ຍານາງ ອອງ ຊານ ຊູຈີ ຖືກຕັດສິນໂທດ ອີກ 6 ປີ
2022.08.20
ສານຜະເດັດການທະຫານພະມ້າ ຕັດສິນລົງໂທດຈໍາຄຸກ ມາດາມ ອອງ ຊານ ຊູຈິ ອະດິຕ ຜູ້ນໍາປະ ເທດ, ທີ່ປຶກສາແຫ່ງຣັຖພະມ້າ 6 ປີໃນມືວັນຈັນ ທີ 15 ສິງຫານີ້ ໃນຂໍ້ຫາທຸຈຣິຈ ທີ່ບັນດານັກວິຈານເວົ້າວ່າ ການຕັດສິນລົງໂທດນັ້ນບໍ່ມີຄຸນນະທັມ.
ມາເຖິງປັດຈຸບັນ ນັບທັງໂທດທີ່ສານຕັດສິນຈໍາຄຸກ 6 ປີໃນມື້ວັນຈັນນັ້ນ ມາດາມ ອອງ ຊານ ຊູຈິ ທີ່ມີອາຍຸ 77 ປີ ປະເຊີນກັບໂທດຈໍາຄຸກທັງໝົດ 17 ປີ ຍ້ອນວ່າກ່ອນໜ້ານັ້ນ ມາດາມຖືກພວກຜູ້ນໍາຜະເດັດການ ທະຫານພະມ້າ ທີ່ໄດ້ໂຄ່ນລົ້ມ ຣັຖບານພົລເຮືອນ ຊຶ່ງມາຈາກການເລືອກຕັ້ງແບບປະຊາທິປະໄຕ ໃນມື້ວັນທີ 1 ກຸມພາ 2021 ຕັດສິນລົງໂທດ ຈໍາຄຸກມາແລ້ວ 11 ປີ.
ຄະດີ 3 ຄະດີ ທີ່ທາງການທະຫານ ພະມ້າກ່າວຫາ ມາດາມ ອອງ ຊານ ຊູຈິ ໃນມື້ວັນຈັນນັ້ນ ແມ່ນເຣື່ອງ ການໄດ້ທີ່ດິນຢູ່ກຸງເນປີດໍ ຂອງມູລນິທິ ດໍຄິນຈິ (Daw Khin Kyi) ຊຶ່ງເປັນຊື່ຂອງມານດາ ທີ່ລ່ວງລັບໄປແລ້ວ ຂອງ ມາດາມ ອອງ ຊານ ຊູຈິ ແລະການກໍ່ສ້າງ ອາຄານຢູ່ໃນທີ່ດິນນັ້ນ ແລະສໍານັກງານໃຫຍ່ ຂອງມູລນິທິ ດັ່ງກ່າວຢູ່ນະຄອນຢ້າງກຸ້ງ.
ພ້ອມດຽວກັນນັ້ນ ທ່ານ ມຽວ ອ່ອງ (Myo Aung) ເຈົ້າຄອງນະຄອນເນປີດໍ, ທ່ານ ເຢ ມິນອູ (Ye Min Oo) ຮອງເຈົ້າຄອງນະຄອນ ແລະທ່ານ ມິນອູ (Min Oo) ກັມມະການເທສບານ ເນປີດໍ ກໍຖືກຕັ້ງຂໍ້ຫາ ໃນຄະດີດັ່ງກ່າວນັ້ນນໍາດ້ວຍ ໂດຍຖືກລົງໂທດຈໍາຄຸກຜູ້ລະ 2 ປີ.
ທ່ານ ໂບ ໂບ ອູ (Bo Bo Oo) ອະດິຕ ສະມາຊິກສະພາຜູ້ແທນ ຈາກເຂດເລືອກຕັ້ງ ນະຄອນຢ້າງກຸ້ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນຈັນວ່າ ການລົງໂທດຈໍາຄຸກ ທີ່ສານຢູ່ກຸງເນປີດໍ ຕັດສິນນັ້ນ ແມ່ນຜິດກົດໝາຍ, ແລະການປົກຄອງ ພະມ້າຂອງທະຫານ ໃນປັດຈຸບັນນີ້ ແມ່ນໄດ້ມາຍ້ອນການຢຶດອໍານາດ ຢ່າງຜິດກົດໝາຍເຊັ່ນດຽວກັນ.
