ບໍ່ແກ້ວ ສົ່ງໂຕຜູ້ຮ້າຍ ຂ້າມແດນ ໃຫ້ທາງການຈີນ

ສຸພັດຕາ
2021.11.16
ບໍ່ແກ້ວ ສົ່ງໂຕຜູ້ຮ້າຍ ຂ້າມແດນ ໃຫ້ທາງການຈີນ ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌, ວັນທີ່ 26 ຕຸລາ 2021
ນັກຂ່າວ ພົລເມືອງ

ຜ​ແນກ​ຕໍ​າ​ຣວດ ​ສືບ​ສວນ-ສອບ​ສວນ ຫ້ອງ​ການ​ຕຳ​ຣວດ ກອງ​ບັນ​ຊາ​ການ ປກ​ສ ​ແຂວງ​ບໍ່​ແກ້ວ ໄດ້​ສົ່ງ​ໂຕ​ຜູ້​ຮ້າຍ​ຂ້າມ​ແດນ​ຊາວ​ຈີນ ຊື່​ທ້າວ ເມີງ ຊິງ​ຮົວ ອາ​ຍຸ 20 ປີ ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ ເຂົ້າ​ຮ່ວມ​ຂບວນ​ການ 11 ຄົນ ທຳ​ຮ້າຍ​ຮ່າງ​ກາຍ​ຜູ້​ອື່ນ ​ຢ່າງ​ຮຸນ​ແຮງຊ້ຳ​ແລ້ວ​ຊ້ຳ​ອີກ ຢູ່​ເຂດ​ເມືອງ​ຊິນ​ຫົວ ແຂວງ​ຫົວ​​ໜານ ປະ​ເທດ​ຈີນ ແຕ່​ປີ 2016 ໃຫ້​ທາງ​ຈີນ ເມື່ອ​ວັນ​ທີ່ 12 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ.

ພາຍຫຼັງທີ່ລາວ ມາ​ລີ້​ຊ້ອນ​ເຮັດ​ວຽກ​ ເປັນ​ກັມ​ມະ​ກອນ ຢູ່​ພາຍ​ໃນ​ກາ​ສິໂນ ຄິງສ໌​ໂຣ​ມັນສ໌ ພາຍ​ໃນ​ພື້ນ​ທີ່​ ເຂດ​ເສ​ຖ​ກິ​ຈ​ພິ​ເສດສາມຫຼ່ຽມຄໍາ ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ, ດັ່ງ​ເຈົ້າ​ໜ້າ​ທີ່​ດ່ານ​ສາ​ກົ​ລລາວ-ຈີນ ບໍ່​ຫານ-ບໍ່ເຕັນ ແຂວງຫຼວງ​ນ້ຳ​ທາ ​ທ່ານ​ນຶ່ງ ກ່າວຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ່ 16 ພຶ​ສ​ຈິ​ກາ ນີ້​ວ່າ:

“ເອົ​າ​ໂຕຫຼົບ​ໜີ ຈາກການກະ​ທຳ​ຜິດ​ຢູ່​ຈີນ​ພຸ້ນ​ນ່າ ແລ້ວ​ມາ​ລີ້​ຊ້ອນ​ຢູ່​ລາວ​ເດ້ ກັມ​ມ​ະ​ກອນ​ຢູ່​ໃນ​ຄາ​ຊິ​ໂນ ສາມຫຼ່ຽມ​ຄຳ​ຫັ້ນນ່າ ລາວ​ກະ​ມາ​ອອກ​ແຮງ​ງານ​ ປົກ​ກະ​ຕິ​ຫັ້ນ​ແຫຼະ ໃນ​ເມື່ອ​ເຮົາ​ໄດ້​ຮັບ​ການ ​ແຈ້ງຈາກ ສ​ປ ຈີນ ເຮົາ​ກໍ​ຕິດ​ຕາມ​ ແລະ​ນຳ​ຈັບ ສົ່ງ​ເຂົ້າ​ແນວ​ນັ້ນ ເຮົາ​ມອບ​ໃຫ້​ຈີນ​ດຳ​ເນີນ​ຄະ​ດີ ເຮົາ​ມີ​ແຕ່​ຈັບ​ສົ່ງ​ກັບ​ຄືນ​ຊື່ໆ.”

