ດິນ 3% ຂອງປະເທດ ຣັຖຈັດສັນ ຂຸດບໍ່ແຮ່

ຈຳປາທອງ
2020.11.30
ດິນ 3% ຂອງປະເທດ ຣັຖຈັດສັນ ຂຸດບໍ່ແຮ່ ການຂຸດຄົ້ນບໍ່ແຮ່ ທີ່ເຂດເມືອງຫີນບູນ ແຂວງຄຳມ່ວນ ເມື່ອປີ 2019
ນັກຂ່າວພົລເມືອງລາວ

ຣັຖບານ ສປປລາວ ໃຫ້ບໍຣິສັດ ຂຸດຄົ້ນແຮ່ທາດ ໃນເນື້ອທີ່ 3% ຂອງເນື້ອທີ່ ທັງໝົດ ທົ່ວປະເທດ ຄືຫຼາຍກວ່າ 7 ລ້ານເຮັກຕາ ຫຼືປະມານ 70 ພັນກິໂລແມັຕມົນທົນ, ເຊິ່ງມີບໍຣິສັດ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 200 ບໍຣິສັດ ລົງທຶນ ທີ່ມີການຕັດໄມ້ ທໍາລາຍປ່າ ຢ່າງຫຼວງຫຼາຍ ແລະ ໃຊ້ສານເຄມີ ທີ່ເປັນການທໍາລາຍ ສິ່ງແວດລ້ອມ ນໍາດ້ວຍ.

ໃນຈໍານວນ ບໍຣິສັດຕ່າງປະເທດ ທີ່ຂຸດຄົ້ນບໍ່ແຮ່ ແລະ ປຸງແຕ່ງແຮ່ທາດ ຈໍານວນຫຼວງຫຼາຍ ທີ່ວ່ານັ້ນ ກໍມີຮວມທັງ ບໍຣິສັດ PanAus ຂອງ Australia ທີ່ຂຸດຄົ້ນ ຢູ່ບໍ່ຄໍາພູເບັ້ຽ ແຂວງວຽງຈັນ ຕາມສັນຍາ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ກັບຣັຖບານລາວ ທີ່ຂຸດຄົ້ນ ໃນເນື້ອທີ່ ຫຼາຍກວ່າ 2,600 ກິໂລແມັຕມົນທົນ. ຢູ່ເຊໂປນ, ແຂວງສວັນນະເຂດ ບໍຣິສັດ ຂຸດຄົ້ນບໍ່ແຮ່ ຂອງຈີນ ກໍຂຸດຄົ້ນ ໃນເນື້ອທີ່ 1,945 ກິໂລແມັຕມົນທົນ ແລະ ບໍຣິສັດ ຮ່ວມຫຸ້ນ ຈີນ-ໄທຍ-ລາວ ກໍໄດ້ສັມປະທານ ທີ່ມີແຜນ ຂຸດຄົ້ນບໍ່ Bauxite ຢູ່ພູພຽງ ບໍລະເວນ ເພື່ອການສົ່ງອອກ  ໃນເນື້ອທີ່ 135 ກິໂລແມັຕມົນທົນ ແລະ ສັມປະທານ ໃນກໍານົດ 50 ປີ. ລວມແລ້ວ ເຫັນວ່າ ຢູ່ພຽງ 3 ແຫ່ງ ທີ່ວ່ານີ້ ໂຄງການສັມປະທານ ກໍກວມເອົາ ເນື້ອທີ່ດິນ ໄປແລ້ວ ເຖິງ 4,680 ກິໂລແມັຕມົນທົນ.

