ເກົາຫຼີເໜືອ ຍອມຮັບ ມີຄົນໃນປະເທດ ຕິດໂຄວິດ-19

ຈຳປາທອງ
2022.05.21
ເກົາຫຼີເໜືອ ຍອມຮັບ ມີຄົນໃນປະເທດ ຕິດໂຄວິດ-19 ບຸກຄະລາກອນ ທາງການທະຫານ ໄດ້ນຳຄວາມຝັນຮ້າຍ ໃນການເດີນສວນສນາມ ເພື່ອເປັນເຄື່ອງໝາຍຄົບຮອບ 90 ປີ ແຫ່ງການກໍ່ຕັ້ງ ກອງທັບປົດປ່ອຍ ປະຊາຊົນເກົາຫຼີ ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີເໜືອ, ຮູບທີ່ບໍ່ໄດ້ລະບຸວັນທີນີ້ ຖືກປ່ອຍອອກມາ ໂດຍ ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ (KCNA) ໃນວັນທີ 26 ເມສາ 2022.
ຮູບພາບ: KCNA via Reuters

ຜູ້ນໍາເກົາຫລີເໜືອໃນທີ່ສຸດ ກໍຍອມຮັບເປັນເທື່ອທໍາອິດວ່າ ມີຄົນເກົາຫລີເໜືອຕິດເຊື້ອໂຄວິດ-19 ແລະມີຜູ້ເສັຍຊີວິດຍ້ອນຢ່າງໜ້ອຍ 1 ຄົນ ພາຍຫລັງເວລາໄດ້ຜ່ານໄປເປັນ 2 ປີປາຍ ທີ່ຜູ້ນໍາປະເທດນີ້ປະຕິເສດຕລອດມາວ່າ “ບໍ່ມີໄວຣັສນີ້” ໃນຂະນະທີ່ປະເທດອື່ນໆໃນໂລກ ປະກາດວ່າ ຢູ່ປະເທດຂອງຕົນມີຄົນຕິດໂຄວິດ-19 ຫລາຍ.

ຫລັງຈາກທີ່ຜູ້ນໍາສູງສຸດເກົາຫລີເໜືອ ໄດ້ປະກາດຍອມຮັບວ່າ ຢູ່ເກົາຫລີເໜືອມີຄົນຕິດ ເຊື້ອໂຄວິດ-19 ຄືແນວນັ້ນແລ້ວ ທາງການເກົາຫລີເໜືອກໍປະກາດໃຊ້ “ລະບົບ ປ້ອງກັນການແພ່ຣະບາດ ສຸກເສີນສູງສຸດ” ໃນຂະນະທີ່ໂຄວິດ-19 ສາຍພັນໂອໄມຄຣອນ (Omicron) ແພ່ຂຍາຍອອກໄປຫລາຍແລ້ວ ຈົນວ່າ ທ່ານ ກິມ ຈອງ ອຶນ (Kim Jong Un) ຜູ້ນໍາສູງສຸດເກົາຫລີເໜືອ ໃສ່ໜ້າກາກໃນຂະນະທີ່ທ່ານເຂົ້າຮ່ວມກອງປະຊຸມ ຮັບຊາບກໍຣະນີຊາວເກົາຫລີເໜືອ ຢູ່ພາຍໃນປະເທດຕິດໂຄວິດ-19 ຄົນທໍາອິດ ຊຶ່ງຈັດຂຶ້ນຢູ່ກຸງພ໋ຽງຢາງ ໃນມື້ວັນພະຫັດ ທີ 12 ພຶສພາ 2022 ທີ່ຄະນະກັມມະການ ກະຈ່າຍສຽງ ແລະໂທຣະທັດແຫ່ງສາທາຣະນະຣັຖ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຫລື ເກົາຫລີເໜືອ (KRT) ໄດ້ອອກອາກາດຣາຍງານທາງວີດິໂອ.

ອົງການຂ່າວສູນກາງ ຂອງທາງການເກົາຫລີເໜືອ (KCNA) ເວົ້າວ່າ ມີປະຊາຊົນຕິດໂຄວິດ-19 ຈໍານວນ 820,620 ຄົນ, ມີຜູ້ເສັຍຊີວິດຍ້ອນ 42 ຄົນ ແລະມີຜູ້ປິ່ນປົວຢູ່ໂຮງໝໍຢ່າງໜ້ອຍ 324,550 ຄົນ, ອີງຕາມການຣາຍງານຂ່າວຂອງ NDVT ວັນທີ 15 ພຶສພາ 2022 ໃນຂະນະທີ່ແຫລ່ງຂ່າວຕ່າງປະເທດຣາຍງານໃນມື້ວັນທີ 16 ພຶສພານີ້ວ່າ ມີຣາຍງານຈາກທາງການເກົາຫລີເໜືອວ່າ ໃນມື້ວັນທີ 15 ພຶສພານີ້ ມີຜູ້ຕິດເຊື້ອທົ່ວປະເທດ ເຖິງ 1,200,000 ຄົນ.

