ຊາວບ້ານ ຢູ່ເມືອງໄຊທານີ ຮຽກຮ້ອງ ຂໍດິນປູກຝັງ ຈາກທາງການລາວ
2022.05.23

ທາງການລາວ ໃຫ້ສັມປະທານດິນປ່າສງວນດົງບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 142 ເຮັກຕ້າຣ໌ ແກ່ບໍຣິສັດ ໜໍາເວ ພັທນາ ຈໍາກັດ ຂອງນັກລົງທຶນຊາວຈີນ ແລະໄຕ້ຫວັນ ແຕ່ປີ 2014 ເພື່ອໃຊ້ໃນການພັທນາໂຄງການ ນິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ເປັນໄລຍະທີ່ 2 ຕື່ມ ຍ້ອນເຫດນີ້ ຈຶ່ງເຮັດໃຫ້ຊາວບ້ານຫຼາຍຄອບຄົວ ທີ່ເຮັດສວນເຮັດນາໃນພື້ນທີ່ດັ່ງກ່າວນີ້ ຕ້ອງຍ້າຍອອກ.
ດັ່ງຊາວບ້ານຜູ້ຖືກຜົລກະທົບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 23 ພຶສພາ 2022 ນີ້ວ່າ:
“ແຕ່ກີ້ປະຊາຊົນກໍຢາກປູກອ້ອຍພຸ້ນແຫຼະ ບາດນີ້ລະເພິ່ນກໍມາໃຫ້ອອກ ເພາະວ່າເພິ່ນຈະເຮັດວຽກ ກໍດິນຂອງຣັຖພຸ້ນແຫຼະ ປະຊາຊົນກໍປູກເຄື່ອງໃສ່ຊື່ໆ ບໍ່ ບໍ່ມີ ອອກເບິດແລ້ວ ເຂົາເຮັດອຸດສາຫະກັມ ແລ້ວເຂົາລ້ອມຮົ້ວເບິດແລ້ວ ເຂົາເຮັດກໍາແພງອ້ອມເບິດ ໄປເດີ່ນບັກໃຫຍ່ພຸ້ນ ຍ້າຍອອກໄປບ່ອນໃໝ່.”
ປັດຈຸບັນ ໂຄງການພັທນາ ນິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ໃນໄລຍະທີ່ 2 ດັ່ງກ່າວນີ້ ໄດ້ພັທນາສໍາເຣັດແລ້ວ ແລະໄດ້ເປີດໃຫ້ນັກລົງທຶນ ຈາກຕ່າງປະເທດເຂົ້າມາດໍາເນີນກິຈການແລ້ວ ເປັນຕົ້ນ: ຈີນ, ໄທຍ, ຍີ່ປຸ່ນ, ເດັນໝາກ ແລະໄຕ້ຫວັນ, ໃນຂະນະດຽວກັນ ທາງການລາວ ກໍໄດ້ອອກແຈ້ງການໄປຍັງພໍ່ແມ່ປະຊາຊົນ ທີ່ຖືກຜົລກະທົບ ຈາກການຂຍາຍພື້ນທີ່ພັທນາ ຂອງໂຄງການດັ່ງກ່າວນີ້ຕື່ມ 142 ເຮັກຕ້າຣ໌ ເຊິ່ງກວມເອົາພື້ນທີ່ດິນປ່າສງວນ ດົງບ້ານໄຊ ໃຫ້ເດີນທາງມາຮັບເອົາເງິນຄ່າຊົດເຊີຽ, ຄ່າພັທນາທີ່ດິນ, ຄ່າສິ່ງປູກສ້າງ, ຄ່າຕົ້ນໄມ້ ແລະຄ່າຜົລປູກ ທີ່ຢູ່ໃນຂອບເຂດ ເນື້ອທີ່ດິນດັ່ງກ່າວນີ້ ນັບແຕ່ຕົ້ນເດືອນພຶສພາ ຫາ ກາງເດືອນມິຖຸນາ 2022 ນີ້.
