ໜີ້ສິນ ສາທາຣະນະ ຂອງລາວສູງຂຶ້ນ 14.5 ຕື້ໂດລ້າຣ໌

ໄມ​ຊູ​ລີ
2022.05.22
ໜີ້ສິນ ສາທາຣະນະ ຂອງລາວສູງຂຶ້ນ 14.5 ຕື້ໂດລ້າຣ໌ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສະຫະຣັຖ ປະກາດ ໃຫ້ການຊ່ອຍເຫຼືອ ແກ່ປະເທດອາຊ້ຽນ, ນັກເຄື່ອນໄຫວການເມືອງ ປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ ວໍຊິງຕັນ ດີ.ຊີ, ໜີ້ສິນ ສາທາຣະນະ ຂອງລາວສູງຂຶ້ນ 14.5 ຕື້ໂດລ້າຣ໌ສະຫະຣັຖ ແລະ ຂ່າວ ອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ນັກເຄື່ອນໄຫວການເມືອງ ປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ ວໍຊິງຕັນ ດີ.ຊີ.”

“ການປະທ້ວງ ມັນມີຢູ່ທົ່ວໄປ ໃນລະບອບປະຊາທິປະໄຕ ເຂົາມີສິດປະທ້ວງ ພາຍໃຕ້ລະບອບປະຊາທິປະໄຕ, ມັກກໍເອົາ ບໍ່ມັກກໍບໍ່ເອົາ, ປະທ້ວງ ກໍບໍ່ແມ່ນ ຊິປະສົບຜົນສໍາເລັດ ສະເໝີໄປ. ຄົນເຮົາ ຖ້າທໍາຜິດ ບໍ່ຮູ້ວ່າ ຕົນຜິດ ກໍຕ້ອງມີຄົນບອກ ໃນແບບຕ່າງໆພາຍໃຕ້ກົດຫມາຍ ຫລື ຫລັກການ, ບໍ່ແມ່ນ ເຮົານີ້ຖືກ ຈົນບໍ່ມີຄວາມຜິດຈັກດີ້ ນີ້ແມ່ນ ບໍ່ມີຢູ່ໃນໂລກ ຄົນມີິຜິດ ແລະ ຖືກ. ແມ່ນແຕ່ ສາສດາ ຫົວໜ້າສາສໜາ ກໍຍັງຖືກຕ້ອງຕິ, ຕໍ່ຕ້ານ ແລະ ດູໜີ່ນ ສາສດາສາສະໜາອື່ນໆ ກໍມີບໍ່ແມ່ນບໍ! ນັບພາສາຫຍັງ ກັບຄົນເຮົາ ພຽງເກີດມາ ບໍ່ເຖິງຮ້ອຍປີ ທີ່ສາສດາ ເກີດມາ ນັບພັນປີ. ເຖິງຖືກຕໍ່ຕ້ານ ທ່ານຕ້ອງກະທໍາ ຢ່າງຈິງຈັງ ໃຫ້ເຂົາເຫັນ ແລ້ວເຂົາ ກໍສັດທາເຊື່ອໝັ້ນທ່ານ, ຄວນວັດແທກ ດ້ວຍການກະທໍາ ໄດ້ແລ້ວ.”

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.