ເຣື້ອງທີ່ເກັບບັນທຶກໄວ້
2010-01-15
ຫ້ອງການ ແມ່ຍິງແລະເດັກນ້ອຍ ສປປລາວ ມີນະໂຍບາຍ ສັກຢາວັກຊີນ ແລະແຈກຢາຍຢາ ໃຫ້ແກ່ ແມ່ຍິງ ແລະ ເດັກນ້ອຍ ໃນລາວ ເພື່ອຫລຸດຜ່ອນ ອັຕຣາການຕາຍ ຂອງຄົນກຸ່ມນີ້ລົງ.
2010-01-15
ການດູດຊາຍ ຈາກແມ່ນໍ້າຂອງ ສົ່ງຜົນກະທົບ ທ່າເຮືອ ຂອງໄທ ແລະ ການເດີນເຮືອຂົນສົ່ງສິນຄ້າ ຂນາດໃຫຍ່.
2010-01-15
ພຽງແຕ່ໃນລະຍະ ສັປດາ ທໍາອິດຂອງປີໃໝ່ 2010 ນີ້ ເຈົ້າໜ້າທີ່ກວດກາປ່າໄມ້ ສາມາດພົບເຫັນ ການລັກລອບຕັດໄມ້ ການເຄື່ອນຍ້າຍໄມ້ ແລະເຄື່ອງປ່າຂອງດົງ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ໃນສີ່ແຂວງຂອງລາວ ຄື ແຂວງຄໍາມ່ວນ ສະຫວັນນະເຂດ ໄຊຍະບູລີ ແລະ ແຂວງອຸດົມໄຊ.
2010-01-15
ນາຍົກ ຣັຖມົນຕຣີ ໄທ ເຊື່ອວ່າ ຊາວເຜົ່າມົ້ງ ທີ່ຖືກສົ່ງກັບ ສປປລາວ ມີຄວາມປອດພັຍ ແລະ ບາງຈໍານວນ ມີໂອກາດ ໄປຕັ້ງຖິ່ນ ໃນປະເທດ ທີ 3
2010-01-15
ນັກວິຊາການລາວ ເຊື່ອວ່າບັນຫາ ຊາວມົ້ງລາວ ທີ່ນາໆຊາດ ໃຫ້ຄວາມສົນໃຈ ຢູ່ໃນຂນະນີ້ ຊຶ່ງທາງການລາວ ຈະປິດຂ່າວຈາກ ປະຊາຊົນນັ້ນ ມັນເປັນໄປໄດ້ຍາກ.
2010-01-14
ເຈົ້າໜ້າທີ່ລາວວ່າ ຊາວເຜົ່າມົ້ງ ທີ່ກັບຈາກ ປະເທສໄທຽ ໃນທ້າຍເດືອນຜ່ານມາ ຕ່າງກໍດີໃຈ ທີ່ໄດ້ກັບບ້ານ ແລະ ບໍ່ສົນໃຈທີ່ຈະໄປ ຕັ້ງຖິ່ນຖານໃໝ່ ໃນປະເທສທີ່ 3 ຕື່ມອີກແລ້ວ ແຕ່ທາງອົງກາຣ ຈັດຕັ້ງສາກົລ ທີ່ເປັນຫ່ວງດ້ານ ຄວາມປອດພັຍ ຍັງບໍ່ທັນມີໂອກາສ ເຂົ້າໄປສັມພາສ ເຂົາເຈົ້າເທື່ອ. ດັ່ງ ຫວາດ ສີມູນ ມີຣາຍລະອຽດ ມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-14
ຣາຍການຕອບຈົດໝາຍ ປະຈຳສັປດາ ຈັດສເນີທ່ານໂດຍ ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-14
ການຂູ່ ປິດກິຈການຂອງ Google ຊຶ່ງເປັນແວັບໄຊທ ຊອກຫາຂໍ້ມູນ ທີ່ມີຊື່ສຽງ ແຫ່ງນຶ່ງຢູ່ຈີນ ຍ້ອນການກວດກາ censor ເປັນການທ້າທາຍ ທີ່ບໍ່ຄ່ອຍມີຂຶ້ນຢູ່ຈີນ ຊຶ່ງບໍຣິສັດ ຕ່າງປະເທດ ຕ່າງກໍຍອມຮັບກັນ ດົນນານມາແລ້ວ ກ່ຽວກັບການຄວບຄຸມ ແບບມີການລັກເຈາະ ເຂົ້າຫາຣະບົບຂໍ້ມູນ ເພື່ອຍາດແຍ່ງ ເອົາຕລາດໃຫຍ່ ແລະກໍາລັງເຕີບໂຕຢູ່ຈີນ. -ຕາມຣາຍງານຂ່າວ AP ຈາກກຸງປັກກິ່ງ.
