ນາຍໜ້າ ຊອກຄົນງານ ໄປສິບສອງພັນນາ ເຈົ້າໜ້າທີ່ຢືນຢັນ ບໍ່ຖືກຕາມ MOU
2024.06.20

ປັດຈຸບັນ ນາຍໜ້າຈັດຫາງານຄົນລາວ ຈໍານວນຫຼາຍ ໄດ້ລົງໂຄສະນາທາງສື່ສັງຄົມອອນລາຍ ເພື່ອຈັດຫາຄົນງານລາວ ໄປເຮັດວຽກຢູ່ເມືອງລ້າ ແລະ ເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ປະເທດຈີນ ໃນນີ້ມີວຽກທາງດ້ານກະສິກຳ, ໂຮງງານ ແລະ ນວດແຜນບູຮານ ໃນຮູບບແບບສັນຍາຈ້າງ 6 ເດືອນ ຫາ 1 ປີ ເຊິ່ງກໍ່ມີແຮງງານລາວຈຳນວນຫຼາຍ ທີ່ໃຫ້ຄວາມສົນໃຈ ໄປເຮັດວຽກ. ຍ້ອນໄດ້ຮັບຄ່າຈ້າງແຮງງານສູງກ່ວາ ໃນລາວ.
ດັ່ງນາຍໜ້າຈັດຫາ ແຮງງານລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມິຖຸນາ ນີ້ວ່າ:
“ວຽກງານເຮັດຢູ່ຊຽງຮຸ່ງ ນວດນີ້ຮັບຫຼາຍ. ມັນກໍ່ບໍ່ໄກຢູ່ບໍ່ເຕັນນີ້ໄປກໍ່ມານ 100 ປາຍຫຼັກ ເງິນເດືອນໆ ໜຶ່ງ 3,000 ຢວນ. ເດືອນທີ 2 ເຮົາກໍ່ສາມາດໃຫ້ 3,500-4,000 ຢວນ ເຮົາກໍ່ໃຫ້ໄດ້ມີສັນຍາ 6 ເດືອນ-ປີໜຶ່ງ.”
ນາຍໜ້າທີ່ຈັດຫາງານ ອີກທ່ານກໍ່ຢືນຢັນວ່າ ປະຈຸບັນນາຍຈ້າງຈໍານວນຫຼາຍ ຢູ່ເມືອງລ້າ ມີຄວາມຕ້ອງການຫາແຮງງານລາວ ໄປເຮັດວຽກທາງດ້ານກະສິກຳ ແລະ ໂຮງງານ ເຊິ່ງບາງແຫ່ງກໍ່ບໍ່ມີການເຮັດສັນຍາແຮງງານ, ໂດຍໃຫ້ຄ່າຈ້າງທີ່ແຕກຕ່າງກັນຕາມແຕ່ລະໜ້າ ວຽກແຕ່ແຮງງານລາວ ທີ່ຈະສາມາດໄປເຮັດວຽກໄດ້ນັ້ນຈະຕ້ອງໄດ້ມີປື້ມຜ່ານແດນ ແລະ ຕ້ອງຂໍໃບແຈ້ງໂທດຈາກທາງຂັ້ນບ້ານ ຫຼື ຂັ້ນເມືອງເພື່ອເປັນເອກະສານ ສຳລັບຜ່ານແດນເຂົ້າປະເທດຈີນ.
“ສວນຫຍັງກໍ່ມີໝົດແຫຼະສວນອ້ອຍ ສວນໝາກອຶ ໝາກແຕງ ບໍ່ມີສັນຍາແລ້ວແຕ່ເຈົ້າຢູ່ໄດ້ວຽກມັນມີຕະຫຼອດ ແລ້ວແຕ່ເຈົ້າຊິຢູ່ຖ້າຢູ່ສວນແມ່ນມື້ໜຶ່ງ 80. ຖ້າຢູ່ໂຮງງານມື້ລະ 100 ຢວນຖ້າວ່າເຈົ້າມີປື້ມຜ່ານແດນຈີນ ແລ້ວມີແຕ່ເຮັດໃບແຈ້ງໂທດຫັ້ນ ມາຢູ່ບ້ານເມືອງເຈົ້າເອງໂອ.”
