ຍັງຈຳເປັນ ຕ້ອງປູກ ໃບຢາສູບຕໍ່ໄປ ລາຍໄດ້ດີ

ສຸພັດຕາ
2021.11.18
ຍັງຈຳເປັນ ຕ້ອງປູກ ໃບຢາສູບຕໍ່ໄປ ລາຍໄດ້ດີ ໄຮ່ ເຂົ້າ ແລະ ພືດກະເສດ ອື່ນໆ ແຂວງພາກເໜືອຂອງລາວ, ວັນທີ 16 ພຶສຈິກາ 2021
ນັກຂ່າວ ພົລເມືອງ

ຊາວສວນປູກໃບຢາສູບ ໃນຫຼາຍພື້ນທີ່ ເປັນຕົ້ນ ເມືອງບົວລະພາ, ເມືອງທ່າແຂກ, ເມືອງໜອງບົກ ແຂວງຄໍາມ່ວນ ເຫັນວ່າ ຍັງຈໍາເປັນຕ້ອງປູກໃບຢາສູບເປັນອາຊີບ ເພາະເຮັດມາຕັ້ງແຕ່ດັ້ງເດີມ ຮວມທັງມີລາຍໄດ້ດີ ມີໂຮງງານຢາສູບຂອງລາວແລະຈີນຮັບຊື້.

ຊາວສວນປູກໃບຢາສູບ ຢູ່ບ້ານດອນມະໄລ ເມືອງທ່າແຂກ ແຂວງຄໍາມ່ວນ ຫຼາຍຄອບຄົວ ພາກັນປູກໃບຢາສູບເປັນອາຊີບເສີມ ພາຍຫຼັງທີ່ເກັບກ່ຽວເຂົ້ານາປີແລ້ວ ເນື່ອງຈາກເປັນອາຊີບດັ້ງເດີມ ທີ່ບັນພະບູຣຸດພາເຮັດມາແຕ່ດົນ ສ່ວນເນື້ອທີ່ໃນການປູກໃບຢາສູບນັ້ນ ແມ່ນປູກຕາມແຄມແມ່ນໍ້າຂອງ ແລະຄຽງຄູ່ໄປກັບການປູກພືດຜັກ ສວນຄົວຊະນິດຕ່າງໆນໍາອີກ ເຮັດໃຫ້ຊາວສວນມີລາຍໄດ້ຫຼາຍທາງ ນອກຈາກນີ້ການປູກໃບຢາສູບ ກໍມີໂຮງງານຢາສູບຂອງລາວ ແລະຈີນມາເກັບຊື້ຢູ່ບ່ອນເລີຍ, ດັ່ງຊາວສວນ ຢູ່ບ້ານດອນມະໄລ ເມືອງທ່າແຂກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 18 ພຶສຈິກາ ນີ້ວ່າ:

“ປູກຢູ່ ມັນມີຂອງບໍຣິສັດຢາສູບລາວແນ່ ກັບຂອງພວກສວັນນະເຂດແນ່ ເຂົາເຈົ້າມາຊຸກຍູ້ປູກຢູ່ ປົກກະຕິປູກຮວມກັນຢູ່ແລ້ວ ທັງຢາສູບ ທັງແນວອື່ນ ປູກໝົດແຖວເລາະແຄມຂອງ ຕລາດໂຕໃດປູກໂຕນັ້ນນ່າ ບໍ່ໄດ້ປະດິນໃຫ້ວ່າງດອກ.”

