ທາງການລາວ ຕຣຽມສຳຣວດ ຈຳນວນ ປະຊາກອນ
2022.11.18

ທາງການລາວ ຈະຮ່ວມມືກັບກອງທຶນ ສຳລັບປະຊາກອນ ແຫ່ງອົງການ ສະຫະປະຊາຊາຕ ຫລື UNFPA ປະຈຳລາວ ເພື່ອຕຣຽມສຳຣວດ ພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດ ຄັ້ງທີ 5 ເພື່ອເປັນແຫລ່ງຂໍ້ມູນ ທີ່ສຳຄັນໃນການຕີລາຄາ ສະພາບ 10 ປີຜ່ານມາ ແລະນຳມາໃຊ້ ໃນການຕິດຕາມ ແລະປະເມີນ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕ ລວມທັງຕິດຕາມ ເປົ້າໝາຽການພັທນາ ທີ່ຍືນຍົງ ແລະວິໄສທັດ ຮອດປີ 2030.
ດັ່ງເຈົ້າໜ້າທີ່ ກອງທຶນສຳລັບປະຊາກອນ ແຫ່ງອົງການ ສະຫະປະຊາຊາຕ ຫລື UNFPA ປະຈຳລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 18 ພຶສຈິການີ້ວ່າ:
“ກາຄືເປັນການກະຕຣຽມ ປີໜ້າເພິ່ນຈຳມີການເຣີ່ມ ສຳຣວດເກີດຂຶ້ນ ການເກັບຂໍ້ມູນ ເພື່ອມສາຊ່ອຍໃນເຣື່ອງການຕັດສິນໃຈເນາະ ການວາງນະໂຍບາຍຕ່າງໆ ອີຫຍັງປະມານນີ້.”
ທ່ານກ່າວຕື່ມວ່າ ການສຳຣວດພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດຄັ້ງທີ 5 ຈະເຣີ່ມຈັດຕັ້ງປະຕິບັດຕັ້ງແຕ່ຕົ້ນປີ 2023 ເປັນຕົ້ນໄປ ຊຶ່ງຄາດວ່າຈະຮີບໂຮມ ຂໍ້ມູນປະເມີນຜົລ ແລະ ເຜີຍແຜ່ ບົດຣາຍງານການສຳຣວດ ສນັບສນຸນ ພາຍໃນປີ 2025.
ການປະຊຸມຫາລື ຮ່ວມກັນໃນຄັ້ງນີ້ ທາງການລາວ ມີຄວາມຕ້ອງການທຶນ ທັງໝົດທີ່ຈະໃຊ້ ເຂົ້າໃນການສຳຣວດຄັ້ງນີ້ ລວມທັງການຊ່ອຍເຫລືອ ທາງດ້ານວິຊາການ ຄາດຄະເນປະມານ 321 ຕື້ກີບ ຫລືປະມານ 22 ລ້ານໂດລ້າຣ໌ສະຫະຣັຖ. ໃນຈຳນວນດັ່ງກ່າວນີ້ ຣັຖບານລາວໄດ້ນຳສເນີ ເຂົ້າໃນແຜນງົບປະມານ ການລົງທຶນ ຂອງຣັຖ ສຳລັບໂຄງການສົ່ງເສີມ ວິຊາການໄລຍະປີ 2023-2025 ທັງໝົດ 60 ຕື້ກີບ, ສ່ວນທີ່ເຫລືອ ຈະລະດົມທຶນ ຈາກບັນດາອົງການຈັດຕັ້ງ ສາກົລ ແລະຄູ່ຮ່ວມພັທນາ ເພີ່ມຕື່ມ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ສູນສະຖິຕິ ປະຈຳ ແຂວງຫລວງພຣະບາງ ກ່າວວ່າ ການລົງພື້ນທີ່ ເພື່ອສຳຣວດພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດ ຖືເປັນວຽກງານ ທີ່ສຳຄັນ ແລະຕ້ອງຮີບໂຮມຂໍ້ມູນ ໃຫ້ຄົບທຸກດ້ານ ໃຫ້ມີຄວາມລະອຽດ, ຈະແຈ້ງ ຊຶ່ງເປັນວຽກທີ່ເຈົ້າໜ້າ ທີ່ພາກສ່ວນກ່ຽວຂ້ອງ ຄວນຈະຕ້ອງເອົາໃຈໃສ່ ເປັນພິເສດ.
