ລາວ, ໄທຍ, ພະມ້າ ປະຊຸມຮ່ວມມື ສະກັດກັ້ນ ອາຊຍາກັມ

ສຸພັດຕາ
2022.11.18
ລາວ, ໄທຍ, ພະມ້າ ປະຊຸມຮ່ວມມື ສະກັດກັ້ນ ອາຊຍາກັມ ເຂດເມືອງຊຽງແສນ ແຂວງຊຽງຮາຍ (ປະເທດໄທຍ) ໃກ້ກັບເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ, ວັນທີ 15 ເມສາ 2022.
RFA

ໃນລະຫວ່າງວັນທີ 16 ຫາ 18 ພຶສຈິກາ ນີ້ ທາງການລາວ, ໄທຍ ແລະພະມ້າ ໄດ້ເຂົ້າຮ່ວມກອງປະຊຸມ ຮ່ວມມື ວຽກງານອັຍການ ໃນຂົງເຂດສາມຫຼ່ຽມຄໍາ ລາວ, ໄທຍ ແລະພະມ້າ ຄັ້ງທີ 2 ໃນການຕ້ານ ແລະ ສະກັດກັ້ນອາຊຍາກັມ, ຢາເສບຕິດ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໂດຍໃນກອງປະຊຸມດັ່ງກ່າວ ໄດ້ເນັ້ນຫາລື ແລະ ຮ່ວມກັນ ຊອກຫາວິທີຮັບມື ແລະ ປາບປາມອາຊຍາກັມຂ້າມຊາດ ໂດຍສະເພາະ ການຄ້າ-ຂາຍຢາເສບຕິດໃນບໍຣິເວນສາມຫຼ່ຽມຄໍາ, ອີງຕາມການຣາຍງານ ຂອງສໍານັກຂ່າວ ສານປະເທດລາວ ເມື່ອວັນທີ 17 ພຶສຈິກາ ທີ່ຜ່ານມາ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງອົງການ ອັຍການ ປະຊາຊົນ ສູງສຸດ ຂອງລາວ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ໃຫ້ສັມພາດ ເນື່ອງຈາກ ກໍາລັງຢູ່ໃນລະຫວ່າງ ກອງປະຊຸມດັ່ງກ່າວ.
ໃນຂະນະດຽວກັນ ເຈົ້າໜ້າທີ່ສໍານັກງານອັຍການ ແຂວງຊຽງຮາຍ ຂອງໄທຍ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1
8 ພຶສຈິກາ ນີ້ວ່າ:

“ທາງຜູ້ອໍານວຍການ ຂອງສໍານັກງານອັຍການ ແຂວງຊຽງຮາຍ ກໍໍໄດ້ເດີນທາງ ໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ແຂວງຫຼວງພຣະບາງ ແລະກໍຍັງບໍ່ທັນເດີນທາງ ກັບມາເທື່ອ ຈຶ່ງຍັງບໍ່ຮູ້ກ່ຽວກັບຣາຍລະອຽດ ຂອງກອງປະຊຸມດັ່ງກ່າວ ເຊິ່ງຕ້ອງລໍຖ້າໃຫ້ຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເດີນທາງກັບມາກ່ອນ ຈຶ່ງຈະສາມາດໃຫ້ຣາຍລະອຽດຫຼາຍກວ່ານີ້ໄດ້.”

ສ່ວນເຈົ້າໜ້າທີ່ ປະຈໍາຫ້ອງການປົກຄອງ ແຂວງຊຽງຮາຍ ທ່ານນຶ່ງກໍກ່າວວ່າ ສໍາລັບກອງປະຊຸມດັ່ງກ່າວນີ້ ໜ່ວຍງານຂອງທ່ານເອງ ກໍບໍ່ໄດ້ສົ່ງເຈົ້າໜ້າທີ່ໄປຮ່ວມແຕ່ຢ່າງໃດ ແຕ່ໃນໄລຍະທີ່ຜ່ານມານີ້ ກໍໄດ້ມີການກວດກາເຣື່ອງບັນຫາຢາເສບ ຕິດຕາມແນວຊາຍແດນ ເຂດສາມຫຼ່ຽມຄໍາຢູ່ເລື້ອຍໆ ພ້ອມທັງໄດ້ແລກປ່ຽນຂໍ້ມູນກັບຝ່າຍລາວ ແລະພະມ້າ ຢູ່ຕລອດ ແລະໃນເວລານີ້ ກໍຍັງບໍ່ກວດພົບ ສິ່ງຜິດປົກກະຕິ.

