ສາເຫດທີ່ເຮັດໃຫ້ການດຳເນີນຄະດີ ດ້ານການຄ້າມະນຸດ ໃນລາວເປັນໄປຢ່າງຊັກຊ້າ ແລະບໍ່ມີຄວາມເປັນທັມ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ມີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ແລະຮັບສິນບົນຈາກຜູ້ກະທຳຜິດ ໂດຍສະເພາະກຸ່ມຊາວຈີນ ທີ່ເຂົ້າມາດຳເນີນທຸຣະກິຈ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ.
ດັ່ງເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງລາວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 20 ພຶສພາ 2022 ນີ້ວ່າ:
“ບາງເທື່ອ ກຸຸ່ມມາເຟັຽ ຂະເຈົ້າກໍສິມັນມີອິດທີພົລສູງຫັ້ນນ່າ ມັນຄືເອື້ອຍເວົ້າຫັ້ນແລ້ວ ມັນຈະຊື້ຈ້າງເຈົ້າໜ້າທີ່ບໍ່ ແຕ່ກໍບໍ່ໄດ້ແມ່ນວ່າເບິດທຸກຄົນດອກເນາະ ອັນນີ້ກໍຢູ່ລາວນີ້ ສ່ວນຫຼາຍກໍຢູ່ສາມຫຼ່ຽມຄຳຫັ້ນແຫຼະເນາະ ພວກອິດທິພົລມາເຟັຽເພິ່ນກໍຄືກັນ ເພິ່ນກໍຣາຍງານມາຄືກັນ ສາມຫຼ່ຽມຄຳ ແຂວງບໍ່ແກ້ວນີ້ ກໍຖືກຕົວະຍົວະໄປຫຼາຍ.”
ປະຊາຊົນຜູ້ຮ້ອງຟ້ອງ ທີ່ຕ້ອງການເຂົ້າເຖິງຂະບວນການຍຸຕິທັມ ຈຳນວນຫຼາຍທັງຄະດີທົ່ວໄປ ແລະຄະດີທີ່ກ່ຽວຂ້ອງ ກັບການຄ້າມະນຸດ ພັດບໍ່ໄດ້ຮັບການພິຈາຣະນາຄະດີ ຕາມຂັ້ນຕອນທາງກົດໝາຽ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈຳນວນນຶ່ງ ເລັ່ງດຳເນີນການ ແຕ່ສະເພາະຄະດີຄວາມ ທີ່ໄດ້ຮັບສິນບົນຫຼາຍກວ່າ.
ດັ່ງນັກຊ່ຽວຊານດ້ານກົດໝາຽ ການຄ້າມະນຸດ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ມີເງິນ ເຂົ້າວ່າຊັ້ນສະ ພະນັກງານບໍ່ມີເງິນ ເຂົ້າວຽກກໍໄປຊ້າ ຊຶ່ງໂຕນີ້ເຂົາກໍບໍ່ໄດ້ສົນໃຈວ່າ ເຈົ້າຢູ່ໃນກຸ່ມການຄ້າມະນຸດ ຫຼືແນວໃດ ເຂົາແຄ່ສົນໃຈວ່າ ເຈົ້າມີຄ່າຕອບແທນໃຫ້ເຂົາບໍ່ ສົມມຸດວ່າ ເຮົາສິດຳເນີນວຽກງານແນວໃດ ເຂົ້າໄປ ເຈົ້າມີຄ່າຕອບແທນໃຫ້ເຂົາບໍ່ ເຈົ້າມີຄ່າສິ້ນເປືອງໃຫ້ເຂົາບໍ່ ຊຶ່ງໃນຫຼັກການແລ້ວ ໃນງົບປະມານຂອງຣັຖ ມັນມີງົບປະມານ ໃນການດຳເນີນຄະດີໂຕນີ້ຢູ່ແລ້ວຫັັ້ນນ່າ.”
ອຸປສັກສຳຄັນ ໃນການຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກຂະບວນການຄ້າມະນຸດ ອີກປະການນຶ່ງ ແມ່ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ອຳນວຍຄວາມສະດວກ ໃນການໃຫ້ຂໍ້ມູນທີ່ເປັນປໂຍດ ແກ່ທນາຍຄວາມຜູ້ຮັບຜິດຊອບ ໃນການຊ່ອຍເຫຼືອຝ່າຍຜູ້ຖືກເຄາະຮ້າຍ ທີ່ຕ້ອງການຮຽກຮ້ອງຄວາມເປັນທັມ.