ທ່ານກ່າວຕື່ມວ່າ ພາຍ​ໃນ​ກາ​ຊິ​ໂນ ດັ່ງ​ກ່າວ​ນັ້ນ ສ່ວນ​ໃ​ຫ​ຍ່​ ຈະ​ມີ​ພະ​ນັກ​ງານ​ ແລະ ​ກັມ​ມະ​ກອນ ເປັນ​ຄົນ​ສັນ​ຊາດພະ​ມ້າ ແລະສັນຊາດ​ຈີນ ຫຼາຍກວ່າ​ສັນ​ຊາດ​ລາວ ແລະ​ຈະ​ບໍ່​ຮູ້​ໄດ້​ເລີຍ​ວ່າ ຜູ້​ໃດ​ເດີນ​ທາງ​ເຂົ້າ​ມາ​ເຮັດ​ວຽກ​ແບບ​ຖືກ ຫຼື​ຜິດ​ກົດ​ໝາຍ ເນື່ອງ​ຈາກ​ເຈົ້າ​ໜ້າ​ທີ່​ ປກ​ສ ເມືອງຫຼື​ແຂວງ ບໍ່​ສາ​ມາດກວດ​ສອບ​ໄດ້ ອີກ​ທັງ​ເສັ້ນ​ທາງ ​ການຫຼົບຫຼີກ​ ໃຫ້​ພົ້ນ​ສາຍ​ຕາຂອງ​ເຈົ້າ​ໜ້າ ​ທີ່ກໍ​ມີຫຼາຍ​ຮູບ​ແບບ. ຊຶ່ງ ທ້າວ ເມີງ ຊິງ​ຮົວ ກໍ​ເປັນ​ນຶ່ງ​ໃນ​ກັມ​ມະ​ກອນ ຂອງ​ກາ​ສິ​ໂນ ຄິງສ໌​ໂຣ​ມັນສ໌ (Kings Romans Casino)  ແລະ​ໄດ້​ພາ​ສາ​ຈີນ ຈຶ່ງ​ເປັນ​ເຣື່ອງ​ງ່າຍ​ ທີ່​ຈະ​ໃຊ້​ໜັງ​ສື​ເດີນ​ທາງ ເຂົ້າ​ມາ​ເຮັດ​ວຽກ​ຢູ່​ ພາຍ​ໃນ​ກາ​ສິ​ໂນ ຄິງສ໌​ໂຣ​ມັນສ໌, ດັ່ງ​ເຈົ້າ​ໜ້າ​ທີ່ ປກ​ສ ແຂວງ​ບໍ່​ແກ້ວ ທ່ານ​ນຶ່ງ ກ່າວ​ວ່າ:

“ຈໍ​າ​ນວນ​ນຶ່ງ​ກໍ​ລັກ​ເຂົ້າ​ມາ​ຫັ້ນ​ແຫຼະ ມັນຈະ​ເຄິ່ງໆກັນ​ນ່າ ບໍ່ຫຼົບຫຼີກ​ກໍ​ມີ​ຢູ່ ມັນ​ກໍ​ກວ້າງ​ຂວາງ​ຢູ່​ເດ້ ໄດ້​ພາ​ສາຈີນ ກໍ​ໄດ້​ປ​ຽບ​ແນ່ ແຕ່​ສ່ວນຫຼາຍ ເຂົາ​ກໍ​ເອົາ​ແຕ່​ຄົນ​ຮູ້​ພາ​ສາຈີນຫັ້ນ​ແຫຼະ.”

ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ຢູ່​ໃນ​ພາຍ​ໃນ​ແຂວງ​ບໍ່​ແກ້ວ ຈະ​ມີ​ແຕ່​ຄະ​ດີ​ນ້ອຍໆ ເປັນ​ຕົ້ນ​ຄະ​ດີ ທຳ​ຮ້າ​ຍ​ຮ່າງ​ກາຍ ແລະ​ຄະ​ດີ​ລັ​ກ​ຊັບ ສ່ວນ​ຄະ​ດີ​ໃຫ​ຍ່ໆນັ້ນ ​ຈະ​ບໍ່​ປະ​ກົດ​ໃຫ້​ເຫັນ ເນື່ອງ​ຈາກ​ເຈົ້າ​ໜ້າ​ທີ່ທີ່​ກ່ຽວ​ຂ້ອງ ບໍ່​ສາ​ມາດ​ຈັບ​ໂຕ​ພວກ ​ທີ່​ກໍ​ຄະ​ດີ​ໃຫ​ຍ່ໆ​ນັ້ນໄດ້, ດັ່ງ​ເຈົ້າ​ໜ້​າ​ທີ່ ປກ​ສ ເມື​ອງ​ຕົ້ນ​ເຜິ້ງ ກ່າວ​ວ່າ:

“ມັນ​ບໍ່​ຄ່ອຍ​ມີ​ໂຕ​ນີ້​ນະ ມັນ​ດົນໆ​ສ່ວນຫຼາຍ ມັນ​ກໍ​ບໍ່​ມີ​ດອກ ຄະ​ດີ​ນີ້ມັນ​ຄະ​ດີ​ນ້ອຍ​ຊື່ໆ ຄະ​ດີ​ໃຫ​ຍ່ ມັນ​ກໍ​ຍາກ​ນ່າ ກໍ​ຖ້າ​ເບິ່ງ​ກໍ​ຣະ​ນີ​ມັນ​ນ່າ ມັນ​ແນວ​ໃດ​ຫັ້ນ​ນາ ວ່າ​ມັນ​ຕັດ​ສິນ​ຢູ່​ບ່ອນ​ໃດ ກະທໍາຜິດ​ຢູ່​ລາວ ກໍ​ດຳ​ເນີນ​ຄະ​ດີ​ຢູ່​ລາວ ທາງ​ການ​ຈີນ​ບໍ ຕ້ອງການບໍ່ ກໍ​ມີ​ການ​ປະ​ສານ​ງານ​ເນາະ.”

ໃນຂະນະທີ່ ຊາວ​ບ້​ານ ຢູ່​ພາຍ​ໃນ​ເມືອງ​ຕົ້ນ​ເຜິ້ງ ກໍຈະ​ບໍ່​ຮູ້​ເລີຍ​ວ່າ ຢູ່​ກາ​ຊິ​ໂນ ຄິງ​ສ໌ໂຣ​ມັນສ໌ ມີ​ຄົນ​ປະ​ເພດ​ໃດ​ແດ່ ​ເຂົ້າ​ມາ​ເຮັດ​ວຽກ ຫຼື​ມີ​ການ​ຈັບ​ກຸມຄົນ​ໃດ ຢູ່​ພາຍ​ໃນ​ກາ​ຊິ​ໂນ​ ຄິງ​ໂຣ​ມັນໄດ້ ເນື່ອງ​ຈາກວ່າພາຍ​ໃນ​ເຂດ​ດັ່ງ​ກ່າວນັ້ນ ຖືກ​ຄຸ້ມ​ຄອງ ​ໂດຍ​ເຈົ້າ​ໜ້າ​ສະ​ເພາະ​ກິ​ຈ ຢ່າງ​ເຂັ້ມ​ງວດ ອີກ​ທັງພະ​ນັກ​ງານ ​ແລະ​ກັມ​ມະ​ກອນ​ສ່ວນ​ໃຫ​ຍ່ ​ກໍເປັນ​ຄົນ​ຈີນ, ດັ່ງ​ຊາວ​ບ້ານ ຢູ່​ບ້ານ​ພຽງ​ງາມ ເມືອງ​ຕົ້ນ​ເຜິ້ງ ​ກ່າວ​ວ່າ:

“ກໍ​ມັນ​ຄາດ​ຄະ​ເນ​ບໍ່​ໄດ້ ສ່ວນ​ຫຼາຍ​ກະ​ແມ່ນ​ຈີນຫຼາຍ ໂອ້​ອອກ​ບໍ່​ໄດ້ມັນເຂັ້ມ​ງວດ​ ຂ​ນາດ​ເຂົ້າ​ ຕ້ອງ​ໄດ້​ກັກ​ໂຕ 14 ວັນ ຊິ​ອອກ​ກໍ​ຄື​ກັນ.”

ທ້າວ​ ເມີງ ຊິງ​ຮົວ ໄດ້​ເດີນ​ທາງ​ເຂົ້າ​ມາ​ລາວ ແບບຜິດກົດ​ໝາຍ ໂດຍມາຜ່ານ ຊາຍແດນທາງທັມມະຊາດ ​ແຂວງຫຼວງ​ນ້ຳ​ທາ ແລະໄປລີ້ເຮັດວຽກ ເປັນກັມມະກອນ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ພາຍ​ໃນ​ພື້ນ​ທີ່ ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສາມຫຼ່ຽມຄໍາ ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.