2010-01-14
ກອງທັບໄທ ຫ້າມສື່ມວລຊົນບໍ່ໃຫ້ ໄປເອົາຂ່າວ ກ່ຽວກັບການສົ່ງ ຊາວມົ້ງລາວກັບຄືນ ສປປລາວ.
2010-01-14
ເຈົ້າໜ້າທີ່ UNHCR ປະສົງທີ່ຈະເຂົ້າໄປ ຢ້ຽມຢາມຊາວມົ້ງ ທີ່ຖືກສົ່ງກັບລາວ ເພື່ອຢາກຮູ້ໃນ ຈຸດປະສົງທີ່ແທ້ຈິງຂອງພວກຂະເຈົ້າ.
2010-01-14
ທາງການລາວ ຈັດສົ່ງຊາວມົ້ງ ທັງໝົດ 4,000 ກວ່າຄົນ ທີ່ຖືກສົ່ງກັບຈາກໄທ ກັບຄືນບ້ານເດີມ ແລະ ໄປຢູ່ຕາມເຂດທີ່ ທາງການລາວ ຈັດຫັນໃຫ້ນັ້ນແລ້ວ.
2010-01-14
ລາວແລະໄທ ຕົກລົງ ທີ່ຈະຂຍາຍການ ຮ່ວມມື ໂດຍຈະເລີ້ມຈາກ ໂຄງການພັທນາ ເສັ້ນທາງ ເສຖກິດຕາເວັນອອກ ຕາເວັນຕົກ ໂຄງການການປະໂມງ ແລະ ໂຄງການຂຍາຍໄຟຟ້າ.
2010-01-14
ສປປລາວ ກຳລັງຮ່າງກົດໝາຍ ທີ່ຈະອະນຸຍາດໃຫ້ ນັກລົງທຶນ ຕ່າງປະເທດ ມີສິດໃຊ້ ທີ່ດິນໃນປະເທດໄດ້.
2010-01-13
ເກືອບສອງອາທິດແລ້ວ ທີ່ຊາວມົ້ງລາວ 4 ພັນກວ່າຄົນ ຖືກທາງການໄທ ສົ່ງກັບຄືນ ປະເທດລາວ. ຫລາຍປະເທດ ແລະ ອົງການ ເປັນຮ່ວງເປັນພິເສດ ນຳກຸ່ມ 158 ຄົນທີ່ໄປຈາກຫ້ອງຂັງ ຂອງຕຳຣວດກວດ ຄົນເຂົາເມືອງໆໜອງຄາຍ ຊຶ່ງມີທັງຜູ້ຍິງ ແລະ ເດັກນ້ອຍເປັນສ່ວນຫລາຍ ແລະ ຖຶກອົງການ ສາຫະປະຊາຊາຕ ຮັບຮູ້ແລ້ວວ່າ ເປັນຜູ້ອົພຍົບ. ອັນດັບຕໍ່ໄປ ວຽງໄຊ ຈະສເນີຣາຍງານ ກ່ຽວກັບຊາຕາກັມ ຂອງຄົນກຸ່ມດັ່ງກ່າວ ຫລັງຈາກທີ່ເຂົາເຈົ້າ ໄດ້ກັບຄືນໄປຮອດ ເມືອງລາວແລ້ວ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-13
ແຂວງອຸດົມໄຊ ພຍາຍາມ ຍົກຣະດັບຄຣູສອນ ທັ້ງຂັ້ນປະຖົມ ແລະ ມັທຍົມເພື່ອພັທນາ ດ້ານຄວາມຮູ້ ແລະ ຄວາມສາມາດ ຫລາຍຂຶ້ນ.