ນາຍົກໄທເຊື່ອວ່າ ຊາວມົ້ງປອດພັຍ

ນາຍົກ ຣັຖມົນຕຣີ ໄທ ເຊື່ອວ່າ ຊາວເຜົ່າມົ້ງ ທີ່ຖືກສົ່ງກັບ ສປປລາວ ມີຄວາມປອດພັຍ ແລະ ບາງຈໍານວນ ມີໂອກາດ ໄປຕັ້ງຖິ່ນ ໃນປະເທດ ທີ 3
ຈະເຣີນສຸກ
2010.01.15

ຊາວເຜົ່າມົ້ງລາວ ທີ່ຖືກສົ່ງກັບຄືນ ສປປລາວ ຈາກສູນຄຸມຂັງຊົ່ວຄາວ ບ້ານຫ້ວຍນໍ້າຂາວ ມີຄວາມປອດພັຍ ແລະ ຈາກສູນກັກຂັງ ຕໍາຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍນັ້ນ ມີໂອກາດ ໄປຕັ້ງຖິ່ນຖານ ໃນປະເທດທີສາມ, ອີງຕາມຄໍາເວົ້າ ຂອງ ນາຍົກ ຣັຖມົນຕຣີໄທ ໃນຂະນະທີ່ ຕອບຄໍາຖາມ ແລະ ໃຫ້ເຫດຜົນ ກ່ຽວກັບ ການສົ່ງຊາວລາວເຜົ່າມົ້ງ ກັບຄືນ ສປປລາວ ຕໍ່ສື່ມວນຊົນ ແລະ ເຈົ້າໜ້າທີ່ ຕ່າງປະເທດ ທີ່ກອງປະຊຸມ ໃຫ້ສັມພາດ ໃນຕອນແລງ ວັນພຸດ ທີ 14 ມົກກະຣາ ຜ່ານມາ.

ທ່ານ ອະພິສິດ ເວດຊາຊີວະ ກ່າວວ່າ ພາຍຫລັງ ທີ່ພວກທ່ານ ໄດ້ປະຕິບັດງານມາເປັນເວລາ 1 ປີ ແລະ ໄດ້ຮັບການຢືນຢັນ ຈາກຣັຖບານລາວ ກ່ຽວກັບ ຄວາມປອດພັຍ ແລະ ການໄປຕັ້ງຖິ່ນຖານ ຂອງຊາວລາວເຜົ່າມົ້ງ ຈໍານວນນຶ່ງ, ພວກທ່ານ ໄດ້ຕັດສິນໃຈ ສົ່ງຊາວລາວເຜົ່າມົ້ງ ເຫລົ່ານັ້ນ ກັບຄືນ ສປປລາວ, ໂດຍສະເພາະ ແມ່ນກຸ່ມ 158 ຄົນ. ໃນຂະນະດຽວກັນ ນັກຂ່າວ ຖາມວ່າ ທ່ານ ອະພິສິດ ສາມາດ ຢືນຢັນໄດ້ບໍ່ວ່າ ຣັຖບານລາວ ຈະປະຕິບັດ ຕາມຂໍ້ຕົກລົງ ດັ່ງກ່າວ:

ທ່ານ ອະພິສິດ ຕອບວ່າ … ທ່ານ ເຫັນວ່າ ບໍ່ມີເຫດຜົນໃດ ທີ່ລາວ ຈະບໍ່ຄວນ ປະຕິບັດຕາມ, ຊຶ່ງພວກທ່ານເຫັນວ່າ ຈໍານວນ ສາມພັນຄົນ ທີ່ຖືກສົ່ງກັບ ກ່ອນໜ້ານັ້ນ, ຍັງບໍ່ທັນໄດ້ຮັບຣາຍການ ກ່ຽວກັບ ບັນຫາໃດໆ, ແລະ ພວກທ່ານ ຍັງຄົງຕິດຕາມ ການປະຕິບັດງານ ຂອງທາງການລາວ ກັບປະເທດທີສາມ ຢູ່. ແຕ່ມີບາງຄົນ ທີ່ພວກທ່ານ ຄຶດວ່າ ດີກ່ວາ ທີ່ໃຫ້ຂະເຈົ້າ ກັບຄືນໄປ ປະເທດໄທ, ຊຶ່ງມີ ປະມານສີ່ຄົນ ທີ່ກໍາລັງ ຫາຂໍ້ຕົກລົງກັນຢູ່. ແລະວ່າ ບໍ່ມີຊ່ອງຫວ່າງໃດ ທີ່ບໍ່ມີຄວາມເຂົ້າໃຈກັນ ຣະຫວ່າງ ໄທ ແລະ ລາວ. ກ່ອນ ສົ່ງຊາວເຜົ່າມົ້ງ ກັບຄືນ, ພວກທ່ານ ອະນຸຍາດ ໃຫ້ປະເທດ ທີ່ສາມ ເຂົ້າໄປສັມພາດ ແລະ ພວກຂະເຈົ້າ ກໍລໍຖ້າ ການປະສານງານກັບ ຣັຖບານລາວ ກ່ຽວກັບ ການໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ. ນັ້ນຄືເຫດຜົນ ທີ່ພວກທ່ານ ຕັດສິນໃຈ ສົ່ງກັບ. ທ່ານ ກ່າວໃນຕອນນຶ່ງ ວ່າ:

ທ່ານ ກ່າວວ່າ … ມີຢ່າງດຽວ ທີ່ຣັຖບານລາວ ຕ້ອງການ ແມ່ນຂັ້ນຕອນ ຕໍ່ໄປ ຄວນຖືກດໍາເນີນການ ໃນປະເທດລາວ ດີກ່ວາ ຈະດໍາເນີນການ ໃນປະເທດໄທ. ໃນເວລາ ທີ່ທ່ານ ຫາລືກັບ ຜູ້ນໍາ ໃນລາວ, ພວກຂະເຈົ້າ ເວົ້າວ່າ ຖ້າຫາກວ່າ ປະເທດທີສາມ ມີຄວາມຈິງຈັງ ຢາກຈະຮັບເອົາຊາວເຜົ່າມົ້ງ ໄປຕັ້ງຖິ່ນຖານ ໃນປະເທດ ທີສາມນັ້ນ, ພວກຂະເຈົ້າ ຄວນຮັບເອົາ ກຸ່ມຄົນດັ່ງກ່າວ ແຕ່ດົນແລ້ວ, ແລະຍັງມີຫລາຍຄົນ ທີ່ບໍ່ສາມາດ ຮັບ ວີຊາ.

ທ່ານກ່າວຕື່ມວ່າ ບໍ່ມີຫຍັງດີເລີຍ ທີ່ຈະຮັກສາ ກຸ່ມຄົນດັ່ງກ່າວ ພາຍໃຕ້ ສະຖານະການ ທີ່ຂີ້ຮ້າຍ ເຊັ່ນນັ້ນ. ແລະ ໃນຂະນະດຽວກັນ ຍິ່ງສ້າງຄວາມ ບໍ່ໄວ້ວາງໃຈກັນ ຣະຫວ່າງ ປະເທດ ທີ່ເປັນຫ່ວງ. ດັ່ງນັ້ນ ພວກທ່ານ ຈຶ່ງຕັດສິນໃຈ ໃນເມື່ອຮູ້ວ່າ ພວກຂະເຈົ້າ ປອດພັຍ, ພວກຂະເຈົ້າ ສາມາດ ກັບຄືນບ້ານ ຂອງຂະເຈົ້າ, ຊຶ່ງພວກທ່ານ ກໍຄວນສົ່ງກັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 15, 2010 08:18 AM

Mr. Thai Prime mister if you trust communist laos leaders I guarrantee one day Thai people will become refugee to every where like our people that you force back to the killer guy. I belief these people will not volumtary to go back, if they are why they cry in your malitary trucks on the way. Mr. Prime mister Thai is a democrate country please stay on democrate stander.