າງຫຼາຍເນາະ ອັດຕຣາການຕິດເຊື້ອພະຍາດໃບໄມ້ໃນຕັບ, ຫັ້ນນ່າ ເຂົາເຈົ້າຕິດ 70-80% ພຸ້ນໄດ໋ ໃນກຸ່ມຜູ້ໃຫຍ່, ຕິດ 80% ຂຶ້ນໄປ. ການບໍຣິໂພກອາຫານ ທີ່ເປັນປາດິບ ອາຫານຢູ່ທາງໃຕ້ ຈະຫຼາຍກວ່າທາງພາກເໜືອ. ພາກເໜືອພວກເຮົາ ມີການຕິດເຊື້ອ ມີແຕ່ 5% ຫຼືຕ່ຳກວ່າ ໃນຫຼາຍແຂວງເນາະ.”

ທ່ານກ່າວຕື່ມວ່າ ຫຼາຍກວ່າ 90% ຂອງຜູ້ທີ່ຕິດເຊື້ອພະຍາດໃບໄມ້ໃນຕັບ ບໍ່ມີອາການໃດໆ, ແຕ່ພະຍາດໂຕນີ້ ແມ່ນເກີດມາຈາກເຊື້ອກາຝາກ ທີ່ເມື່ອເຂົ້າສູ່ຮ່າງກາຍມະນຸສແລ້ວ ສາມາດມີຊີວິຕຢູ່ໃນຮ່າງກາຍ ໄດ້ດົນເຖິງ 20 ປີ. ຫາກປ່ອຍໄປໂດຍບໍ່ໄດ້ຮັກສາ ພະຍາດໃບໄມ້ໃນຕັບ ສາມາດພັທນາ ເປັນມະເຮັງທໍ່ນ້ຳບີໄດ້, ເຊິ່ງຈາກການຄົ້ນຄວ້າ ກໍພົບວ່າ ເຂດພາກໃຕ້ ກໍມີຈຳນວນຜູ້ປ່ວຍມະເຮັງທໍ່ນ້ຳບີ ສູງກວ່າທາງເຂດພາກເໜືອເຊັ່ນກັນ.

ການກິນອາຫານດິບ ຫຼືເຄິ່ງສຸກເຄິ່ງດິບ ຢູ່ແຂວງທາງພາກໃຕ້ ຍັງມີຢູ່ຫຼາຍ ຍ້ອນພົວພັນ ກັບວັທນະທັມການກິນອາຫານດິບ ທີ່ມີມາແຕ່ດຶກດຳບັນ ບໍ່ວ່າຈະເປັນ ລາບປາ, ລາບງົວ, ລາບຄວາຍ, ປາແດກ, ປາສົ້ມ, ປາຈາວ.

ດັ່ງຊາວບ້ານ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ທ່ານນຶ່ງ ກ່າວວ່າ:

“ຢູ່ນີ້ກໍຫຼາຍເນາະ ມັນເປັນປະເພນີຂອງເຂົາເນາະ, ປະເພນີຂອງເຂົາ ແຕ່ເກົ່າແຕ່ເດີມພຸ້ນແຫຼະ. ສ່ວນຫຼາຍມັນຈະເປັນລາບ ລາບປາ, ລາບງົວ, ລາບຄວາຍ. ເຂົາຊິເຮັດກ້ອຍ ເຮັດຫຍັງ, ຫັ້ນແຫຼະ.”

ຂະນະທີ່ ເຈົ້າຂອງຮ້ານອາຫານ ຢູ່ນະຄອນປາກເຊ ແຂວງຈຳປາສັກ ກ່າວວ່າ ທີ່ຜ່ານມາ ທາງການລາວ ແລະ ອົງການອະນາມັຍໂລກ ກໍເຂົ້າມາໂຄສະນາ ເຣື່ອງການປຸງອາຫານໃຫ້ສຸກກ່ອນກິນ ແດ່ແລ້ວ, ແຕ່ກໍຍັງມີການກິນສຸກໆ ດິບໆ ກັນຫຼາຍຢູ່ ຍ້ອນຍັງພົວພັນ ກັບວິຖີຊີວິຕການກິນ, ແຕ່ສຸດທ້າຍແລ້ວ ກໍແລ້ວແຕ່ວ່າ ຜູ້ໃດກິນ ຫຼືບໍ່ກິນ ຂຶ້ນຢູ່ກັບຄວາມມັກ ຂອງແຕ່ລະຄົນ.

ດັ່ງທ່ານກ່າວວ່າ:

“ໂອ, ເຂົາກໍໂຄສະນາຢູ່ຫັ້ນແຫຼະ ຫຼັກການແພດ ຫຼັກການອະນາມັຍ, ອົງການອະນາມັຍໂລກ ປະຈຳລາວ. ກະກິນກັນຫຼາຍ ແບບຢູ່ອີສານເຮົາຫັ້ນແຫຼະ. ຊິເວົ້າພະຍາດ ມັນກໍຫຼາຍຫັ້ນແຫຼະ, ມານຳຊອຍຈຸ໊, ກິນດິບກິນຫຍັງ, ແຕ່ແບບຜູ້ກິນ ຜູ້ບໍ່ກິນ, ຫັ້ນແຫຼະ.”