ນາຍໜ້າຈັດຫາແຮງງານ ໄປເຮັດວຽກຢູ່ກິ່ງແຂວງສິບສອງພັນນາ ອີກທ່ານກ່າວວ່າສໍາລັບຂັ້ນຕອນ ໄປເຮັດວຽກຢູ່ກິ່ງແຂວງສິບສອງພັນນາ ກໍ່ບໍ່ໄດ້ຫຍຸ້ງຍາກ ແລະບໍ່ຈຳເປັນຕ້ອງຂໍໜັງສືຜ່ານແດນ ແລະ ວີຊ້າ ຂໍພຽງແຕ່ມີບັດປະຈຳຕົວ ແລະໃບສຳມະໂນຄົວລວມທັງ ໃບແຈ້ງໂທດ ກໍ່ສາມາດເຮັດເອກະສານ ຂໍເຂົ້າໄປຍັງກິ່ງແຂວງສິບສອງພັນນາ ໄດ້ໂດຍຈະມີພະນັກງານທີ່ພາໄປເຮັດວຽກ ຢູ່ຈີນເປັນຜູ້ເບິ່ງແຍງ ແລະ ຄຸ້ມຄອງອີກເທື່ອໜຶ່ງ.
“ເລື່ອງວິຊ້ານີ້ບໍ່ຈໍາເປັນ ກໍ່ໄດ້ຂໍພຽງແຕ່ເຈົ້າມີບັດປະຈໍາຕົວ ຫຼືວ່າສໍາມະໂນຄົວນີ້ ເພື່ອເວລາເຮົາເຂົ້າໄປແລ້ວກໍ່ເຮັດປື້ມຜ່ານແດນ ທາງເຈົ້າໜ້າທີ່ລາວເນາະ ໄປຍື່ນໃຫ້ທາງເຈົ້າໜ້າທີ່ລາວໃຫ້ເຂົາເຮັດປື້ມຜ່ານແດນ ໃຫ້ເຮົາແລ້ວກໍ່ເຮົາຈະຮັບຮອງເຮົາເອົາຄົນລາວ ທີ່ໄປເຮັດວຽກຢູ່ພຸ້ນ ແລ້ວມັນຈະມີຜູ້ຄຸ້ມຄອງ.”
ກ່ຽວກັບເລື່ອງການຈັດຫາ ແຮງງານໄປກິ່ງແຂວງສິບສອງພັນນາ ທາງເຈົ້າໜ້າທີ່ແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ ການທີ່ນາຍໜ້າ ໄດ້ຈັດຫາແຮງງານລາວ ໄປເຮັດວຽກຢູ່ຈີນນັ້ນ ແມ່ນບໍ່ໄດ້ເປັນໄປຕາມກົດໝາຍຍ້ອນ ລາວ-ຈີນ ຍັງບໍ່ໄດ້ເຮັດບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຈັດສົ່ງແຮງງານ ຫຼືລະບົບ MOU ນໍາກັນເທື່ອຈຶ່ງຖືວ່າ ແຮງງານລາວທີ່ໄປຈີນ ໃນຮູບແບບດັ່ງກ່າວ ແມ່ນບໍ່ຖືກຕ້ອງຕາມກົດໝາຍ ແລະສ່ຽງອັນຕະລາຍຫຼາຍຢ່າງ.
“ຢູ່ຈີນຍັງບໍ່ມີ MOU ໄປເຮັດວຽກຢູ່ຈີນ ຍັງບໍ່ໄດ້ເຊັນ MOU ເທື່ອກະຊວງແຮງງານ ພວກເຮົາຍັງບໍ່ສາມາດສົ່ງໄປໄດ້ເທື່ອ ບາງເທື່ອເຂົາເຈົ້າໄປເອງ ເຂົາເຈົ້າໄປແລ້ວເຂົາເຈົ້າລັກເຮັດວຽກເລີຍ ບໍ່ຫັ້ນນ່າ.”
