ຊາວກະຊິກອນ ໃນຫຼາຍແຂວງ ຂອງລາວ ບໍ່ມີນໍ້າມັນ ໃສ່ຣົຖໄຖນາ

ສຸພັດຕາ
2022.05.19
ຊາວກະຊິກອນ ໃນຫຼາຍແຂວງ ຂອງລາວ ບໍ່ມີນໍ້າມັນ ໃສ່ຣົຖໄຖນາ ຊາວນະຄອນຫຼວງວຽງຈັນ ຜູ້ໃຊ້ຣົຖລຽນແຖວກັນໄປໃສ່ນ້ຳມັນ ໃນຂະນະທີ່ ປ້ຳນ້ຳມັນຢູ່ແຂວງຫຼວງນ້ຳທາ, ອຸດົມໄຊ ແລະແຂວງອື່ນໆ ຂອງລາວກໍປະສົບບັນຫາ ແບບດຽວກັນ, ຮູບຖ່າຍປ້ຳນ້ຳມັນ ແຫ່ງນຶ່ງ ໃນແຂວງຫຼວງນ້ຳທາກ.
RFA

ໃນໄລຍະອາທິດນີ້ ໃນແຂວງອຸດົມໄຊ ກໍປະສົບບັນຫານໍ້າມັນຂາດແຄນ ຢ່າງໜັກໜ່ວງເຊັ່ນກັນ ບໍ່ແຕກຕ່າງຈາກຫຼາຍແຂວງໃນລາວ ໂດຍສະເພາະ ບັນດາຊາວກະສິກອນ ທີ່ຕ້ອງໃຊ້ຣົຖໄຖນາ, ໄຖສວນ, ຫົດນໍ້າຜັກຕ່່າງໆ ພາກັນຊອກຫາຊື້ນໍ້າມັນຍາກຫຼາຍ ບາງຄົນກໍບໍ່ໄດ້ໄຖນາ, ໄຖສວນ ຕ້ອງໂຈະໄວ້ກ່ອນ ແລະບາງຄົນ ກໍບໍ່ມີນໍ້າມັນໃສ່ຣົຖເພື່ອຂີ່ໄປນາ, ໄປສວນ ທີ່ມີໄລຍະທາງໄກຫຼາຍກິໂລແມັດ ກໍຕ້ອງໄດ້ຍ່າງເອົາ ເຊິ່ງມີຄວາມລໍາບາກແລະຫຍຸ້ງຍາກຫຼາຍ.

ດັ່ງຊາວບ້ານ ໃນແຂວງອຸດົມໄຊ ທ່ານນຶ່ງ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 19 ພຶສພາ ນີ້ວ່າ:

“ແມ່ນແລ້ວນໍ້າມັນບໍ່ມີ ໄປໄຮ່ໄປສວນ ນໍ້າມັນບໍ່ຮອດ ບໍ່ມີນໍ້າມັນໄປໄຖນີ້ ບໍ່ມີກະໂຈະເອົາ ຜູ້ທີ່ບໍ່ມີຣົຖ ເຂົາກໍຍ່າງໄປເນາະ ຕື່ນເຊົ້າລະກະໜື້ງເຂົ້າ ແລ້ວກະຫໍ່ໃສ່ຖົງກະພາຍໄປ ຍ່າງໄປ ຮອດ 2 ຫຼັກ ບ່ອນກາຍນັ້ນ ກໍມີເນາະ 3-4 ຫຼັກຫັ້ນແຫຼະ.”

ຂະນະທີ່ ຊາວບ້ານໃນແຂວງອຸດົມໄຊ ອີກທ່ານນຶ່ງ ກ່າວວ່າ ປະຊາຊົນບໍ່ໄດ້ມີຄວາມແຕກຕື່ນ ແຕ່ໃນສະພາບໂຕຈິງນີ້ ນໍ້າມັນຂາດແຄນແທ້ ເຊິ່ງໃນເທສບານເມືອງອຸດົມໄຊນີ້ ປໍ້າໃດເປີດ ຊາວບ້ານກໍຈໍາເປັນຕ້ອງໄປລຽນຄິວ ຊື້ນໍ້າໃສ່ຣົຖເພື່ອເດີນທາງ ຫຼືເພື່ອເຮັດກະສິກັມ ເພາະປັດຈຸບັນນີ້ ຊາວກະສິກອນຫຼາຍຄົນ ທີ່ຢູ່ເຂດຊົນນະບົດ ບໍ່ມີນໍ້າມັນຮອດໃສ່ຣົຖ ຈະໄປຫາຊື້ຢູ່ຕ່າງເມືອງ ກໍໄກຫຼາຍ:

“ຢູ່ເຂດນອກຫັ້ນນ່າ ບໍ່ມີນໍ້າມັນໃສ່ຣົຖຫັ້ນ ຍ້ອນວ່າ ຂາດນໍ້າມັນບໍ່ໄດ້ທໍາການຜລິດບໍ ເຮັດໄຮ່ໄຖນາບໍ ຈັ່ງຊີ້ນ່າ ຊິໄປເອົາຢູ່ເທສບານ ມັນກໍໄກ ມາໄກບໍ່ມີນໍ້າມັນ.”