ສໍານັກຂ່າວ ຊິນຮົວ ຂອງທາງການຈີນ ຣາຍງານວ່າ ໂຄງການຂຸດຄົ້ນ ບໍ່ແຮ່ ແລະ ປຸງແຕ່ງແຮ່ທາດ ໃນລາວ ກວມເອົາເນື້ອທີ່ ທົ່ວປະເທດ ຄຶດເປັນສັດສ່ວນ ຫຼາຍກວ່າ 3% ຂອງເນື້ອທີ່ດິນ ທັງໝົດຂອງລາວ. ອີງຕາມຄວາມເວົ້າ ຂອງທ່ານ ດຣ. ຄໍາມະນີ ອິນທິລາດ, ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ແລ້ວແມ່ນວ່າ ມີຫຼາຍກວ່າ 114 ບໍຣິສັດ ທີ່ໄດ້ລົງທຶນ ໃນໂຄງການ ຂຸດຄົ້ນບໍ່ແຮ່ ຢູ່ ສປປລາວ ຄືມີຫຼາຍກວ່າ 300 ໂຄງການ ທີ່ 80 ​ບໍຣິສັດ ເປັນຜູ້ດໍາເນີນ ກິຈການ, ອີງຕາມ ການຣາຍງານຂ່າວ ທັນເສຖກິຈ ຂອງໄທຍ ໃນມື້ວັນທີ 30 ພຶສຈິກາ 2020 ນີ້.

ປັດຈຸບັນ, ຢູ່ ສປປລາວ ມີ 21 ບໍຣິສັດ ກໍາລັງຂຸດຄົ້ນ ແຮ່ທາດ, 70 ບໍຣິສັດ ກໍາລັງສໍາຣວດ ແລະ 43 ບໍຣິສັດ ກໍາລັງສຶກສາ ຄວາມເປັນໄປໄດ້. ຣັຖບາລລາວ, ອະນຸຍາດ ໃຫ້ນັກລົງທຶນ ຕ່າງປະເທດ ແລະ ນັກລົງທຶນລາວ ຂຸດຄົ້ນແຮ່ທາດ ຕັ້ງແຕ່ປີ 1990 ມາ, ໂດຍມີການ ຄົ້ນພົບ ແຫຼ່ງແຮ່ທາດ ຫຼາຍກວ່າ 570 ແຫ່ງ ໃນທົ່ວປະເທດ.

ແລະ ອີງຕາມ ຣາຍງານຂ່າວ ວຽງຈັນທາຍ ວັນທີ 28 ມິຖຸນາ 2019, ຣັຖບານລາວ ໄດ້ເວົ້າວ່າ ຕົນຈະຖອນ ໃບອະນຸຍາດ ທີ່ໄດ້ໃຫ້ ນັກລົງທຶນ ສັມປະທານ ໃນໂຄງການຕ່າງໆ, ແຕ່ບໍ່ໄດ້ມີ ການພັທນາ ຫຼືບໍ່ມີ ຄວາມກ້າວໜ້າໃດໆ ພາຍຫຼັງ ທີ່ຣັຖບາລ ໄດ້ກວດກາ ໂຄງການ ສັມປະທານ ຫຼາຍກວ່າ 1 ພັນແຫ່ງ ທີ່ພົບວ່າ ມີ 138 ໂຄງການ, ເຊິ່ງກວມເອົາ ເນື້ອທີ່ທັງໝົດ 22 ພັນເຮັກຕາ ບໍ່ປະຕິບັດ ຕາມຂໍ້ຕົກລົງ ທີ່ໄດ້ມີສັນຍາ ໄວ້ກັບຣັຖບາລ.

ທ່ານ ສົມມາດ ພົລເສນາ, ຣັຖມົນຕຣີ ກະຊວງຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວຕໍ່ ກອງປະຊຸມຂ່າວ ຢູ່ນອກ ກອງປະຊຸມ ຄນະຣັຖບາລ, ເຈົ້າແຂວງ ແລະ ເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າ ໂຄງການ ທີ່ບໍ່ມີ ການເຄື່ອນໄຫວ ແລະ ມີບັນຫານັ້ນ ຕ້ອງຖືກແກ້ໄຂ ຢ່າງຮີບດ່ວນ.

