ເຈົ້າໜ້າທີ່ລາວວ່າ ຊາວເຜົ່າມົ້ງດີໃຈຢູ່ລາວ
2010.01.14
ກາຣທີ່ທາງກາຣໄທຽ ໄດ້ສົ່ງ ຊົນເຜົ່າລາວມົ້ງ 4,000 ກວ່າຄົນ ໃຫ້ແກ່ທາງກາຣ ສປປລາວ ຢ່າງເປັນທາງກາຣ ໃນທ້າຍເດືອນທັນວາ ຜ່ານມານີ້ນັ້ນ ໄດ້ຮັບກາຣ ຕິຕຽນ ຈາກອົງກາຣຈັດ ຕັ້ງສາກົລ ແລະບັນດາ ປະເທສຕາເວັນຕົກ ຫລາຍປະເທສ ເພາະມີຄວາມເປັນຫ່ວງ ແລະ ຢ້ານເຂົາເຈົ້າຈະ ບໍ່ມີຄວາມປອດພັຍ.
ກາຣຈັດສົ່ງຊາວມົ້ງລາວ ໝວດສຸດທ້າຍດັ່ງກ່າວ ຊຶ່ງມີຂຶ້ນໃນມື້ວັນທີ່ 28 ທັນວາ ຜ່ານມາກໍຮວມທັງ 4,531 ຄົນຈາກສູນອົພຍົພ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັຊບູນ ແລະ 158 ຄົນຈາກສູນກັກຂັງ ທີ່ດ່ານກວດຄົນ ເຂົ້າເມືອງ ແຂວງໜອງຄາຍ ທີ່ທາງອົງກາຣ ສະຫະປະຊາຊາຕ ດ້ານຜູ້ ອົພຍົພຫລື UNHCR ຮັບຮູ້ວ່າເປັນ “ພວກທີ່ໜ້າເປັນຫ່ວງ” ທີ່ບໍ່ຄວນຈະ ຖືກສົ່ງກັບຄືນ ໃຫ້ແກ່ທາງກາຣ ສປປລາວ ແຕ່ຢ່າງໃດ.
ໃນຂະນະດຽວກັນນີ້ ທາງກາຣໄທຽ ກໍຢືນຢັນວ່າ ເປັນກາຣ ປະຕິບັຕຕາມ ຂໍ້ຕົກລົງ ຣະຫວ່າງສອງ ປະເທສລາວໄທຽ ທີ່ຈະໃຫ້ມີກາຣ ສົ່ງມອບຊາວມົ້ງ ທັງໝົດທີ່ວ່າ ເຂົ້າເມືອງຜິດກົດໝາຍ ກັບຄືນ ປະເທສລາວ ໃຫ້ແລ້ວສຳເຣັຈ ກ່ອນທ້າຍປີ 2009.
ພ້ອມດຽວກັນນີ້ ເຈົ້າໜ້າທີ່ທາງ ກາຣທູຕ ສະຫະຣັຖ ປະຈຳບາງກອກ ກໍວ່າ ກາຣຂາດຄວາມໂປ່ງໃສ ໃນກາຣ ຈັດສົ່ງຊາວມົ້ງ ຄືນໃຫ້ແກ່ ທາງກາຣລາວ ດັ່ງກ່າວ ຍິ່ງເປັນກາຣຍາກ ໃນກາຣຕິດຕາມ ເພື່ອຢາກຮູ້ຈັກວ່າ ພວກເຂົາເຈົ້າກັບຄືນ ດ້ວຍຄວາມສມັກໃຈ ຫລືຖືກບັງຄັບ ກັບຄືນ ໂດຽສະເພາະຈຳພວກ 158 ຄົນ ທີ່ທາງ ອົງກາຣ UNHCR ເຫັນສົມຄວນ ໃຫ້ໄດ້ຮັບຖານະ ກາຣເປັນຜູ້ອົພຍົພ ແລ້ວນັ້ນ.
