ນັກວິຊາການລາວ ວ່າບັນຫາມົ້ງ ປິດບັງຍາກ

ນັກວິຊາການລາວ ເຊື່ອວ່າບັນຫາ ຊາວມົ້ງລາວ ທີ່ນາໆຊາດ ໃຫ້ຄວາມສົນໃຈ ຢູ່ໃນຂນະນີ້ ຊຶ່ງທາງການລາວ ຈະປິດຂ່າວຈາກ ປະຊາຊົນນັ້ນ ມັນເປັນໄປໄດ້ຍາກ.
ມະນີຈັນ
2010.01.15

ຄວາມຄືບໜ້າ ຂອງຊາວມົ້ງລາວ ຊຶ່ງຫລາຍຝ່າຍ ພຍາຍາມທີ່ ຈະເຈາະຫາ ຂໍ້ມູນຄວາມຈິງ ໃນລາວນັ້ນ ເຊື່ອວ່າ ຣັຖບານລາວ ຈະປິດບັງຂ່າວໄດ້ຍາກ ເພາະນັກຂ່າວ ຕ່າງປະເທດ ທີ່ເຂົ້າມາໃນລາວ ຕ່າງກໍຄອຍຈັບຕາເບິ່ງ ພຶດຕິກັມຂອງ ຣັຖບານລາວ ບໍ່ໄດ້ຂາດ -ຕາມຄໍາເວົ້າຂອງ ນັກວິຊາການລາວ ທີ່ບໍ່ປະສົງບອກຊື່. ທ່ານເວົ້າ ເປັນສໍານຽງໄທ ໃນຕອນນຶ່ງວ່າ:

"ເຮັດອີ່ຫຍັງ ນອກຮູ້ນອກທາງ ບໍ່ໄດ້ດອກ ເພາະທີ່ ນະຄອນຫລວງວຽງຈັນ ກໍມີນັກຂ່າວຕ່າງປະເທດ ຢູ່ໂດຍສະເພາະຂອງ ປະເທດໃຫຍ່ໆ ຈະໄປຕົວະບໍ່ໄດ້ດອກ".

ທ່ານເວົ້າຕໍ່ໄປວ່າ ບັນຫາຊາວມົ້ງລາວ ຫ້ວຍນໍ້າຂາວ ແລະ ຊາວມົ້ງລາວ 158 ຄົນ ທີ່ຖືກສົ່ງກັບຄືນລາວ ຈາກໜອງຄາຍ ເມື່ອທ້າຍປີ 2009 ນັ້ນ ທັງໝົດຢູ່ພາຍໃຕ້ ການດໍາເນີນການ ຂອງຣັຖບານລາວ ຊຶ່ງຕາມນະໂຍບາຍ ກໍຄືສົ່ງກັບຄືນ ບ້ານເດີມທັງໝົດ ຫລືສົ່ງໄປຢູ່ ບ້ານຈັດສັນໃໝ່.

ສໍາລັບກຸ່ມຄົນ ທີ່ຄາດວ່າ ສູນຫາຍໄປຫລື ຖືກຂັງຄຸກໃນລາວນັ້ນ ສ່ວນຕົວແລ້ວ ທ່ານເຊື່ອວ່າ ເປັນໄປໄດ້ຍາກ ທີ່ທາງການລາວ ຈະປິດບັງເປັນ ຄວາມລັບ ເພາະສື່ມວນຊົນ ຕ່າງປະເທດ ໃນລາວກໍມີ ແລະຫລັກຖານ ການຫາຍສາບສູນ ກໍຍັງບໍ່ປາກົດເຫັນ.

ສໍາລັບ ຊາວມົ້ງລາວ ຫ້ວຍນໍ້າຂາວ ແລະ ຊາວມົ້ງລາວໜອງຄາຍ 158 ຄົນ ຊຶ່ງສື່ມວນຊົນ ຕ່າງປະເທດ ຕັ້ງຂໍ້ສົງສັຍວ່າ ອາຈມີຈໍານວນນຶ່ງ ຫາຍສາບສູນ ບໍ່ໄດ້ກັບ ຄືນບ້ານ ແລະຫລາຍຫນ່ວຍງານ ພາກເອກກະຊົນ ຕ່າງປະເທດ ໄດ້ພຍາຍາມຕິດຕໍ່ ຂໍອະນຸຍາດ ເຂົ້າໄປຕິດຕາມນັ້ນ ກໍຍັງບໍ່ໄດ້ຄໍາຕອບ ຈາກທາງການລາວເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 18, 2010 09:45 PM

ຕາມ ຄວາມ ເຊືອຖື ມົ້ງ ລາວ ທິຖືກ ລັດຖະບານ ໄທບັງຄັບ ດ້ວຍການ ໃຊ້ທະຫານຢ່າງ ມະຫາສານ ເໝືອນດັ່ງ ຝ່າຍ ຄອມມູນີດ ໃຊ້ ກຳລັງ ຢຶດຄອງ ລາວ ນັ້ນ ແນ່ ນອນ ວ່າ ຈະ ບໍມີ ຄວາມ ປອດ ໄພ

Anonymous
Jan 15, 2010 10:34 AM

Actually; I am a Lao citizen and living in Laos, so I know dam well about the genuine manners of the Lao Communist Government, they will never admit guilts because they've been well tamed and closely controlled by their Vietnamese Masters.