ອະດິຕ ສະມາຊິກສະພາແຫ່ງຊາຕ ພະມ້າ ຜູ້ທີ່ຖືກກອງທັບພະມ້າ ໂຄ່ນລົ້ມເມື່ອປີກາຍເວົ້າວ່າ “ການຣັຖປະຫານ ເປັນການລະເມີດກົດໝາຍ ມາຕັ້້ງເຣີ່ມແລກແລ້ວ ດັ່ງນັ້ນຈຶ່ງເປັນເຣື່ອງທີ່ໂງ່ງ່າວສໍາລັບພວກເຂົາທີ່ຈະບອກວ່າ ຕອນນີ້ພວກເຂົາຢູ່ຝ່າຍຖືກກົດໝາຍ ແລະທ່ານບໍ່ຮັບຮູ້ອໍານາດຂອງພວກເຂົາ.”
ເພື່ອຂໍຄວາມເຫັນກ່ຽວກັບເຣື່ຶອງທີ່ວ່ານີ້ ໄດ້ຖາມໄປຍັງນາຍພົນ ຊໍມິນຕຸນ (Zaw Min Tun) ໂຄສົກຂອງພວກຜະເດັດການ ທະຫານ, ແຕ່ບໍ່ໄດ້ຮັບຄໍາຕອບ ຂະນະທີ່ຜູ້ຊ່ຽວຊານ ດ້ານກົດໝາຍເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ມາດາມ ອອງ ຊານ ຊູຈິ ບໍ່ຄວນຖືກດໍາເນີນຄະດີ ໃນຂໍ້ຫາທຸຈຣິຈ ສໍາລັບໂຄງການທີ່ເຮັດຂຶ້ນ ເພື່ອຜົລປໂຍດຂອງປະເທດ.
ແຫລ່ງຂ່າວຂອງວິທຍຸເອເຊັຽເສຣີ ທີ່ຂໍສງວນຊື່ເພື່ອຄວາມປອດພັຍ ເວົ້າວ່າ ຂໍ້ກ່າວຫາຂອງພວກທະຫານທີ່ວ່າ ປະເທດສູນເສັຍເງິນຍ້ອນການຂາຍດິນ ໃນລາຄາຕໍ່ານັ້ນ ບໍ່ຄວນຖືກຟ້ອງຮ້ອງ.
ແຫລ່ງຂ່າວເວົ້າວ່າ ການເອົາຜິດ ກັບໂຄງການ ທີ່ມີຜົລປໂຍດໃຫ້ແກ່ຊາຕ ເຊັ່ນໂຄງການ ລາຢົງຕໍ (La Yaung Taw) ພຽງເພາະວ່າເປັນໂຄງການ ທີ່ເຊື່ອມຕໍ່ກັບໂຄງ ການ Aung San Suu Kyi ທີ່ອາຈເປັນປໂຍດ ຕໍ່ພົລເມືອງໃນອະນາຄົຕ ຊຶ່ງຈະເຮັດໃຫ້ໂຄງການອື່ນໆ ຢຸດສະງັກ ກໍບໍ່ຄວນ.
ທ່ານ ທ່າ ທຸນຫລ່າ (Tha Tun Hla) ປະທານພັກແຫ່ງຊາຕ Arakan ກ່າວວ່າ “ນີ້ເປັນພຽງອີກຕົວຢ່າງນຶ່ງ ທີ່ພວກຜະເດັດການ ທະຫານພະມ້າຈັດການ ກັບບັນຫາການເມືອງ ຢູ່ພະມ້າ ໂດຍບໍ່ໃຊ້ວິທີການທາງການເມືອງ ແຕ່ໃຊ້ວິທີ ທີ່ເກີດຈາກຄວາມກຽດຊັງ.”
