ສປປລາວແລະໄທ ຂຍາຍການຮ່ວມມື

ລາວແລະໄທ ຕົກລົງ ທີ່ຈະຂຍາຍການ ຮ່ວມມື ໂດຍຈະເລີ້ມຈາກ ໂຄງການພັທນາ ເສັ້ນທາງ ເສຖກິດຕາເວັນອອກ ຕາເວັນຕົກ ໂຄງການການປະໂມງ ແລະ ໂຄງການຂຍາຍໄຟຟ້າ.

0:00 / 0:00

ໃນການສົນທະນາ ລະຫວ່າງສອງຝ່າຍ ໃນມື້ວັນພະຫັດທີ14 ມົກກະຣາ 2010 ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີການ ຕ່າງປະເທດສປປລາວ ທ່ານທອງລຸນ ສີສຸລິດ ກັບທ່ານ ກາສິດ ພິຣົມ ຣັຖມົນຕຣີການ ຕ່າງປະເທດໄທ ນອກກອງປະຊຸມ ສະພາຄວາມໝັ້ນຄົງ ດ້ານການເມືອງອາຊຽນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ທີ່ທາງການໄທ ໄດ້ໃຫ້ການຊ່ອຍເຫລືອ ຈັດສົ່ງຊາວມົ້ງລາວ ກັບປະເທດ ເມື່ອທ້າຍເດືອນກ່ອນ.

ອີງຕາມຮອງໂຄສົກ ກະຊວງການ ຕ່າງປະເທດໄທ ທ່ານ ທານີ ທອງພັກດີ ລາວໄດ້ກ່າວເຖິງ ຄວາມຄືບໜ້າກ່ຽວກັບ ການຈັດສັນຕັ້ງ ຖິ່ນຖານໃຫ້ ຊາວມົ້ງລາວ 4,500 ຄົນ ທີ່ທາງການໄທ ໄດ້ສົ່ງກັບລາວ. ທ່ານ ທອງລຸນ ໄດ້ເນັ້ນໜັກເຖິງ ຄວາມປອດພັຍ ຂອງພວກຂະເຈົ້າ ແລະການເຊື່ອມເຂົ້າ ກັບຊຸມຊົນ ລາວອື່ນໆທົ່ວໄປ. ທັງສອງຝ່າຍຍັງໄດ້ ປຶກສາຫາລື ກ່ຽວກັບໂຄງການ ການປະໂມງ ແລະ ໂຄງການຂຍາຍໄຟຟ້າ.

ທ່ານ ກາສິດ ແນະນຳວ່າ ຫລັງຈາກຂົວຂ້າມ ແມ່ນ້ຳຂອງ ມຸກດາຫານ-ສວັນນະເຂດ ໄດ້ເປີດບໍຣິການ ເຮັດໃຫ້ ໄທ-ລາວ ແລະ ວຽດນາມ ເຊື່ອມຕໍ່ເຂົ້າກັນ ໃກ້ຂື້ນ ຈຶ່ງມີທາງເປັນໄປໄດ້ ທີ່ຈະມີການຮ່ວມມື ສາມຝ່າຍ ເພື່ອຂຍາຍໂຄງການ ການປະໂມງ. ທ່ານເນັ້ນວ່າ ພາກຕາເວັນອອກສ່ຽງເໜືອ ຂອງໄທແລະລາວ ຈະເປັນຕລາດ ການຄ້າປາ ທີ່ສຳຄັນຂອງ ວຽດນາມ.