ຢ່າງໃດກໍຕາມ ໃນເມື່ອທາງກາຣໄທຽ ໄດ້ສົ່ງມອບຊາວເຜົ່າມົ້ງ ທັ້ງໝົດແລ້ວນັ້ນ ທາງກາຣ ສປປລາວ ກໍຈັດພິທີຮັບ ຢ່າງເປັນທາງກາຣ ຢູ່ທີ່ແຂວງ ບໍຣິຄຳໄຊ ໃນມື້ວັນທີ່ 29 ທັນວາ ຜ່ານມານີ້ ພ້ອມກັບຢືນຢັນວ່າ ໄດ້ຈັດສົ່ງຊາວມົ້ງ ສ່ວນໜຶ່ງກັບຄືນ ສູ່ພູມລຳເນົາເດີມ ໃນຫລາຍ ແຂວງທົ່ວປະເທສ ດັ່ງທີ່ນາຍພົລບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິກາຣ ກອງທັພແຫ່ງຊາຕ ໄດ້ແຈ້ງຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ:
“ກັບໝົດຮຽບ ຮ້ອຍ ໄປບ້ານໄປເມືອງ ໝົດແລ້ວເດີ໋ ມັນມີຫລາຍແຂວງນ໋ະ ບໍຣິຄຳໄຊ ນະຄອນຫລວງ ແຂວງວຽງຈັນ ຊຽງຂວາງ ຫລວງພຣະບາງ ໄຊຍະບູຣີ ອຸດົມໄຊ ຢູ່ໃສໆກໍໄປ ເຂົາກໍສມັກໄປ ຢູ່ນຳທ້ອງຖິ່ນດິນນາ ແລ້ວກໍແລ້ວໄປ”.
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ໃນຂັ້ນຕົ້ນນັ້ນ ຊາວມົ້ງທັງໝົດ ທີ່ໄດ້ຮັບຈາກທາງ ກາຣໄທຽ ກໍຖືກນຳໄປ ພັກຊົ່ວຄາວ ທີ່ບ້ານນ້ຳປານ ແຂວງບໍຣິຄຳໄຊ ແລ້ວຈຶ່ງຈັດສົ່ງໄປ ຢູ່ຕາມເຂຕ ພູມລຳເນົາເດີມ. ສ່ວນໜື່ງກໍສົ່ງ ໄປອາສັຍຢູ່ເຂຕ ຈັດສັນໃໝ່ ທີ່ບ້ານນ້ຳປານ ແລະບ້ານທ່າເປືອກ ໃນແຂວງ ບໍຣິຄຳໄຊ ແລະອີກ ສ່ວນໜຶ່ງ ກໍສົ່ງໄປຢູ່ ບ້ານຈັດສັນໃໝ່ ທີ່ຜາຫລັກ ເມືອງກາສີ ແຂວງວຽງຈັນ ທີ່ຊາວມົ້ງຈາກໄທຽ ໄປອາສັຍຢູ່ກ່ອນ ແລ້ວນັ້ນ.