ດັ່ງເຈົ້າໜ້າທີ່ ຫ້ອງການອຸດສາຫະກັມແລະການຄ້າ ເມືອງໄຊທານີ ນາງນຶ່ງ ກ່າວວ່າ:
“ສໍາລັບເຟສ 2 ນີ້ ພວກເຮົາໄດ້ດໍາເນີນການຊົດເຊີຽໄປ ເກຶອບວ່າ 70 ກວ່າເປີເຊັນແລ້ວ ແຕ່ວ່າດິນໂຕນີ້ ມັນເປັນດິນຂອງຣັຖ ແຕ່ສ່ວນຫຼາຍປະຊາຊົນຈະເຂົ້າມາ ພັທນາພື້ນທີ່ເອງເນາະ ຫຼັງຈາກນັ້ນ ພວກເຮົາກໍມີນະໂຍບາຍວ່າ ຖ້າຫາກວ່າ ປະຊາຊົນໄດ້ລົງທຶນ ໃນການພັທນາພື້ນທີ່ ຫຼືວ່າບຸກເບີກອິຫຍັງຕ່າງໆຫັ້ນເນາະ ພວກເຮົາກໍຈະຊົດເຊີຽໃຫ້.”
ຍານາງກ່າວຕື່ມວ່າ ສໍາລັບຣາຍລະອຽດ ການຈ່າຍຄ່າຊົດເຊີຽ ຈະແບ່ງອອກເປັນ 2 ສ່ວນສໍາຄັນ ຄື: ທາງການ ຈະຈ່າຍຄ່າຊົດເຊີຽທີ່ດິນທໍາກິນ ໃຫ້ແກ່ຊາວບ້ານເປັນເງິນ 6,000 ກີບຕໍ່ຕາແມັດ ສ່ວນຜົລປູກ ຈະຄິດໄລ່ຈາກຊະນິດຂອງພືດ, ຈໍານວນ ແລະອາຍຸ ຂອງພືດນັ້ນໆ ທີ່ຜ່ານມາ ທາງໂຄງການພັທນານິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ໄດ້ດໍາເນີນການຈ່າຍຄ່າຊົດເຊີຽໃຫ້ແກ່ປະຊາຊົນ ທີ່ເຮັດໄຮ່ເຮັດສວນ ຢູ່ໃນພື້ນທີ່ດັ່ງກ່າວນີ້ໄປແລ້ວ ປະມານ 70% ສ່ວນອີກ 30% ສ່ວນຫຼາຍເປັນປະຊາຊົນ ຢູ່ເຂດພື້ນທີ່ຫ່າງໄກ, ບໍ່ສາມາດຕິດຕໍ່ໄປຫາໄດ້ ແລະຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອແນວໃດເທື່ອ.
ກ່ອນໜ້ານີ້ ນິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ໄດ້ດໍາເນີນການພັທນາ ໃນໄລຍະທໍາອິດ ໃນປີ 2009 ໃນເນື້ອທີ່ 110 ເຮັກຕ້າຣ໌ ເຖິງແມ່ນວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວນີ້ ຈະໄດ້ຮັບເງິນຄ່າຊົດເຊີຽທີ່ດິນສໍາເຣັດໄປດົນແລ້ວ ແຕ່ພວກເຂົາເຈົ້າ ພັດຮູ້ສຶກວ່າ ເງິນທີ່ໄດ້ຮັບນັ້ນ ບໍ່ເໝາະສົມກັບທີ່ດິນ ແລະອາຊີບທີ່ຕ້ອງສູນເສັຽໄປ ແຕ່ຢ່່າງໃດກໍຕາມ ມາຮອດປັດຈຸບັນ ພັດບໍ່ສາມາດຮຽກຮ້ອງຫຍັງຈາກທາງການໄດ້ຕື່ມ.
