ເຣື້ອງທີ່ເກັບບັນທຶກໄວ້
2022-11-22
ປະທານປະເທດ ແຫ່ງ ສປປ ລາວ ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ພັກ-ຣັຖ ທຸກຂັ້ນ ປາບປາມ ການສໍ້ຣາສ ບັງຫຼວງ ທີ່ແພ່ຫຼາຍ ຊຶ່ງບໍ່ສາມາດປາບປາມ ລາຍໃຫຍ່ໄດ້ ຍ້ອນມີພັກຈຸ້ມເຈື້ອເກົ່າ ຜູກຂາດອໍານາດ, ກວດສອບກັນບໍ່ໄດ້, ຂະນະທີ່ປະຊາຊົນ ເຫັນວ່າ ຄຳເວົ້າຂອງ ປະທານປະເທດ ພຽງເວົ້າໃຫ້ ປະຊາຊົນດີໃຈເທົ່ານັ້ນ.
2022-11-21
ຊາວລາວ ບໍ່ຮູ້ສຶກແປກໃຈ ທີ່ລະດັບທັກສະພາສາອັງກິດ ຂອງປະເທດລາວ ຢູ່ຕ່ໍາສຸດ ໃນເອເຊັຍ ແລະ ຕ່ໍາສຸດໃນ 111 ປະເທດ ຍ້ອນຊາວລາວ ແຫ່ໄປຮຽນພາສາຈີນຫລາຍຂຶ້ນແລ້ວ.
2022-11-21
ຍາຕິພີ່ນ້ອງ ຂອງ ຂອງຍານາງ ວິພາພອນ ກອນສິນ ໄດ້ຈັດພິທີ ຊາປະນະກິຈ ໃຫ້ ຍານາງ ວິພາພອນ ກອນສິນ ຢູ່ທີ່ວັພພຣະທາຕພະນົມ ວໍຣະມະຫາວິຫາຣ ທີ່ຖືກຄາຕກັມ ໃນຂະນະທີ່ການສືບສວນ-ສອບສວນ ຄະດີຍັງບໍ່ມີຄວາມຄືບໜ້າເທື່ອ.
2022-11-21
ສະຫະພາບຢູໂຣບ ແລະຢູນິເຊຟ ມອບອຸປກອນ ຄອມພິວເຕີ້ຣ໌, ແທັບເບລັດ ມູນຄ່າ 1.6 ລ້ານປາຍ ໂດລ້າຣ໌ສະຫະຣັຖ ເພື່ອຊ່ອຍເຫຼືອ ສປປ ລາວ ເກັບກຳຂໍ້ມູນ ດ້ານສາທາຣະນະສຸຂ, ສຸຂອະນາມັຍ, ສຸຂພາບ, ນ້ຳ ແລະ ໂພຊະນະການ ໃນທົ່ວປະເທດ.
2022-11-21
ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ ເປັນເຂດ ທີ່ມີອາຊຍາກັມ ຫຼາຍຢ່າງ ແລະຢູ່ພາຍໃຕ້ການຄອບຄຸມ ຂອງຈີນ, ເຈົ້າໜ້າທີ່ລາວ ບໍ່ສາມາດ ເຂົ້າໄປຍຸ້ງກ່ຽວໄດ້.
2022-11-21
ອັຕຣາເງິນເຟີ້ ໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຜູ້ປະກອບການ ໃນລາວທັງຫລາຍ ຕ້ອງປະເຊີນ ກັບການປັບລາຄາ ແລະ ໄດ້ແຕ່ປະຄອງໃຫ້ຢູ່ ບໍ່ຫວັງເຖິງ ຜົລກຳໄລຫຍັງ.
2022-11-20
ຣົຖຂົນແຮ່ທາຕ ຜິດກົດໝາຍ 13 ຄັນ ຖືກກັກ ຢູ່ຊຽງຂວາງ, ແພດອາສາສມັກ ມີຊະຕາກັມ ແບບດຽວກັນກັບ ຄຣູອາສາສມັກ ແລະ ຣັຖບານ ອອກດໍາຣັດ ວ່າດ້ວຍ ພົລເມືອງກິດຕິມະສັກ ໃຫ້ແກ່ ຕ່າງຊາຕ.
2022-11-19
ຄນະແນວລາວຮັກຊາຕ ອັງເຊີນ ພຣະບາດສົມເດັດ ພຣະເຈົ້າສີສວ່າງ ວັທນາ ແລະ ສົມເດັດພຣະມະເຫສີ ຄໍາຜຸຍ ສເດັດປະພາດ ແຂວງຊໍາເໜືອ.
