ຊາປະນະກິຈສົບ ຍານາງ ວິພາພອນ ຢູ່ວັດພຣະທາຕພະນົມ

ອາວະຣີ
2022.11.21
ຊາປະນະກິຈສົບ ຍານາງ ວິພາພອນ ຢູ່ວັດພຣະທາຕພະນົມ ປະຕູທາງເຂົ້າ ວັດພຣະທາຕພະນົມ ວໍຣະມະຫາວິຫາຣ, ເດືອນເມສາ ປີ 2022.
RFA

ສົບຂອງ ຍານາງ ວິພາພອນ ກອນສິນ ນັກທຸຣະກິຈ ຊາວລາວ ທີ່ຖືກຄາຕກັມ ແລ້ວຖິ້ມລົງແມ່ນ້ໍາຂອງ ແລະໄຫລໄປຄ້າງທີ່ແຂວງນະຄອນພະນົມ ຂອງໄທຍນັ້ນ ໄດ້ຮັບການຊາປະນະກິຈ ຕາມພິທີທາງສາສນາ ເປັນທີ່ຮຽບຮ້ອຍແລ້ວ ພາຍຫລັງຄອບຄົວ ແລະ ຍາດຕິພີ່ນ້ອງ ໄດ້ເດີນທາງໄປເຮັດພິທີ ຊາປະນະກິຈສົບ ໃນວັນທີ 19 ພຶສຈິກາ ທີ່ຜ່ານມານີ້ ຢູ່ທີ່ວັດພຣະທາຕພະນົມ ວໍຣະມະຫາວິຫາຣ ເມືອງທາຕພະນົມ ແຂວງນະຄອນພະນົມ ທ່າມກາງບັນຍາກາດ ທີ່ເສົ້າສລົດໃຈ ແລະ ພາຍຫລັງພິທີ ຊາປະນະກິຈແລ້ວโ  ທາງຄອບຄົວ ກໍໄດ້ນໍາເອົາອັດຖິ ຂອງຍານາງເດີນທາງກັບ ໄປປະເທດລາວ ເພື່ອນໍາໄປໄວ້ຢູ່ພູມລໍາເນົາ ທີ່ເມືອງໄຊ ແຂວງອຸດົມໄຊ. ອິງຕາມຣາຍງານ ຂອງໜັງສືພິມ ແນວໜ້າ (ໄທຍ) ເມື່ອວັນທີ 19 ພຶສຈິກາ ປີ 2022 .

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຮັບການຍືນຍັນ ຈາກຄຣູບາອົງນຶ່ງ ປະຈໍາວັດພຣະທາຕພະນົມ ວໍຣະມຫາວິຫານ ວ່າ ໄດ້ມີການຊາປະນະກິຈສົບ ຂອງຍານາງ ວິພາພອນ ໄປເປັນທີ່ຮຽບຮ້ອຍແລ້ວ ແລະ ທາງຄອບຄົວ ກໍໄດ້ນໍາເອົາອັດຖິ ກັບໄປປະເທດລາວ ເຊິ່ງພາຍໃນງານ ຊາປະນະກິຈ ໃນມື້ດັ່ງກ່າວ ກໍມີ ເຈົ້າໜ້າທີ່ຕໍາຣວດ ແລະ ພາກກສ່ວນ ທີ່ກ່ຽວຂ້ອງ ຂອງແຂວງນະຄອນພະນົມ ເຂົ້າຮ່ວມນໍາດ້ວຍ.

ດັ່ງ ຄຣູບາອົງນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ພຶສຈິກາ ນີ້ວ່າ:

ແມ່ນແລ້ວ ເອົາອັດຖິກັບໄປລາວແລ້ວ. ຍາດໂຍມກໍມາຮ່ວມງານ ບໍ່ຫລາຍປານໃດ ເພາະວ່າ ເປັນຜູ້ທີ່ເດີນທາງມາຈາກປະເທດລາວ. ສ່ວນຄົນໄທຍໃນພື້ນທີ່ ທີ່ມາຮ່ວມງານ ຊາປະນະກິຈ ກໍມີເປັນບາງສ່ວນ ເປັນຕົ້ນ ເຈົ້າໜ້າທີ່ຂອງວັດ ແລະເຈົ້າໜ້າທີ່ ທາງບ້ານເມືອງດ້ວຍ.”

