ເຣື້ອງທີ່ເກັບບັນທຶກໄວ້
2022-08-23
ທີມງານນາໆຊາຕ ເຮັດວຽກກ່ຽວກັບ ສິ່ງແວດລ້ອມຕາມລໍາແມ່ນໍ້າຂອງ ເຫັນວ່າຜົລກະທົບ ຈາກເຂື່ອນໄຟຟ້າ ໃນນໍ້າຂອງ 2 ແຫ່ງໃນລາວ ເປັນຕົ້ນ ເຂື່ອນໄຊຍະບູຣີ ແລະເຂື່ອນດອນສະໂຮງ ສົ່ງຜົລກະທົບ ຢູ່ໃນລະດັບປານກາງ ແຕ່ພາກປະຊາສັງຄົມໃນລາວ ແລະໄທຍ ເຫັນວ່າ ເຂື່ອນດັ່ງກ່າວ ສົ່ງຜົລກະທົບຂ້ອນຂ້າງຮຸນແຮງ.
2022-08-23
ບັນຫາ ຄຣູສອນໂຮງຮຽນ ໃນປີນີ້ ບໍ່ພຽງພໍ ກັບຈຳນວນ ນັກຮຽນ ແລະ ໂຮງຮຽນຫຼາຍແຫ່ງ ຈະສົ່ງຜົລກະທົບ ຕໍ່ຄຸນນະພາບ ການຮຽນ-ການສອນ ຂອງເດັກນັກຮຽນ ສ່ວນນຶ່ງກໍເປັນຍ້ອນ ຄຣູອາສາສມັກ ລາອອກ ຈຳນວນຫລາຍ ແລະ ສາຍເຫດທີ່ລາອອກ ກໍຍ້ອນລໍຖ້າ ບັນຈຸເປັນຣັຖກອນບໍ່ໄດ້.
2022-08-23
ແຕ່ງຕັ້ງຄະນະປະຕິຮູບ ຣັຖວິສາຫະກິຈ ການບິນລາວ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຫົວໜ້າຄະນະ ເພື່ອແກ້ໄຂບັນຫາ ຫລຸບທຶນ ຂະນະທີ່ ປະຊາຊົນ ແລະນັກວິຊາການ ເຫັນວ່າ ຄວນຈະປະຕິຮູບ ໃຫ້ເປັນມືອາຊີບ ແລະ ແກ້ໄຂລະບົບເສັ້ນສາຍ ໃຫ້ໄດ້ກ່ອນ.
2022-08-23
ຊາວລາວ ເປັນຫ່ວງຂະບວນການ ຄ້າມະນຸສຈີນ ທີ່ມາໃນຮູບແບບ ການແຕ່ງດອງ ກັບແມ່ຍິງລາວ ຫຼັງຈາກ ທີ່ມີຄົນໂພສຕ໌ ຮັບສມັກແມ່ຍິງລາວ ເພື່ອແຕ່ງດອງກັບ ຄົນຈີນ ຈຳນວນເຖິງ 15 ຄົນ ໂດຍຜູ້ໂພສຕ໌ ອ້າງວ່າຈະໄດ້ເງິນເດືອນສູງ.
2022-08-22
ຄວາມເສັຍຫາຍ ຈາກພັຍນໍ້າຖ້ວມ ຫວ່າງສັປດາທີ່ແລ້ວ ຂອງຊາວບ້ານ ໃນນະຄອນຫຼວງວຽງຈັນ ສ່ວນຫຼາຍ ແມ່ນເຄື່ອງຂອງທີ່ໃຊ້ໃນຊີວິຕ ປະຈຳວັນ ທີ່ຊາວບ້ານເກັບມ້ຽນ ໄປໄວ້ທີ່ສູງບໍ່ທັນ ຊຶ່ງກໍເປັນຄວາມເສັຍຫາຍຫຼາຍສົມຄວນ ສຳລັບຂອງຊາວບ້ານ.
2022-08-22
ມາເລເຊັຽ ແລະ ໄທຍ ມີແຜນຈະເຊື່ອມຕໍ່ ທາງຣົຖໄຟ ໃສ່ທາງຣົຖໄຟ ລາວ-ຈີນ ໃນອະນາຄົຕ, ມີໄລຍະທາງ ທັງໝົດປະມານ 2,000 ກິໂລແມັດ ຊຶ່ງຈະເປັນການຂົນສົ່ງສິຄ້າ ຜ່ານທາງຣົຖໄຟ ຈາກຈີນ ສູ່ປະເທດລາວ, ປະເທດໄທຍ ແລະ ປະເທດມາເລເຊັຽ ອາຈລວມເຖິງ ສິງກະໂປຣ໌ ຕໍ່ໄປ.
