ຄົນລາວ ຫຼາຍຄົນ ຍັງລໍຖ້າ ໄປເຮັດວຽກ ຢູ່ໄທຍ

ອຸ່ນແກ້ວ
2021.11.17
ຄົນລາວ ຫຼາຍຄົນ ຍັງລໍຖ້າ ໄປເຮັດວຽກ ຢູ່ໄທຍ ຄົນງານລາວ ທີ່ເຮັດວຽກຢູ່ເຮືອ ປະມົງ ໃນຕ່າງປະເທດ (ມາເລເຊັຽ), ວັນທີ 3 ພຶສຈິກາ 2021
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ຄົນລາວຈໍານວນຫຼາຍ ຍັງລໍຖ້າໄປເຮັດວຽກທີ່ປະເທດໄທຍ ຖ້າຫາກທາງການໄທຍ ເປີດໃຫ້ຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ອີກຄັ້ງ.​ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ພຶສຈິີກາ ວ່າ:

ຢາກໄປເຮັດວຽກຢູ່ໄທຍ ເພາະວ່າ ເງິນເດືອນຢູ່ໄທຍ ເອົາສູງມາຢູ່ລາວຊອກວຽກຍາກ ຄ່າແຮງງງານຕໍ່າໂພດ ເດືອນນຶ່ງກໍ 1 ລ້ານກີບ ໄປຢູ່ໂນ້ນກໍປະມານ 10,000 ບາດ ຫຼືວ່າ 20,000 ບາດ ຢາກໃຫ້ມີການຊ່ວຍເຫຼືອແບບວ່າ ຊ່ວຍອອກຄ່າເດີນທາງໃຫ້ແດ່ ແບບວ່າ ລາວມາໄທຍ.

ຄົນງານລາວຫຼາຍຄົນ ຕ້ອງການຢາກໄປເຮັດວຽກຢູ່ປະເທດໄທຍ ແຕ່ ກໍບໍ່ສາມາດໄປໄດ້ ຍ້ອນວ່າ ຕ້ອງເສັຽຄ່ານາຍໜ້າ ແລະເສັຽຄ່າເອກສານແພງ. ຊາວນະຄອນຫຼວງພຣະບາງ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 15 ພຶສຈິກາ ວ່າ:​

ຄົນລາວເຮົາລໍຖ້າແບບຢາກກັບໄປເຮັດວຽກຢູ່ທີ່ປະເທດໄທຍ ມັນກໍເສັຽຄ່ານາຍໜ້າປະມານບໍ່ຕໍ່າກວ່າ 30,000 ບາດ ແລ້ວຄິດສະເລ່ຍແບບພາສປອດ MOU ເຂົ້າໄປໃນບໍຣິສັດ ແລ້ວເຂົາຈະໃຫ້ເສັຽປະກັນສັງຄົມ ແລ້ວ ຕັດຄ່ານາຍໜ້າເຂົ້າປະເທດໄທຍ ນາຍໜ້າໄປຮັບ ເໝືອນແບບນາຍໜ້າຂາຍແຮງໃຫ້ກັບນາຍຈ້າງ ແລ້ວເຂົາກໍຈະຮັບເງິນຈາກນາຍຈ້າງມາຜູ້ນຶ່ງນ່າ 18,000 ບາດ.”