ໃນຂະນະດຽວກັນ ຢູ່ ສປປ ລາວ ໜັງສືພິມວຽງຈັນໃໝ່ ຂອງທາງການລາວ ຣາຍງານໃນມື້ວັນທີ 13 ພຶສພານີ້ວ່າ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 209,321 ຄົນ ແລະເສັຍຊີວິດ 754 ຄົນ ແລະພ້ອມກັນນັ້ນ ຢູ່ໃນທົ່ວໂລກມີຄົນຕິດເຊື້ອນີ້ ທັງໝົດ 519,558,000 ປາຍຄົນ ແລະເສັຍຊີວິດ 6,283,000 ປາຍຄົນ.

ເວົ້າສະເພາະຢູ່ເກົາຫລີເໜືອ ອົງການຂ່າວທາງການເກົາຫລີເໜືອ KCNA ຣາຍງານຕື່ມວ່າ ປະຊາຊົນຈໍານວນ 187,800 ຄົນຢູ່ໃນລະຫວ່າງການປິ່ນປົວຢູ່ສູນກັກກັນ ສໍາລັບຄົນເຈັບປ່ວຍທີ່ບໍ່ຮູ້ທີ່ມາ ຊຶ່ງໄດ້ຣະບາດໄປທົ່ວປະເທດ ນັບຕັ້ງແຕ່ທ້າຍເດືອນທີ່ແລ້ວມາ.

ແຕ່ຣາຍງານທີ່ວ່ານັ້ນ ບໍ່ໄດ້ເວົ້າເຖິງຈໍານວນປະຊາຊົນ ທີ່ໄດ້ກວດພົບວ່າຕິດເຊື້ອໂຄວິດ-19 ວ່າມີຈໍານວນເທົ່າໃດກັນແທ້.

ທ່ານ ກິມ ຈອງ ອຶນ ຜູ້ນໍາປະເທດເກົາຫລີເໜືອ ໄດ້ເປັນປະທານກອງປະຊຸມຂອງກົມການ ເມືອງສູນກາງພັກແຮງງານເກົາຫລີ ບ່ອນທີ່ທ່ານໄດ້ອອກຄໍາສັ່ງປິດ ຫລື lockdown ປະເທດ ແລະໄດ້ປະກາດ “ລະບົບປ້ອງກັນການແພ່ຣະບາດສຸກເສີນສູງສຸດ” ອີງຕາມການ ຣາຍງານຂອງອົງ ການຂ່າວສູນກາງຂອງທາງການເກົາຫລີເໜືອ ໃນມື້ວັນພະຫັດທີ່ຜ່ານມາ.

ຊາວກຸງພ໋ຽງຢາງຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາເກົາຫລີວ່າ ກຸງພ໋ຽງຢາງ ຖືກສັ່ງໃຫ້ປິດພາຍຫລັງເຈົ້າໜ້າທີ່ສາທາຣະນະສຸຂກຸງພ໋ຽງຢາງ ຢືນຢັນວ່າ ມີກໍຣະນີຄົນຕິດເຊື້ອໄວຣັສນີ້ເມື່ອ 2 ມື້ກ່ອນ.

ອີງຕາມແຫລ່ງຂ່າວ ທີ່ບໍ່ເປີດເຜີຍຊື່, ຍ້ອນເຫດຜົລເພື່ອຄວາມປອດພັຍ, ທິດຊີ້ນໍາສຸກເສີນຈາກຄໍາສັ່ງກັກກັນສຸກເສີນແຫ່ງຊາດຂອງກົມການເມືອງສູນກາງພັກ ໄດ້ຖືກປະຕິບັດຢູ່ທຸກພາກສ່ວນໃນກຸງພ໋ຽງຢາງ. ລາຍລະອຽດຂອງໂຄງການສະເພາະ ຖືກສົ່ງໄປຍັງໜ່ວຍງານລະດັບຕ່າງໆຂອງເມືອງ, ໄປຍັງບໍຣິສັດຫ້າງຮ້ານແລະເຂດຄຸ້ມບ້ານຕ່າງໆ ເພື່ອປະຕິບັດແຜນ ການກັກກັ້ນຕາມ “ລະບົບປ້ອງກັນການແພ່ຣະບາດສຸກເສີນສູງສຸດ” ນັ້ນ.