ທ່ານກ່າວວ່າ ທັງ 138 ໂຄງການ ສັມປະທານນັ້ນ, ເກືອບວ່າ ບໍ່ເຫັນ ຄວາມຄືບໜ້າ ຫຍັງເລີຍ, ບໍ່ໄດ້ຈ່າຍພັນທະ ພາສີ ໃຫ້ຣັຖບາລ. ການກວດກາ ໂຄງການ ສັມປະທານທີ່ດິນ ໄດ້ດໍາເນີນໄປ, ໂດຍກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ທີ່ມີການຮ່ວມມື ກັບກະຊວງ ກະສິກັມ ແລະ ປ່າໄມ້ ແລະ ກະຊວງ ອຸດສາຫະກັມ ແລະ ການຄ້າ.

ໃນປີ 2017, ທາງການລາວ ໄດ້ຍົກເລີກ 15 ໂຄງການ ສັມປະທານ ບໍ່ແຮ່ ພາຍຫຼັງທີ່ ໂຄງການນັ້ນ ບໍ່ພັທນາ ຕາມຂໍ້ຕົກລົງ ທີ່ໄດ້ເຊັນ ກັບຣັຖບານ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ເວົ້າວ່າ ບາງບໍຣິສັດ ມີແຕ່ສັມປະທານ ເພື່ອໄວ້ຂາຍຕໍ່ເທົ່ານັ້ນ. ເປັນເວລາ ຫຼາຍກວ່າ ເຄິ່ງທົດສວັຕ ທີ່ຣັຖບາລລາວ ໄດ້ຍົກເລີກ ການພິຈາຣະນາ ໂຄງການສັມປະທານ ບໍ່ແຮ່ໃໝ່ ທຸກໂຄງການ ຍ້ອນວ່າ ໂຄງການເກົ່າ ທີ່ໄດ້ອະນຸມັດ ໄປແລ້ວນັ້ນ, ບໍ່ປະຕິບັດ ຕາມຂໍ້ຕົກລົງ ທີ່ພວກເຂົາ ໄດ້ຮັບໄປແລ້ວ.

ເວົ້າເຣື່ອງ ການລົງທຶນ ໃນໂຄງການຕ່າງໆ ມາຮອດປີ 2016 ປະເມີນກັນວ່າ ມີ 657 ບໍຣິສັດ ທີ່ທາງການ ໄດ້ອະນຸຍາດ ໃຫ້ດໍາເນີນ ການສໍາຣວດ ແລະ ຂຸດຄົ້ນ, ເຊິ່ງໃນນັ້ນ ມີ 226 ບໍຣິສັດ ຖືກຣັຖບາລ ລົງໂທສ.

ໃນໄລຍະ 5 ປີ ທີ່ຜ່ານມາ ພາກອຸດສາຫະກັມ, ພະລັງງານ ແລະ ບໍ່ແຮ່ ໃນລາວ ສ້າງຣາຍໄດ້ ເຂົ້າຣັຖ ສປປລາວ ໃນດ້ານພາສີ ຫຼາຍກວ່າ 2 ພັນລ້ານ ໂດລາສະຫະຣັຖ, ເຊິ່ງໃນນັ້ນ 1,200 ລ້ານ ໂດລາສະຫະຣັຖ ມາຈາກທຸຣະກິຈ ພະລັງງານ ແລະ 838 ລ້ານ ໂດລາສະຫະຣັຖ ມາຈາກ ທຸຣະກິຈບໍ່ແຮ່.

ແຕ່ເຖິງຢ່າງໃດກໍຕາມ, ອີງຕາມຂໍ້ມູນ ຂອງເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ, ໃນໄລຍະປີ 2016 ຫາປີ 2020​ ນີ້ ທຸຣະກິຈ ບໍ່ແຮ່ຂອງລາວ ໄດ້ຫົດຕົວເຂົ້າ 18%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.