ທ່ານກ່າວຕື່ມວ່າ ປະຊາຊົນທີ່ເຊື່ອມໂຍງ ກັບເຣື່ອງການເມືອງ ບໍ່ຄວນຖືກລົງໂທດ ແລະຈໍາຄຸກ
ຫລາຍແຫ່ລງຂ່າວເວົ້າວ່າ ປັດຈຸບັນ ມາດາມ ອອງ ຊານ ຊູຈິ ຖືກທາງການ ທະຫານພະມ້າ ຕັ້ງ
ຂໍ້ຫາອີກ 9 ຂໍ້ຫາ ອັນມີຮວມທັງຄະດີ ທີ່ຢູ່ພາຍໃຕ້ກົດໝາຍວ່າ ດ້ວຍຄວາມລັບທາງການ ຊຶ່ງມີໂທດຈໍາຄຸກຍາວນານ.
ເວົ້າເຣື່ອງການລະເມີດສິທທິມະນຸສ ຢູ່ພະມ້າ ທ່ານ ຖານໂຊນາຍ (Than Soe Naing) ຜູ້ສັງເກດການ ທາງການເມືອງຂອງພະມ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ການຈັບກຸມ ແລະການຄຸມຂັງ ມາດາມ ອອງ ຊານ ຊູຈິ, ກອງທັບພະມ້າ ກໍາລັງດໍາເນີນການ ຕາມເປົ້າໝາຍໃນການ ກໍາຈັດ ມາດາມທຸກຢ່າງ ເພື່ອໃຫ້ມາດາມ ອອກຈາກຊີວິຕ ການເມືອງຂອງປະເທດພະມ້າ.
ທ່ານເວົ້າວ່າ “ຢ່າງໃດກໍຕາມ ປະວັດສາຕ ຈະສະແດງໃຫ້ເຫັນວ່າ ມາດາມ ອອງ ຊາຊ ຊູຈິ ບໍ່ເຄີຍຕິດສິນບົນໃຜ ຫລື ສໍ້ໂກງທາງການເງິນ. ມາດາມ ມີຄຸນນະທັມ, ມີຄວາມຊື່ສັດ ແລະກຽດສັກສີ ຂອງມາດາມ ບໍ່ເຄີຍຖືກກະທົບ ກະເທືອນຈັກເທື່ອ ແມ່ນແຕ່ພຽງໜ້ອຍດຽວ.”
ທ່ານ ເອເລນ ເພິສັນ (Elaine Pearson) ຮັກສາການຜູ້ອໍານວຍການ ປະຈໍາຂົງເຂດເອເຊັຽ ຂອງອົງການສິທທິມະນຸສ (Human Rights Watch) ກ່າວໃນມື້ວັນຈັນວ່າ ຄໍາພິພາກສາ ວ່າມີຄວາມຜິດ ແລະການລົງໂທດ ຈໍາຄຸກ ມາດາມ ອອງ ຊານ ຊູຈິ ຂອງພວກຜະເດັດການ ທະຫານພະມ້າ ເປັນ “ສ່ວນນຶ່ງ ຂອງວິທີການ ລະເມີດສິທທິມະນຸສ ຢູ່ໃນທົ່ວປະເທດພະມ້າ” ແລະວ່າ “ພວກຜະເດັດການທະຫານພະມ້າ ທີ່ໄດ້ເສກສັນປັ້ນແຕ່ງ ການດໍາເນີນຄະດີ, ການທໍລະມານ ຜູ້ຖືກຄຸມຂັງ ແລະການປະຫານຊີວິຕ ບັນດານັກເຄື່ອນໄຫວ” ນັ້ນແມ່ນໄດ້ເນັ້ນເຖິງການ ເມີນເສີຍ ຕໍ່ຊີວິຕ ຂອງປະຊາຊົນພະມ້າໃນວົງກວ້າງ.
