ໄຟໄໝ້ ຕລາດບ້ານໂນນໄຮ ເມືອງໝື່ນ ຮ້ານຄ້າ ຖືກໄຟໄໝ້ໝົດ

ແຜນທີເມືອງໝື່ນ ແຂວງວຽງຈັນ.
ແຜນທີເມືອງໝື່ນ ແຂວງວຽງຈັນ. (ຮູບພາບ: OpenStreetMap contributors/Datawrapper)

0:00 / 0:00

ໃນເວລາປະມານ 6 ໂມງແລງ ຂອງວັນທີ 13 ເມສາປີ 2023 ໄດ້ມີເຫດການໄຟໄໝ້ຕລາດ ບ້ານໂນນໄຮ ເມືອງໝື່ນ ແຂວງວຽງຈັນ ເປັນເວລາຫລາຍຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ມອດໄຟ ຈະເຂົ້າມາມອດໄດ້ ເຮັດໃຫ້ຮ້ານຄ້າ ພາຍໃນຕລາດແຫ່ງນີ້ ຖືກໄຟໄໝ້ໝົດ.

ດັ່ງເຈົ້າຂອງຮ້ານຄ້ານາງນຶ່ງກ່າວຕໍ່ວິທຍຸເຊັຽເສຣີໃນວັນທີ 14 ເມສານີ້ວ່າ

“ເສັຽຫາຍຫລາຍ ຕູ້ເຢັນກໍເສັຽຫາຍ ແລ້ວກໍມີຫລາຍຢ່າງເສັຽຫາຍໝົດ ມັນບໍ່ໄດ້ເອົາຫຍັງອອກມາເລີຍ ຢູ່ດ້ານນອກ ເສັຽຫາຍຫລາຍ ບໍ່ມີຫຍັງເຫລືອເລີຍ ຢູ່ໃນຕລາດໄໝ້ໝົດ ເຄື່ອງນຸ່ງ ຂາຍເຄື່ອງກໍສ້າງ ຮ້ານຫຍັງຢູ່ຕລາດເນາະ ໄໝ້່ໝົດເລິຍ.”

ຫລັງຈາກເຫດໄຟໄໝ້ເກີດຂຶ້ນ ມີຣົຖດັບໄຟພຽງແຕ່ສອງຄັນ ເຂົ້າມາມອດໄຟ ຈຶ່ງເຮັດໃຫ້ການມອດໄຟ ມີການຊັກຊ້າບໍ່ທັນເວລາ ເຮັດໃຫ້ຮ້ານຄ້າຕ່າງໆ ໃນຕລາດຖືກໄຟໄໝ້ໝົດ ດີແຕ່ວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຍ້ອນເປັນໄລຍະເວລາຕລາດປິດ.

ເຈົ້າຂອງຮ້ານຄ້າອີກນາງນຶ່ງຢືນຢັນວ່າ ຮ້ານຄ້າຕ່າງໆໃນຕລາດຖືກໄຟໄໝ້ໝົດ ໂດຍຍັງບໍ່ຮູ້ສາເຫດວ່າເປັນຍ້ອນຫຍັງ ແຕ່ກໍມີລາຍງານວ່າ ເຈົ້າໜ້າທີ່ກ່ຽວຂ້ອງຈະລົງພື້ນທີ່ ກວດກາຄວາມເສັຽຫາຍໃນວັນທີ 14 ເມສານີ້.

ດັ່ງນາງເວົ້າວ່າ:

“ພໍ່ຄ້າແມ່ຄ້າເຄື່ອງເສັຽຫາຍຫລາຍ ອັນນັ້ນກໍບໍ່ຮູ້ສາເຫດເນາະ ແຕ່ວ່າຕລາດກໍໄໝ້ໝົດຫັ້ນແຫລະ ໜ້າຊີ່ມື້ອື່ນບໍ ເພີ່ນລົງກວດກາເນາະ ເພາະວ່າບໍ່ໄດ້ໄປເບີ່ງ ອັນນີ້ກະຮູ້ຄືກັນ ອີງຕາມເພີ່ນຊີ່ແກ້ໄຂແນວໃດ.”ຢ່າງໃດກໍຕາມ ມາຮອດຕອນເຊົ້າຂອງວັນທີ 14 ເມສາ ເຈົ້າໜ້າທີ່ຄນະສເພາະກິຈ ຢູ່ເມືອງໝື່ນກໍໄດ້ລົງພື້ນທີ່ ມາກວດກາຄວາມເສັຽຫາຍໃນຕລາດແຫ່ງນັ້ນ ເພື່ອຮີບໂຮມຂໍ້ມູນ ໄປຄົ້ນຄົ້ວ ຫາທາງແກ້ໄຂ.

