ການລັກຕັດໄມ້ ດໍາເນີນໄປ ຊຶ່ງປີໃໝ່ຫາກໍເລີ້ມ

ພຽງແຕ່ໃນລະຍະ ສັປດາ ທໍາອິດຂອງປີໃໝ່ 2010 ນີ້ ເຈົ້າໜ້າທີ່ກວດກາປ່າໄມ້ ສາມາດພົບເຫັນ ການລັກລອບຕັດໄມ້ ການເຄື່ອນຍ້າຍໄມ້ ແລະເຄື່ອງປ່າຂອງດົງ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ໃນສີ່ແຂວງຂອງລາວ ຄື ແຂວງຄໍາມ່ວນ ສະຫວັນນະເຂດ ໄຊຍະບູລີ ແລະ ແຂວງອຸດົມໄຊ.
ມະນີຈັນ
2010.01.15

ຕາມລາຍງານ ປະຈໍາສັປດາ ຂອງ ກະຊວງກະສິກັມ ແລະ ປ່າໄມ້ຂອງລາວ. ໃນນັ້ນ ມີທັງໄມ້ດູ່ ໄມ້ຂະຍຸງ ໄມ້ແຕ້ຂ່າແລະ ໄມ້ແດງ. ເຄື່ອງປ່າຂອງດົງ ປະເພດ ດອກເຜິ້ງ ເປືອກເມືອກ ແລະຈັນແດງຈໍານວນ 14 ຕັນກວ່າ. 

ແຂວງທີ່ຮ້າຍແຮງ ກວ່າໝູ່ ແມ່ນອຸດົມໄຊ ຊຶ່ງມີການເຄື່ອນຍ້າຍ ໄມ້ແປຮູບ ທີ່ຜິດກົດໝາຍ 3600 ກວ່າແມັຕກ້ອນ ແລະເປືອກເມືອກ12ຕັນ. ຖັດລົງມາກໍແມ່ນ ແຂວງຄໍາມ່ວນ ຊຶ່ງເຈົ້າໜ້າທີ່ປ່າໄມ້ ໄດ້ກວດພົບການລັກລອບ ຕັດໄມ້ດູ່ 100ກວ່າຕົ້ນ. ໃນແຂວງສວັນນະເຂດ ກໍກວດພົບໄມ້ເຖື່ອນ ຈໍານວນຫລວງຫລາຍ. ໃນນັ້ນ ມີໄມ້ຂະຍຸງ18ຕັບ ຖືກລັກລອບຕັດ ຢູ່ບ້ານສະໝູນ ເມືອງເຊໂປນ. ພ້ອມກັນນີ້ ຍັງມີໄມ້ດູ່ອີກ 121ທ່ອນ, ໄມ້ແຕ້ຂ່າ12ທ່ອນ, ໄມ້ແດງ49ທ່ອນ.

ເຈົ້າໜ້າທີ່ປ່າໄມ້ ທ່ານນຶ່ງຍັງບອກໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້ ກໍໄດ້ມີການລັກລອບ ຕັດແລະຊື້-ຂາຍໄມ້ ຢູ່ແຂວງສວັນນະເຂດ ເປັນໄມ້ຍາງໄມ້ບາກ 20ກວ່າຕັບ. ນອກນັ້ນ ກໍມີການຄ້າ ຂາຍໄມ້ເຖື່ອນ ຢູ່ແຂວງຈໍາປາສັກ. ມີການເຄື່ອນຍ້າຍໄມ້ ຈາກແຂວງເຊກອງໄປແຂວງ ບໍຣິຄໍາໄຊ 126ແມັຕກ້ອນ. ກ່ຽວກັບ ຜູ້ຝ່າຝືນກົດໝາຍນັ້ນ ເຈົ້າໜ້າທີ່ກ່ຽວ ຂ້ອງ ບໍ່ໄດ້ເປີດເຜີຍ ມີແຕ່ຣາຍງານ ໃຫ້ຊາບວ່າ ຈະເລັ່ງເລື່ອງໃຫ້ອັຍການ ແລະໃຫ້ສານຕັດສິນ ຕາມຣະບຽບກົດໝາຍ ບ້ານເມືອງ.

ຕໍ່ບັນຫາ ລັກລອບ ຕັດ-ຊື້-ຂາຍໄມ້ ແລະເຄື່ອງປ່າຂອງດົງ ຊຶ່ງເປັນຊັພຍາກອນ ທັມຊາດອັນລໍ້າຄ່າ ຂອງຊາດ ຫາງສຽງຂອງຄົນລາວ ແມ່ນຕ້ອງການໃຫ້ ທາງການ ເອົາໃຈໃສ່ແກ້ໄຂ ຢ່າງຈິງຈັງ ແລະປະກາດໃຫ້ ປະຊາຊົນຊາບວ່າ ແມ່ນໃຜ? ແລະພາກສ່ວນໃດ? ເປັນຜູ້ກະທໍາ?.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 18, 2010 11:27 AM

I think Laos will be out of land very soon. I have heard a lot that the government rent the lands out a lot to foreigners and also they let a lot of foreigners to live in Laos for years to come. Later on I think those people will fill up all the Lao's land and the real Lao people will disappear bit by bit.