ທ່ານເວົ້າວ່າ “ສະຫະປະຊາຊາຕ, ສະມາຄົມບັນດາປະເທດ ເອເຊັຽຕາເວັນອອກສ່ຽງໃຕ້ ຫລື ອາຊຽນ, ສະຫະພາບຢູໂຣບ, ສະຫະຣັຖອາເມຣິກາ ແລະຣັຖບານປະເທດ ອື່ນໆທີ່ກ່ຽວຂ້ອງ ຄວນກົດດັນພວກທະຫານພະມ້າ ໃຫ້ປ່ອຍມາດາມ ອອງ ຊານ ຊູຈິ ແລະຜູ້ທີ່ຖືກຄຸມຂັງ ແບບບໍ່ຖືກຕ້ອງທັງໝົດ” ແລະວ່າ “ສິ່ງດັ່ງກ່າວ ຄວນຜັກດັນໃຫ້ມີການ ດໍາເນີນການຢ່າງຮີບດ່ວນ ຕໍ່ພວກຜະເດັດການ ທະຫານພະມ້າ ເພື່ອໃຫ້ແນ່ໃຈວ່າ ມີຄວາມຍຸຕິທັມ ຕໍ່ຜູ້ເຄາະຮ້າຍ ແລະການຄໍານວນອາຊຍາກັມນັ້ນ.”
ໃນຂະນະທີ່ມີຄວາມວຸ້ນວາຍ ທາງດ້ານການເມືອງ ຍ້ອນພວກຜະເດັດການ ທະຫານພະມ້າ ປາບປາມປະຊາຊົນ ຮວມທັງບັນດາ ອະດິຕຜູ້ນໍາຣັຖບານ ທີ່ມາຈາກການເລືອກຕັ້ງ ແບບປະຊາທິປະໄຕ ຊຶ່ງຖືກໂຄ່ນລົ້ມນັ້ນ ຊີວິດການເປັນຢູ່ ແລະການທໍາມາຫາກິນ ຂອງປະຊາຊົນກໍຫຍຸ້ງຍາກ ຝືດເຄືອງຫລາຍ ຍ້ອນຄ່າຄອງຊີບ ຖີບໂຕສູງຂຶ້ນ, ລາຄາອາຫານ ແລະສິ່ງຂອງເຄື່ອງໃຊ້ແພງ ເຂົ້າກິນກໍແພງ.
ຢູ່ພະມ້າ ໃນໄລຍະ 2 ເດືອນຫລັງນີ້ ລາຄາເຂົ້າ ແລະສິນຄ້າບໍຣິໂພກອື່ນໆ ໄດ້ແພງຂຶ້ນເຖິງ 50% ຊຶ່ງເປັນຄວາມຍາກລໍາບາກອີກແນວນຶ່ງ ຂອງພົລເມືອງ ທີ່ຕົກຢູ່ໃນສະພາບຫຍຸ້ງຍາກ ຕ່າງໆນາໆ ຊຶ່ງເຮັດໃຫ້ມີຜູ້ອົພຍົບ ຫລົບອອກຈາກບ້ານເຮືອນ ຂອງພວກຕົນໄປເປັນຈໍານວນ ຫລວງຫລາຍແລ້ວ ຍ້ອນການຂັດແຍ້ງ ຢູ່ພາຍໃນປະເທດທີ່ມີຢ່າງຕໍ່ເນື່ອງ, ອີງຕາມຄໍາເວົ້າ ຂອງພໍ່ຄ້າຊາວຂາຍ ແລະຜູ້ບໍຣິໂພກ.
ຂ່າວພາສາອັງກິດ ຂອງວິທຍຸເອເຊັຽເສຣີ ຣາຍງານໂດຍອີງໃສ່ຂໍ້ມູນ ຂອງໂຄງການອາຫານໂລກ ເມື່ອວັນທີ 15 ສິງຫານີ້ວ່າ ລາຄາອາຫານຫລັກ ໂດຍສະເລັ່ຍໃນພະມ້າໄດ້ເພີ່ມຂຶ້ນ 35% ທຽບໃສ່ປີກາຍ. ເຂົ້າທົ່ວໄປ ເປົ໊າ 108 ພາວດ໌ (Pound; LB) ຫລື ເກືອບ 49 ກິໂລ, ເມື່ອປີກາຍ ເຂົ້າ 1 ເປົ໋າ ຂາຍໄດ້ 66 ພັນຈັາດ ຫລື 31 ໂດລ້າຣ໌ສະຫະຣັຖ, ຂະນະນີ້ມີລາຄາເຖິງ 90 ພັນຈ໊າດ ຫລື 42 ໂດລ້າຣ໌ສະຫະຣັຖ. ຢູ່ນະຄອນຢ້າງກຸ້ງ ພວກພໍ່ຄ້າແມ່ຄ້າເວົ້າວ່າ ລາຄາເຂົ້າທີ່ວ່ານັ້ນ ອາຈຖີບຕົວສູງຂຶ້ນເປັນ 1 ແສນຈ໊າດ ຫລື 47 ໂດລ້າຣ໌ສະຫະຣັຖ ໃນຕລາດຂາຍຍ່ອຍ.