ດັ່ງນັກຊ່ຽວຊານ ດ້ານກົດໝາຽການຄ້າມະນຸດ ຜູ້ດຽວກັນນີ້ກ່າວວ່າ:
“ທນາຍຄວາມຈະເປັນຜູ້ ເຂົ້າໄປເພື່ອຂໍຂໍ້ມູນໃນສຳນວນຄະດີ ເພື່ອຈະມາສຶກສາຕື່ມວ່າ ອັນທີ່ພາດໄປອັນໃດທີ່ຍັງບໍ່ຄົບ ອັນໃດທີ່ຍັງບໍ່ພໍ ແຕ່ນີ້ໃນພາກສ່ວນຂອງເຈົ້າໜ້າທີ່ ເຂົາຈະບໍ່ໃຫ້ຂໍ້ມູນ ທຸກຢ່າງທີ່ກ່ຽວຂ້ອງກັບສຳນວນຄະດີ ໃຫ້ທນາຍຄວາມເລີຍຫັ້ນນ່າ ເປັນອຸປສັກຂອງທນາຍຄວາມເລີຍຫັ້ນແຫຼະ ໃນການດຳເນີນຄະດີຢູ່ລາວ”
ທ່ານກ່າວຕື່ມວ່າ ທີ່ຜ່ານມາການພິຈາຣະນາຄະດີ ດ້ານການຄ້າມະນຸດ ມີຄວາມກ່ຽວພັນກັບຫຼາຍພາກສ່ວນ ບໍ່ວ່າຈະເປັນພນັກງານອັຍຍະການ, ເຈົ້າໜ້າທີ່ສືບສວນ-ສອບສວນ, ສານ, ສະຫະພັນແມ່ຍິງລາວ ແລະກະຊວງແຮງງານ ແລະສວັດດີການສັງຄົມ ຮວມເຖິງ ອຳນາດການປົກຄອງ ຂັ້ນບ້ານ ແລະຂັ້ນເມືອງ. ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ສ່ວນຫຼາຍ ພັດບໍ່ມີຄວາມຮູ້ກ່ຽວກັບຂັ້ນຕອນ ທາງກົດໝາຽ ແລະບໍ່ໄດ້ເອົາໃຈໃສ່ ໃນການປະສານງານ ລະຫວ່າງກັນພໍເທົ່າໃດ ເຮັດໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ແລະຈັບໂຕຜູ້ກະທຳຄວາມຜິດ ເປັນໄປຢ່າງຊັກຊ້າ ແລະ ບໍ່ມີປະສິດທິພາບ. ໃນຂະນະດຽວກັນຂະບວນການຄ້າມະນຸດ ສ່ວນໃຫຍ່ມີລັກສະນະຂ້າມຊາດ ເປັນຕົ້ນແມ່ຍິງ ແລະເດັກນ້ອຍລາວ ຖືກຂູດຮີດທາງເພດຢູ່ປະເທດຈີນ ແລະຊາວໜຸ່ມລາວຖືກຂູດຮີດແຮງງານ ຢູ່ປະເທດໄທຍ ຊຶ່ງເປັນອຸປສັກຫຼາຍໃນການຕິດຕາມ ເພື່ອໃຫ້ການຊ່ອຍເຫຼືອ ແລະດຳເນີນການຄະດີຕໍ່ຜູ້ກະທຳຄວາມຜິດ.
ດັ່ງເຈົ້າໜ້າທີ່ ຜແນກຕິດຕາມກວດກາ ການດຳເນີນຄະດີອາຍາ ອົງການອັຍຍາການ ປະຊາຊົນສູງສຸດຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:
"ຂໍ້ມູນໃນການກະທຳຄວາມຜິດນ່າ ມີແຕ່ຂໍ້ມູນປາຍເຫດ ແລະການບອກເລົ່າຂອງຜູ້ເຄາະຮ້າຍສື່ໆ ເນາະ ພວກເຮົາດຳເນີນຕົ້ນມັນຢູ່ພຸ້ນ ແລະປາຍມັນຢູ່ພີ້ ຊັກຈຸງໄປຫັ້ນເນາະ ມັນກໍເປັນການຄ້າມະນຸດ ຈີນຫັ້ນລະແມ່ນເຂົາເຈົ້າ ມັນລັກສະນະເອົາໄປເປັນເມັຽເນາະ ລັກໄປບໍ່ຖືກຕ້ອງຕາມຣະບຽບກົດໝາຽ ຂອງ ສປປ ລາວ ເຮົາສິໄປຊ່ອຍເຫຼືອ ຜູ້ເຄາະຮ້າຍນັ້ນມັນກໍຍາກ. "
