ນະຄອນຫຼວງວຽງຈັນ ຍັງປະເຊີນກັບບັນຫາ ນໍ້າເປື້ອນ

ໄຊຍາ
2024.06.21
ນະຄອນຫຼວງວຽງຈັນ ຍັງປະເຊີນກັບບັນຫາ ນໍ້າເປື້ອນ ເຂດການກໍ່ສ້າງ ຮ່ອງລະບາຍນ້ຳ ທາດຫຼວງ, ນະຄອນຫຼວງວຽງຈັນ. ວັນທີ 7 ມິຖຸນາ 2024.
ຮູບພາບຈາກພົນລະເມືອງ

ປະຈຸບັນການກໍ່ສ້າງ ໂຄງການແກ້ໄຂບັນຫານໍ້າເປື້ອນ ໃນນະຄອນຫຼວງວຽງຈັນ ກໍາລັງດໍາເນີນການຢູ່. ຜ່ານມາປະຊາຊົນ ທີ່ອາໄສໃນເຂດການກໍ່ສ້າງ ຮ່ອງລະບາຍນໍ້າໃຫຍ່ໃນ 4 ຕົວເມືອງໃນເຊັ່ນ ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ຕ່າງກໍ່ໄດ້ຮັບຜົນກະທົບ ຝົນຕົກມານໍ້າຖ້ວມ, ຍາມແລ້ງພັດມີກິ່ນເໝັນຂີວຍ້ອນນໍ້າ ທີ່ປ່ອຍລົງມາຈາກຄົວເຮືອນ ແລະກິດຈະການຕ່າງໆ ບໍ່ສາມາດນໍາໄປບໍາບັດໄດ້ ຈຶ່ງເກີດມີນໍ້າຂັງມາຫຼາຍປີ, ມີທັງຂີ້ເຫຍື້ອສະສົມ, ຜັກຕົບ, ໄຄ ແລະ ຂີ້ຕົມ ເຊີ່ງໄດ້ສ້າງຜົນກະທົບຕໍ່ຊີວິດປະຈຳວັນ ຂອງຊາວນະຄອນຫຼວງວຽງຈັນ ມາຫຼາຍສິບປີ.

ຕໍ່ກັບບັນຫານໍ້າເປື້ອນ ໃນຕົວເມືອງນະຄອນຫຼວງວຽງຈັນ ຊາວບ້ານຢູ່ເມືອງໄຊທານີ ກ່າວຕໍ່ວີິທຍຸເອເຊັຽເສຣີ ໃນວັນທີ 04 ມິຖຸນາ 2024 ວ່າ ບັນຫານໍ້າເປື້ອນຈາກຄົວເຮືອນ ສ່ວນຫຼາຍຈະໄຫຼລົງຄອງນໍ້າ ແລ້ວໄຫຼລົງບຶງທາດຫຼວງ. ສ່ວນເລື່ອງຜົນກະທົບ ທີ່ຕາມມາກໍ່ຄືກິ່ນທີ່ເກີດຈາກຄອງນໍ້າເປື້ອນ ທີ່ບໍ່ມີອ່າງບໍາບັດ.

“ຈາກຄົວເຮືອນນີ້ຄືວ່າແມ່ນນໍ້າເສຍ ຕົວໃຊ້ອາບນໍ້າລ້າງຖ້ວຍລ້າງບ່ວງ ແມ່ນບໍ່ໜ້າຈະແມ່ນລົງຕາມຄອງນໍ້າທີ່ເຮົາໄດ້ເຮັດຕາມທາງເຮົາຕິ ສ່ວນຫຼາຍຈະລົງຄອງນໍ້າເບິດແລ້ວມັນຈະໄປລົງຢູ່ ທີ່ຕົວບຶງທາດຫຼວງຫັ້ນສ່ວນຫຼາຍຈະໄປລົງສູ່ຫັ້ນ ສ່ວນນ້ອຍທີ່ເຂົາຈະເຮັດອ່າງທີ່ວ່າເກັບນໍ້າເສຍໄວ້ກັບເຮືອນຫັ້ນນ່າ ອັນນັ້ນເຂົາບໍ່ມີຄອງລະບາຍນໍ້າ ເຂົາຊິເຮັດອ່າງແບບນັ້ນມັນ ກໍ່ມີຜົນກະທົບຫັ້ນແຫຼະ ເຊັ່ນວ່າເປັນກິ່ນບໍ່ເຊັ່ນວ່າປູປານານໍ້າມັນກໍ່ບໍ່ຢາກດີຫັ້ນແຫຼະ.”