2022-08-22
ຊາວບ້ານ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຮັບຜົລກະທົບກິ່ນຂິວ, ແສບດັງ, ວິນຫົວ, ເຈັບໜ້າເອິກ, ສຽງດັງລົບກວນ ໃນຍາມກາງຄືນ ຈາກໂຮງງານ ຕົ້ມນໍ້າມັນເຄື່ອງເກົ່າ ຂອງວຽດນາມ, ແຕ່ທາງພາກສ່ວນ ທີ່ກ່ຽວຂ້ອງ ຍັງບໍ່ທັນແກ້ໄຂ ບັນຫານີ້ໃຫ້ເທື່ອ.
2022-08-22
ຊາວ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ຮ່ອງລະບາຍນໍ້າຕັນ, ນໍ້າຖ້ວມຂັງເປັນເວລາດົນ, ຫລັງຈາກຝົນຕົກ ຊຶ່ງທາງການຕຣຽມຈະຂຶ້ນແຜນ ຂໍງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານີ້ ທັງໃນສະເພາະໜ້າ ແລະແບບຖາວອນ ຂະນະທີ່ ປະຊາຊົນ ຍັງມີຄວາມຫຍຸ້ງຍາກ ຈາກນ້ຳຖ້ວມຂັງຢູ່.
2022-08-22
ກະຊງງແຮງງານ ແລະ ສວັດດີການສັງຄົມ ເລັ່ງຂຶ້ນທະບຽນຄົນງານລາວ ທີ່ເຮັດວຽກຢູ່ໃນ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອໃຫ້ງ່າຍໃນກວດກາ ແລະ ຄຸ້ມຄອງ ໃຫ້ເປັນໄປຕາມລະບຽບ ກົດໝາຍ ຂອງປະເທດລາວ.
2022-08-21
ການຊ່ອຍເຫລືອ ດ້ານເສຖກິຈ ຂອງສະຫະຣັຖ ອາເມຣິກາ ແກ່ຣາຊອານາຈັກລາວ.
2022-08-20
ຜະເດັດການ ທະຫານພະມ້າ ຕັດສິນລົງໂທດ ຈໍາຄຸກ ມາດານ ອອງ ຊານ ຊູຈິ ຕື່ມອີກ 6 ປີ ຊຶ່ງບັນດາ ນັກວິການເວົ້າວ່າ ເປັນການສໍ້ໂກງ ແລະອອກແບບມາ ເພື່ອບໍ່ໃຫ້ສາທາຣະຊົນ ເຫັນມາດາມ.
2022-08-19
ໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ຣະບາດແຮງຂຶ້ນຢູ່ລາວ, ຜູ້ທີ່ມີພຍາດປະຈໍາໂຕ ເຊັ່ນ ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ຫາກໄດ້ຮັບເຊື້ອ ເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະເສັຍຊີວິຕ ໄດ້ງ່າຍກວ່າຄົນ ທີ່ບໍ່ມີພຍາດປະຈໍາໂຕ.
2022-08-19
ຕໍາຣວດນະຄອນຫລວງວຽງຈັນ ກ່າວເຕືອນຄົນວຽດນາມ ທີ່ຕັ້ງຮ້ານຊື້-ຂາຍ ເສດເຫຼັກ ທີ່ຜິດກົດໝາຍ ຮວມທັງເຫລັກ ທີ່ຄົນລັກມາຂາຍໃຫ້ ແລະ ໜັງສືຜ່ານແດນ ຂອງຄົນວຽດນາມເຫລົ່ານີ້ ໝົດອາຍຸ, ບໍ່ມີໃບອະນຸຍາດ ເຮັດທຸຣະກິຈ, ຮັບຊື້ທັງໃນຍາມວິການ (ກາງຄືນ).
2022-08-19
ການຂາຍ ບໍຣິການ ຍັງມີຢູ່ຕາມຮ້ານບັນເທີງ ຫຼື ຮ້ານກິນດື່ມ ໃນນະຄອນຫຼວງວຽງຈັນ ຊຶ່ງທີ່ຜ່ານມາ ເຈົ້າໜ້າທີ່ ປກສ ສາມາດ ກວດພົບເຫັນ ຮ້ານບາງແຫ່ງ ກໍຍັງມີການລັກລອບເປີດ ຂາຍບໍຣິການກັນຢູ່ ແລະ ແມ່ຍິງທີ່ເປັນສາວຂາຍບໍຣິການ ຖືກສຶກສາອົບຮົມ, ສ່ວນເຈົ້າຂອງຮ້ານ ຈະມີໂທດນັກກວ່າ.
2022-08-19
ຊາວບ້ານປະມານ 20 ຄອບຄົວ ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ພາກັນໄປ ບໍຣິສັດສິດທິ ໂລຈິສຕິກລາວ ຈໍາກັດ ເພື່ອທວງຖາມ ຄ່າຊົດເຊີຍ ຍ້ອນໄດ້ເສັຍດິນໃຫ້ໂຄງການ ເຂດພັທນາທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກສ໌ມາໄດ້ເກືອບ 3 ປີແລ້ວ.