ຝັ່ງລາວ-ໄທ ຮັບຜົນກະທົບ ຈາກການດູດຊາຍ
2010.01.15
ຣົຖດູດຊາຍ ແລະ ຣົຖບັນທຸກດິນຊາຍ ຂອງບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ໂຄງການ Kings Romans of Laos Asia & Tourism Development Zone ໄດ້ຂຸດ ແລະ ບັນທຸກຊາຍ ຈາກດອນກາງແມ່ນໍ້າຂອງ ບໍຣິເວນ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຂອງລາວ, ກົງກັນຂ້າມກັບ ຫ້ອງການເມືອງຊຽງແສນ, ແຂວງຊຽງຮາຍ ຂອງໄທ, ຊຶ່ງສົ່ງຜົນກະທົບ ໄປໃສ່ຝັ່ງໄທ ໂດຍກົງ.
ການດູດຊາຍ ດັ່ງກ່າວ ເຮັດໃຫ້ຂີ້ຊາຍໄຫລເຂົ້າໄປຖົມ ບໍຣິເວນ ໜ້າທ່າເຮືອ ເມືອງຊຽງແສນ ຈົນເຮັດໃຫ້ ຣະດັບນໍ້າ ໃນແມ່ນໍ້າຂອງ ບໍຣິເວນ ດັ່ງກ່າວ ຕື້ນ ແລະ ເຮັດໃຫ້ເຮືອບັນທຸກສິນຄ້າ ຂນາດໃຫຍ່ ບໍ່ສາມາດ ເຂົ້າໄປ ທຽບທ່າເຮືອໄດ້.
ກ່ຽວກັບ ບັນຫາ ດັ່ງກ່າວ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ຣາຍງານໃຫ້ ເຈົ້າແຂວງ ແຂວງຊຽງຮາຍ ຮັບຮູ້ ເປັນທີ່ຮຽບຮ້ອຍແລ້ວ. ແລະທ່ານ ກໍໄດ້ສັ່ງການ ໄປຍັງ ເຈົ້າເມືອງ ເມືອງຊຽງແສນ ປະສານງານ ກັບເຈົ້າເມືອງ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃຫ້ແກ້ໄຂບັນຫາ ດັ່ງກ່າວ ໃນເວລາອັນຄວນ.
ໃນບໍຣິເວນ ດູດຊາຍນັ້ນ ຫ່າງຈາກ ຝັ່ງໄທ ປະມານ 50 ແມັດ, ຊຶ່ງທາງບໍຣິສັດ ນໍາເອົາດິນຊາຍດັ່ງກາວ ໄປກໍ່ສ້າງ ຕຶກຂນາດໃຫຍ່, ປະກອບດ້ວຍໂຮງແຮມຂນາດ 700 ຫ້ອງ ແລະ 1200 ຫ້ອງ, ຈໍານວນ 5 ແຫ່ງ, ສນາມກັອຟ 18 ຂຸມ 2 ແຫ່ງ ແລະ ບ່ອນຫລິ້ນກາຊີໂນ. ນອກຈາກນັ້ນ, ຍັງຈະສ້າງນິຄົມ ອຸດສາຫະກັມ ກະເສດ, ຊຶ່ງກ່ອນໜ້ານັ້ນ ທາງການລາວ ໄດ້ໃຫ້ສັມປະທານ ແກ່ກຸ່ມ ບໍຣິສັດ ດອກງິ້ວຄໍາ ຈໍາກັດ.
ຜ່ານມາ ເມື່ອມີການຂຸດ ຫລື ດູດຊາຍ ຈາກແມ່ນໍ້າຂອງ ຢູ່ຝັ່ງໄທ ກໍສົ່ງຜົນກະທົບ ໄປຍັງຝັ່ງລາວ, ໃນເວລາ ດຽວກັນ, ຖ້າມີການຂຸດ ຫລື ດູດຊາຍ ຈາກຝັ່ງລາວ ກໍສົ່ງຜົນກະທົບ ໄປຍັງ ຝັ່ງໄທ ເຊັ່ນດຽວກັນ. ແຕ່ບັນຫາທັງໝົດ ທີ່ເກີດຂຶ້ນນັ້ນ ກໍຈະຖືກແກ້ໄຂ ໂດຍອໍານາດ ການປົກຄອງ ທ້ອງຖິ່ນ ຂອງທັງສອງຝ່າຍ ລາວ-ໄທ ດ້ວຍດີ.