ແຂວງອຸດົມໄຊ ຍົກຣະດັບຄຣູສອນ
2010.01.13
ແຂວງອຸດົມໄຊ ຫາວິທີທາງ ສົ່ງເສີມບັນດາຄຣູ-ອາຈາຣ ໃນຊັ້ນປະຖົມສຶກສາ ແລະ ມັທຍົມໃນທົ່ວແຂວງ ໃຫ້ມີກາຣພັທນາ ຍົກຣະດັບຄວາມຮູ້ ແລະຄວາມສາມາດ ເພື່ອໃຫ້ມີປະສິທທິພາບ ໃນກາຣສອນນັກຮຽນ ແຕ່ລະຊັ້ນໃຫ້ໄດ້ດີ ເພີ່ມຂຶ້ນກວ່າເກົ່າ ສະນັ້ນໃນສົກປີ 2009-2010 ນີ້ ຈຶ່ງມີນະໂຍບາຍ ຄະນະຄຣູ-ອາຈາຣ ໄປຮຽນຮູ້ເພີ່ມເຕີມ ຕາມວິທຍາລັຍ ຝຶກອົບຮົມຄຣູຕ່າງໆ ດັ່ງທ່ານຈີນດາວົງ ສົມສາມາດ ຫົວໜ້າຜແນກສຶກສາ ແຂວງອຸດົມໄຊ ໄດ້ກ່າວວ່າ:
“ຄຣູຊັ້ນກາງ ທີ່ສອນຢູ່ປະຖົມ ຫລືວ່າສອນນຳຢູ່ (ຢູ່ນຳ) ມັທຍົມ ເອົາໄປຍົກຣະດັບ ຢູ່ຕາມບັນດາ ສະຖາບັນວິທຍາລັຍຄຣູ ແຫ່ງຕ່າງໆ ເປັນຕົ້ນຢູ່ ວິທຍາລັຍຄຣູ ຫລວງພຣະບາງ”.
ທ່ານຈີນດາວົງ ໄດ້ແຈ້ງເພີ່ມວ່າ ໃນແຕ່ລະປີ ແຂວງອຸດົມໄຊ ໄດ້ຮັບຄຣູຕາມ ຈຳນວນແບ່ງປັນ ຈາກສູນກາງ ເພື່ອໄປປະຈຳກາຣ ຢູ່ຕາມໂຮງຮຽນ ແຕ່ລະແຫ່ງ ແລະ ເວລາຮອດຍາມພັກ ໃນທ້າຍປີຮຽນແລ້ວ ກໍໄດ້ຈັດສົ່ງ ຄຣູ-ອາຈາຣ ຈຳນວນໜຶ່ງທີ່ສອນ ຢູ່ຊັ້ນມັທຍົມປາຍ ໄປຮຽນຕໍ່ຂັ້ນປຣິນຍາຕຣີ ເພີ່ມເຕີມ:
“ສ່ວນຄຣູທີ່ສອນມັທຍົມຕອນປາຍ ທີ່ຈົບຣະບົບຊັ້ນສູງໄປເຊື່ອມປຣິນຍາຕຣີ ຖືວ່າປີກາຍກັບປີກ່ອນຫັ້ນຮວມກັນ ພວກເຮົາກໍເອົາໄປຍົກຣະດັບຮ້ອຍກວ່າຄົນແລ້ວ”.
ພ້ອມດຽວກັນນີ້ ທ່ານກໍວ່າ ທາງແຜນກສຶກສາແຂວງ ຍັງໄດ້ສົ່ງຄຣູ ແລະ ພນັກງານອາວຸໂສ ໄປຝຶກອົບຮົມ ດ້ານທິສດີ ໃນແຕ່ຣະຍະໆ ເພື່ອເປັນກາຣເພີ່ມ ຄວາມຮູ້ ແລະຄວາມສາມາດ ໃນກາຣສິດສອນ ຕາມຫລັກສູຕ ທີ່ທາງກະຊວງສຶກສາ ແຫ່ງຊາຕໄດ້ວາງໄວ້.