ນັກວິຊາການ ດ້ານການຈັດຫາແຮງງານ ກໍ່ເຫັນວ່າ ນາຍໜ້າທີ່ມີການໂຄສະນາ ຈັດຫາແຮງງານໄປເຮັດວຽກຢູ່ຈີນນັ້ນ ແມ່ນເປັນການທ້າທາຍກົດໝາຍ ແຮງງານເຊິ່ງຈະໄດ້ມີການແຈ້ງ ໃຫ້ພາກສ່ວນທີ່ກ່ຽວຂ້ອງມີການຕິດຕາມ ແລະນຳໂຕກຸ່ມດັ່ງກ່າວ ມາລົງໂທດຕາມກົດໝາຍ.
“ບໍ່ໆ ບໍ່ມີໃດເຂົາບໍ່ໃຫ້ເອົາລົງໃດທີ່ຈິງແລ້ວ ຈີນມັນບໍ່ມີ MOU ໃດໄທເນາະ ແລ້ວກາມີເກົາຫຼີໃຕ້ ທີ່ວ່າຖືກຕ້ອງຕາມກົດໝາຍຫັ້ນນ່າ ບໍ່ຮູ້ວ່າໃຜເອົາລົງ.”
ສໍາລັບປະເທດທີ່ເຮັດບົດບັນທຶກ ຄວາມເຂົ້າໃຈວ່າ ດ້ວຍການຈັດສົ່ງແຮງງານ ກັບປະເທດລາວມີພຽງແຕ່ປະເທດໄທ, ເກົາຫຼີໃຕ້ ແລະ ຢີ່ປຸ່ນ. ນອກຈາກນີ້ກໍ່ຍັງມີຮ້ານບັນເທີງ ອີກຈຳນວນໜຶ່ງ ຢູ່ກິ່ງແຂວງສິບສອງພັນນາ ທີ່ໄດ້ລົງໂຄສະນາທາງສື່ສັງຄົມອອນລາຍ ເພື່ອຊອກຫາແມ່ຍິງລາວ ໄປເຮັດວຽກໄລສົດທາງສື່ສັງຄົມອອນລາຍ ລວມທັງການເຕັ້ນຜ່ານໄລສົດ ແຕ່ບໍ່ລະບຸຄ່າຈ້າງແຮງງານ.
ກ່ອນໜ້ານີ້ແຮງງານລາວ ທີ່ໄປເຮັດວຽກປະເທດຈີນ ແລະລວມທັງແມ່ຍິງລາວ ທີ່ແຕ່ງດອງກັບຄົນຈີນໄປຢູ່ປະເທດຈີນ ຈຳນວນໜຶ່ງ ກໍ່ໄດ້ຕົກເປັນເຫຍື່ອການຄ້າມະນຸດ ແລະກໍ່ໄດ້ຮັບການຊ່ວຍເຫຼືອ ຖືກສົ່ງກັບຄືນມາປະເທດ ເປັນຕົ້ນເມື່ອເດືອນມັງກອນປີ 2024 ແມ່ຍິງລາວ ຈາກແຂວງໄຊຍະບູລີ ອາຍຸ 24 ປີ ໄດ້ຮັບການຊ່ວຍເຫຼືອ ສົ່ງກັບມາບ້ານພາຍຫຼັງ ຖືກຕົວະໄປຂາຍຢູ່ປະເທດຈີນ ເມື່ອປີ 2022. ໃນເດືອນທັນວາ ປີ 2023 ແມ່ຍິງລາວຈາກແຂວງວຽງຈັນອາຍຸ 19 ປີ ໄດ້ໜີເອົາຊີວິດລອດ ກັບມາຍັງປະເທດລາວພາຍຫຼັງຖືກນາຍໜ້າຕົວະ ໄປແຕ່ງດອງກັບຄົນຈີນ ເຊິ່ງຖືກຜົວຄົນຈີນ ຈັບມາໄປຮຽກຄ່າໄຖ່.