ແຫລ່ງຂ່າວທີ່ວ່ານີ້ເວົ້າຕື່ມອີກວ່າ “ຄໍາແນະນໍານັ້ນແມ່ນຫ້າມບໍ່ໃຫ້ຊຸມນຸມກັນເປັນກຸ່ມ, ໃຫ້ປະຕິບັດຕາມຫລັກສຸຂອະນາມັຍບຸກຄົນຢ່າງເຄັ່ງຄັດ, ຮັກສາໄລຍະຫ່າງ, ລ້າງມືເລື້ອຍໆ, ຕົ້ມນໍ້າກ່ອນດື່ມ, ກ໊ອກຄໍດ້ວຍນໍ້າເກືອເລື້ອຍໆເພື່ອຂ້າເຊື້ອ ແລະລະບາຍອາກາດພາຍໃນເຮືອນ, ຕຶກ, ອາຄານ ໃຫ້ດີເພື່ອປ້ອງກັນເຊື້ອໄວຣັສໂຄໂຣນາ. ແລະວ່າ ມີຄົນເຈັບຢູ່ໃນໂຮງໝໍຫລາຍຄົນ ທີ່ມີອາການຕິດໄວຣັສໂຄວິດ-19. ແຕ່ເຈົ້າໜ້າທີ່ປະຈໍາສູນກັກກັນ ວິນິສັຍວ່າເປັນປອດບວມ ຫລືໄຂ້ຫວັດໃຫຍ່.

ແຫລ່ງຂ່າວເວົ້າວ່າ “ຊາວບ້ານ-ຊາວເມືອງ ສັບສົນ ຊຶ່ງກໍຍ້ອນວ່າເປັນຫຍັງເຈົ້າໜ້າທີ່ ຢູ່ສູນກັກກັນ ຈຶ່ງບໍ່ຍອມຮັບຮູ້ໄວຣັສໂຄໂຣນານັ້ນທັນທີໂລດ. ຮ້ານຄ້າ, ຮ້ານອາຫານ ແລະຕລາດ ທຸກແຫ່ງປິດໝົດ. ຖ້າຫາກການປິດນັ້ນແກ່ຍາວໄປດົນ, ມັນກໍຈະເຮັດໃຫ້ຊີວິດ ການເປັນຢູ່ຂອງຜູ້ຄົນ ໄດ້ຮັບຜົລກະທົບໄປໃນທາງທີ່ບໍ່ດີ.”

ຊາວບ້ານຢູ່ທີ່ນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ຜແນກພາສາເກົາຫລີວ່າ ຢູ່ເມືອງ Sinuiju ແຂວງ North Pyogan ຊຶ່ງຕັ້ງຢູ່ກົງກັນຂ້າມກັບແມ່ນໍ້າ Yalu ຈາກປະເທດຈີນ ການປິດບ້ານ-ປິດເມືອງ ໄດ້ດໍາເນີນມາຕັ້ງແຕ່ມື້ວັນພຸດ ວັນທີ 24 ເມສາ.

ແຫລ່ງຂ່າວທີສອງ ທີ່ຂໍສງວນຊື່ ຍ້ອນເຫດຜົລເພື່ອຄວາມປອດພັຍຄືກັນນັ້ນ ກໍເວົ້າວ່າ “ທຸກພາກສ່ວນ ຮວມທັງພັກ, ອົງການປົກຄອງ, ການຈັດຕັ້ງເສຖກິດ, ຕໍາຣວດ, ກໍາລັງປ້ອງກັນຄວາມສງົບແຫ່ງຣັຖ ແລະກອງທັບ ແມ່ນໃຫ້ປະຕິບັດລະອຽດທຸກຢ່າງ ຕາມຄໍາແນະນໍາ ຂອງຄໍາສັ່ງກັກກັນສຸກເສີນ ແຫ່ງຊາດນັ້ນ.”