ຊາວບ້ານຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ກ່າວໃນມື້ດຽວກັນວ່າ ນໍ້າເປື້ອນຂອງຮ່ອງແຊງທີ່ໄຫຼຜ່ານຫຼາຍບ້ານ ຫຼາຍເມືອງ. ໃນລະດູຮ້ອນຈະສົ່ງກິ່ນເໝັນຂີວຂຶ້ນມາ.ໂດຍສະເພາະເຂດໄຟແດງໂພນເຄັງຈະມີກິ່ນແຮງຫຼາຍ. 

“ມັນກໍ່ມີກິ່ນຂີວຢູ່ຄັນຝົນຕົກ ແລ້ວກໍ່ບໍ່ມີຍາມຮ້ອນນີ່ມີກິ່ນຢູ່ ແມ່ນກິ່ນນໍ້າເສຍນີ້ແຫຼະ. ບໍ່! ບໍ່ແມ່ເຂົາເຮົາຄັນເຂດແຖວໃນເມືອງນີ້ຖືວ່າ ມີກິ່ນຢູ່ມີກິ່ນແຮງຢູ່ເຂດໄຟແດງໂພນເຄັງ ຫັ້ນນ່າ.”

ຜູ້ປະກອບການຮ້າຍຂາຍ ກາເຟເມືອງໄຊເສດຖາ ກ່າວວ່າ ຄອງເຂດວຽງຈະເລີນນີ້ ກໍ່ເປັນຄອງນໍ້າເສຍແຕ່ວ່າ ບໍ່ໄດ້ມີກິ່ນເໝັນມີແຕ່ວ່າມັນເກີດໄຄສີຂຽວ ຕາມທຳມະຊາດ. ສ່ວນການປ່ອຍນໍ້າເປື້ອນລົງມາ ຕົ້ນຕໍກໍ່ມາຈາກເຮືອນຂອງປະຊາຊົນ ແລະຮ້ານອາຫານທີ່ຕັ້ງຢູ່ໃກ້ຄອງ.

“ຄັນສິເວົ້ານໍ້າດີ ກໍ່ແມ່ນນໍ້າດີກໍ່ແມ່ນນໍ້າເສຍຫັ້ນແຫຼະ ມັນກໍ່ບໍ່ໄດ້ມີກິ່ນເໝັນແຕ່ວ່າມັນ ແຄ່ແບບວ່າມັນກໍ່ມີໄຄມີຫຍັງ ຕາມທຳມະຊາດຫັ້ນແຫຼະ ແຕ່ມັນກາແມ່ນຄອງນໍ້າເສຍຫັ້ນແຫຼະ ເປັນເຮືອນສ່ວນຫຼາຍກໍ່ເປັນເຮືອນຄົນຫັ້ນແຫຼະ ບໍ່ຂະເຈົ້າເຮັດເປັນຮ້ານອາຫານ ຂາຍໃຫ້ພວກໂຮງຮຽນລາວ ອາເມກາຫັ້ນນ່າ ເຮົາກໍ່ຄິດວ່ານໍ້າມັນໜ້າຈະລົງຫັ້ນແຫຼະ.”

 ຊາວບ້ານໂນນສະຫວ່າງ ເມືອງໄຊເສດຖາ ກ່າວຕໍ່ກັບໂຄງການກໍ່ສ້າງນໍ້າເປື້ອນວ່າ ຕອນນີ້ທາງຜູ້ຮັບຜິດຊອບກໍ່ສ້າງໄດ້ເລີ່ມປິດທາງຊົ່ວຄາວເພື່ອກໍ່ສ້າງ ແລະ ກໍ່ເຫັນໜ່ວຍງານກໍ່ສ້າງວາງທໍ່ນໍ້າ ປະປາ ຂ້າມທາງ.

“ຂະເຈົ້າວາງແລ້ວນ່າ ແມ່ນຂະເຈົ້າປິດຕັ້ງແຕ່ 2-3 ມື້ກ່ອນແລ້ວຫັ້ນນ່າ. ເຂົາເຈົ້າເຮັດຢູ່ແຖວຮ້ານເຝີຕົ້ນຕານຮູ້ແຕ່ວ່າ ເຂົ້າເຂົ້າເຮັດທໍ່ນໍ້າປະປາຂ້າມທາງ.”

