ເຣື້ອງທີ່ເກັບບັນທຶກໄວ້
2021-11-19
ທາງການລາວ ໄດ້ອອກແຈ້ງການວ່າ ບໍ່ເຫັນດີຂາຍຫຸ້ນ ທະນາຄານການຄ້າ ຕ່າງປະເທດລາວ ໃຫ້ກັບບໍຣິສັດເອກຊົນ ເພາະເຫັນວ່າ ທະນາຄານ ມີການ ເຄື່ອນໄຫວໂປ່ງໃສ ແລະ ການເງິນ ໃນຣະດັບດີ.
2021-11-18
ຊາວສວນປູກໃບຢາສູບໃນຫຼາຍພື້ນທີ່ເຫັນວ່າ ຍັງຈໍາເປັນຕ້ອງປູກໃບຢາສູບຕໍ່ໄປ ເພາະເປັນອາຊີບທີ່ເຮັດມາເວລາດົນນານແລ້ວ ຮວມທັງມີລາຍໄດ້ດີ ນໍາດ້ວຍ ແຕ່ຣັຖບານ ຢາກໃຫ້ຢຸດ ເພາະເຫັນວ່າ ເປັນພືດທີ່ບໍ່ຖາວອນ.
2021-11-18
ກອງປະຊຸມ ສມັຍສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ 9 ໄດ້ຈົບລົງແລ້ວ ຢ່າງເປັນທາງການ ໃນວັນທີ 17 ພຶສຈິກາ ນີ້, ແຕ່ສ່ວນບັນຫາ ຂອງປະຊາຊົນ ບໍ່ປະກົດວ່າ ທາງການ ມີແຜນແກ້ໄຂ ທີ່ເປັນຮູບພະທັມ.
2021-11-18
ທາງການລາວ ປະກາດໄດ້ໃນ ມື້ວັນທີ 18 ພຶສຈິການີ້ ກວດພົບຜູ້ ຕິດເຊື້ອໂຄວິດ-19 ໃໝ່ຕື່ມ 1,401 ຄົນ, ໃນນັ້ນຕິດເຊື້ອ ໃນຊຸມຊົນ 1,391 ຄົນ, ນໍາເຂົ້າ 10 ຄົນ, ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອ ສະສົມ 58,798 ຄົນ, ເສັຽຊີວິດ ທັງໝົດ 116 ຄົນ.
2021-11-18
ຊາວບ້ານ 2 ຄອບຄົວ ຮ້ອງຂໍຄວາມເປັນທັມ ເນື່ອງຈາກວ່າ ເຮືອນທີ່ເປັນມູນສືບທອດມາຕັ້ງແຕ່ບັນພະບຸຣຸດ ຖືກ ຜູ້ມີອິດທິພົລ ທ້ອງຖິ່ນ ສັ່ງລູກນ້ອງມ້າງ ແລະ ຍຶດເອົາດິນ ໂດຍຂົ່ມຂູ່ແລະປອມແປງເອກະສານສິດ.
2021-11-18
ຢາເສບຕິດ ຖືເປັນນຶ່ງໃນບັນຫາໃຫຍ່ ທີ່ເປັນພັຍຂົ່ມຂູ່ ຕໍ່ກັບສັງຄົມລາວ ເຊັ່ນເປັນຂະບວນການ ລັກລອບຄ້າຂາຍ, ຂົນສົ່ງ ແລະຮວມເຖິງຜູ້ເສບ ທີ່ມີການແຜ່ຫຼາຍ ທັງໃນເມືອງ ແລະ ເຂດຊົນນະບົດ ຫ່າງໄກສອກຫຼີກ.
2021-11-18
ພາກປະຊາສັງຄົມ ຈະເຂົ້າຮ່ວມຮັບຟັງ ແລະສເນີບັນຫາ ຜົລກະທົບ ດ້ານສິ່ງແວດລ້ວມ ແລະສັງຄົມ ກ່ຽວກັບການສ້າງເຂື່ອນ ຊະນະຄາມ ຕໍ່ກອງປະຊຸມ ປຶກສາຫາລືຂອງຜູ້ມີສ່ວນໄດ້ ສ່ວນເສັຽ ໃນທ້າຍເດືອນ ພຶສຈິກາ ນີ້.