ແຫລ່ງຂ່າວນີ້ເວົ້າຕື່ມວ່າ “ນີ້ເປັນເທື່ອທໍາອິດ ທີ່ພວກເຮົາຍອມຮັບ ການແຜ່ຂຍາຍເຂົ້າມາປະເທດ ຂອງເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ຊຶ່ງຂະນະນີ້ ເຈົ້າໜ້າທີ່ກໍາລັງປອບໃຈປະຊາຊົນວ່າ ເປັນໄວຣັສທີ່ຄ້າຍຄືກັນກັບປອດບວມ ຫລືໄຂ້ຫວັດໃຫຍ່ ແລະສາມາດປິ່ນປົວດ້ວຍຢາ ທີ່ຜລິດຢູ່ພາຍໃນປະເທດໃຫ້ຫາຍໄດ້. ແລະວ່າ ຍາດພີ່ນ້ອງຜູ້ນຶ່ງທີ່ຢູ່ກຸງພ໋ຽງຢາງເວົ້າວ່າ ມື້ອື່ນນີ້ຈະເຣີ່ມກວດສຸຂພາບໃຫ້ປະຊາຊົນ ຢູ່ໃນເມືອງທຸກຄົນ. ໄດ້ຫ້າມບໍ່ໃຫ້ຄົນໄປເຮັດແລ້ວ ເຮັດໃຫ້ປະຊາຊົນມີຄວາມວິຕົກ ກັງວົນນໍາຄວາມຫຍຸ້ງຍາກ ທາງດ້ານເສຖກິດຢູ່ເກົາຫລີເໜືອເພິ່ມຂຶ້ນ ໃນຂະນະທີ່ຫລາຍຄົນຕ້ອງໄດ້ດິ້ນຮົນຫາຢູ່-ຫາກິນພໍໃຫ້ກຸ້ມຕົນເອງແລ້ວ.

ແຫລ່ງຂ່າວດຽວກັນນີ້ຍັງບອກໃຫ້ຮູ້ຕື່ມອີກວ່າ “ຜູ້ຄົນກໍາລັງຈະເຂົ້າສູ່ໄລຍະແຫ່ງຄວາມກົນລະຫົນ ຍ້ອນພວກເຂົາເຈົ້າບໍ່ສາມາດ ແມ່ນແຕ່ຈະພົບພໍ້ກັນ ກ່ອນທີ່ທາງການປະກາດໃຊ້ “ລະບົບປ້ອງກັນການແພ່ຣະບາດສຸກເສີນສູງສຸດ” ນັ້ນ.

ເວົ້າເຣື່ອງວັກຊິນປ້ອງກັນໂຄວິດ-19 ຢູ່ປະເທດເກົາຫລີເໜືອ ອົງການອະນາມັຍໂລກ ຫລື WHO ບອກໃຫ້ວິທຍຸເອເຊັຽເສຣີຮູ້ ໃນມື້ວັນພະຫັດຜ່ານມາວ່າ ຍັງບໍ່ໄດ້ຮັບຂໍ້ມູນຈາກ ກະຊວງສາທາຣະນະສຸຂ ຂອງເກົາຫລີເໜືອ ກ່ຽວກັບການຢືນຢັນເຣື່ອງການຣະບາດ ຂອງໂຄວິດ-19 ນັ້ນເທື່ອ ອີງຕາມການຣາຍງານຂອງອົງການຂ່າວ ສູນກາງຂອງທາງການເກົາຫລີເໜືອ.

ອົງການອະນາມັຍໂລກເວົ້າວ່າ ເກົາຫລີເໜືອກໍມີສິດ ໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຜ່ານໂຄງການແບ່ງປັນວັກຊິນໃນທົ່ວໂລກ ຂອງ COVAX ໃນຂະນະທີ່ ທາງການເກົາຫລີເໜືອ ປະຕິເສດທີ່ຈະຮັບວັກຊິນນັ້ນ ຈາກ COVAX ໃນໄລຍະທີ່ເຊື້ອໄວຣັສນີ້ ຣະບາດໃນເບື້ອງຕົ້ນ ໂດຍທີ່ຍັງອ້າງວ່າ “ປອດໄວຣັສ” ຢູ່.

ສໍານັກງານອົງການຂ່າວ Reuters ຣາຍງານໂດຍອີງໃສ່ຄໍາເວົ້າຂອງ ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ຂອງທໍານຽບຂາວ ຫລືທໍານຽບປະທານາທິບໍດີ ສະຫະຣັຖອາເມຣິກາ ວ່າສະຫະຣັຖອາເມຣິກາ ບໍ່ມີແຜນ ທີ່ຈະແບ່ງປັນວັກຊິນປ້ອງກັນ ໂຄວິດ-19 ໃຫ້ເກົາຫລີເໜືອໃນທັນທີ.