ດັ່ງທ່ານກ່າວວ່າ:

“ກໍໄດ້ຮ່ວມມືກັນ ຢ່າງເປັນທາງການມາໂດຍຕລອດ ແລະຕໍ່ເນື່ອງຢູ່ເລື້ອຍໆ ທັງໃນສ່ວນຂອງຝ່າຍປາບປາມ ໃນສ່ວນຂອງພື້ນທີ່ຕອນໃນ ຄືທາງຫ້ອງການປົກຄອງແຂວງ ຈະເບິ່ງແຍງ ເຣື່ອງຄວາມສງົບຮຽບຮ້ອຍຕາມຊາຍແດນ ເຣື່ອງການຄ້າມະນຸສ ອີ່ສັງຕ່າງໆ ສ່ວນຂອງຂ້າພະເຈົ້າ ແມ່ນຕິດຕາມບັນຫາ ເຣື່ອງຢາເສບຕິດໂດຍສະເພາະ.”

ຫຼ້າສຸດນີ້ ໃນວັນທີ 18 ພຶສຈິກາ ຕໍາຣວດກວດຄົນເຂົ້າເມືອງ ເມືອງຊຽງແສນ ແຂວງຊຽງຮາຍ ຂອງໄທຍ ທີ່ຢູ່ຕຣົງກັນຂ້າມກັບ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ກໍໄດ້ມີການກວດກາຄົນຕ່າງປະເທດ ທີ່ຈະເຂົ້າມາໃນປະເທດໄທຍ ຢ່າງເຂັ້ມງວດ ໃນໄລຍະທີ່ປະເທດໄທຍ ເປັນເຈົ້າພາບຈັດກອງປະຊຸມ APEC ໃນເວລານີ້ ພ້ອມທັງໄດ້ໃຫ້ຂໍ້ມູນ ທັງພາສາໄທຍ, ພາສາລາວ ແລະພາສາຈີນ ແກ່ບັນດານັກທ່ອງທ່ຽວ ໃຫ້ລະມັດລະວັງ ໃນການຖືກຕົວະໄປເຮັດວຽກ ທີ່ຜິດກົດໝາຍໃນເຂດດັ່ງກ່າວ, ອີງຕາມການຣາຍງານ ຂອງໜັງສືພິມແນວໜ້າ ວັນທີ 18 ພຶສຈິກາ ນີ້.

ໃນຂະນະທີ່ ຊາວລາວຈໍານວນນຶ່ງ ກໍເຫັນວ່າ ນອກຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຫາລືກັນ ກ່ຽວກັບວຽກງານຕ້ານອາຊຍາກັມ, ຢາເສບຕິດ ຢູ່ເຂດສາມຫຼ່ຽມຄໍາແລ້ວ ກໍຢາກໃຫ້ມີການແກ້ໄຂບັນຫາ ອາຊຍາກັມ ອື່ນໆ ໃນເຂດດັ່ງກ່າວນໍາດ້ວຍ ໂດຍສະເພາະ ບັນຫາການຕົວະ ຄົນງານຈາກປະເທດຕ່າງໆ ເພື່ອໄປເຮັດວຽກເປັນສະແກມເມີ້ຣ໌ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ເນື່ອງຈາກເຫັນວ່າ ໃນໄລຍະຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ຍັງສະແດງຄວາມຈິງໃຈໜ້ອຍ ທີ່ຈະປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ.