ໃນແຕ່ລະປີຄົນລາວຕົກເປັນເຫຍື່ອ ການຄ້າມະນຸດ ມີເປັນຈຳນວນຫຼາຍ ໂດຍໜ່ວຍງານທີ່ກ່ຽວຂ້ອງ ສາມາດແກ້ໄຂຄະດີ ໄດ້ພຽງຈຳນວນນຶ່ງເທົ່ານັ້ນ ຍ້ອນບໍ່ມີຂໍ້ມູນພຽງພໍ ເພື່ອນຳມາພິຈາຣະນາຕື່ມວ່າ ມີຄະດີແນວໃດທີ່ເຂົ້າຂ່າຍ ການຄ້າມະນຸດສຳລັບໃຊ້ເປັນຫຼັກຖານ ໃນການດຳເນີນຄະດີຄວາມ ໃນຂັ້ນຕໍ່ໄປ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບແຮງງານຂ້າມຊາດ ຢູ່ແຂວງພາກໃຕ້ຂອງປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ຂໍ້ມູນຫຼັກຖານ ທີ່ມັນຖືກຂູດຮີດ ມັນບໍ່ໄດ້ ເຮົາໃຫ້ເອົາຂໍ້ມູນຢູ່ຟາກນັ້ນ ວ່າມັນຖືກຂູດຮີດ ມັນຖືກຄ້າມະນຸດສະ ບໍ່ຖືກກົດຂີ່ຂູດຮີດອີ່ສັງຄັກ ມີບໍ່ຂໍ້ມູນໂຕນີ້ນ່າ ສ່ວນຫຼາຍແມ່ນປາຍທາງເນາະ ທີ່ວ່າຄົນລາວໄປເຮັດວຽກຢູ່ຈີນບໍ່ ຢູ່ໄທຍ ຢູ່ປະເທດອື່ນໆ ນີ້ນ່າ ສ່ວນຫຼາຍກໍມີແຕ່ຂໍ້ມູນຄຳຮ້ອງ ຂອງພໍ່ແມ່ ເຂົາມາແຈ້ງເນາະ ວ່າລູກເຂົາຖືກຄ້າມະນຸດ ຖືກຫຼອກລວງ.”
ນັບແຕ່ເດືອນມົກຣາ 2021 ມາຮອດເດືອນກຸມພາ 2022 ມີຄະດີທີ່ກ່ຽວຂ້ອງກັບການຄ້າມະນຸດ ຈຳນວນນຶ່ງ ໃນນັ້ນສາມາດແກ້ໄຂໄດ້ 25 ເຣື່ອງ. ສັມພາດຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະກຸ່ມສ່ຽງ 23 ຄັ້ງ ຮວມທັງດຳເນີນຄະດີຕໍ່ຜູ້ກະທຳຜິດ ແລະໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ເປັນຕົ້ນໃຫ້ທີ່ພັກເຊົາຊົ່ວຄາວ, ຊ່ອຍເຫຼືອດ້ານກົດໝາຽ, ການແພດ, ການສຶກສາ, ຝຶກວິຊາຊີບ ແລະສາມາດສົ່ງຄືນແມ່ຍິງ ແລະເດັກນ້ອຍສູ່ຄອບຄົວໄດ້ 38 ຄົນ, ກວດສຸຂພາບໃຫ້ແກ່ຜູ້ຖືກເຄະຮ້າຍ ແລະກຸ່ມສ່ຽງ 34 ຄົນ ສ່ວນຫຼາຍແມ່ນຖືກຄວາມຮຸນແຮງ ທາງເພດ ແລະຈິດໃຈ.
ກ່ອນໜ້ານີ້ເມື່ອວັນທີ 18-20 ພຶສພາທີ່ຜ່ານມາ ອົງການອັຍຍາການ ປະຊາຊົນສູງສຸດ ຮ່ວມກັບແຜນງານອາຊ້ຽນ-ອອສເຕຣເລັຽ ເພື່ອການຄ້າມະນຸດ ຫຼື ASEAN ACT ໄດ້ຈັດຝຶກ ອົບຮົມວຽກງານດ້ານການຕິດຕາມ ແລະກວດກາການ ດຳເນີນການຄະດີຄ້າມະນຸດ ໃຫ້ແກ່ພນັກງານ, ວິຊາການ ອົງການອັຍຍາການ ປະຊາຊົນສູງສຸດ ຢູ່ແຂວງທາງພາກໃຕ້ ເພື່ອສ້າງຄວາມເຂົ້າໃຈ ແລະຄວາມເປັນເອກະພາບ ໃນການປະຕິບັດພາຣະບົດບາດ, ສິດແລະໜ້າທີ່ ແລະຍົກຣະດັບການປະຕິບັດໜ້າທີ່ ດ້ວຍຄວາມໂປ່ງໃສ, ຍຸຕິທັມ ແລະຖືກຕ້ອງຕາມກົດໝາຽ ເປັນຕົ້ນຂະບວນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຣວດ, ການຄົ້ນຄ້ວາສຳນວນຄະດີ ແລະການສັ່ງຟ້ອງຜູ້ຕ້ອງຫາ ຂຶ້ນສານ ແລະການຈັດຕັ້ງປະຕິບັດ ຄຳຕົກລົງຂອງສານ ແລະການຮ່ວມມືສາກົລ ໃນການຕ້ານການຄ້າມະນຸດ.