ດັ່ງຊາວບ້ານຜູ້ຖືກຜົລກະທົບ ຈາກໂຄງການໃນໄລຍະທໍາອິດ ກ່າວວ່າ:
“ຊົດເຊີຽມັນບໍ່ພໍເນາະ ມັນກໍໃຫ້ດິນເປົ່າ ບໍ່ໄດ້ຈັດສັນຫຍັງ ດິນເປົ່າເລີຍ ເພິ່ນຊົດເຊີຽດິນເປົ່າວ່າງໃຫ້ ບໍ່ໄດ້ຊົດເຊີຽແບບວ່າຈັດສັນ ຈັດຫຍັງໃຫ້ຫັ້ນນ່າ.”
ສໍາລັບຊາວບ້ານ ທີ່ຖືກຜົລກະທົບ ຈາກໂຄງການພັທນານິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ແລະເຂດພັທນາເຂດເສຖກິຈພິເສດສະເພາະ ຮວມເຖິງໂຄງການກໍ່ສ້າງພື້ນຖານໂຄງຮ່າງອື່ນໆ ພາຍໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ສ່ວນຫຼາຍ ພວກເຂົາເຈົ້າ ຈະໄດ້ຮັບດິນຈັດສັນໃໝ່ ບໍຣິເວນຢູ່ໃກ້ກັບນິຄົມ ເປັນພື້ນທີ່ປະມານ 20x40 ຕາແມັດຕໍ່ຄອບຄົວ ເຊິ່ງບໍ່ສາມາດເຮັດໄຮ່ເຮັດນາໄດ້ຄືເກົ່າ ສະນັ້ນ ຊາວບ້ານຜູ້ຖືກຜົລກະທົບຈໍານວນຫຼາຍ ພັດເຂົ້າໄປເຮັດວຽກເປັນກັມມະກອນ ຢູ່ພາຍໃນນິຄົມອຸດສາຫະກັມແລະການຄ້າດັ່ງກ່າວນີ້ແທນ.
ດັ່ງຊາວບ້ານ ຢູ່ເມືອງໄຊທານີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກວມເອົາຫຼາຍບ້ານ ມີບ້ານໂພຄໍາ ຫຼັກ 18 ໂພຄໍາ ບ້ານໄຊສົມບູນ ຂະເຈົ້າຂຍາຍມາ ຢູ່ກ້ອງນິຄົມນີ້ແຫຼະ ນິຄົມກໍຕິດບ້ານໄຊສົມບູນນີ້ແຫຼະ ຕິດກັບນິຄົມອຸດສາຫະກັມແລ້ວ ຊົດເຊີຽແດ່ຈໍານວນນຶ່ງ ຈໍານວນນຶ່ງຍັງ ຍັງແດ່ ຂະເຈົ້າກໍຢາກເວົ້າກັນ ເພາະວ່າເຣື່ອງໄຮ່ນາຂະເຈົ້າ ເຣື່ອງຜົລກະທົບເດ້ ຂະເຈົ້າກໍຍັງບໍ່ມີໄຮ່ ມີນາເຮັດແລ້ວ.”
ນິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ໄດ້ສ້າງຕັ້ງຂຶ້ນພາຍໃນສັນຍາ ຮ່ວມມືພັທນາ ລະຫວ່າງ ຣັຖບານແຫ່ງ ສປປ ລາວ ຖືຫຸ້ນ 30% ແລະນັກລົງຈີນ ແລະໄຕ້ຫວັນ ຖືຫຸ້ນ 70% ໂດຍຖືກຮັບຮອງຢ່າງເປັນທາງການ ຕາມຂໍ້ຕົກລົງສບັບເລຂທີ່ 02/ຄຊພສ. ລົງວັນທີ່ 1 ພຶສຈິກາ ປີ 2010 ຢູ່ເຂດຫຼັກ 22 ບ້ານໂນນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ພັທນາ ໄລຍະທີ່ 1 ຈໍານວນ 110 ເຮັກຕ້າຣ໌ ແລະໄລຍະທີ່ 2 ມີເນື້ອທີ່ພັທນາ ຈໍານວນ 142 ເຮັກຕ້າຣ໌ ເພື່ອດໍາເນີນການພັທນາພື້ນຖານໂຄງຮ່າງ ແລະ ດືງດູດເອົານັກລົງທຶນ ການຜລິດອຸດສາຫະກັມ ປຸງແຕ່ງເພື່ອສົ່ງອອກ, ການຄ້າ ແລະການບໍຣິການ ໃນເນື້ອທີ່ຂອງໂຄງການ ແລະພັທນາໃຫ້ກາຍເປັນເຂດອຸດສາຫະກັມ ການຄ້າ ແລະການບໍຣິການທີ່ທັນສໄມ.