ດັ່ງຊາວບ້ານ ນາງນຶ່ງ ກ່າວວ່າ:

“ເວົ້າຊື່ໆແກ້ໄຂຫັ້ນນ່າ ເວົ້າຊື່ໆ ເວົ້າແຕ່ປາກ ຄັນວ່າແກ້ໄຂ ເປັນຫຍັງຈຶ່ງໄປມອບຫຼຽນໃຫ້ ຈ້າວເຫວີ່ຍ ມອບຫຼຽນ ກະສະແດງວ່າ ນິຍົມຊົມຊອບ ຍ້ອງຍໍເຫດການແບບນີ້ ຊາວໂລກເຂົາກະຮູ້ໝົດແຫຼະ ເຈົ້າເຮັດແບບນີ້ ເຂົາກະຮູ້ເບິດ.”

ສ່ວນຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫຼາຍຄົນເອງ ກໍເຫັນວ່າ ບັນຫາອາຊຍາກັມ ການຄ້າມະນຸສ ໃນຮູບແບບຕົວະຄົນຕ່າງປະເທດມາເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍານັ້ນ ກໍເປັນບັນຫາ ທີ່ແກ້ໄຂໄດ້ຍາກທີ່ສຸດ ແລະ ກໍເຫັນຄົນຕ່າງປະເທດ ຖືກຕົວະມາເຮັດວຽກຢູ່ເລື້ອຍໆ ຫຼືແມ່ນແຕ່ຄົນງານລາວທີ່ຢູ່ແຂວງອື່ນໆ ກໍຍັງຖືກຕົວະມາເຊັ່ນດຽວກັນ.

ດັ່ງຊາວບ້ານທ່ານນຶ່ງ ກ່າວວ່າ:

“ດຽວນີ້ບໍ່ຄ່ອຍມີປານໃດຄົນໄທຍ ຄົນພະມ້າກະມີ ຄົນພະມ້າກັບຄົນຈີນ ຄົນລາວນີ້ ເກືອບສູສີກັນເລີຍແຫຼະ ຄົນຕົ້ນເຜິ້ງນີ້ ບໍ່ຄ່ອຍໄດ້ໄປນ່າ ແຕ່ວ່າ ຢູ່ຕ່າງແຂວງອື່ນມາ.”

ໃນຂະນະດຽວກັນ ຊາວບ້ານຢູ່ເມືອງຕົ້ນເຜິ້ງ ອີກທ່ານນຶ່ງ ກໍຢືນຢັນວ່າ ອາຊຍາກັມ ທັງບັນຫາຢາເສບຕິດ, ການຄ້າມະນຸສ ແລະອື່ນໆ ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຍັງມີຢູ່ເລື້ອຍໆ ແບບບໍ່ຈົບບໍ່ສິ້ນ ຈົນກາຍເປັນ ເຂດທີ່ອັນຕຣາຍ ຕໍ່ທັງຊາວບ້ານ ແລະນັກທ່ອງທ່ຽວ.

ດັ່ງທ່ານກ່າວວ່າ:

“ເຂົາມີເຫດການຫຍັງ ກະບໍ່ຮູ້ ແບບວ່າ ເຂົາເຈົ້າບໍ່ໄດ້ອອກມາແລ້ວ ກໍມີທັງຄົນພາຍໃນ ແລະກໍຄົນຕ່າງປະເທດນີ້ແຫຼະ ກໍຮູ້ວ່າ ມີກົດລະບຽບຢູ່ ດຽວນີ້ກະບໍ່ໄດ້ໃຫ້ເຂົາ-ອອກ ມານອກຂອບເຂດ ທີ່ວ່າເຂົາຮອບຜິດຊອບ ບໍ່ໃຫ້ຄົນຕ່າງປະເທດ ອອກມາທາງນອກແລ້ວດຽວນີ້ນ່າ.”