ດັ່ງຜູ້ປະກອບການ ຮ້ານຄ້າຢູ່ໃກ້ ຕລາດໂນນໄຮກ່າວວ່າ:

“ຮ້ານຄ້າກະຢູຸ່ຂ້າງຕລາດ ແຕ່ວ່າບໍ່ເປັນຫຍັງ ແມ່ຄ້າທີ່ຂາຍຂອງ ຕອນເຊົ້າມານີ້ ເຂົາເຈົ້າຈະເອົາຂອງມາຂາຍຢູ່ໜ້າຕລາດເລີຍ ເພາະວ່າເຂົາກະຂາຍຢູ່ຫນ້າຕລາດ ເພາະວ່າມັນມີເດີ່ນຄິວຣົດ ຕອນນີ້ໄຟດັບແລ້ວ.”

ນາງກ່າວຕື່ມວ່າ ຈາກຊໍ້ມູນທີ່ພໍ່ຄ້າແມ່ຄ້າໂອ້ລົມກັນ ເຫດການໄຟໄໝ້ຄັ້ງນີ້ ແມ່ນເກີດຈາກໄຟຟ້າລັດວົງຈອນ ຢູ່ຮ້ານຄ້າແຫ່ງນຶ່ງ ໃນຕລາດ ແຕ່ຍັງຍັງບໍ່ສາມາດຢືນຢັນໄດ້ວ່າ ເກີດຈາກເຫດການດັ່ງກ່າວແທ້ ຫລືບໍ ຕ້ອງໄດ້ລໍຖ້າການສືບສວນຈາກທາງການກ່ອນ.

ສ່ວນຊາວບ້ານ ຜູ້ທີ່ຢູ່ໃນກ້ຕລາດໂນນໄຮ ທ່ານນຶ່ງກ່າວວ່າ ການເຂົ້າມາມອດໄຟຂອງເຈົ້າໜ້າທີ່ດັບໄຟ ຂ້ອນຂ້າງລ້າຊ້າ ແລະກໍມີຣົດດັບໄຟ ພຽງແຕ່ 2 ຄັນເທົ່ານັ້ນ ຊື່ງເປັນຣົຖ ຂນາດນ້ອຍ ບໍ່ສາມາດບັນຈຸນ້ຳໄດ້ຫລາຍ ຈຶ່ງເຮັດໃຫ້ໄຟລາມໄປທົ່ວ ທ່ານຢາກໃຫ້ທາງການແກ້ໄຂບັນຫານີ້ ໃຫ້ດີຂຶ້ນໃນອະນາຄົດ.

“ມື້ວານນີ້ໄຟໄໝ້ຕລາດປະມານ 6 ໂມງຕອນແລງນີ້ແຫລະ ເພີ່ນດັບໄດ້ນີ້ກະຢູ່ປະມານ 9 ໂມແລງ ມາ 2 ຄັນ ເປັນຣົດຄັນນ້ອຍນ່າ ເຮັດບາດຊ້າໜ້ອຍນຶ່ງ ເພາະວ່າຕອນແຣກມາຄັນດຽວເນາະ ພໍມາດັບໄດ້ພັກນຶ່ງແລ້ວ ກະເອົາອີກຄັນນຶ່ງມາຕື່ມຕາມຫລັງຊີ່ນ່າ ແຕ່ຣົດກະະເປັນຣົຖຂນາດນ້ອຍ ສີດບາດນຶ່ງກະໝົດຊີ່່ນ່າ.”

ເຖິງຢ່າງໃດກໍຕາມ ເຫດການໄຟໄມ້ຕລາດໃນລາວ ມັກເກີດຂຶ້ນເລື້ອຍໆ ເປັນຕົ້ນເມື່ອເດືຶອນສິງຫາປີ 2022 ໄດ້ເກີດເຫດໄຟໄໝ້ ຕລາດຫລັກ 8 ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ແລະກ່ອນໜ້ານັ້ນ ເມື່ອເດືອນ ມົກຣາ ປີ 2022 ກໍໄດ້ເກີດເຫດໄຟ ໄໝ້ຕລາດດາວເຮືອງ ຢູ່ເມືອງປາກເຊ ແຂວງຈຳປາສັກ ຊຶ່ງທັງສອງສາເຫດດັ່ງກ່າວນີ້ ສ້າງຄວາມຽຫາຍໃຫ້ແກ່ພໍ່ຄ້າ ຢ່າງຢ່າງໃຫຍ່ຫລວງ ແຕ່ພາກສ່ວນກ່ຽວຂ້ອງ ບໍ່ໄດ້ລາຍງານຄັກແນ່ ກ່ຽວກັບສາເຫດໄຟໄໝ້ ຄັ້ງນັ້ນເທື່ອ.