ອີງຕາມການລາຍງານ ຂອງພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນພຶດສະພາ 2024 ຜ່ານມາ. ກ່ຽວກັບການແກ້ໄຂບັນຫານໍ້າເປື້ອນ ໃນຕົວເມືອງນະຄອນຫຼວງວຽງຈັນ ລະບຸວ່າ. ມັນປັນສິ່ງທ້າທາຍຫຼາຍ ເພາະໄລຍະຜ່ານມານໍ້າເປື້ອນ ທີ່ປ່ອຍອອກມາສົ່ງຜົນກະທົບ ຕໍ່ສຸຂະພາບຂອງປະຊາຊົນ, ສັງຄົມ ແລະ ສິ່ງແວດລ້ອມ ຮຸນແຮງຂຶ້ນເລື້ອຍ ໆ. ສາເຫດຕົ້ນຕໍມາຈາກການເພີ່ມຂຶ້ນຂອງປະຊາກອນຢ່າງໄວວາ, ການຂະຫຍາຍຕົວເສດຖະກິດ-ສັງຄົມ ເຮັດໃຫ້ການໃຊ້ນໍ້າປະປາເພີ່ມຂຶ້ນກາຍເປັນນໍ້າເປື້ອນ.

IMG_7954.JPG
ເຂດການກໍ່ສ້າງ ຮ່ອງລະບາຍນ້ຳ ທາດຫຼວງ, ນະຄອນຫຼວງວຽງຈັນ. ວັນທີ 7 ມິຖຸນາ 2024. ຮູບພາບຈາກພົນລະເມືອງ

ນອກຈາກນີ້ເຕັກໂນໂລຢີ ຂອງລະບົບບໍາບັດທີ່ມີຢູ່ໃນປະຈຸບັນ ກໍ່ຄືຂຸມບໍາບັດນໍ້າເປື້ອນຄົວເຮືອນ ບໍ່ໄດ້ມາດຕະຖານສິ່ງແວດລ້ອມ ແຫ່ງຊາດ ທີ່ກຳນົດໄວ້ສະນັ້ນທາງຫ້ອງການ ນະຄອນຫຼວງວຽງຈັນ ໄດ້ໃຊ້ເງິນກູ້ມຢືມ ແບບບໍ່ມີດອກເບັ້ຍຈາກລັດຖະບານ ຮົງກາລີ ເຂົ້າໃນການກໍ່ສ້າງອ່າງບໍາບັດນໍ້າເປື້ອນ ເພື່ອແກ້ໄຂບັນຫານໍ້າເປື້ອນ ໃນເຂດຕົວເມືອງນະຄອນຫຼວງວຽງຈັນ.

ການແກ້ໄຂບັນຫານໍ້າເປື້ອນ ໃນຕົວເມືອງນະຄອນຫຼວງວຽງຈັນ ທ່ານ ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ ໃນທ້າຍເດືອນພຶດສະພາວ່າ. ພາຍຫຼັງເຊັນສັນຍາເງິນກູ້, ຕົ້ນປີ 2018 ໂຄງການກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນໄດ້ເລີ່ມສຶກສາຄວາມເປັນໄປໄດ້, ການສຳຫຼວດອອກແບບ. ເຊີ່ງໂຄງການໄດ້ສຸມໃສ່ການກໍ່ສ້າງ ສອງໜ້າວຽກກໍ່ຄືການກໍ່ສ້າງຂະຫຍາຍໂຮງງານ ນໍ້າປະປະດົງບັງໄດ້ສຳເລັດ ໃນປີ 2020, ເລີ່ມກໍ່ສ້າງລະບົບບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເດືອນມັງກອນປີ 2023, ລະບົບສາຍທໍ່ສົ່ງນໍ້າເປື້ອນແລະປໍ້າສູບສົ່ງ. ມາຮອດເດືອນພຶດສະພາ 2024 ໂຮງງານບໍາບັດນໍ້າເປື້ອນສ້າງສຳເລັດ 42,78% ແລະ ລະບົບສາຍທໍ່ສົ່ງນໍ້າເປື້ອນ ແມ່ນສຳເລັດ 62.98% ແລະ ມີຄວາມຄືບໜ້າທັງໝົດ ຂອງໂຄງການປະມານ 65% ຂອງແຜນການ.

ທ່ານກ່າວຕື່ມວ່າ ສໍາລັບໂຄງການດັ່ງກ່າວ ທາງນະຄອນຫຼວງວຽງຈັນໄດ້ຕົກລົງກູ້ຢືມເງິນ ແບບບໍ່ມີດອກເບັ້ຍໃນກອບການຮ່ວມມືສອງລັດຖະບານໄລຍະ 3 ຈາກລັດຖະບານຮົງກາລີ ໃນໄລຍະທ້າຍປີ 2017 ຈໍານວນ 100 ລ້ານໂດລ້າສະຫະລັດ ແລະ ນໍາໃຊ້ເຂົ້າໃນການກໍ່ສ້າງລະບົບບໍາບັດ ນໍ້າເປື້ອນປະມານ 70 ລ້ານໂດລ້າສະຫະລັດ.

