ສື່ມວລຊົນຖືກຫ້າມ ເຂົ້າໃກ້ເຂຕ ຈັດສົ່ງຊາວມົ້ງ
2010.01.14
ສະຫະພັນ ນັກຂ່າວເອເຊັຍ ຕາເວັນອອກສ່ຽງໃຕ້ SEAPA ສະແດງຄວາມກັງວົນ ນຳຫລາຍ ໃນການທີ່ທະຫານໄທ ພຍາຍາມກີດກັ້ນ ສື່ມວນຊົນ ບໍ່ໃຫ້ໄປເອົາ ຂ່າວກ່ຽວກັບການສົ່ງ ຊາວມົ້ງລາວ ຈາກສູນກັກຂັງຊົ່ວຄາວ ຂອງຊາວມົ້ງລາວ ທີ່ແຂວງເພັດສະບູນ ພາກເໜືອຂອງໄທ ໃນທ້າຍເດືອນ ທັນວາ 2009 ທີ່ຜ່ານມາ.
ກອງທັບໄທ ໄດ້ຫ້າມທັງ ສື່ມວນຊົນໄທ ແລະຕ່າງປະເທດ ເຂົ້າໄປເອົາຂ່າວ ຊາວມົ້ງ ທີ່ມີຈຳນວນຫລວງຫລາຍ ຢູ່ໃນສູນດັ່ງກ່າວ ແລະ ຫ້າມບໍ່ໃຫ້ ເອົາຂ່າວກ່ຽວກັບ ກອງທັບໄທ ໂຍກຍ້າຍພວກຂະເຈົ້າ ອອກໄປ ຊຶ່ງໃນຣະຫວ່າງນັ້ນ ກອງທັບໄທ ກໍໄດ້ຈັດ ກອງປະຊຸມຂ່າວ ຢູ່ຄ້າຍທະຫານ ທີ່ແຂວງ ພິສນຸໂລກ ຊຶ່ງຕັ້ງຢູ່ ຫ່າງຈາກ ສູນກັກຂັງຊົ່ວຄາວ ຂອງຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ ປະມານ 100 ຫລັກກິໂລແມັດ.
ບັນດານັກຂ່າວ ຖືກບັງຄັບໃຫ້ຢູ່ ທາງເຂົ້າຂອງສູນ ແລະຄອງຖ້າໂອກາດ ທີ່ຈະຖ່າຍຮູບ ແລະຖ່າຍ video ເອົາຊາວມົ້ງ ທັງຜູ້ຊາຍແມ່ຍິງ ແລະເດັກນ້ອຍ ທີ່ຖືກນຳ ຂື້ນຣົດບັນທຸກ ຂອງທະຫານໄທ ແລະຣົດເມ ເພື່ອບັງຄັບສົ່ງກັບ ປະເທດລາວ.
ສະຫະພັນນັກຂ່າວ ເອເຊັຍ ຕາເວັນອອກສ່ຽງໃຕ້ ເວົ້າວ່າການທີ່ ກອງທັບໄທກີດກັ້ນ ບໍ່ໃຫ້ເອົາຂ່າວ ກ່ຽວກັບການສົ່ງ ຊາວມົ້ງນັ້ນ ບໍ່ພຽງແຕ່ ເປັນການຣະເມີດ ສິດເສຣີພາບ ຂອງສື່ມວນຊົນ ແລະສິດຂອງພົລເມືອງ ໃນການທີ່ຈະໄດ້ ຮັບຮູ້ຂ່າວ ຊຶ່ງບົ່ງໄວ້ໃນ ຣັຖທັມນູນໄທ ເທົ່ານັ້ນ ແຕ່ຫາກຍັງເປັນ ການຕັດສິດທິອື່ນໆ ຂອງກຸ່ມຊົນເຜົ່າ ດັ່ງທີ່ສື່ມວນຊົນ ໄດ້ເຜີຍແພ່ມາແລ້ວ ກ່ຽວກັບສະພາບ ຂອງພວກຂະເຈົ້ານັ້ນ.
ສະພາບຂອງຊາວມົ້ງ ທີ່ຂໍລີ້ໄພນັ້ນ ສື່ມວນຊົນໄທ ໄດ້ລາຍງານໄປແລ້ວ ພຽງເລັກນ້ອຍ. ແຕ່ເຫດການຄັ້ງ ຫລ້າສຸດນີ້ ຊີ້ໃຫ້ເຫັນເຖິງ ຄວາມພຍາຍາມຂອງ ກອງທັບໄທ ທີ່ເຮັດໃຫ້ການ ລາຍງານຂ່າວກ່ຽວກັບ ການສົ່ງຊາວມົ້ງ ກັບຄືນປະເທດນັ້ນ ເປັນໄປຕາມຮູບແບບ ທີ່ຕົນຕ້ອງການ.