ໃນຂະນະດຽວກັນ ທາງອົງກາຣປົກປ້ອງ ສິທທິມະນຸສຍະຊົນ ອົງກາຣ UNHCR ແລະອົງກາຣ ຈັດຕັ້ງສາກົລອື່ນໆ ຕລອດຮອບອົງກາຣ ຈັດຕັ້ງເພື່ອ ສິທທິມະນຸສ ຊາວມົ້ງລາວ-ອະເມຣິກັນ ກໍບໍ່ລຸດລະໃນ ກາຣຮຽກທວງໃຫ້ ທາງກາຣລາວ ອະນຸຍາຕໃຫ້ ຊາວມົ້ງຈາກສູນກັກຂັງ ທີ່ໜອງຄາຍ ໃນເມື່ອກ່ອນ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ສາມ ແຕ່ນາຍພົລບົວສ້ຽງ ຊ້ຳພັດໃຫ້ກາຣ ຢືນຢັນວ່າ:
“ເຂົາຂຽນ (ໜັງສື) ຢັ້ງຢືນ ເຂົາວ່າບໍ່ໄປ ປ່ຽນໃຈແລ້ວ ກ່ອນຈະໃຫ້ສັມພາສ ກັບປະເທສທີ່ສາມ ນັ້ນແມ່ນບໍ່ຮູ້ວ່າ ນະໂຍບາຍຣັຖບາລ ລາວຈະດີແນວນີ້ ແຕ່ວ່າກັບມາ ຣັຖບາລ ຮັບຕ້ອນດີ ມີນະໂຍບາຍ ຊ່ອຍເຫລືອດີ ກໍປ່ຽນກັບໃຈ ບໍ່ໄປອີກ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ໃຫ້ກາຣ ຊີ້ແຈງເພີ່ມວ່າ ທາງກາຣລາວໄດ້ ອະທິບາບ ໃຫ້ເຂົາເຈົ້າຟັງ ກ່ຽວກັນນະໂຍບາຍ ກາຣຊ່ວຍເຫລືອຂອງ ຣັຖບາລ ແລະຈະບໍ່ເອົາຄວາມ ຜິດນຳເຂົາເຈົ້າ ທີ່ຖືກຫລອກລວງ ໄປເມືອງໄທຽ ເພື່ອຫວັງຈະໄປ ຕັ້ງຖິ່ນຖານໃໝ່ ໃນປະເທສທີ່ສາມນັ້ນ. ດ້ວຍເຫຕດັ່ງກ່າວ ເຂົາເຈົ້າຈຶ່ງ ປ່ຽນໃຈ ແລະພ້ອມທີ່ຈະປັບຕົວ ເພື່ອພັທນາ ຄອບຄົວຢູ່ກັບ ຍາຕພີ່ນ້ອງໃນເມືອງລາວຕໍ່ໄປ.
ກ່ຽວກັບຊາວເຜົ່າມົ້ງ 158 ຄົນ ຈາກສູນກັກຂັງທີ່ ໜອງຄາຍດັ່ງກ່າວ ທາງອົງກາຣຈັດຕັ້ງ ສາກົລກໍພຍາຍາມ ເພື່ອຫາຊ່ອງທາງ ເຂົ້າໄປພົບກັບເຂົາເຈົ້າ ດັ່ງຍານາງ Kitty McKinsey ເຈົ້າໜ້າທີ່ຈາກ ຫ້ອງກາຣ UNHCR ປະຈຳບາງກອກໄດ້ ໃຫ້ສັມພາສ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນຕອນໜຶ່ງວ່າ:
We would like to get access .. ຍານາງວ່າ: “ຢາກມີໂອກາສ ເຂົ້າໄປດຳເນີນກາຣ ໄກ່ເກັ່ຽໃຫ້ເຂົາເຈົ້າ ໄດ້ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ສາມ ເພາະມີ ຫລາຍປະເທສ ທີ່ຍັງສົນໃຈໃຫ້ ຄວາມຊ່ວຍເຫລືອ ເພື່ອຮັບເອົາເຂົາເຈົ້າ ແຕ່ຖ້າຫາກວ່າ ເຂົາເຈົ້າບໍ່ຢາກໄປແທ້ໆ ກໍຢາກໄດ້ຍິນ ຄຳຕອບຈາກເຂົາເຈົ້າ ໂດຽກົງ”.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ອົງກາຣ UNHCR ດັ່ງກ່າວໄດ້ແຈ້ງ ເພີ່ມວ່າ ໃນບັນດາປະເທສ ທີ່ເຫັນພ້ອມ ຈະຮັບເອົາຊາວມົ້ງ ຈຳນວນ 158 ຄົນດັ່ງກ່າວນີ້ ນອກຈາກ ສະຫະຣັຖແລ້ວ ກໍມີປະເທສ ນີວຊີແລນດ໌ ອອສເຕຣເລັຽ ການາດາ ແລະ ເນເທີແລນດ໌.