ໂຄງການນີ້ຄາດວ່າ ຈະສ້າງສໍາເລັດພາຍໃນປີ 2025 ເຊີ່ງທາງເຈົ້າໜ້າທີ່ຮັບຜິດຊອບ ກໍ່ສ້າງໄດ້ກ່າວວ່າ ທາງໂຄງການມີຄວາມຈຳເປັນ ຕ້ອງໄດ້ຕັດທາງເບຕົງ, ທາງປູຢາງຢູ່ເຂດ ຫົວຂົວ-ໂນສະຫວ່າງເຊີ່ງແບ່ງເປັນສອງໄລຍະ ແຕ່ຈາກບ້ານໂຊກຄຳຫາບ້ານໂນນຄໍ້ໃຕ້ ເມືອງໄຊເສດຖາ. ພາຍຫຼັງທີ່ສຳເລັດໂຄງການບໍາບັດນໍ້າເປື້ອນ ຈາກຄົວເຮືອນຂອງບ້ານຮ່ອງແກ ຈະຖືກສູບສົ່ງໄປບໍາບັດຢູ່ໂຮງງານ ບໍາບັດນໍ້າເປື້ອນຕັ້ງຢູ່ບ້ານຂາມງອຍ, ເມືອງໄຊເສດຖານະຄອນຫຼວງວຽງຈັນ.

ວິຊາການດ້ານສິ່ງແວດລ້ອມ ໃຫ້ຄວາມເຫັນວ່າ ການທີ່ການນໍານະຄອນຫຼວງວຽງຈັນ ຕັດສິນໃຈສ້າງລະບົບລະບາຍນໍ້າ ແລະບໍາບັດນໍ້າເປື້ອນ ຕົວເມືອງທີ່ມີກຳລັງການຜະລິດຫຼາຍກ່ວາ 50,000 ແມັດກ້ອນຕໍ່ມື້ ຖືວ່າເປັນໂຄງການ ໃຫຍ່ລະດັບຊາດ ແລະ ເປັນໂຄງການປະຫວັດສາດ ຂອງປະເທດລາວທີ່ເກັບເອົານໍ້າເປື້ອນທີ່ເໜົ່າເໝັນ ໃນຕົວເມືອງນະຄອນຫຼວງວຽງຈັນ ທີ່ເປັນເມືອງເອກຂອງປະເທດ ໄປບໍາບັດໃຫ້ສະອາດກ່ອນ ຈຶ່ງປ່ອຍລົງສູ່ບຶງທາດຫຼວງ ແລ້ວໄຫຼສູ່ແມ່ນໍ້າໝາກຮຽວຈາກນັ້ນ ໄຫຼອອກສູ່ແມ່ນໍ້າຂອງ.

ທ່ານໄດ້ກ່່າວຢໍ້າວ່າ ຫວັງຢ່າງຫຍິ່ງວ່າໂຄງການດີໆ ແບບນີ້ຈະໄດ້ຮັບການສະໜັບສະໜູນຈາກການນໍາຂັ້ນສູງຂອງແຕ່ລະເທດສະບານເມືອງ ເພື່ອສ້າງຮັກສາສິ່ງແວດລ້ອມຕົວເມືອງ ທີ່ດີປັດສະຈາກກິ່ນເໜົ່າເໝັນແລະເຊື້ອແມ່ພະຍາດ ໃນຕົວເມືອງກໍ່ຄືເຂດຊຸມຊົນຕ່າງໆ ໃນຂອບເຂດທົ່ວປະເທດ. ຜົນໄດ້ຮັບທາງກົງ ແລະ ທາງອ້ອມກໍ່ຄືສາມາດດຶງດູດ ການລົງທືນໄດ້ດີກ່ວາເພີ່ມມູນຄ່າຊັບສິນ ຫຼື ມູນຄ່າທີ່ດິນ ແລະ ເພີ່ມຄຸນນະພາບຊີວິດໃຫ້ແກ່ສັງຄົມ ໃນເຂດທີ່ບໍ່ຜົນມີກະທົບຈາກບັນຫານໍ້າເປື້ອນ ເໜົ່າເໝັນຕ່າງໆ.

ເມື່ອວັນທີ 27 ເມສາ  2023 ຜ່ານມາ ກໍ່ໄດ້ມີພີທີມອບ-ຮັບໂຄງການກໍ່ສ້າງ ຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ທີ່ບ້ານ ນາສາລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມທັງເປີດການກໍ່ສ້າງໂຄງການບໍາບັດນໍ້າເປື້ອນ ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.