ເຣື້ອງທີ່ເກັບບັນທຶກໄວ້
2024-06-22
ທ້າວ ປາດຖະໜາ ຮ້ອຍໝື່ນ ໜຶ່ງໃນໂຕແທນຈາກ ປະເທດລາວ ທີ່ໄດ້ໄປສຶກສາ ຝຶກອົບຮົມ ທີ່ບາງກອກ ປະເທດໄທ ລະຫວ່າງ ວັນທີ 14 ຫາ 16 ເດືອນເມສາ ປີ 2024 ກ່ຽວກັບ Web 3.0 ທີ່ກໍາລັງຈະນໍາໃຊ້ ໃນລະບົບ ສື່ສັງຄົມອອນລາຍຕ່າງໆ ໃນມໍ່ໆນີ້. ປັດຈຸບັນ ການເຂົ້າສູ່ລະບົບ ອິນເຕີແນ໊ຕຕ່າງໆ ແມ່ນຍັງນໍາໃຊ້ WEB 2.0.
2024-06-21
ທາງການນະຄອນຫຼວງວຽງຈັນ ຍອມຮັບວ່າໄລຍະຜ່ານມາ ຄອງລະບາຍນໍ້າ ທີ່ຮອງຮັບນໍ້າເປື້ອນບໍ່ສາມາດນໍາໄປບໍາບັດໄດ້ ຍ້ອນບໍ່ມີເຄື່ອງບໍາບັດມາດຕະຖານ, ນໍ້າເປື້ອນດັ່ງກ່າວ ກໍ່ໃຫ້ເກີດມົນລະພິດ ແລະ ສ້າງບັນຫາໃຫ້ກັບຜູ້ອາໄສໃນເຂດ 4 ຕົວເມືອງໃຫຍ່ ໃນໄລຍະຜ່ານມາ.
2024-06-21
ກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດ ພັນທະສາກົນ ໃນວຽກງານການຕ້ານການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໄດ້ຖືກຈັດຂື້ນໃນມື້ວັນທີ 12 ແລະ 13 ມິຖຸນານີ້ ໂດຍມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງລະດັບສູນກາງ ແລະທ້ອງຖິ່ນຂອງ ສປປລາວ ເຂົ້າຮ່ວມ.
2024-06-21
ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ອະນຸຍາດໃຫ້ບໍລິສັດ ຫຼຽນຄຳ ການຄ້າ ຈຳກັດຜູ້ດຽວ ເຂົ້າໄປ ສຶກສາຄວາມເປັນໄປໄດ້ ໃນໂຄງການ ໄຟຟ້າພະລັງງານແສງຕາເວັນ ຢູ່ເທິງໜ້ານໍ້າ ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ.
2024-06-21
ລັດຖະບານລາວ ເຊັນສັນຍາໃຫ້ບໍລິສັດເອກະຊົນ ສໍາປະທານ ໂຄງການເຂື່ອນນໍ້າເນີນ 1 ຂະໜາດ 124 ເມກາວັດ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ແລະແຂວງຫົວພັນ ເມື່ອວັນທີ 19 ມິຖຸ ນານີ້ ໂດຍແມ່ນກຸ່ມບໍລິສັດ ພົງຊັບທະວີກຣຸບ ຈໍາກັດ ເປັນຜູ້ລົງທຶນ ແລະເປັນເຈົ້າຂອງໂຄງການ.
2024-06-21
ອົງການແຮງງານ ລະຫວ່າງປະເທດ ຫຼື (ILO) ໄດ້ຈັດກອງປະຊຸມ ເລື່ອງ “ການສ້າງບຸກຄະລາກອນ ທີ່ມີທັກສະ ເພື່ອການດໍາເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ ໃນພາກການຜະລິດ ກົນຈັກ ແລະລົດໃຫຍ່ ຂອງປະເທດໄທ” ເຊິ່ງຄົນງານ ທີ່ເຮັດໃນ ອຸດສາຫະກໍາດັ່ງກ່າວ ກໍມີຄົນງານລາວນໍາ.
2024-06-20
ໃນໄລຍະ 4 ເດືອນຕົ້ນປີນີ້ ເມືອງວັງວຽງ ມີນັກທ່ອງທ່ຽວເຂົ້າມາທ່ຽວ 3 ແສນປາຍຄົນ, ສ່ວນໃຫຍ່ເປັນນັກທ່ອງທ່ຽວຈີນ, ແຕ່ໃນປັດຈຸບັນ ຈຳນວນນັກທ່ອງທ່ຽວ ໄດ້ຫລຸດລົງຫຼາຍແລ້ວ ຍ້ອນເປັນລະດູຝົນ ແລະຖະໜົນຫົນທາງເປ່ເພຫລາຍ.
2024-06-20
ລາວ ມີແຜນຈະສ້າງ ຄັງແຮສຳຮອງ ສຳລັບຮອງຮັບ ການນຳເຂົ້າເຊື້ອໄຟ ຈາກຈີນ ແລະ ລັດເຊັຍ ເພື່ອແກ້ໄຂ ວິກິດ ການ ຂາດແຄນນໍ້າມັນ ແລະ ຫລຸດຜ່ອນ ການຊຳລະເປັນເງິນ ໂດລ້າສະຫະລັດ.