ກ່ອນວັນທີ 1 ກຸມພາ 2021 ຄືກ່ອນການຣັຖປະຫານ ລາຄາເຂົ້າເປົ໋ານຶ່ງ 52 ພັນຈ໊າດ ຫລື 25 ໂດລ້າຣ໌ສະຫະຣັຖ. ຫລັງຈາກນັ້ນ ພັຍເງິນເຟີ້ທີ່ສູງຂຶ້ນ ສົ່ງຜົລກະທົບໃສ່ປະຊາຊົນ ທີ່ມີລາຍໄດ້ຕໍ່າ ຊຶ່ງບໍ່ສາມາດຊື້ເຂົ້າກິນໄດ້ ໃນເວລານີ້ ແມ່ນແຕ່ເຂົ້າຄຸນພາບຕໍ່າ. ພວກເຂົາ ເຈົ້າພາກັນປະເຊີນກັບ ບັນຫາການຫາວຽກເຮັດງານທໍາຍາກ ນັບຕັ້ງແຕ່ຣັຖບານທີ່ໄດ້ມາຈາກການເລືອກຕັ້ງ ແບບປະຊາທິປະໄຕ ຖືກໂຄ່ນລົ້ມມາ. ເຂົ້າຄຸນນະພາບຕໍ່າ ທີ່ເຄີຍມີລາຄາ 25 ພັນຈ໊າດ ຫລື 12 ໂດລ້າຣ໌ສະຫະຣັຖ ແຕ່ເວລານີ້ຂຶ້ນເປັນ 45 ພັນຈັາດ ຫລື 21 ໂດລ້າຣ໌ສະຫະຣັຖ.
ຊາວນະຄອນຢ້າງກຸງຜູ້ນຶ່ງ ທີ່ມີລາຍໄດ້ຕໍ່າ ເວົ້າວ່າ ດຽວນີ້ ເປັນເຣື່ອງຍາກຫລາຍ ທີ່ຄົນງານທໍາດາຈະມີລາຍໄດ້. ພວກຄົນທີ່ຫາກິນດ້ວຍເຮື່ອແຮງ ຕ້ອງໄດ້ຮັບເງິນກ່ອນ ຈຶ່ງຈະໄດ້ກິນເຂົ້າ ແລະຫລັງຈາກນັ້ນ ຈຶ່ງສາມາດຊື້ເຂົ້າໄດ້ໃນຕອນແລງ ຫລັງເລີກວຽກ.
ລາຄາເຂົ້າທີ່ເພີ່ມຂຶ້ນ ເຮັດໃຫ້ຊີວິຕການເປັນຢູ່ ຂອງປະຊາຊົນຍິ່ງຍາກລໍາບາກ ຫລາຍຂຶ້ນສໍາ ລັບຜູ້ພັດຖີ່ນ 1 ລ້ານ 2 ແສນຄົນ ທີ່ໜີອອກຈາກບ້ານເຮືອນ ຂອງຕົນ ໄປຢູ່ແຫ່ງອື່ນພາຍໃນປະເທດ ຍ້ອນການຕໍ່ສູ້ກັນ ລະຫວ່າງກອງທັບພະມ້າ ແລະຝ່າຍຕໍ່ຕ້ານ. ເຈົ້າໜ້າທີ່ຜູ້ໃຫ້ ການຊ່ອຍເຫລືອ ເວົ້າວ່າ ດຽວນີ້ ພວກຄົນຍ້າຍຖີ່ນ ສ່ວນໃຫຍ່ແມ່ນອາສັຍ ຢູ່ບ່ອນທີ່ການຂົນສົ່ງໄປຮອດໄປເຖິງຍາກ. ໃນຂະນະດຽວກັນ ຈຸດກວດກາຂອງກອງທັບພະມ້າ ກໍຈໍາກັດການເຄື່ອນຍ້າຍສະບຽງອາຫານ ຕາມເສັ້ນທາງສາຍຫລັກ ເຮັດໃຫ້ຕົ້ນທຶນສະບຽງອາຫານ ສູງຂຶ້ນ.
