ເກີດບັນຫາ ລັກເຫຼັກ ແລວທາງຣົດໄຟ ລາວ-ຈີນ

ຈຳປາທອງ
2021.11.17
ເກີດບັນຫາ ລັກເຫຼັກ ແລວທາງຣົດໄຟ ລາວ-ຈີນ ນັກວິສະວະກອນ ແລະ ຄົນງານກໍ່ສ້າງ ກໍພວມເລັ່ງມື ໃນການກະຕຽມວຽກງານຕ່າງໆ (TS), ເດືອນ ຕຸລາ 2021
RFA

ຊາວບ້ານລັກຖອດເຫຼັກ ຕາມແລວທາງຣົດໄຟ ລາວ-ຈີນ ເປັນບັນຫາທີ່ຍັງເກີດຂຶ້ນຢູ່ເລື້ອຍໆ ເຖິງແມ່ນຍັງເຫຼືອເວລາອີກບໍ່ຮອດ 20 ມື້ ກໍຈະມີການເປີດໃຊ້ຢ່າງເປັນທາງການ. ໃນມື້ວັນທີ 9 ພຶສຈິກາ ນີ້ ກໍມີຊາວບ້ານ 2 ຄົນ ລັກຖອດເຫຼັກແຜ່ນ ກວ້າງ 1 ແມັດ, ຍາວ 1.20 ແມັດ, ໜັກ 100 ກິໂລກຣາມ ເພື່ອໃຊ້ສ້າງທາງຣົດໄຟ ຢູ່ເຂດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ ດັ່ງເຈົ້າໜ້າທີ່ ເມືອງນາຊາຍທອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 16 ​ພຶສຈິກາ ນີ້ວ່າ:

2 ຄົນຫັ້ນຖືກຈັບ ເຂົາເອົາໄປໄວ້ເມືອງນີ້ ເຂົາຍັງດໍາເນີນຄະດີຢູ່ ເຂົາກະເອົາໄປເດ໋ ເພິ່ນກະສົ່ງພະນັກງານທະຫານເບາະ ໝວດທີ່ວ່າຍາມເສັ້ນທາງຣົດໄຟ ກະມີກຸ່ມນຶ່ງເລາະຍາມ ເລາະເບິ່ງຢູ່ຫັ້ນ ແຕ່ກໍບໍ່ມີສະພາບຫຍັງດອກ.

ເຈົ້າໜ້າທີ່ປ້ອງກັນຄວາມສງົບ ເມືອງນາຊາຍທອງ ຜູ້ຂໍສງວນຊື່ ແລະສຽງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຊາວບ້ານ 2 ຄົນ ທີ່ຖືກຈັບໄດ້ນັ້ນ ຄືທ້າວ ວັນສີ ອາຍຸ 34 ປີ ແລະທ້າວ ເຕດ ອາຍຸ 26 ປີ. ທັງ 2 ເປັນຄົນງານ ຢູ່ບ້ານສີສະຫວາດ ເມືອງນາຊາຍທອງ. ພວກກ່ຽວຮັບສາຣະພາບວ່າ ພະຍາຍາມລັກເອົາເຫຼັກທາງຣົດໄຟ ໄປຂາຍ, ແຕ່ໃນຂະນະທີ່ກໍາລັງເຄື່ອນຍ້າຍ ເຫຼັກຢູ່ນັ້ນຖືກເຈົ້າໜ້າທີ່ປ້ອງກັນ ເສັ້ນທາງຣົດໄຟຈັບໄດ້ ແລະຂະນະນີ້ ກໍາລັງຢູ່ໃນລະຫວ່າງການສອບສວນ, ຍັງບໍ່ສາມາດໃຫ້ຣາຍລະອຽດຫຼາຍໄປກວ່ານີ້ໄດ້.

ເຈົ້າໜ້າທີ່ບໍຣິສັດທາງຣົດໄຟລາວ-ຈີນຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ວຽກງານຮັກສາຄວາມປອດພັຍ ຕາມແລວທາງຣົດໄຟລາວ-ຈີນນີ້ ທາງບໍຣິສັດກໍມີເຈົ້າໜ້າທີ່ສະເພາະ ເປັນຜູ້ຮັບຜິດຊອບໂດຍກົງຢູ່ແລ້ວ ເພື່ອຮັບປະກັນຄວາມປອດພັຍໃນການເດີນ ຣົດໄຟໃນຂັ້ນຕໍ່ໄປ:

ລັກເຫລັກລັກສາຍໄຟນີ້ມີຕລອດ ມັນກະມີຫຼາຍຈຸດຫັ້ນແຫຼະເນາະ ກະມີຫຼາຍພາກສ່ວນເນາະຮັບຜິດຊອບ ຕ່າງກັນ ບໍ່ແມ່ນຮັບຜິດຊອບພາກສ່ວນນີ້ນ່າ.

ກ່ຽວກັບການລັກເຫລັກ ລັກສາຍໄຟ ຕາມແລວທາງຣົດໄຟລາວ-ຈີນນີ້ ປະຊາຊົນລາວຫຼາຍຄົນ ທີ່ມີແຜນຈະໃຊ້ການບໍຣິການຣົດໄຟ ເພື່ອເດີນທາງໄປແຂວງຕ່າງໆນັ້ນ ກໍມີຄວາມກັງວົນ ໃນເຣື່ອງຄວາມປອດພັຍຢູ່ພໍສົມຄວນ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງປ້ອງກັນບັນຫາດັ່ງກ່າວໃຫ້ໄດ້ ກ່ອນຈະເປີດໃຊ້ ດັ່ງຊາວລາຜູ້ນຶ່ງເວົ້າວ່າ:

ບໍ່ແນ່ໃຈເທື່ອເນາະ ໄດ້ຍິນຢູ່ວ່າມີໂຈນມີຫຍັງໄປລັກສາຍໄຟເນາະ ລັກເຫລັກ ເພິ່ນກະມີມາຕການປ້ອງກັນຢູ່ເດ໋ ເພິ່ນກະຈັບໄດ້ຢູ່ເນາະ.