ໃນກາງເດືອນ ພຶສຈິກາ ທີ່ຜ່ານມາ ຄະນະກັມການ ບໍຣິຫານສະຖານະການ ແຜ່ຣະບາດຂອງໂຄວິດ-19 ໃນໄທຍ ມີມະຕິໃຫ້ນາຍຈ້າງ ສາມາດນໍາເຂົ້າຄົນງານຈາກປະເທດລາວ, ພະມ້າ ແລະ ກັມພູຊາ ໄດ້ ຕາມບົດບັນທຶກຄວາມເຂົ້າໃຈສະບັບພິເສດ ເພື່ອແກ້ໄຂການຂາດແຄນຄົນງານໃນປະເທດໄທຍ ແລະ ກະຊວງແຮງງານຂອງໄທຍ ມີແຜນການຈະອະນຸຍາດໃຫ້ນາຍຈ້າງໄທຍ ເອົາຄົນງານເຂົ້າມາໃນເດືອນທັນວາ 2021 ເປັນຕົ້ນໄປ. ປັດຈຸບັນ ທາງການໄທຍ ໄດ້ກະກຽມ ວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ຄົນງານຕ່າງຊາດ ທີ່ຍັງບໍ່ທັນໄດ້ສັກວັກຊີນຈໍານວນ 4 ແສນໂດສ. ທ່ານ ສຸຊາດ ຊົມກິີ່ນ ຣັຖມົນຕຣີກະຊວງແຮງງານງານຂອງໄທຍ ໄດ້ກ່າວວ່າ:  

ພີ່ນ້ອງຄົນໄທຍ ໄດ້ຮັບວັກຊີນກັນແລ້ວ ແລະ ຍັງມີພຽງພໍ ທີ່ຈະຈັດໄວ້ສໍາລັບ MOU ແຮງງານຕ່າງດ້າວທີ່ຈະເຂົ້າມາອີກ 4 ແສນໂດສ ຄັນວ່າຂາດເຂີນກໍເຕີມກັນໄດ້ ຈຶ່ງຈະເກີດຄວາມເຊື່ອໝັ້ນ ບໍ່ແມ່ນວ່າ ນໍາເຂົ້າແຮງງານຕ່າງດ້າວ ເຂົ້າມາແລ້ວ ນໍາເຊື້ອໂຄວິດ-19 ມາຣະບາດໃນປະເທດ ກໍຈະເກີດບັນຫາຕາມມາ.

ທ່ານ ກ່າວຕື່ມວ່າ ກະຊວງແຮງງານຂອງໄທຍ ຈະເປີດຈຸດບໍຣິສການຮັບຄົນງານຂ້າມຊາດ 5 ແຫ່ງ ຄື ບໍລິເວນຊາຍແດນ ລາວ-ໄທຍ 2 ແຫ່ງ ທີ່ແຂວງໜອງຄາຍ ແລະ ແຂວງມຸກດາຫານ, ບໍລິເວນຊາຍແດນໄທຍ-ພະມ້າ ທີ່ແຂວງຣະນອງ ແລະ ເມືອງແມ່ສອດ ແຂວງຊຽງຮາຍ, ແລະ ບໍລະເວນ ຊາຍແດນໄທຍ-ກັມພູຊາ 1 ແຫ່ງ ທີ່ແຂວງສະແກ້ວ.​

ສໍາລັບຄ່າໃຊ້ຈ່າຍຕ່າງໆ ທີ່ກ່ຽວ ພັນກັບການນໍາເຂົ້າຄົນງານນັ້ນ ຢູ່ປະມານ 10,000 – 27,000 ບາດ ຕໍ່ຄົນ ໂດຍທາງນາຍຈ້າງ ແລະ ລູກຈ້າງ ຈະຕ້ອງຊ່ວຍຮັບຜິດຊອບ. ເຈົ້າໜ້າທີ່ ກະຊວງແຮງງານຂອງໄທຍ ທ່ານນຶ່ງ ໄດ້ກ່າວຕໍ່ວ່າ:

ສ່ວນຂອງຄົນງານ ກໍເປັນຄ່າໃຊ້ຈ່າຍໃນການກຽມຕົວຈາກບ້ານໂຕເອງມາ ກໍຕ້ອງມີພາສປອດ ຕ້ອງມີການສມັກສອບຄັດເລືອກໃນທີ່ບ້ານໂຕ້້ເອງ ແລ້ວ ກໍຕ້ອງດໍາເນີນການໃຫ້ໄດ້ມາ ຊຶ່ງປາສປອດ ກໍການດໍາເນີນການພາຍໃນປະເທດໂຕເອງກ່ອນ ສ່ວນນາຍຈ້າງໄທຍ ເຂົາກໍຮັບຜິດຊອບເຣື່ອງໃບອະນຸຍາດເຮັດວຽກ ຄ່າກັກໂຕ ຄ່າອີ່ຫຍັງແນວນີ້.”