ປັດຈຸບັນ ໃນນິຄົມອຸດສາຫະກັມ ແລະການຄ້າວຽງຈັນ-ໂນນທອງ ມີພະນັກງານຈໍານວນ 4,435 ຄົນ ມີມູນຄ່າການນໍາເຂົ້າສິນຄ້າ ທັງໝົດ 302 ລ້ານປາຍໂດລ້າຣ໌ສະຫະຣັຖ ແລະມູນຄ່າການສົ່ງອອກສິນຄ້າ 280 ປາຍລ້ານໂດລ້າຣ໌ສະຫະຣັຖ ສໍາລັບສິນຄ້າສົ່ງອອກ ປະກອບມີ: ເຄື່ອງນຸ່ງຫົ່ມ, ຊິ້ນສ່ວນປະກອບເອເລັກໂທຣນິກ, ສາຍໄຟແອເຢັນ, ທູບຈອດ, ເຄື່ອງມືອຸປະກອນການຜລິດເຕັກນິກ, ຜລິດຕະພັນປຸງແຕ່ງອາຫານ ນໍ້າປາ, ສະອິວ, ນໍ້າມັນພືດ, ການຜລິດປຸງແຕ່ງວັດສະດຸກໍ່ສ້າງ ແລະການຜລິດຫົວອາຫານສັດ.
ກ່ອນໜ້ານີ້ ທາງການລາວ ໄດ້ສັ່ງໂຈະໂຮງງານຫຼອມໝໍ້ໄຟ ຂອງນັກລົງທຶນຊາວຕ່າງປະເທດ ທີ່ເຂົ້າມາດໍາເນີນກິຈການ ພາຍໃນນິຄົມອຸດສາຫະກັມການຄ້າວຽງຈັນ-ໂນນທອງ ນັບແຕ່ປີ 2016 ເປັນຕົ້ນມາ ຍ້ອນໂຮງງານດັ່ງກ່າວນີ້ ບໍ່ສາມາດກໍາຈັດກິ່ນຂິວເໝັນໄດ້ ເຖິງແມ່ນວ່າຈະມີຄວາມພຍາຍາມ ໃນການຕໍ່ທໍ່ຄວັນໃນສູງຂຶ້ນກໍຕາມ ແຕ່ກໍຍັງສົ່ງກິ່ນຂິວຣົບກວນປະຊາຊົນອ້ອມຂ້າງ 3 ບ້ານ ຄື: ບ້ານໂຄກສະອາດ, ບ້ານໄຊສົມບູນ ແລະບ້ານຫົວຊຽງ ການທີ່ທາງການສັ່ງໂຈະ ໂຮງງານຫຼອມໝໍ້າໄຟດັ່ງກ່າວນີ້ ແມ່ນບໍ່ເປັນຄັ້ງທໍາອິດ ແຕ່ກ່ອນໜ້ານີ້ ກໍມີໂຮງງານອົບຂີ້ເບັຽ ຢູ່ເຂດບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງຕັ້ງຢູ່ໃກ້ກັບເຂດວຽງຈັນ-ໂນນທອງ ທີ່ສົ່ງກິ່ນເໝັນຂິວຣົບກວນປະຊາຊົນ ເຮັດໃຫ້ທາງການ ສັ່ງປິດໂຮງງານນັ້ນຖາວອນ.