2021-11-18
ໃນສັປດາທີ່ຜ່ານມາ ຜູ້ປະກອບການ ສວນກ້ວຍຈໍານວນຫຼາຍ ຢູ່ພາກເໜືອ ຂອງລາວ ຈໍາເປັນຕ້ອງ ແຈກໝາກກ້ວຍ ໃຫ້ຊາວບ້ານຟຣີ ຫຼືຖິ້ມ ຍ້ອນເຂົາເຈົ້າ ບໍ່ສາມາດສົ່ງອອກ ໝາກກ້ວຍດັ່ງກ່າວ ໄປຍັງປະເທດຈີນໄດ້.
2021-11-17
ທາງການລາວ ຫ້າມເຂດທີ່ມີ ການຣະບາດ ຂອງເຊື້ອໂຄວິດ-19 ເປີດການຮຽນ ການສອນ ແບບພົບໜ້າ ແຕ່ໃຫ້ເປັນແບບ ອອນລາຍນ໌ແທນ ຊຶ່ງຄາດວ່າ ຫຼາຍຄອບຄົວ ບໍ່ສາມາດ ເຂົ້າເຖິງແບບຮຽນອອນລາຍ໌ໄດ້ ເພາະຄວາມທຸກຍາກ.
2021-11-17
ຄົນງານລາວ ຈຳນວນນຶ່ງ ຕັ້ງຄວາມຫວັງວ່າ ຈະໄດ້ກັບຄືນໄປ ເຮັດວຽກ ຢູ່ປະເທດ ແຕ່ກໍບໍ່ຢາກຈ່າຍ ຄ່ານາຍ ເນື່ອງຈາກ ເປັນຈຳນວນເງີນ ຫຼາຍສົມຄວນ ດ້ວຍເຫດນີ້ ຫຼາຍຄົນ ຈຶ່ງເລືອກທີ່ຈະ ລັກເຂົ້າເມືອງແບບຜິດກົດໝາຍ.
2021-11-17
ເຫຼັກແຜ່ນ ທີ່ໃຊ້ສ້າງທາງຣົດໄຟ ຢູ່ແລວທາງຣົດໄຟ ຖືກລັກຖອດ ໃນເຂດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນມື້ວັນທີ 9 ພຶສຈິການີ້ ເພື່ອຈະເອົາໄປຂາຍ ແຕ່ຖືກເຈົ້າໜ້າທີ່ ຈັບຕົວໄດ້ກ່ອນ.
2021-11-16
ສູນກາງ ແນວລາວສ້າງຊາດ ສເນີໃຫ້ ສະພາແຫ່ງຊາດ ເພີ່ມທະວີກວດກາ ໂຄງການລົງທຶນ ຂອງຣັຖບານລາວ ເນື່ອງຈາກ ຫຼາຍໂຄງການ ໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານ ເປັນຈຳນວນຫຼາຍ ແຕ່ພັດບໍ່ໄດ້ຮັບ ການແກ້ໄຂ ໃຫ້ດີຂຶ້ນເທື່ອ.
2021-11-16
ທາງການ ແຂວງບໍ່ແກ້ວ ສົ່ງໂຕ ຜູ້ຮ້າຍຂ້າມແດນ ໃຫ້ທາງການຈີນ ພາຍຫຼັງຜູ້ກ່ຽວ ມາລີ້ຊ້ອນ ເປັນກັມມະກອນ ເຮັດວຽກ ຢູ່ ກາຊິໂນ ຄິງສ໌ໂຣມັນສ໌ ແຕ່ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບໄດ້.
2021-11-16
ທາງການລາວ ຣາຍງານ ໃນມື້ວັນທີ 16 ພຶສຈິການີ້ວ່າ ກວດພົບ ຜູ້ຕິດໂຄວິດ-19 ແລະ ເສັຽຊີວິດ ເພື່ມສູງທີ່ສຸດ ເກືອບວ່າ ທັງໝົດແມ່ນ ຕິດຢູ່ໃນຊຸມຊົນ, ນໍາເຂົ້າພຽງ 10 ປາຍຄົນ ຖືວ່າ ເປັນໂຕເລກ ສູງທີ່ສຸດ ທີ່ເຄີຍມີມາ.
2021-11-16
ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດຄັ້ງທີ 26 ໄດ້ພິຈາຣະນາ ແລະຕົກລົງ ຫຼາຍບັນຫາ ທີ່ພົວພັນກັບຄວາມຢູ່ລອດ ຂອງຊາວໂລກ ໂດຍລາວສົ່ງໂຕແທນເຂົ້າຮ່ວມ ແລະຮັບຮູ້ເຖິງພັຍຄຸກຄາມ ດ້ານສິ່ງແວດລ້ອມ.