ຣັຖບານ ປະຕິເສດ ການຂໍຊື້ຫຸ້ນ ຂອງເອກຊົນ

ສຸພັດຕາ
2021.11.19
ຣັຖບານ ປະຕິເສດ ການຂໍຊື້ຫຸ້ນ ຂອງເອກຊົນ ຫ້ອງວ່າການຣັຖບານ, ວັນທີ 16 ເດືອນ ກັນຍາ 2014
ນັກຂ່າວ ພົລເມືອງ

ພາຍຫຼັງທີ່ບໍຣິສັດ ພູສີ ກຣູ໊ບ ຈໍາກັດ ທີ່ເປັນບໍຣິສັດເອກຊົນຂນາດໃຫຍ່ ຂອງຄົນລາວ ໄດ້ສເນີຊື້ຫຸ້ນ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຈໍານວນ 51% ທີ່ກະຊວງການເງິນຖືຄອງຢູ່ ເມື່ອວັນທີ່ 2 ພຶສຈິກາ 2021 ທີ່ຜ່ານມາ. ຫຼ້າສຸດນີ້ ໃນມື້ວັນທີ່ 17 ພຶສຈິກາ 2021 ຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການວ່າ ບໍ່ເຫັນດີຂາຍຫຸ້ນຂອງຣັຖບານ ໃນທະນາຄານການຄ້າຕ່າງປະເທດລາວ ໃຫ້ກັບບໍຣິສັດເອກຊົນ, ດັ່ງເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 18 ພຶສຈິກາ ນີ້ວ່າ:

“ເພິ່ນບໍ່ພິຈາຣະນາ ວ່າຊິຂາຍຫຸ້ນ ຂອງຣັຖບານອອກ 51% ແຕ່ວ່າສົ່ງຄວາມເຫັນຫານາຍົກ ບໍ່ທັນໄດ້ອະນຸຍາດໄດ້ ແລ້ວບາດນີ້ ຄວາມເຫັນຂອງນາຍົກອອກມາວ່າ ບໍ່ເຫັນດີ.”

ສາເຫດ ທີ່ຣັຖບານລາວ ບໍ່ເຫັນດີຂາຍຫຸ້ນຂອງຣັຖບານ ໃນທະນາຄານການ ຄ້າຕ່າງປະເທດລາວນັ້ນ ຍ້ອນວ່າ ອີງຕາມການຄົົ້ນຄວ້າຂອງກະຊວງການເງິນ ແລະທະນາຄານແຫ່ງຊາດລາວ ເຫັນວ່າ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ເປັນທະນາຄານທີ່ຈົດທະບຽນໃນຕລາດຫຼັກຊັບ ທີ່ມີການເຄື່ອນໄຫຼວ ຢ່າງໂປ່ງໃສ ແລະມີສະພາບຄ່ອງ ທາງດ້ານການເງິນໃນຣະດັບດີ. ສະນັ້ນ ຈຶ່ງບໍ່ເຫັນດີຂາຍຫຸ້ນຂອງຣັຖບານລາວໃນທະນາຄານດັ່ງກ່າວ ໃຫ້ກັບພາກສ່ວນອື່ນໆ ແລະມອບໝາຍໃຫ້ກະຊວງການເງິນ ສົມທົບກັບທະນາຄານແຫ່ງຊາດລາວ ສືບຕໍ່ພັທນາການດໍາເນີນທຸຣະກິຈ ຂອງທະນາຄານການຄ້າຕ່າງປະເທດລາວ ໃຫ້ມີຄວາມເຂັ້ມແຂງ. ນອກຈາກນີ້ ຍັງມອບໃຫ້ກະຊວງການເງິນ ໃນນາມຜູ້ຖືຫຸ້ນຂອງຣັຖບານ ຕາງໜ້າທະນາຄານການຄ້າ ຕ່າງປະເທດລາວ ແຈ້ງຕອບ ໃຫ້ບໍຣິສັດ ພູສີ ກຣູ໊ບ ຈໍາກັດ ຮັບຊາບ ຕາມທີ່ກ່າວມາຂ້າງເທິງນີ້. ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ພຍາຍາມຕິດຕໍ່ໄປບໍຣິສັດ ພູສີ ກຣູ໊ບ ຈໍາກັດ ຫຼາຍເທື່ອ ເພື່ອສອບຖາມລາຍລະອຽດ ໃນການສເນີຂໍຊື້ຫຸ້ນຂອງຣັຖບານ ໃນທະນາຄານການຄ້າຕ່າງປະເທດລາວ ແລະທ່າທີຂອງບໍຣິສັດ ຫຼັງຈາກທີ່ຣັຖບານລາວ ປະຕິເສດ ຄຳສເນີຂໍຊື້ຫຸ້ນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ຂະນະທີ່ ລູກຄ້າ ຂອງທະນາຄານການຄ້າ ຕ່າງປະເທດລາວ ຈໍານວນນຶ່ງກໍເຫັນວ່າ ຫຼັງຈາກຣັຖບານລາວບໍ່ເຫັນດີ ທີ່ຈະຂາຍຫຸ້ນ ໃຫ້ກັບບໍຣິສັດ ພູສີ ກຣູ໊ບ ຈໍາກັດ ກໍເຮັດໃຫ້ໝັ້ນໃຈ ໃນສະຖານະພາບ ການເງິນຂອງໂຕເອງ ທີ່ນໍາໄປຝາກໄວ້ກັບທະນາຄານ ດັ່ງກ່າວ ເພາະຖ້າຫາກຂາຍຫຸ້ນ ໃຫ້ກັບບໍຣິສັດເອກຊົນ ເຂົ້າມາບໍຣິຫານ ກໍມີຄວາມກັງວົນວ່າ ຈະບໍຣິຫານຈັດການບໍ່ດີ ແລະເຮັດໃຫ້ທະນາຄານຂາດທຶນ ເປັນຈໍານວນຫຼາຍ, ດັ່ງຊາວລາວຜູ້ນຶ່ງ ທີ່ເປັນລູກຄ້າ ຂອງທະນາຄານການຄ້າ ຕ່າງປະເທດລາວ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຫຼາຍຄົນເຂົາກະຢ້ານກັນ ເພາະວ່າສ່ວນຫຼາຍ ຄົນລາວເຮົາ ຝາກເງິນຢູ່ທະນາຄານ ການຄ້າຫຼາຍເດ້ ເອື້ອຍກະມີໃນຫັ້ນຄືກັນ ສົມມຸດວ່າ ເພິ່ນຂາຍອອກໝົດ ເພິ່ນບໍ່ເຂົ້າມາເບິ່ງ ສົມມຸດ ພູສີ ມາເຮັດຂາດທຶນນີ້ກະຕາຍເລີຍ ປະຊາຊົນນີ້ຕາຍທັງປະເທດໂລດ ຖືວ່າທະນາຄານການຄ້າ ຕ່າງປະເທດນີ້ ອັນດັບ 1 ແຫຼະ.”