ໃນການສຳຣວດ ພົລເມືອງໃນຄັ້ງນີ້ ແຕ່ລະແຂວງ ຈຳຕ້ອງນຳໃຊ້ງົບປະມານ ຫລາຍສົມຄວນ ເນື່ອງຈາກການລົງພື້ນທີ່ ສຳຣວດພົລເມືອງ ໂດຍສະເພາະ ໃນເຂດຫ່າງໄກສອກຫລີກ ຈະຕ້ອງໄປພັກເຊົາ ກັບຊາວບ້ານ ເປັນໄລຍະເວລາຫລາຍມື້ ກວ່າ ເຈົ້າໜ້າທີ່ຈະຮີບໂຮມຂໍ້ມູນ ສຳເຣັດກໍຕ້ອງ ມີງົບປະມານທີ່ພຽງພໍນຳດ້ວຍ. ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກໍຍາກຢູ່ ຖ້າເຮົາຈະໄປສຳຣວດ ເຂດນອກໆ ແຖວຊາຍແດນນີ້ ໄກເພາະທາງຍາກຢູ່ ກໍຂຶ້ນກັບໄລຍະທາງ ເຮົາໄປຫາເມືອງຫັ້ນແລ້ວ ກໍແຕ່ວ່າອັດຕຣາກິນ ມັນກາຂຶ້ນກັບເຮົາໄລ່.”
ຈາກການສຳຣວດ ພົລເມືອງ ແລະທີ່ຢູ່ອາສັຍ ໃນໄລຍະຜ່ານມາ ເຫັນວ່າຕລອດ ໄລຍະ 3 ທົດສວັດ ທີ່ຜ່ານມາ ອັດຕຣາການເພີ່ມຂຶ້ນ ຂອງພົລເມືອງລາວ ແມ່ນມີທ່າທີທີ່ຫລຸດລົງ. ໂດຍໃນໄລຍະ ແຕ່ປີ 1985-1995 ອັດຕຣາການເພີ່ມຂຶ້ນ ຂອງພົລເມືອງລາວ ສະເລັ່ຽແມ່ນ 2.47% ຕໍ່ປີ. ແຕ່ໃນປີ 1995-2005 ອັດຕຣາການເພີ່ມຂຶ້ນ ຂອງພົລເມືອງລາວ ເພີ່ມຂຶ້ນຊ້າ, ລົງມາເປັນ 2.08% ຕໍ່ປີ. ອີງຕາມການຣາຍງານ ຂອງສູນສະຖິຕິ ແຫ່ງຊາຕ (ລາວ).
ກ່ຽວກັບການເພີ່ມຂຶ້ນ ຂອງປະຊາກອນລາວ ທີ່ເພີ່ມຂຶ້ນ ໃນຈັງຫວະ ທີ່ຊ້າລົງນີ້ ເຈົ້າໜ້າທີ່ຜແນກ ສາທາຣະນສຸຂ ແຂວງຫົວພັນ ຜູ້ທີ່ເຮັດວຽກກັບຊາວໜຸ່ມລາວ ບັນດາເຜົ່າກ່າວວ່າ ຫາກເປັນຊາວໜຸ່ມລາວ ທີ່ອາສັຍ ຢູ່ໃນເທສບານແຂວງ ແລະເມືອງກໍເຣີ່ມເອົາລູກໜ້ອຍລົງ ຫລືບາງຄອບຄົວ ແຕ່ງດອງກັນ ແລ້ວກໍບໍ່ເອົາລູກ ກໍເຣີ່ມມີໃຫ້ເຫັນຫລາຍ. ສາເຫດຫລັກ ມາຈາກຫລາຍປັດຈັຍ ເປັນຕົ້ນຊາວໜຸ່ມ ເລົ່ານັ້ນໄດ້ຮັບການສຶກສາ ທີ່ດີ ແຕ່ພັດຢູ່ໃນສະພາບ ທີ່ຖານະຄອບຄົວ ບໍ່ຄ່ອຍມີປານໃດ ຈຶ່ງເປັນສາເຫດ ເຮັດໃຫ້ພວກເຂົາເຈົ້າ ບໍ່ຢາກມີລູກ ຫລືບາງຄູ່ກໍທຸກຍາກ ຈົນເກີນໄປ.
ຂະນະທີ່ຊາວໜຸ່ມລາວ ທີ່ອາສັຍຢູ່ຕາມເຂດຫ່າງໄກ ສອກຫລີກ ຍັງມີການອອກໂຮງຮຽນ ກ່ອນກຳນົດເພື່ອໄປແຕ່ງດອງ ແລະເກີດລູກ ແຕ່ອັດຕຣາການເກີດ ເລົ່ານັ້ນ ກໍເຣີ່ມຫລຸດລົງ ເທື່ອລະໜ້ອຍ ຫາກຈະທຽບໃສ່ໄລຍະ 10 ປີທີ່ຜ່ານມາ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ແຖວເທສບານ ກາອາຈໜ້ອຍຫລຸດລົງ (ບໍ່ເອົາລູກ) ແຕ່ວ່າຢູ່ແຖວເຂດນອກ ຍັງບໍ່ຫລຸດໃດເພີ່ມຂຶ້ນ (ມີລູກເພີ່ມຂຶ້ນ) ສ່ວນຫລາຍແມ່ນເສຖກິຈເນາະ ເພິ່ນກາບໍ່ມີສົງຫັ້ນນ່າ ບໍ່ມີເງິນຈັ່ງຊິຫັ້ນນ່າ.”