ອົງການນິລະໂທດກໍາສາກົນ ຫລື Ammesty International ຮຽກຮ້ອງຣັຖບານເກົາຫລີເໜືອ ໃຫ້ປະຊາຊົນຂອງຕົນ ໄດ້ສັກວັກຊິນຄຸ້ມກັນຕ້ານໄວຣັສດັ່ງກ່າວ ຊຶ່ງຂະນະນີ້ຄາດວ່າ ໃນທົ່ວໂລກຈະມີຄົນເສັຍຊີວິດຍ້ອນ ຫລາຍກວ່າ 6,000,000 ຄົນ.

ຍານາງ Boram Jang ນັກຄົ້ນຄວ້າ ຂອງອົງການນີລະໂທດກໍາສາກົນ ປະຈໍາເຂດເອເຊັຽຕາເວັນອອກກ່າວວ່າ “ບໍ່ມີຫລັກຖານທີ່ສະແດງໃຫ້ເຫັນວ່າ ເກົາຫລີເໜືອມີວັກຊິນປ້ອງກັນ ເຊື້ອໂຄວິດ-19 ພຽງພໍສໍາລັບປ້ອງກັນ ປະຊາຊົນຂອງຕົນ.”

ຍານາງເວົ້າວ່າ “ຂ່າວຢ່າງເປັນທາງການຄັ້ງທໍາອິດ ກ່ຽວກັບການຣະບາດຂອງ ໂຄວິດ-19 ຢູ່ປະເທດເກົາຫລີເໜືອ ຍັງມີຢູ່ຕໍ່ໄປ ຊຶ່ງອາຈເຮັດໃຫ້ ຜູ້ຄົນເສັຍຊີວິດເປັນຈໍານວນຫລວງຫລາຍ ແລະຈະບໍ່ມີການເອົາໃຈໃສ່ ຢ່າງໄຮ້ເຫດຜົລໃນການປົກປ້ອງ ສິດທິທາງດ້ານສຸຂພາບ ແລະວ່າ “ຣັຖບານເກົາຫລີເໜືອຄວນເຮັດແຜນທັນທີ ເພື່ຶອຈັດຫາວັກຊິນປ້ອງກັນໂຄວິດ-19 ສໍາລັບປະຊາຊົນຂອງຕົນ ໂດຍການຮ່ວມມືກັບປະຊາຄົມສາກົນ”.

ຍານາງ Soo Kim ອາດີດນັກວິເຄາະຂອງອົງການ CIA ຊຶ່ງປັດຈຸບັນປະຕິບັດງານຢູ່ກັບອົງການ RAND ຊຶ່ງເປັນອົງການເພື່ອການວິຈັຍ ແລະການພັທນາ ທີ່ບໍ່ຫວັງຜົລກໍາໄລ ຂອງສະຫະຣັຖອາເມຣິກາ ກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ການທີ່ເກົາຫລີເໜືອຍອມຮັບວ່າ ໄວຣັສໂຄວິດ-19 ຣະບາດເຂົ້າຊາຍແດນຂອງຕົນແລ້ວນັ້ນ ແມ່ນ “ເປັນສິ່ງທີ່ສົມຄວນ”. 

ຍານາງເວົ້າວ່າ “ປະຊາຄົມສາກົນບໍ່ເຄີຍເມີນເສີຍ ຕໍ່ສະຖານະການໄວຣັສໂຄໂຣນາ ຂອງເກົາຫລີເໜືອ, ມັນເປັນລະບອບຂອງຣັຖບານກິມ ທີ່ປະຕິເສດຂໍ້ສເນີຂອງ PPE ແລະວັກຊິນປ້ອງກັນໂຄວິດ-19 ຢ່າງຕໍ່ເນື່ອງ ດ້ວຍເຫດຜົລທີ່ບໍ່ຍຸຕິທໍາ” ແລະວ່າ “ເປັນໄປໄດ້ວ່າ ສະພາບການຂອງ ເຊື້ອໄວຣັສໂຄໂຣນາ ໃນເກົາຫລີເໜືອ ຂີ້ຮ້າຍລົງຢ່າງເຫັນໄດ້ຈະແຈ້ງ ຈົນວ່າລະບອບການປົກຄອງ ເກົາຫລືເໜືອ ບໍ່ສາມາດປາບປາມ ຫລືຮັບມືໄດ້ດ້ວຍຕົນເອງອີກຕໍ່ໄປ, ແຕ່ກໍຍັງມີຄໍາຖາມຢູ່ວ່າ ສະຖານະການກໍອາຈສາມາດຄວບຄຸມໄດ້ຖ້າຫາກຣັຖບານ ຂອງລະບອບການປົກຄອງກິມ ຍອມຮັບການຊ່ອຍເຫລືອຈາກສາກົນ ມາຕັ້ງແຕ່ໄວຣັສເຣີ່ມຕົ້ນຣະບາດ. ແຕ່ເປັນຫຍັງມາຍອມຮັບໃນຕອນນີ້? 