ທາງດ້ານເຈົ້າໜ້າທີ່ ດ້ານການຄຸ້ມຄອງແຮງງານ ຢູ່ຫຼາຍເມືອງ ແລະ ຫຼາຍແຂວງໃນລາວ ກໍລ້ວນແລ້ວແຕ່ຮັບຮູ້ວ່າ ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແມ່ນກາຍເປັນເຂດ ທີ່ອັນຕຣາຍ ສໍາລັບຄົນງານລາວ, ດັ່ງນັ້ນ ເຈົ້າໜ້າທີ່ໃນຫຼາຍທ້ອງຖິ່ນ ກໍໄດ້ມີການໃຫ້ຄວາມຮູ້ ກ່ຽວກັບເຣື່ອງດັ່ງກ່າວ ຕໍ່ບັນດາຄົນງານໃນທ້ອງຖິ່ນຂອງຕົນເອງ ເພື່ອສະກັດກັ້ນ ບໍ່ໃຫ້ຄົນງານລາວ ຕົກເປັນເຫຍື່ອກຸ່ມຄົນບໍ່ດີ ທີ່ຕົວະຄົນງານລາວ ໄປເຮັດວຽກໃນເຂດດັ່ງກ່າວ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການຄຸ້ມຄອງ ແຮງງານ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງກ່າວວ່າ:

“ກະສ່ວນຫຼາຍ ກະບໍ່ໄດ້ມີໃດ໋ ໄປທາງສາມຫຼ່ຽມຄໍາ ໄປທາງຕົ້ນເຜິ້ງ ທາງນັ້ນບໍ່ມີ ບໍ່ໃຫ້ໄປດອກ ພວກເຮົາບໍ່ໃຫ້ໄປ ສ່ວນຫຼາຍເຮັດຢູ່ໂຄງການ ໄຟຟ້າສົງຫາ ກັບທີ່ເລີຍ.”

ຢ່າງໃດກໍຕາມ ກ່ອນໜ້ານີ້ ທາງການຫຼາຍປະເທດ ກໍໄດ້ມີການແຈ້ງເຕືອນພົລເມືອງ ຈາກປະເທດຂອງເຂົາເຈົ້າ ໃຫ້ລະມັດລະວັງ ໃນການໄປແຂວງບໍ່ແກ້ວ ໂດຍສະເພາະ ເຂດສາມຫຼ່ຽມຄໍາ ແລະເຂດເສຖກິຈພິເສດສາມຫຼ່ຽມຄໍາ ເປັນຕົ້ນ ເມື່ອວັນທີ 16 ພຶສຈິກາ ທີ່ຜ່ານມານີ້ ເວັບໄຊຕ໌ ຂອງກະຊວງການຕ່າງປະເທດ ຂອງປະເທດອອສເຕຣເລັຽ ໄດ້ແຈ້ງເຕືອນພົລເມືອງ ຊາວອອສເຕຣເລັຽ ໃຫ້ມີຄວາມລະມັດລະວັງ ຢ່າງສູງ ໃນການເດີນທາງໄປທ່ອງທ່ຽວເຂດດັ່ງກ່າວ ໂດຍໃຫ້ເຫດຜົນວ່າ ເປັນເຂດທີ່ມີທັງອາຊຍາກັມ, ຢາເສບຕິດ, ການຄ້າມະນຸສ ແລະ ການຕົວະໄປເຮັດວຽກ ແບບຜິດກົດໝາຍ.

ແລະກ່ອນໜ້ານັ້ນ ສະຖານທູຕ ຂອງຫຼາຍປະເທດ ປະຈໍາຢູ່ປະເທດລາວ ເປັນຕົ້ນ ສະຫະຣັຖອາເມຣິກາ, ໄທຍ, ມາເລເຊັຽ, ອິນເດັຽ ແລະອື່ນໆ ກໍໄດ້ອອກແຈ້ງເຕືອນພົລເມືອງ ປະເທດຂອງພວກເຂົາເຈົ້າ ໃຫ້ລະມັດລະວັງ ການຖືກຕົວະໄປເຮັດວຽກ ແບບຜິດກົດໝາຍ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.