ປັດຈຸບັນ, ວຽກງານ ຂອງທ່ານ ດຣ. ຊົມພູ ໄຊຍະສອນ ກໍພົວພັນຢູ່ ກັບກະຊວງສາທາຣະນະສຸຂ ນຳ ເພາະຕ້ອງມີການເຮັດສຸຂສຶກສາ ໃນຊຸມຊົນ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບທີ່ມາ ຂອງໂຣກ ແລະ ການຕິດເຊື້ອ ລວມເຖິງປະຊາສັມພັນ ໃຫ້ກິນອາຫານ ທີ່ປຸງແຕ່ງໃຫ້ສຸກດີກ່ອນ,​ ໂດຍສະເພາະອາຫານ ທີ່ມາຈາກປາ.

ທາງດ້ານເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ຢູ່ແຂວງນຶ່ງ ທາງພາກໃຕ້ ກ່າວວ່າ ປັດຈຸບັນ ຈະມີໂປສເຕີ້ປະຊາສັມພັນ ເຣື່ອງການປຸງອາຫານ ໃຫ້ສຸກກ່ອນກິນ ຢູ່ແລ້ວ, ແຕ່ບໍ່ໄດ້ເນັ້ນສະເພາະ ເຣື່ອງພະຍາດໃບໄມ້ໃນຕັບ ປານໃດ. ຈະເປັນການເວົ້າລວມ ເຖິງເຣື່ອງອື່ນໆ ເປັນຕົ້ນ ການລ້າງຜັກ ການຖ່າຍໃສ່ວິດ ແລະ ຫຼັກໂພສະນາການຕ່າງໆ.

ດັ່ງຍານາງກ່າວວ່າ:

“ເຮົາກໍໃຫ້ຄືກັນ, ແຕ່ກະບໍ່ເຖິງຂັ້ນວ່າ ບາງຄັ້ງອາຈຊິບໍ່ຄັກ ບໍ່ລະອຽດບໍ່, ຫັ້ນນ່າ. ມັນເປັນໂປສເຕີ້, ເຮົາຈະເວົ້າຕາມໂປສເຕີ້ ການປຸງແຕ່ງອາຫານ, ການກິນສຸກ, ການນຳໃຊ້ວິດຖ່າຍ, ການລ້າງຜັກ ອີ່ຫຍັງຕ່າງໆ ພຸ້ນແຫຼະ. ການນຳເອົາ ນັບແຕ່ໝວດປາ, ໝວດກຸ້ງ ຄືືເຂດພາກໃຕ້ ຂອງເຮົາ ມັນກໍຊິເປັນພວກ ອາຫານດິບເນາະ, ແຕ່ວ່າ ຢູ່ທາງເຮົານີ້ ກໍດົນແລ້ວ ທີ່ໂປສເຕີ້ ມັນບໍ່ມາ, ຫັ້ນນ່າ. ຂາດໄປດົນ.”

ຍານາງກ່າວຕື່ມວ່າ ພະຍາດໃບໄມ້ໃນຕັບ ຍັງບໍ່ມີໂປສເຕີ້ ສະເພາະ ທີ່ມີຂໍ້ມູນລົງເລິກ ຫຼາຍປານໃດ, ອາຈມີ ແຕ່ໜ້ອຍ. ສ່ວນຫຼາຍ ຈະເນັ້ນໂປສເຕີ້ໄຂ້ເລືອດອອກ, ໄຂ້ຍຸງ, ໂຄວິດ-19 ແລະ ວຽກງານແມ່ ແລະ ເດັກ ເຮັດໃຫ້ເມື່ອລົງຊຸມຊົນ ໄປເວົ້າກັບຊາວບ້ານ ເຂົາເຈົ້າກໍບໍ່ໄດ້ເວົ້າສະເພາະ ພະຍາດໃບໄມ້ໃນຕັບ ຈະເວົ້າລວມໃສ່ໂຣກອື່ນໆແທນ.

ພະຍາດໃບໄມ້ໃນຕັບ ທີ່ພົບໃນປະເທດລາວ ເກີດຈາກເຊື້ອກາຝາກ ໃບໄມ້ໃນຕັບ ຊະນິດນຶ່ງ Opisthorchis viverrini ຫຼື (O. viverrini), ເຊິ່ງສາມາດພົບໄດ້ ທັງໃນໄທຍ, ມາເລເຊັຽ, ກັມພູຊາ ແລະ ພາກໃຕ້ ຂອງວຽດນາມ, ເຊິ່ງມີການຄາດຄະເນວ່າ ຄົນລາວ ຕິດພະຍາດໃບໄມ້ໃນຕັບ ແລ້ວ ປະມານ 2.5 ລ້ານຄົນ ຫຼືປະມານ 33.3% ຂອງປະຊາກອນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.