ລູກຄ້າຂອງທະນາຄານການຄ້າ ຕ່າງປະເທດລາວ ອີກຜູ້ນຶ່ງ ກ່າວວ່າ ເຫັນດີນໍາຣັຖບານລາວ ທີ່ບໍ່ຂາຍຫຸ້ນ ໃນທະນາຄານການຄ້າ ຕ່າງປະເທດລາວ ໃຫ້ກັບບໍຣິສັດເອກຊົນ ຍ້ອນບໍ່ເຄີຍໄດ້ຍິນຊື່ສຽງ ຂອງບໍຣິສັດເອກຊົນດັ່ງກ່າວມາກ່ອນ ແລະອາຈນໍາພາໃຫ້ທະນາຄານການຄ້າ ຕ່າງປະເທດລາວ ຫຼຸບທຶນກໍເປັນໄປໄດ້ ສ່ວນສະຖານະການ ໃນປັດຈຸບັນ ກໍຍັງສາມາດຝາກ ແລະຖອນເງິນ ໄດ້ຕາມປົກກະຕິ, ດັ່ງຊາວລາວຜູ້ນຶ່ງ ທີ່ເປັນລູກຄ້າ ຂອງທະນາຄານການຄ້າ ຕ່າງປະເທດລາວ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຕ່ມັນຊື້ຫຼາຍໄປ 50 ປາຍເປີເຊັນ ຄັນມັນເຈ໊ງແລ້ວເຈ໊ງໄປເລີຍ ບໍ່ໄດ້ຫຍັງຄືນ ກະບໍ່ເປັນຫຍັງ ບໍ່ໄດ້ມີບັນຫາຫຍັງ ໃສ່ບັນຊີປົກກະຕິ ກະບໍ່ເຫັນວ່າເຂົາປິດເຂົາຖອກຫຍັງ.”

ທາງດ້ານນັກວິຊາການ ດ້ານເງິນ-ການທະນາຄານ ມະຫາວິທຍາລັຍແຫ່ງຊາດ ໃຫ້ຄວາມຄິດເຫັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງການຊື້-ຂາຍຫຸ້ນ ຂອງຣັຖບານ ໃນທະນາຄານການຄ້າ ຕ່າງປະເທດລາວ ກໍມີທັງຜູ້ເຫັນດີ ແລະບໍ່ເຫັນດີ ແຕ່ສຸດທ້າຍແລ້ວ ການພິຈາຣະນາ ຂອງຣັຖບານລາວ ທີ່ວ່າບໍ່ເຫັນດີ ທີ່ຈະຂາຍຫຸ້ນໃຫ້ກັບ ບໍຣິສັດເອກຊົນ ເຊິ່ງສະແດງໃຫ້ເຫັນວ່າ ຣັຖບານລາວກໍຮັບຮູ້ເຖິງຜົລກະທົບທີ່ຈະຕາມມາ ເປັນຕົ້ນ ຄວາມເຊື່ອໝັ້ນຂອງລູກຄ້າ ທັງພາຍໃນແລະຕ່າງປະເທດ, ຄວາມໝັ້ນຄົງ ຂອງການບໍຣິຫານ ອາຈບໍ່ສອດຄ່ອງກັບນະໂຍບາຍ ແລະ ຣັຖບານ ອາຈເສັຽຜົນປໂຍດ ເປັນຈໍານວນຫຼາຍ, ດັ່ງທ່ານກ່າວວ່າ:

“ກະມີປະຊາຊົນຈໍານວນນຶ່ງ ກະເຫັນດີເນາະ ວ່າຖ້າເອກຊົນເຂົ້າໄປບໍຣິຫານຄຸ້ມຄອງ ບາງທີການບໍຣິການອາຈດີຂຶ້ນ ບາງຄົນກະວ່າ ຄັນໄປແລ້ວຈະມີບັນຫາຫຍັງບໍ່ ເພາະວ່າດິວໃໝ່ ໃຫ້ກະບໍ່ເຄີຍເຫດການແບບນີ້ ຖ້າມີຜົລກະທົບຕໍ່ປະຊາຊົນໝູ່ຫຼາຍຫັ້ນນ່າ ຣັຖກະຕິອງຄວບຄຸມເນາະ ແຕ່ວ່າ ມັນບໍ່ເໝາະສົມຫັ້ນນ່າ ຫຼືວ່າ ມີຜົລກະທົບທາງລົບ ຫຼາຍກວ່າບວກຫັ້ນນ່າ.”

ບໍຣິສັດພູສີ ກຣູ໊ບ ຈໍາກັດ ແມ່ນເປັນ ບໍຣິສັດ ເອກຊົນລາວຂນາດໃຫຍ່ ໂດຍມີທ່ານສີທອງ ພົມມະຈິດ ເປັນປະທານກຸ່ມບໍຣິສັດ ໂດຍດໍາເນີນທຸຣະກິຈຄົບວົງຈອນ ເປັນຕົ້ນ ທຸຣະກິຈ ກໍ່ສ້າງຂົວທາງ, ທຸຣະກິຈ ຂຸດຄົ້ນແຮ່ທາດຕ່າງໆ, ທຸຣະກິຈ ພະລັງງານໄຟຟ້າ ແລະ ເຂດເສຖກິຈພິເສດ ຫຼວງພຣະບາງ ປັດຈຸບັນ ບໍຣິສັດດັ່ງກ່າວ ມີເງິນທຶນ ແລະໜີ້ສິນ ຮວມທັງໝົດ 620,295 ລ້ານກີບ.

ສໍາລັບທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ແມ່ນກໍຕັ້ງຂຶ້ນມາແຕ່ປີ 1975 ພາຍໃຕ້ການຄຸມຄອງຂອງກະຊວງການເງິນ ແລະທະນາຄານແຫ່ງຊາດລາວ ແລະເປັນທະນາຄານ ແຫ່ງດຽວໃນປະເທດລາວ ທີ່ສາມາດດໍາເນີນ ທຸຣະກິຈກັບສາກົລ ຫຼື International Banking ແລະກໍຍັງໄດ້ຖືກມອບໝາຍ ໃຫ້ ດໍາເນີນການຄຸ້ມຄອງ ບັນດາເງິນຊ່ອຍເຫຼືອລ້າ ແລະເງິນກູ້ຢືມຕ່າງໆ ຈາກຕ່າງປະເທດ ແລະອົງການຈັດຕັ້ງສາກົລ ທີ່ໄດ້ມອບໃຫ້ແກ່ຣັຖບານລາວ.

ປັດຈຸບັນ ມີຜູ້ຖືຫຸ້ນ ຈໍານວນ ສ່ວນ ຄື ກະຊວງການເງິນ 60%, ກຸ່ມນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ກວມເອົາ 30% ແລະຄູ່ຮ່ວມຍຸທສາດ ຫຼື Compagnie Financière ະເທດຝຣັ່ງເສດ ອີກ 10%.

ສ່ວນສະຖານະການ ການເງິນຂອງທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ອີງຕາມເອກສານຣາຍງານການເງິນ ໄຕຣມາດ ທີ່ 3 ວັນທີ່ 30 ເດືອນ ກັນຍາ ປີ 2021 ທີ່ຜ່ານມາ ຣະບຸວ່າ ປັດຈຸບັນ ທະນາຄານມີຊັບສິນທັງໝົດ 63,095,260 ລ້ານກີບ ແລະມີໜີ້ສິນທັງໝົດ 60,952,540 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.