ຊາວບ້ານໃນແຂວງສວັນນະເຂດ ທ່ານນຶ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້ ຊາວກະສິກອນໃນແຂວງສວັນນະເຂດຫຼາຍຄົນ ກໍປະສົບບັນຫານໍ້າມັນ ຂາດແຄນໜັກເຊັ່ນກັນ ຫາຊື້ນໍ້າມັນໃສ່ຣົຖໄຖຍາກ ແລະບາງເທື່ອ ໄປລຽນຄິວເພື່ອຊື້ນໍ້າມັນ ບໍ່ໄດ້ເລີຍກໍມີ ຕ້ອງອາສັຍຂໍແບ່ງປັນນໍາໝູ່ ຜູ້ທີ່ຂະເຈົ້າມີເທື່ອລະເລັກລະໜ້ອຍ ເພື່ອພໍໃຫ້ມີນໍ້າມັນໃສ່ຣົຖ ຂີ່ໄປມາໃກ້ໆໄດ້.

“ຊາວໄຮ່ຊາວນາເຮົາດຽວນີ້ ບໍ່ມີນໍ້າມັນໃສ່ຣົຖໄຖແລ້ວ ບາງເທື່ອເຂົາຂາຍມື້ນຶ່ງສອງມື້ນີ້ ເພິ່ນຫາກຍາດ ບາງເທື່ອກະໄປແລ້ວ ພັດບໍ່ໄດ້ນໍ້າມັນ ຂໍເອົານໍາໝູ່ໃດ໋ຫັ້ນ.”

ພ້ອມດຽວກັນນີ້ ຊາວບ້ານໃນແຂວງຫຼວງນໍ້າທາ ອີກທ່ານນຶ່ງ ກໍກ່າວວ່າ ສະພາບປັດຈຸບັນ ປໍ້ານໍ້າມັນນ້ອຍຫຼາຍປໍ້າກໍປິດໄປໝົດແລ້ວ ເຫຼືອພຽງແຕ່ປໍ້າໃຫຍ່ ທີ່ມີບໍ່ຈັກແຫ່ງເທົ່ານັ້ນ ຫາຊື້ນໍ້າມັນກໍຍາກຫຼາຍ ບາງຄົນບໍ່ມີນໍ້າມັນໃສ່ຣົຖແລ່ນເລີຍ ແລະໃນໄລຍະວິກິຕເຊັ່ນນີ້ ເປັນເຣື່ອງປົກກະຕິ ຖ້າປ້ຳນໍ້າມັນໃດເປີດ ຊາວບ້ານກໍຕ້ອງ ຫຼັ່ງໄຫຼໄປຊື້ນໍ້າມັນມາໃສ່ຣົຖ ເພື່ອໃຫ້ເດີນທາງໄປ-ມາໄດ້.

“ອີງໃສ່ສະພາບເນາະ ມັນເກີດຂຶ້ນໄລຍະນີ້ເນາະ ຊື້ກະບໍ່ໄດ້ນີ່ ບໍ່ມີອັນຂາຍເຮັດແນວໃດ ຫຼາຍປໍ້າຫັ້ນນ່າ ປິດໄປໝົດແລ້ວດຽວນີ້ ປໍ້ານໍ້າມັນນ່າ ປະຊາຊົນຈໍານວນນຶ່ງນີ້ ເຂົາກໍແຕກຕື່ນແຫຼ້ວ ເປັນຫຍັງນໍ້າມັນຈຶ່ງຂາດ ເຮັດໃຫ້ຢຸດການຜລິດນັ້ນເນາະ.”

ດ້ານເຈົ້າຂອງປໍ້ານໍ້າມັນ ໃນແຂວງອຸດົມໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ ສາເຫດທີ່ຫຼາຍປໍ້າປິດລົງຊົ່ວຄາວນັ້ນ ສ່ວນນຶ່ງ ບໍ່ມີເງິນຊື້ນໍ້າມັນ ຍ້ອນລາຄານໍ້າມັນແພງເກີນໄປ ເຮັດໃຫ້ຂາດທຶນ.

“ດຽວນີ້ບໍ່ມີນໍ້າມັນແລ້ວ ປິດໄວ້ໝົດລະ ເຂົາແຈ້ງມາເຮົາຊື້ບໍ່ໄດ້ ລາຄາອັດຕຣາແລກປ່ຽນມັນສູງຂຶ້ນ ແລ້ວກະດຽວນີ້ ມັນຊື້ມາມັນຂາດທຶນ ແພງເກີນໄປ ໄທເຮົາກະຊື້ບໍ່ໄດ້ເດ້.”