2022-11-18
ໃນວັນທີ 15 ພຶສຈິກາ 2022 ທີ່ຜ່ານມານີ້ ທາງການແຂວງໄຊສົມບູນ ໄດ້ຈັດພິທີທາງສາສນາ ແຕ່ໃນພິທີດັ່ງກ່າວນັ້ນ ເຈົ້າໜ້າທີ່ພາກຣັຖ ພັດໄດ້ນັ່ງສູງກວ່າພຣະສົງ ເຊິ່ງເປັນເຣື່ອງທີ່ຊາວລາວ ຫຼາຍຄົນ ທີ່ນັບຖືສາສພຸທ ເຫັນວ່າ ເປັນເຣື່ອງບໍ່ເໝາະສົມ.
2022-11-18
ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຈັດຕລາດນັດແຮງງານຂຶ້ນລະຫວ່າງວັນທີ 17-20 ພຶສຈິກາ 2022 ນີ້ທີ່ຫ້ອງການ ຜແນກແຮງງານ ແລະ ສວັດດີການສັງຄົມ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
2022-11-18
ທາງການລາວ ຈະຮ່ວມມືກັບກອງທຶນ ສຳລັບປະຊາກອນ ແຫ່ງອົງການ ສະຫະປະຊາຊາຕ ຫລື UNFPA ປະຈຳລາວ ເພື່ອຕຣຽມສຳຣວດ ພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດ ຄັ້ງທີ 5 ເພື່ອເປັນແຫລ່ງຂໍ້ມູນ ທີ່ສຳຄັນໃນການຕີລາຄາ ສະພາບ 10 ປີຜ່ານມາ.
2022-11-18
ໃນລະຫວ່າງວັນທີ 16 ຫາ 18 ພຶສຈິກາ ນີ້ ລາວ, ໄທຍ ແລະພະມ້າ ໄດ້ຈັດກອງປະຊຸມ ຮ່ວມມືວຽກງານອັຍການ ໃນຂົງເຂດສາມຫຼ່ຽມຄໍາ ລາວ, ໄທຍ ແລະພະມ້າ ຄັ້ງທີ 2 ເພື່ອຕ້ານ ແລະ ສະກັດກັ້ນອາຊຍາກັມ ຢາເສບຕິດ ແລະ ຮ່ວມກັນ ຊອກຫາວິທີຮັບມື ແລະ ປາບປາມອາຊຍາກັມ ຂ້າມຊາດ.
2022-11-17
ເດັກນ້ອຍນັກຮຽນ ແລະຊາວບ້ານ ທີ່ເປັນຊົນເຜົ່າກຶມມຸ ແລະ ຊົນເຜົ່າມົ້ງ ຫຼາຍກວ່າ 200 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ຍັງຕ້ອງການເຄື່ອງບັນເທົາທຸກ, ຕ້ານພັຍໜາວ ແລະ ຄວາມທຸກຍາກ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ປື້ມຂຽນ, ບິກຂຽນ, ໝໍ້, ຄຸ, ຊາມ, ຖ້ວຍ-ບ່ວງ ເປັນຕົ້ນ.
2022-11-17
ເກົາຫລີໃຕ້ ໄດ້ສັມປະທານ ເຮັດຣີສອດ ຄົບວົງຈອນ ໂດຍການນຳໃຊ້ທີ່ດິນ ຂອງກະຊວງ ປ້ອງກັນຄວາມສງົບ ຄຸ້ມຄອງ ຢູ່ແຂວງວຽງຈັນ ຂະນະທີ່ ຊາວລາວ ກໍເຫັນວ່າ ເປັນເຣື່ອງທີ່ດີ.
2022-11-17
ທາງການລາວ ຍຶດຢາເສບຕິດໄດ້ຫລາຍຕັນ ສະເພາະ ຢູ່ນະຄອນຫລວງວຽງຈັນ, ແຕ່ 2021 ຫາ 2022 ນີ້ ຕໍາຣວດ ນະຄອນຫລວງ ຍຶດຢາບ້າໄດ້ 2.8 ຕັນ, ເຮໂຣອິນ 78 ກິໂລ, ເຄຕາມີນ 8.5 ກິໂລ, ຢາໄອ້ຊ໌ 40 ປາຍກິໂລ ແລະແປ້ງປະສົມ ຢາບ້າ 2,000 ປາຍກິໂລ.