ເຖິງວ່າ ຈະມີຂະບວນການນໍາເຂົ້າຄົນງານຢ່າງຖືກກົດໝາຍ ແຕ່ ກໍບໍ່ສາມາດແກ້ໄຂບັນຫາແຮງງານລັກລອບເຂົ້າປະເທດໄທຍໄດ້ ຍ້ອນວ່າ ຄົນງານບາງຄົນ ກໍບໍ່ມີເງິນຈ່າຍຄ່າເອກສານ. ຍານາງ ຄໍຣິເຍາະ ມານຸແຊ ທະນາຍຄວາມ ແລະ ຜູ້ປະສານງານເຄືອຂ່າຍປະຊາກອນຂ້າມຊາດ ຫຼື Migrant Working Group ໄດ້ກ່າວວ່າ:

(Thai) ຄ່າໃຊ້ຈ່າຍໃນການຊອກຫາວຽກ ໃນການນໍາແຮງງານເຂົ້າມາເຮັດວຽກໃນປະເທດໄທຍ ເປັນຄ່າໃຊ້ຈ່າຍສູງຫຼາຍ ທັງຈາກປະເທດຕົ້ນທາງ ແລະ ທັງປະທດໄທຍ ເຖິງແມ່ນວ່າ ຈະນໍາເຂົ້າແບບຖືກກົດໝາຍ ແຕ່ຖ້າບໍ່ມີການແກ້ບັນຫາເຣື່ອງຄ່າໃຊ້ຈ່່າຍ, ກໍຍັງຈະມີການລັກລອບເຂົ້າເມືອງ ຫຼືວ່າ ແຮງງານຂ້າມຊາດທີ່ຍັງຄົງເຮັດວຽກແບບຜິດກົດໝາຍຢູ່ໄທຍ.

ທາງການລາວແນະນໍາຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ໃຫ້ຖືກຕ້ອງຕາມກົດໝາຍ. ເຈົ້າໜ້າທີ່ກະຊວງແຮງງານ ແລະສວັສດິການສັງຄົນ ໄດ້ກ່າວວ່າ:

ສູນກັກກັນແຮງງານ ເຮົາກໍມີກຽວກັບຫຼັກການ ການໄປແບບຖືກຕ້ອງ ໄປແບບບໍ່ຖືກຕ້ອງ ຫັ້ນນ່າ ໄປຖືກຕ້ອງກໍມີເອີ້ນວ່າ ໄປຍັງບໍຣິສັດຈັດຫາງານເນາະນໍາສົ່ງໄປບໍ່ຖືກຕ້ອງກໍຄືການລັກລອບ ເຮົາຍັງບໍ່ທັນເປີດດ່ານເນາະ ກໍມີແຕ່ວ່າ ເຂົາຫັ້ນແຫຼະ ກໍຄື ໃຊ້ພາສປອດ ທ່ອງທ່ຽວຫັ້ນໄປ.

ທາງການໄທຍ ໄດ້ຣາຍງານວ່າ ນັບແຕ່ທ້າຍ ເດືອນ ຕຸລາ ເຈົ້າໜ້າທີ່ໄທຍ ສາມາດຈັບໂຕ ຄົນງານຈາກພະມ້າ, ກັມພູຊາ, ລາວ, ຈີນ ແລະ ອິນເດັຽ ທີ່ລັກລອບເຂົ້າໄທຍ ແບບບໍ່ຖືກຕ້ອງ ມີຈໍານວນ 3,000 ຄົນ ໃນນັ້ນມີຄົນ ພະມ້າ ແລະ ກັມພູຊາ ຫຼາຍກວ່າໝູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.