ສະມາຊິກຂອງຄະນະກັມມະການ ຄຸ້ມຄອງສູນພັກຄົນຍ້າຍຖິ່ນຢູ່ພາຍໃນປະເທດ IDP ເຂດ Mindat ໃນຣັຖ Chin ທາງພາກຕາເວັນຕົກຂອງພະມ້າ ບ່ອນທີ່ການຕໍ່ສູ້ລົບກັນລະຫວ່າງ ກອງທັບພະມ້າ ແລະກອງກໍາລັງທະຫານ ແລະກຸ່ມຝ່າຍຕໍ່ຕ້ານ ມີຄວາມຮຸນແຮງຂຶ້ນນັ້ນ ເວົ້າວ່າ ຄ່າຂົນສົ່ງສິນຄ້າເພີ່ມຂຶ້ນ 2 ເທົ່າ ແລະຕ້ອງໄດ້ລັກລອບນໍາເຂົ້າເຂົ້າມາ. ທ່ານເວົ້າວ່າ ໃນພື້ນທີ່ຫ່າງໄກ ລາຄາເຂົ້າເປົ໊ານຶ່ງເກືອບຮອດ 1 ແສນຈັາດ.
ເຈົ້າໜ້າທີ່ຜູ້ໃຫ້ການຊ່ອຍເຫລືອ ທີ່ບໍ່ປະສົງອອກຊື່ ຍ້ອນກັງວົນເຣື່ອງຄວາມປອດພັຍ ຜູ້ດຽວກັນນີ້ ເວົ້າຕໍ່ໄປວ່າ ໃນໄລຍະ 2 ເດືອນມານີ້ ພວກເຮົາບໍ່ໄດ້ຮັບການບໍຣິຈາກໃດໆ ສໍາລັບຜູ້ພັດຖິ່ນ. ດັ່ງນັ້ນພວກເຮົາຈຶ່ງບໍ່ສາມາດຊື້ເຂົ້າໄດ້ອີກຕໍ່ໄປ ແລະພວກເຮົາຈະບໍ່ມີສະບຽງອາຫານ ເພື່ອເອົາໄປແຈກຢາຍ ໃນໄລຍະເດືອນສິງຫາ ແລະເດືອນຕຸລາ ທີ່ຈະມາເຖິງນີ້.
ລາຄາສະບຽງອາຫານແພງຂຶ້ນນີ້ ທ່ານ ເຍມິນອອງ ປະທານສະຫະພັນເຂົ້າພະມ້າ ຖິ້ມໂທດໃສ່ການແຜ່ຣະບາດຂອງ ໂຄວິດ-19, ຄວາມບໍ່ໝັ້ນຄົງທາງການເມືອງ ຂອງປະເທດແລະຕົ້ນທຶນການຜະລິຕ ທີ່ສູງຂຶ້ນ. ທ່ານເວົ້າວ່າ ນັ້ນກໍຍ້ອນໂຄວິດ-19, ຍ້ອນບັນຫາທາງການເມືອງ ແລະຄວາມບໍ່ມີສະເຖັຽຣະພາບທາງການເມືອງ ໃນເຂດພາກກາງຂອງພະມ້າ, ແລະລາຄາປຸ໋ຍເພີ່ມຂຶ້ນ, ນໍ້າມັນເຊື້ອເພີງໃນຕລາດໂລກກໍແພງຂື້ນ. ແລະວ່າ ລາຄາປຸ໋ຍເພີ່ມຂຶ້ນ 3 ເທົ່າ. ເມື່ອຊາວນາໄດ້ໃຊ້ປຸ໋ຍ ແລະນໍ້າມັນເຊື້ອເພີງແພງ ຕົ້ນທຶນການຜລິດກໍເພິ່ມຂຶ້ນ.
