ເຣື້ອງທີ່ເກັບບັນທຶກໄວ້
2022-05-23
ຊາວບ້ານຈໍານວນນຶ່ງ ໃນເມືອງໄຊທານີ ຕ້ອງການທີ່ດິນທໍາກິນ ພາຍຫຼັງທາງການລາວ ໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຊາວຈີນ ແລະໄຕ້ຫວັນ ໃນການພັທນາ ໂຄງການ ນິຄົມອຸດສາຫະກັມ ແລະ ການຄ້າວຽງຈັນ-ໂນນທອງ ຊຶ່ງກວມເອົາດິນ ຂອງປະຊາຊົນ ເຮັດໃຫ້ຊາວບ້ານ ເສັຽດິນທຳການຜລິດ.
2022-05-23
ອົງການສາກົລ ມອບເງິນລາຍເດືອນ ຜູ້ລະ 150,000 ກີບ ໃຫ້ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ ທີ່ເມືອງນອງ ແຂວງສວັນນະເຂດ ເພື່ອໃຫ້ເຂົ້າເຖິງ ໂພສະນາການ ແລະສຸຂພາບທີ່ດີ.
2022-05-23
ເຈົ້າຂອງທີ່ດິນ ຖືກບໍຣິສັດ ເອທີ ອໍໂຕ້ ມາຍນິ້ງ ຈຳກັດ ຊຶ່ງເປັນບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງນັກລົງທຶນຈີນ ໄດ້ໃຊ້ຣົຖຂຸດ ບຸກທຳລາຍໄຮ່-ສວນ ໂດຍທີ່ຍັງບໍ່ໄດ້ຈ່າຍຄ່າຊົດເຊີຍ ໃຫ້ກັບເຈົ້າຂອງສວນ.
2022-05-23
ເຖິງແມ່ນວ່າ ຣັຖບານ ຂອງສເດັດ ບຸນອູ້ມ ຈະສົ່ງຄນະຜູ້ຕາງໜ້າ ເດີນທາງໄປເຊີນ ໃຫ້ກັັບມາຮ່ວມ ຣັຖບານ ກໍຕາມ, ແຕ່ສເດັດ ສຸວັນນະພູມາ ກໍບໍ່ຕົກລົງ ເນື່ອງຈາກ ມີແຜນ ຈະກັບໄປລາວ ເພື່ອຕໍ່ສູ້ ເອົາອໍານາດຄືນ.
2022-05-22
ປະເທດຟິນແລນດ໌ ແລະ ສະວີເດັນ ສະມັກເຂົ້າໄປ ເປັນສະມາຊິກ NATO ເປັນຍ້ອນການຍຸແຍ່ ຂອງບາງປະເທດ ຫຼື ເປັນຍ້ອນວ່າ ທັງສອງປະເທດນີ້ ບໍ່ໄວ້ໃຈ ຣັສເຊັຽ ໂດຍສະເພາະ ພາຍຫຼັງທີ່ ຣັສເຊັຽໄດ້ບຸກໂຈມຕີ ປະເທດຢູເຄຣນ.
2022-05-22
ສະຫະຣັຖ ປະກາດ ໃຫ້ການຊ່ອຍເຫຼືອ ແກ່ປະເທດອາຊ້ຽນ, ນັກເຄື່ອນໄຫວການເມືອງ ປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ ວໍຊິງຕັນ ດີ.ຊີ, ໜີ້ສິນ ສາທາຣະນະ ຂອງລາວສູງຂຶ້ນ 14.5 ຕື້ໂດລ້າຣ໌ສະຫະຣັຖ.
2022-05-21
ທາງການເກົາຫຼີເໜືອ ອອກມາຍອມຮັບ ເປັນເທື່ອທໍາອິດວ່າ ມີຄົນເກົາຫຼີເໜືອ ຫລາຍຄົນຕິດ ໂຄວິດ-19 ແລະມີຜູ້ເສັຍຊີວິດໄປແລ້ວ ຢ່າງໜ້ອຍ 1 ຄົນ, ພາຍຫລັງ 2 ປີປາຍ ທີ່ຜູ້ນໍາປະເທດ ປະຕິເສດວ່າ “ບໍ່ມີໄວຣັສນີ້” ຢູ່ໃນເກົາຫຼີເໜືອ.
2022-05-20
ລາວເປີດດ່ານສາກົນ ທຸກບ່ອນແລ້ວ ແຕ່ວ່າ ດ່ານບໍ່ເຕັນ-ບໍ່ຫານ ຍັງບໍ່ມີຜູ້ເດີນທາງ ເຂົ້າ-ອອກ ຫຼາຍປານໃດ ຍ້ອນວ່າ ດ່ານບໍ່ຫານຂອງຈີນ ຍັງໃຊ້ມາຕການ ປ້ອງກັນໂຄວິດ-19 ເຂັ້ມງວດຢູ່, ສ່ວນຣົຖບັນທຸກສິນຄ້າ ເຂົ້າໄປຈີນໃນແຕ່ລະມື້ ແມ່ນດີຂຶ້ນກວ່າແຕ່ກ່ອນ.