ຂະນະທີ່ ເຈົ້າໜ້າທີ່ອຸດສາຫະກັມແລະການຄ້າ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ໃນປັດຈຸບັນ ແຂວງຫຼວງນໍ້າທາ ກໍປະສົບບັນຫາເຊັ່ນກັນ ນໍ້າມັນກໍບໍ່ມີພຽງພໍ ຕໍ່ຄວາມຕ້ອງການຂອງປະຊາຊົນ ເຊິ່ງໃນເທສບານເມືອງຫຼວງນໍ້າທາ ປໍ້ານໍ້າມັນເປີດພຽງ 3 ປໍ້າ ປະຊາຊົນກໍຍັງໄດ້ໄປລຽນຄິວເພື່ອຊື້ນໍ້າມັນ ຄືກັບແຂວງອຸດົມໄຊເຊັ່ນກັນ ຍ້ອນຫຼາຍຄົນຢ້ານ ບໍ່ມີນໍ້າມັນໃສ່ຣົຖເພື່ອເດີນທາງ.

“ນໍ້າມັນກໍເລີ້ມຂາດແລ້ວ ມີແຕ່ ປຕທ ກັບນ້ໍາມັນເຊື້ອໄຟ ທຸກມື້ສນອງແຫຍ້ຣົຖກັນແໜ້ນ ເປັນແຖວຢູ່ແຫຼະ ເພາະວ່າຜູ້ໃດກະຢ້ານແຕ່ບໍ່ມີນໍ້າມັນໃສ່ຣົຖ ອຸດົມໄຊ ກະຄືກັນແຫຼະ ກະຕໍ່ຄິວຄືກັນແຫຼະ.”

ທ່ານກ່າວຕື່ມວ່າ ປັດຈຸບັນນີ້ ຜແນກອຸດສາຫະກັມແລະການຄ້າ ໃນແຂວງຫຼວງນໍ້າທາ ກໍໄດ້ແນະນໍາໃຫ້ປໍ້ານໍ້າມັນ ທີ່ເປີດບໍຣິການ ບໍ່ໃຫ້ຂາຍນໍ້າມັນໃສ່ຕຸກໃຫ້ກັບຊາວບ້ານ ໂດຍໃຫ້ຂາຍໃຫ້ສະເພາະ ຜູ້ທີ່ນໍາຣົຖມາໃສ່ນໍ້າມັນເທົ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນ ນໍາເອົານໍ້າມັນໄປຂາຍໃສ່ແກ້ວໜ້າປໍ້າ ຫຼືຂາຍຕາມແຄມທາງ ທີ່ຂາຍໃນລາຄາແພງເກີນໄປ ເພາະຜິດກົດລະບຽບ ຖ້າຫາກເຈົ້າໜ້າທີ່ພົບເຫັນ ກໍຈະເຮັດບົດບັນທຶກ ສຶກສາອົບຮົມ ແລະປັບໃໝຕາມລະບຽບການ.

ຢ່າງໃດກໍຕາມ ຜແນກອຸດສາຫະກັມແລະການຄ້າ ໃນແຂວງອຸດົມ ກໍແຈ້ງການເຊັ່ນດຽວກັນ ໂດຍບໍ່ໃຫ້ປໍ້ານໍ້າມັນ ຂາຍນໍ້າມັນໃສ່ຕຸກໃຫ້ແກ່ປະຊາຊົນ ໃຫ້ຂາຍໃຫ້ແຕ່ຜູ້ທີ່ນໍາຣົຖມາໃສ່ໃນປໍ້າເທົ່ານັ້ນ ເພື່ອປ້ອງກັນ ການນໍານໍ້າມັນໄປຂາຍຕາມແຄມທາງ ແລ້ວສວຍໂອກາດຂາຍນໍ້າມັນໃນລາຄາແພງ.

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າ ໃນແຂວງອຸດົມໄຊ ເພື່ອສອບຖາມບັນຫານໍ້າມັນຂາດແຄນດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ໄດ້.

ຫຼ້າສຸດ ໃນວັນທີ່ 19 ພຶສພາ 2022 ນີ້ ກະຊວງອຸດສາຫະກັມແລະການຄ້າ ກໍໄດ້ປັບລາຄານໍ້າມັນຂຶ້ນອີກແລ້ວ ທຸກປະເພດ ເຊິ່ງນໍ້າມັນແອັດຊັງພິເສດ ປັບຂຶ້ນເປັນ 23,770 ກີບຕໍ່ລິດ ຈາກລາຄາເກົ່າ 22,190 ກີບຕໍ່ລິດ, ແອັດຊັງທັມມະດາ ປັບຂຶ້ນເປັນ 18,570 ກີບ ຕໍ່ລິດ ຈາກລາຄາເກົ່າ 17,300 ກີບຕໍ່ລິດ ແລະກາຊວນ ປັບຂຶ້ນເປັນ 18,160 ກີບຕໍ່ລິດ ຈາກລາຄາເກົ່າ 17,830 ກີບຕໍ່ລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.