2024-06-20
ເຫດການປາຕາຍ ຢູ່ເມືອງຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປກວດກາຜົນກະທົບ ໂດຍລະບຸວ່າ ປະຈຸບັນຊາວບ້ານໃນພື້ນທີ່ ສາມາດສືບຕໍ່ດຳເນີນການປູກຝັງ, ລ້ຽງສັດໄດ້ ຕາມປົກກະຕິແລ້ວ ແຕ່ຍັງຫ້າມຫາປາ ແລະສັດນໍ້າ ຊະນິດອື່ນໆ, ສ່ວນຊາວບ້ານ ຍັງມີຄວາມກັງວົນ ເລື່ອງສານເຄມີຕົກຄ້າງໃນດິນຢູ່.
2024-06-20
ປັດຈຸບັນ ນາຍໜ້າຈັດຫາງານຄົນລາວ ຈໍານວນຫຼາຍ ໄດ້ລົງໂຄສະນາທາງສື່ສັງຄົມອອນລາຍ ເພື່ອຈັດຫາຄົນງານລາວ ໄປເຮັດວຽກຢູ່ເມືອງລ້າ ແລະ ເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ປະເທດຈີນ ໃນນີ້ມີວຽກທາງດ້ານກະສິກຳ, ໂຮງງານ ແລະ ນວດແຜນບູຮານ ໃນຮູບບແບບສັນຍາຈ້າງ 6 ເດືອນ ຫາ 1 ປີ.
2024-06-20
ກົມການຈັດຫາງານຂອງໄທ ດຳເນີນ ນະໂຍບາຍ ປາບປາມແຮງງານ ຜິດກົດໝາຍໃນ 120 ວັນ ທັງນີ້ ສະເພາະແຕ່ມື້ວັນທີ 5 ຫາ 12 ມິຖຸນາ 2024 ທີ່ຜ່ານມາ (ເປັນໄລຍະເວລາ 8 ມື້) ສາມາດຈັບຄົນລາວ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບບໍ່ຖືກກົດໝາຍ ໄດ້ 1,659 ຄົນ.
2024-06-18
ຊາວລາວຈໍານວນຫລາຍ ຍັງໃຊ້ວິທີ ຈູດຂີ້ເຫຍື້ອ ຫລື ນໍາຂີ້ເຫຍື້ອ ໄປຖິ້ມຢູ່ຕາມແຫລ່ງນ້ໍາ ແລະ ພື້ນທີ່ ສາທາລະນະ ຍ້ອນການຈັດການຂີ້ເຫຍື້ອ ຢູ່ປະເທດລາວ ຍັງບໍ່ທັນເປັນລະບົບເທື່ອ.
2024-06-18
ລັດຖະບານໄດ້ຖະແຫຼງ ຕໍ່ສະພາແຫ່ງຊາດ ວ່າ ທາງການລາວ ໄດ້ປະກາດໃຫ້ 2,797 ບ້ານ ເປັນບ້ານປອດຢາເສບຕິດແລ້ວ, ແຕ່ກໍ່ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ຍັງເຮັດໃຫ້ການປະກາດ ບ້ານປອດຢາເສບຕິດ ບໍ່ສາມາດເຮັດໄດ້ ຢ່າງທົ່ວເຖິງ ຂະນະທີ່ ການຈັບຜູ້ຄ້າ-ຂາຍຢາເສບຕິດ ຍັງມີໃຫ້ເຫັນຢ່າງຕໍ່ເນື່ອງ.
2024-06-18
ສປປ ລາວ ຂາດດຸນການຄ້າຕໍ່ເນື່ອງ ໂດຍ 5 ເດືອນທຳອິດ ຂອງປີ 2024, ມີການຂາດດຸນ 658 ລ້ານໂດລ້າສະຫະລັດ ໃນຂະນະທີ່ນາຍົກລັດຖະມົນຕີ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດວ່າ ລາວຍັງເກີນດຸນການຄ້າ ຖ້າບໍ່ລວມການນໍາເຂົ້າ-ສົ່ງອອກ ຂອງໄຟຟ້າ, ລາວຈະຂາດດຸນການຄ້າ 451 ລ້ານໂດລ້າສະຫະລັດ.
2024-06-18
ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ຕັດຕັດອິດສະຫຼະພາບ ທ້າວ ເຈຍຫຼີ ອາຍຸ 29 ປີ ຢູ່ບ້ານໜອງແຮດໃຕ້ ເມືອງໜອງແຮດ ແຂວງຊຽງຂວາງ ຖານກະທໍາຜິດ ຂົ່ມຂືນກະທໍາຊໍາເລົາ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 15 ປີ ເປັນເວລາ 10 ປີ ພ້ອມກັບ ປັບໃໝ 10 ລ້ານກີບ.