2022-05-20
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ແລວທາງສາຍສົ່ງໄຟຟ້າ ຂອງເຂື່ອນນ້ຳຮາວ ຢູ່ແຂວງຫົວພັນ ຈຳນວນ 25 ຄອບຄົວ ຮຽກຮ້ອງໃຫ້ທາງລາວ ຈ່າຍຄ່າຊົດເຊີຍ ໃນລາຄາທີ່ເໝາະສົມ ຊຶ່ງປັດຈຸບັນໂຄງການ ເຂື່ອນນໍ້າຮາວ ກຳລັງຢູ່ໃນ ລະຫວ່າງການກໍ່ສ້າງ.
2022-05-20
ຊາວບ້ານວັງຕັດໃຫຍ່ ເມືອງຊານໄຊ ແຂວງອັດຕະປື ທີ່ໄດ້ເສັຍດິນປູກຝັງປະມານ 200 ຕອນ ໃຫ້ບໍຣິສັດວັງຕັດ ຂອງກອງທັບວຽດນາມ ທີ່ຮ່ວມກັບ ກະຊວງປ້ອງກັນປະເທດ ສປປ ລາວ ຂຸດຄົ້ນແຮ່ຄໍາຢູ່ເຂດຈຸດສຸມວັງຕັດ ຈະບໍ່ຍ້າຍໄປຢູ່ບ່ອນໃໝ່ ຍົກເວັ້ນ ຫາກໂຄງການ ຍ່ອມຈ່າຍຄ່າຊົດເຊີຍ ໃຫ້ຕາມທີ່ຊາວບ້ານສເນີ.
2022-05-20
ການດຳເນີນຄະດີ ດ້ານການຄ້າມະນຸດ ໃນລາວເປັນໄປຢ່າງຊັກຊ້າ ແລະບໍ່ມີຄວາມເປັນທັມ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ມີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ແລະຮັບສິນບົນຈາກຜູ້ກະທຳຜິດ ໂດຍສະເພາະກຸ່ມຊາວຈີນ ທີ່ເຂົ້າມາດຳເນີນທຸຣະກິຈ ຢູ່ໃນລາວ.
2022-05-19
ທາງການລາວ ໄດ້ກຳນົດ ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ່ 11 ຢູ່ແຂວງຊຽງຂວາງ ແບບເປັນທາງການ ໃນລະຫວ່າງ ວັນທີ່ 13-22 ເດືອນທັນວາ ປີ 2022 ນີ້ ຊຶ່ງທາງການລາວ ກໍຄາດຫວັງວ່າ ການແຂ່ງຂັນກິລາແຫ່ຊາດໃນຄັ້ງນີ້ ຈະຊ່ອຍກະຕຸ້ນເສຖກິຈໂດຍ ໃຫ້ດີຂຶ້ນ.
2022-05-19
ເດັກນ້ອຍລາວ 71.6% ແລະຫຼາຍຄົວເຮືອນ ໃນຫຼາຍແຂວງຂອງລາວ ຍັງບໍ່ມີນ້ຳດື່ມ ທີ່ສະອາດ ແລະປອດພັຍ ໂດຍສະເພາະ ແມ່ນຊຸມຊົນທີ່ຢູ່ຫ່າງໄກ ຈາກຕົວເມືອງ ບໍ່ມີລະບົບນ້ຳ ປະປາໄວ້ໃຊ້ ອຸປໂພກ-ບໍຣິໂພກໃນຄົວເຮືອນ ເຮັດໃຫ້ເກີດການຕິດເຊື້ອ ແບັກທີເຣັຍໃນກຸ່ມເດັກນ້ອຍ ໄດ້ງ່າຍ.
2022-05-19
ໂຄງການຂຸດຄົ້ນແຮ່ທາດ ຂອງ ບໍຣິສັດຈີນ ສ້າງຄວາມກັງວົນໃຈ ໃຫ້ຊາວບ້ານ ຢູ່ເຂດບ້ານມາຍ-ນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຢ້ານຈະໄດ້ເສັຍດິນໄຮ່ມັນຕົ້ນ ແລະດິນສວນປູກຫຍ້າລ້ຽງສັດ ຍ້ອນວ່າທາງການລາວ ອະນຸມັດໃຫ້ບໍຣິສັດຕົງລີ້ເສີ້ງ ແລະບໍຣິສັດຂຸ້ນຕາຂອງຈີນ ສໍາຣວດ ແລະຂຸດຄົ້ນແຮ່ທາດຫາຍາກ ໃນເຂດດັ່ງກ່າວ.
2022-05-19
ຊາວກະສິກອນ ໃນຫຼາຍແຂວງ ເປັນຕົ້ນ ແຂວງອຸດົມໄຊ, ຫຼວງນໍ້າທາ ແລະແຂວງສວັນນະເຂດ ປະສົບບັນຫາຊອກຊື້ນໍ້າມັນ ມາໃສ່ຣົຖໄຖນາ ໃນຣະດູເຮັດນາ, ຊາວນາຫຼາຍຄົນ ຈໍາເປັນຕ້ອງໄດ້ໂຈະ ເຮັດວຽກການຜລິດກະສິກັມ ຍ້ອນຂາດແຄນນໍ້າມັນ.