ສ່ວນ ທ່ານພັນຕໍາຣວດໂທ ປຣະເສີດສັກ ນວນບັດ ຫົວໜ້າຜແນກ ສອບສວນ ຫ້ອງການຕໍາຣວດ ເມືອງ ທາຕພະນົມ ແຂວງນະຄອນພະນົມ ກ່າວວ່າ ສໍາລັບເຣຶ່ອງຂໍ້ມູນ ກ່ຽວກັບຄະດີດັ່ງກ່າວນີ້ ທາງເຈົ້າໜ້າທີ່ຕໍາຣວດລາວ ຍັງບໍ່ທັນປະສານຂໍຂໍ້ມູນຕ່າງໆ ຂອງຄະດີນີ້ ຈາກຫ້ອງການຕໍາຣວດ ເມືອງທາຕພະນົມ ແຕ່ຢ່າງໃດເທື່ອ, ເຊິ່ງມາຮອດປັດຈຸບັນ ເຈົ້າໜ້າທີ່ ປະຈໍາໂຮງໝໍ ທີ່ເຄີຍຊັນນະສູຕພິກສົບ ກໍໃກ້ທີ່ຈະສຣຸບສໍານວນ ທີ່ກ່ຽວກັບສົບ ຂອງຍານາງວິພາພອນ ເພື່ອສົ່ງໃຫ້ເຈົ້າໜ້າທີ່ ຕໍາຣວດ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຍັງບໍ່ທັນຂໍເທື່ອ ໜ້າຈະລໍຖ້າໃຫ້ທາງຕໍາຣວດ ສືບສວນ-ສອບສວນ ຂອງລາວ ເຮັດເອກສານ ຢ່າງເປັນທາງການກ່ອນ ເຊິ່ງທີ່ຜ່ານມາ ກໍມີການປະສານງານກັນ ດ້ວຍຄໍາເວົ້າຊື່ໆ ວ່າຈະຂໍຂໍ້ມູນຈາກເຈົ້າໜ້າທີ່ຕໍາຣວດ ຝັ່ງໄທຍ ແຕ່ທາງເຮົາ ຍັງບໍ່ທັນເຫັນເອກສານ. ປັດຈຸບັນ ເຈົ້າໜ້າທີ່ແພດ-ໜໍ ປະຈໍາໂຮງໜໍສີນະຄະຣິນ ໃກ້ທີ່ຈະ ຈະສຣຸບສໍານວນ ຂອງຜູ້ເສັຍຊີວິຕແລ້ວ.”

ກ່ອນໜ້ານີ້ ໃນວັນທີ 19 ພຶສຈິກາ ທີ່ຜ່ານມາ ຜູ້ເປັນເອື້ອຍ ຂອງ ຍານນາງ ວິພາພອນ ໄດ້ໃຫ້ສັມພາດຕໍ່ນັກຂ່າວ ໜັງສືພິມແນວໜ້າ ວ່າ ທາງຄອບຄົວເຊື່ອວ່າ ການເສັຍຊີວິຕ ຂອງຍານາງ ວິພາພອນ ເກີດຈາກການຖືກຄາຕກັມ ຢ່າງແນ່ນອນ ເພາະວ່າ ມີຜູ້ພົບເຫັນຣົຖໃຫຍ່ ຂອງຍານາງ ຖືກຍູ້ລົງ ແມ່ນ້ໍາຂອງ ໃນເຂດນະຄອນຫລວງວຽງຈັນ ແຕ່ບໍ່ມີຂໍ້ມູນວ່າ ຄົນຮ້າຍແມ່ນໃຜ ແລະບໍ່ຮູ້ຂໍ້ມູນວ່າ ຍານາງ ວິພາພອນ ມີຂໍ້ຂັດແຍ້ງ ກັບໃຜແດ່. ສ່ວນສາເຫຕ ທີ່ເດີນທາງມາປະກອບພິທີ ຊາປະນະກິຈສົບ ຢູ່ ແຂວງນະຄອນພະນົມ ນັ້ນ ເນື່ອງຈາກສະດວກກວ່າ ການນໍາສົບກັບໄປປະເທດລາວ ຍ້ອນຕ້ອງໄດ້ຜ່ານ ຫລາຍຂັ້ນຕອນ.

ໃນຂະນະທີ່ ການສືບສວນ ຄະດີຄາຕກັມ ຍານາງ ວິພາພອນ ຂອງຄະນະສະເພາະກິຈ ທີ່ຂຶ້ນກັບກົມໃຫຍ່ຕໍາຣວດນັ້ນ ມາຮອດປັດຈຸບັນ ກໍຍັງບໍ່ສາມາດ ຈັບໂຕຜູ້ກໍ່ເຫຕໄດ້ເທື່ອ ແລະການຊອກຫາ ຍານາງ ວິພາຮັກ ລູກສາວອາຍຸ 5 ປີ ຂອງຍານາງ ວິພາພອນ ທີ່ຫາຍສາບສູນໄປນັ້ນ ກໍບໍ່ມີຄວາມຄືບໜ້າເຊັ່ນດຽວກັນ, ເຊິ່ງໃນວັນທີ 21 ພຶສຈິການີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ ໄປຍັງກົມໃຫຍ່ຕໍາຣວດ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ກໍບໍ່ມີເຈົ້າໜ້າທີ່ ຄົນໃດ ທີ່ສາມາດໃຫ້ຂໍ້ມູນໄດ້.