ຍານາງ Soo Kim ກ່າວວ່າ ຄວາມວິຕົກກັງວົນທາງດ້ານເສຖກິດ ຫລາຍກວ່າຄວາມກັງວົນ ທາງດ້ານສາທາຣະນະສຸກ ອາຈເປັນແຮງຈູງໃຈໃຫ້ເກົາຫລີເໜືອ ເມີນເສີຍ ບໍ່ຢືນຢັນວ່າ ມີຜູ້ປ່ວຍເປັນໂຄວິດ-19. ແລະວ່າ “ການລ໊ອກດາວຢ່າງກວ້າງຂວາງ, ການປິດຊາຍແດນ ແລະການປະຕິບັດງານຂອງຣັຖບານ ກິມ ພຽງແຕ່ຈະສາມາດນໍາພາເຂົາໄປໄກໄດ້ ໃນການປາບປາມຄວາມເປັນຈິງ ຂອງການຣະບາດຂອງເຊື້ອໂຄວິດ-19 ເທົ່ານັ້ນ. ທ່ານ Harry Kazianis ປະທານໂຄງການແຫ່ງຣັຖ Rogue ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຢູ່ເກົາຫລີເໜືອມີ ໂຄວິດ-19 ມາຕັ້ງແຕ່ເຣີ່ມຕົ້ນ ຂອງການຣະບາດໃຫຍ່. ທ່ານກ່າວຕື່ມວ່າ “ເຖິງຢ່າງໃດກໍຕາມ ໃນໄລຍະບໍ່ຫລາຍເດືອນຜ່ານມານີ້ ເຊື້ອໂຄວິດ-19 ສາຍພັນໂອໄມໂຄຣນ ໄດ້ຣະບາດເຂົ້າເກົາຫລີເໜືອ ຊຶ່ງທາງການເກົາຫລີເໜືອບໍ່ສາມາດ ໃຊ້ກົລວິທີແບບດຽວກັນນີ້ ໃນການກັກຜູ້ຄົນໄວ້ຢູ່ໃນບ້ານ-ເຮືອນ ຂອງພວກເຂົາເຈົ້າ, ແຍກໝູ່ບ້ານອອກຈາກກັນ ຍ້ອນການແພ່ຣະບາດຂອງໂຄວິດ-19 ເປັນໄປຢ່າງໄວວາຫລາຍ. ດັ່ງນັ້ນ ໃນຕອນນີ້ ເກົາຫລີເໜືອຕ້ອງຍອມຮັບວ່າ ພວກເຂົາມີບັນຫາ ເນື່ອງຈາກບໍ່ມີທາງທີ່ພວກເຂົາຈະຊ້ອນມັນໄວ້ໄດ້”.

ທ່ານ Kazianis ກ່າວວ່າ “ເວັ້ນເສັຍແຕ່ເກົາຫລີເໜືອ ຈະມີຄົນເຈັບປ່ວຍຍ້ອນເຊື້ອ ໂຄວິດ-19 ນີ້ນັບເປັນຫລາຍໝື່ນ ຂ້າພະເຈົ້າຈຶ່ງສົງສັຍວ່າ ເກົາຫລີເໜືອຈະຂໍຄວາມຊ່ອຍເຫລືອ ໃນຕອນນີ້. ແຕ່ພວກເຂົາບໍ່ຕ້ອງການສະແດງ ຄວາມອ່ອນແອທັງໝົດ ແນວໃດໃຫ້ເຫັນ ແລະຕ້ອງການສະແດງໃຫ້ເຫັນ ເຖິງຄວາມເຂັ້ມແຂງ ແລະການຄວບຄຸມປະຊາຊົນ ຂອງຕົນຕໍ່ໄປ. ໃນສາຍຕາຂອງເກົາຫລີເໜືອ ການຂໍຄວາມຊ່ອຍເຫລືອ ເປັນການຍອມຮັບ ຄວາມລົ້ມແຫລວຂອງຕົນ”. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.