ຢູ່ເຂດ ອິຣະວະດີ (Ayeyarwady) ຊຶ່ງເປັນເຂດອູ່ເຂົ້າອູ່ປາຂອງພະມ້າ ໃນລະດູຝົນປີນີ້ຊາວນາພາກັນປະເຊີນກັບພັຍແຫ້ງແລ້ງ. ພວກເຂົາເຈົ້າເວົ້າວ່າ ບໍ່ສາມາດຫາແຫລ່ງເງິນທຶນມາປູກຝັງໄດ້, ຈໍາເປັນຕ້ອງໄດ້ປູກພຶດໜ້ອຍລົງ, ຕົ້ນທຶນການຜລິດສູງ.
ອີງຕາມຄໍາເວົ້າຂອງຫົວໜ້າຜະເດັດການທະຫານ ພົລເອກ ມິນ ອອງ ຫລ່າຍ (Min Aung Hlaing ຢູ່ກຸງເນປີດໍ ໃນມື້ວັນທີ 8 ສິງຫານີ້, ພະມ້າ ມີເນື້ອທີ່ນາປູກເຂົ້າຫລາຍກວ່າ 17 ລ້ານເອັກເກີ ຫລືເກືອບເຖິງ 7 ລ້ານເຮັກຕາ ແຕ່ກໍຍັງບໍ່ທັນບັນລຸເປົ້າໝາຍດ້ານການກະເສຕ ຂອງປະເທດ. ທ່ານເວົ້າວ່າ ພວກເຈົ້າໜ້າທີ່ອາຈຈໍາເປັນຕ້ອງໄດ້ປັບປາຣິມານ ເຂົ້າທີ່ຈະສົ່ງອອກຂາຍ ແລະປາຣິມານເຂົ້າທີ່ຈະເກັບໄວ້ ເພື່ອບໍຣິໂພກພາຍໃນປະເທດ. ແຕ່ພະມ້າ ຍັງມີແຜນທີ່ຈະສົ່ງເຂົ້າ ແລະຖົ່ວຂຽວອອກໄປຂາຍຕ່າງເທດ.
ນັກເສຖສາດທ່ານນຶ່ງ ຜູ້ທີ່ຂໍສງວນຊື່ເວົ້າແບບເສຣີວ່າ ຖ້ອຍຖແລງດັ່ງກ່າວອາຈໝາຍຄວາມວ່າ ພວກຜະເດັດການທະຫານພະມ້າ ສາມາດເອົາເຂົ້າທີ່ຈັດຫາມາໄດ້ ສ້າງລາຍໄດ້ ໂດຍເຮັດໃຫ້ລາຄາເຂົ້າສູງຂຶ້ນ.
ທ່ານເວົ້າວ່າ “ພວກເຂົາເອງໄດ້ປະກາດວ່າ ພວກເຂົາຈະສົ່ງເຂົ້າ ແລະໝາກຖົ່ວຂຽວອອກໄປຂາຍຕ່າງປະເທດ” ແລະ “ຖ້າຫາກວ່າພວກເຂົາເຮັດຄືແນວນັ້ນ ພວກເຂົາກໍຈະເຮັດທຸກວິທີ ທາງທີ່ພວກເຂົາເຮັດໄດ້ ເພື່ອໃຫ້ໄດ້ເຂົ້າມາ ແລະຈະກັກຕຸນເຂົ້າໄວ້” ແລ້ວຂາຍອອກຕ່າງ ປະເທດ ເອົາເງິນໂດລ້າຣ໌ສະຫະຣັຖ ທີ່ພວກຜະເດັດການ ທະຫານພະມ້າຕ້ອງການຍິ່ງ ຢູ່ໃນຂະນະນີ້. ສະບາຍດີ