ທາງດ້ານຊາວໜຸ່ມລາວ ຜູ້ນຶ່ງໃນແຂວງສວັນນະເຂດ ກໍກ່າວວ່າ ເທົ່າທີ່ສັງເກດເຫັນ ຊາວໜຸ່ມລາວໃນປັດຈຸບັນ ຫາກໄດ້ຮັບການສຶກສາ ທີ່ດີກໍຈະພາກັນລະມັດລະວັງ ໃນການແຕ່ງດອງ ແລະເອົາລູກເນື່ອງຈາກວ່າ ພວກເຂົາເຈົ້າຕ້ອງການ ຮຽນໜັງສື, ສ້າງຖານະ ທາງສັງຄົມ ລວມເຖິງ ພວກຊາວໜຸ່ມ ເລົ່ານັ້ນ ຕ້ອງປະເຊີນກັບ ເສຖກິຈຕົກຕໍ່າ ກໍອາຈມີສ່ວນສຳຄັນ ໃນການພິຈາຣະນາ ທີ່ເຮັດໃຫ້ພວກ ຊາວໜຸ່ມລາວເລົ່ານັ້ນ ບໍ່ຢາກແຕ່ດອງ ຫລືຍັງບໍ່ຢາກມີລູກ.
ນອກຈາກນີ້ ຊາວໜຸ່ມລາວບາງຄົນ ກໍແຕ່ດອງກັນໄວ ແຕ່ບໍ່ໄດ້ພາກັນເອົາລູກ ເນື່ອງຈາກກັງວົນ ເຣື່ອງການລ້ຽງລູກ ບາງຄົນແຕ່ງດອງ ແລ້ວກໍພາກັນໄປເຮັດວຽກ ຢູ່ຕ່າງແຂວງ ຫລືຕ່າງປະເທດແທນ ເພື່ອສ້າງຖານະຄອບຄົວ ກ່ອນ.
ດັ່ງຊາວໜຸ່ມລາວ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນກາແຕ່ງໄວ ຄືກັນບາງຄູ່ ກາອອກໂຮງຮຽນ ເອົາກັນຄືວ່າແຫລະ ອັດຕຣາເງິນເຟີ້ ກາສູງບາງຄອບຄົວ ເຂົາກາບໍ່ມີເງິນ ສົ່ງຮຽນບາງເທື່ອ ເຂົາກາອອກໂຮງຮຽນ ບາງຄົນກາອອກໄປ ທຳງານຢູ່ໄທຍຈັ່ງຊິນ່າ.”
ອີງຕາມການຣາຍງານ ຂອງກອງທຶນ ສຳລັບປະຊາກອນແຫ່ງ ອົງການ ສະຫະປະຊາຊາຕ ຫລື UNFPAລະບຸວ່າ ພົລເມືອງລາວ ໃນທົ່ວປະເທດ ໃນປີ 2021 ມີປະມານ 7,300,000 ປາຍຄົນ ແຍກເປັນອາຍຸລະຫວ່າງ 0-14 ປີມີ 31% ອາຍຸ ລະຫວ່າງ 15-64 ປີ ມີ 64% ແລະ ອາຍຸ 65 ປີຂຶ້ນໄປມີ 5%.
ການສຳຣວດພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດຄັ້ງທີ 5 ໃນຄັ້ງນີ້ຍານາງມາຣຽມ ຄານຜູ້ຕາງໜ້າກອງທຶນສຳລັບ ປະຊາກອນ ແຫ່ງອົງການ ສະຫະປະຊາຊາຕ ຫລື UNFPA ປະຈຳລາວ ກ່າວວ່າ ການສຳຣວດພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດ ຕ້ອງການໃຫ້ມີການວາງແຜນ ການເງິນ ແລະ ການຕິດຕາມທີ່ທັນການ ແລະຖືກຕ້ອງ. ການຊັກຊ້າ ໃນການລະດົມທຶນ ຈະມີຜົລກະທົບ ຢ່າງຫລວງຫລາຍ ຕໍ່ການປະຕິບັດ ການສຳຣວດ ແລະຂັດຂວາງ ການເຂົ້າເຖິງຂໍ້ມູນ ທີ່ີີມີຄຸນນະພາບ ຊຶ່ງເຮັດໃຫ້ຈຳກັດ ທາງເລືອກ ໃນການຕັດສິນໃຈ ແລະນະໂຍບາຍ ທີ່ອີງໃສ່ຂໍ້ມູນ.