ຊາວສວນ ຢູ່ບ້ານດອນປາແດກ ເມືອງໜອງບົກ ແຂວງຄໍາມ່ວນ ກ່າວວ່າ ການປູກໃບຢາສູບນີ້ເຮັດໃຫ້ຊາວສວນໄດ້ເງິນເປັນກ້ອນ ແລະກໍມີໂຮງງານ ມາເກັບຊື້ຢູ່ກັບສວນເລີຍ ຂາຍເທື່ອນຶ່ງ ໄດ້ເທື່ອລະ 10-20 ລ້ານກີບ ແລະກໍຂຶ້ນກັບເຈົ້າຂອງ ສວນໃບຢາສູບແຕ່ລະສວນ ວ່າປູກໄດ້ຫຼາຍຫຼືໜ້ອຍ ປູກໄດ້ໃບງາມຫຼືບໍ່ງາມ ເຊິ່ງການປູກໃບຢາສູບນີ້ ຕ່າງຈາກການປູກພືດແນວອື່ນ ທີ່ໄດ້ເງິນເທື່ອລະເລັກເທື່ອລະໜ້ອຍ, ດັ່ງຊາວສວນຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ປູກຢາສູບ ມັນທຶນຊິສູງກວ່າໂຕອື່ນ ມັນຊິເປັນກ້ອນໃຫຍ່ ພວກນີ້ຫັ້ນນ່າ ເພາະວ່າໄດ້ເງິນເປັນກ້ອນ ໄປປູກອັນອື່ນນີ່ ມັນຊິໄດ້ຂາຍມະຍອກມະແຍກເນາະ.”

ຂະນະທີ່ ເຈົ້າໜ້າທີ່ຫ້ອງການ ກະສິກັມແລະປ່າໄມ້ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ກ່າວວ່າ ການປູກໃບຢາສູບ ມີທັງຜົນດີແລະຜົນເສັຽ ຜົນດີ ຄື ຊາວສວນພາຍໃນທ້ອງຖິ່ນ ມີລາຍຮັບຫຼາຍ ຜົນເສັຽກໍຄື ກັມມະກອນທີ່ມາຮັບຈ້າງພົ່ນສານເຄມີໃສ່ໃບຢາສູບນັ້ນ ແມ່ນໄດ້ຮັບຜົລກະທົບທາງສຸຂພາບ, ດັ່ງທ່ານກ່າວວ່າ:

“ມັນແລ້ວແຕ່ຄວາມສມັກໃຈຂອງເຂົາເຈົ້າ ອັນນ່າພວກຊາເຫັນ ກໍມີແຕ່ 2 ບໍຣິສັດ ເຂົາເຈົ້າມາສົ່ງເສີມປູກ ຢາສູບລາວ ກັບບໍຣິສັດຢູ່ສວັນນະເຂດຂອງຈີນ ຜົນດີຂອງເຂົາເຈົ້າກໍໄດ້ເງິນເພີ່ມເທົ່ານັັ້ນ ຄັນໂຕນີ້ ເວົ້າເຣື່ອງຜົລກະທົບບໍ ກະໃຊ້ຢົກໃຊ້ຢາບໍອິສັງຕ່າງໆແດ່.”

ກ່ຽວກັບການປູກໃບຢາສູບນີ້ ຫ້ອງການກະສິກັມ ແລະປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຮັບນິຕິກັມຈາກຂັ້ນເທິງ ໃຫ້ດໍາເນີນການຊີ້ແຈງ ໃຫ້ຊາວສວນທີ່ປູກໃບຢາສູບ ຢູ່ພາຍໃນເມືອງໜອງບົກ ເຊົາປູກໃບຢາສູບ ເນື່ອງຈາກຂັ້ນເມືອງເຫັນວ່າ ການປູກໃບຢາສູບຂອງຊາວສວນພາຍໃນເມືອງນັ້ນ ບໍ່ໄດ້ເປັນການສ້າງເສຖກິຈດີປານໃດ ແຕ່ສ້າງໜີ້ສິນໃຫ້ຊາວສວນແທນ ດັ່ງນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນເມືອງ ຈຶ່ງມີແຜນຈະຫາຕລາດ ຫຼືນັກທຸຣະກິຈ ທີ່ຈະມາສົ່ງເສີມການປູກພືດ ຊະນິດອື່ນໃຫ້ຊາວສວນແທນຢູ່, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມແລະປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ກ່າວວ່າ:

“ກະຊິຄົ້ນຄວ້າເຣື່ອງຕລາດ ແລະກະຊິສ້າງກຸ່ມ ແລ້ວຊິປູກພຶດແນວອື່ນ ທີ່ວ່າຕລາດຕ້ອງການຫັ້ນແຫຼະ ເພາະວ່າດຽວນີ້ ໂຮງງານຢາສອກຢາສູບແມ່ນຫຍັງ ເພິ່ນກະບໍ່ໄດ້ໃຫ້ ມີການຕິດຕັ້ງແບບວ່າ ເອົາໃບຢາໄປອົບ ໄປເຂົ້າໂຮງງານຫັ້ນນ່າ ມັນມີນິຕິກັມມາ ໃຫ້ມາຄົ້ນຄວ້າກັນພາຍໃນເມືອງ ເພິ່ນວ່າໃຫ້ຕັດໄປຢາສູບ ໃຫ້ປູກແນວອື່ນທົດແທນ.”

ສ່ວນຢູ່ເມືອງບົວລະພາ ຊາວສວນປູກໃບຢາສູບ ເຣີ່ມປູກໃບຢາສູບໜ້ອຍລົງແລ້ວ ແລະຫັນໄປປູກພືດຊະນິິດອື່ນແທນ ເປັນຕົ້ນ ໝາກສາລີ, ໝາກເຜັດ, ໝາກເຂືອ, ໝາກຖົ່ວດິນ ເນື່ອງຈາກບໍ່ມີໂຮງງານຢາສູບ ມາຮັບຊື້ໃບຢາສູບຄືກັບເມືອງອື່ນ, ດັ່ງຊາວສວນ ຢູ່ບ້ານໂຂກ ເມືອງບົວລະພາ ແຂວງຄໍາມ່ວນ ກ່າວວ່າ:

“ກະປູກມາດົນແລ້ວ ຫາກແຕ່ບໍ່ໄດ້ປູກເປັນຂບວນການໃຫຍ່ປານໃດ ເພາະວ່າໃຊ້ໃນຄອບຄົວ ແລະກໍຂາຍຈໍານວນນຶ່ງຫັ້ນນ່າ ຫຼັງຈາກອັນນ່າເກັບກ່ຽວເຂົ້ານາປີແລ້ວເນາະ ປູກຖົ່ວດິນເບາະນັ້ນນ່າ ປູກຜັກ ປູກໝາກເຜັດ ໝາກເຂືອ ຕາມແຄມນໍ້າກໍມີ ມີຫຼາຍບ້ານຢູ່ ອັນນີ້ນະ.”

ໃນວັນທີ່ 12 ພຶສຈິກາ 2021 ທີ່ຜ່ານມາ ທ່ານ ດຣ. ສນອງ ທອງສະນະ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຕາງໜ້າໃຫ້ແກ່ຄະນະຮັບຜິດຊອບ ປັບປຸງກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ໃຫ້ປະຊາຊົນປູກພືດຊະນິດອື່ນແທນ ເນື່ອງຈາກການປູກໃບຢາສູບນັ້ນ ແມ່ນເປັນການປູກພືດທີ່ບໍ່ຖາວອນ ແລະ ບໍ່ມີຄວາມຍືນຍົງ ທັງມີຜົລກະທົບຕໍ່ຜູ້ປູກເອງ ຍ້ອນການນໍາໃຊ້ປຸ໋ຍເຄມີ ແລະຢາຂ້າແມງໄມ້ ພ້ອມດຽວກັນນີ້ ການປູກໃບຢາສູບ ຍັງໄດ້ທໍາລາຍສິ່ງແວດລ້ອມ ໂດຍສະເພາະມີການຖາງປ່າ ຕັດໄມ້ ເພື່ອບຸກເບີກເນື້ອທີ່ ແລະມີການຕັດຟືນ ເພື່ອນໍາໄປດັງໄຟບົ່ມ ແລະອົບແຫ້ງໃບຢາສູບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.