ຄົນລາວອີກຜູ້ນຶ່ງກໍເວົ້າວ່າ ຫລັງເກີດເຫດການບໍ່ດີກັບແລວທາງຣົດໄຟຢູ່ເລື້ອຍ ຊາວບ້ານຫຼາຍຄົນ ກໍ່ເຫັນທະຫານເພີ່ມກໍາລັງເວນຍາມ ແລະລາຕເວນຕາມແລວທາງນັ້ນຫຼາຍຂຶ້ນ ເພື່ອຮັບປະກັນດ້ານຄວາມປອດພັຍ ແລະສະກັດກັ້ນບໍ່ໃຫ້ເກີດເຫດລັກຖອດເຫຼັກທາງຣົດໄຟ ແລະລັກຕັດສາຍໄຟຟ້າຕື່ມອີກ:

ດຽວນີ້ເພິ່ນກໍເພີ່ມຈໍານວນທະຫານຂຶ້ນໃດ໋ ເພາະວ່າຫວ່າງນຶ່ງນີ້ເຂົາເຮັດ ເຂົາກະບໍ່ໄດ້ ເພິ່ນຈໍານວນທະຫານເນາະ ແລ້ວບາດນີ້ ເພິ່ນກະເພີ່ມທະຫານຂຶ້ນນໍາລາງຣົດໄຟຫຼາຍ ທະຫານຍາມແຕ່ລະຈຸດໆເດ໋ ດຽວນີ້ເພິ່ນກະເພີ່ມຄວາມປອດພັຍ.

ຊາວລາວອີກຜູ້ນຶ່ງ ກໍຮູ້ສຶກຢ້ານ ແລະກັງວົນ ຍ້ອນໄດ້ຍິນຂ່າວເກີດເຫດນັ້ນຂຶ້ນຫຼາຍເທື່ອແລ້ວ, ແຕ່ກໍເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງຈະສາມາດແກ້ບັນຫາໄດ້ ແລະຄຸ້ມຄອງຄວາມປອດພັຍ ຂອງການເດີນຣົດໄຟໄດ້.

ກະຫາກຢ້ານຢູ່ ຄືວ່າໄດ້ຍິນຜ່ານມາວ່າໄດ້ລັກ 5 ເທື່ອນີ້ແລ້ວເບາະ ແຕ່ວ່ານ່າຈະມີວິທີການປ້ອງກັນໃນອະນາຄົດເນາະ ບາງທີເຂົາອາຈມີທະຫານເບາະ ແມ່ນຫຍັງໄປຍາມປ້ອງກັນ ບໍ່ໃຫ້ຄົນໄປລັກ.

ກ່ອນໜ້ານີ້ ຄືໃນມື້ວັນທີ 17 ກັນຍາ ທີ່ຜ່ານມາ ມີຊາວບ້ານຄົນນຶ່ງ ອາຍຸ 27 ປີ ເສັຽຊີວິດຢູ່ເສັ້ນທາງຣົດໄຟລາວ-ຈີນ ໃນເຂດບ້ານແຈ້ງສວ່າງ ຫາບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຍ້ອນພະຍາຍາມລັກຕັດສາຍໄຟຟ້າ ຂອງໂຄງການທາງຣົດໄຟ, ແຕ່ຖືກໄຟຟ້າຊັອດ ແລະໃນມື້ວັນທີ 23 ຕຸລາ ທີ່ຜ່ານມາ ກໍມີຄົນລັກຕັດສາຍໄຟຟ້າ ຕາມແລວທາງຣົດໄຟ 8 ຈຸດ ໃນໄລຍະທາງ 350 ແມັດ ຢູ່ເຂດເມືອງໄຊ ແຂວງອຸ ດົມໄຊ ຄືເປັນເທື່ອທີ 5 ທີ່ມີການລັກຕັດສາຍໄຟຟ້າ ຢູ່ຈຸດດັ່ງກ່າວໃນປີນີ້.

ມາຮອດມື້ນີ້ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ຂຸ້ນຂ້ຽວວຽກງານດ້ານຕ່າງໆ ເປັນຕົ້ນ ວຽກພິທີການ, ວຽກຖ່າຍທອດສົດ, ວຽກງານທາງສາສນາ ແລະອື່ນໆ ທີ່ຈະໄດ້ຈັດຂຶ້ນໃນມື້ວັນທີ 2 ທັນວາ ທີ່ຈະມາເຖິງນີ້ ກ່ອນທີ່ຈະເປີດໃຊ້ທາງຣົດໄຟ ລາວ-ຈີນ ຢ່າງເປັນທາງການໃນມື້ ວັນທີ 3 ທັນວາ ຊຶ່ງທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ພ້ອມດ້ວຍ ຄະນະເຈົ້າໜ້າທີ່ອາວຸໂສ ຂອງຣັຖບານ ຈະຮ່ວມໂດຍສານໃນການແລ່ນຣົດໄຟ ລາວ-ຈີນ ຖ້ຽວປະຖົມເລີກນີ້, ອີງຕາມການຣາຍງານຂອງໜັງສືພິມວຽງຈັນທາຍມ ວັນທີ 16 ພຶສຈິການີີ້. ທາງຣົດໄຟລາວ-ຈີນ ມີຄວາມຍາວ 422 ກິໂລແມັດ, ມູນຄ່າການກໍ່ສ້າງ 5.9 ຕື້ໂດລາຣ໌ສະຫະຣັຖ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.