ທາງດ້ານຊາວລາວ ຫລາຍຄົນ ທີ່ຕິດຕາມຂ່າວ ການຄາຕກັມ ຍານາງ ວິພາພອນ ກໍຮູ້ສຶກເຫັນໃຈ ທາງຄອບຄົວ ຂອງຍານາງ ທີ່ຕ້ອງເດີນທາງ ໄປຊາປະນະກິຈສົບ ຢູ່ຝັ່ງໄທຍ ແລະຢາກໃຫ້ເຈົ້າໜ້າທີ່ ຕໍາຣວດ ເລັ່ງສືບສວນຫາໂຕຜູ້ກໍ່ເຫຕ ມາດໍາເນີນຄະດີ ຍ້ອນເປັນຄະດີ ທີ່ໂຫດຫ້ຽມ ແລະສະເທືອນຂວັນພ້ອມທັງ ຢາກໃຫ້ມີການເປີດເຜີຍ ຂໍ້ມູນການສືບສວນ-ສອບສວນ ໃຫ້ສັງຄົມຮັບຊາບ ນໍາດ້ວຍ. +ດັ່ງ ຊາວລາວທ່ານນີ້ ກ່າວວ່າ:

ກະຊິໄດ້ໄປເຮັດພິທີ ສົບຢູ່ພຸ້ນ ແລ້ວເອົາກະດູກມາລາວ. ຢາກໃຫ້ ເພິ່ນມີການສືບສວນ-ສອບສວນ ກວດໃຫ້ມັນໄດ້ ຄະດີລະອຽດຫັ້ນເເຫລະເນາະ. ກະຍັງບໍ່ທັນຮູ້ເນາະ ສືບຫຍັງ ຕາມນີ້ຫັ້ນແຫລະ ໃຫ້ມັນໄດ້ຜູ້ຄາຕກັມຫັ້ນ ຈະແມ່ນຄົນດີ ຫລືຄົນຮ້າຍ ຫັ້ນນ່າ.”

ໃນຂະນະດຽວກັນ ກໍມີຊາວລາວ ອີກຈໍານວນນຶ່ງ ທີ່ຕັ້ງຄໍາຖາມ ຕໍ່ຄະນະເຈົ້າໜ້າທີ່ ສະເພາະກິຈ ທີ່ສືບສວນ-ສອບສວນ ຄະດີນີ້ວ່າ ຄວນຈະເລັ່ງມືໃຫ້ໄວກວ່ານີ້ໄດ້ບໍ່ ໃນການສືບສວນ ຫາໂຕຜູ້ກໍ່ເຫຕ ຍ້ອນເຫດຄາຕກັມ ໄດ້ຜ່ານໄປປະມານ ເດືອນປາຍແລ້ວ ແຕ່ຍັງບໍ່ມີການຖແລງຂ່າວ ກ່ຽວກັບຄວາມຄືບໜ້າ ຂອງຄະດີ ຫລື ການຊອກຫາຜູ້ກໍ່ເຫຕນັ້ນເທື່ອ.

ດັ່ງຊາວລາວ ອີກທ່ານນຶ່ງ ກ່າວວ່າ:

ເຂົາກໍາລັງຊອກຫາຢູ່ ແຕ່ຍັງບໍ່ທັນໄດ້ພົບຄົນທີ່ຂ້າ ຫັ້ນນ່າ. ເຂົາຊອກຫາເອົາຈິງ ເອົາຈັງບໍ່ ບາງທີ ບໍ່ຢາກຊອກຫາກະມີ.”

ກ່ອນໜ້ານີ້ ເມື່ອວັນທີ 22 ຕຸລາ ທີ່ຜ່ານມາ ທ່ານອາຊື ກອນສິນ ນັກທຸຣະກິຈລາວ ເຊິ່ງເປັນອະດິຕສາມີ ຂອງຍານາງ ວິພາພອນ ກອນສິນ ໄດ້ຊີ້ແຈງ ຜ່ານສື່ສັງຄົມ ອອນລາຍນ໌ ສ່ວນໂຕ ຂອງທ່ານວ່າ ທ່ານເອງ ໄດ້ຍ່າຮ້າງກັບ ຍານາງ ວິພາພອນ ຕັ້ງແຕ່ວັນທີ 8 ເມສາ ປີ 2021 ແລະ ກໍລະບຸວ່າ ຄອບຄົວຂອງທ່ານ ມີການພົວພັນ ດ້ວຍຄວາມຮັກແພງ ກັບຄອບຄົວ ຂອງຜູ້ນໍາລາວ ທ່ານນຶ່ງ ໃນຖານະ ພໍ່ຮັກ-ລູກຮັກ.”

ສໍາລັບຍານາງ ວິພາພອນ ກອນສິນ ອາຍຸ 36 ປີ ເປັນຊາວລາວ ເຊື້ອສາຍຈີນ ທີ່ມີພູມລໍາເນົາ ຢູ່ເມືອງໄຊ ແຂວງອຸດົມໄຊ ແຕ່ມາເປັນນັກທຸຣະກິຈ ຢູ່ນະຄອນຫລວງວຽງຈັນ ແລະ ເປັນທີ່ຮູ້ຈັກກັນດີ ໃນກຸ່ມສັງຄົມ ທຸຣະກິຈລາວວ່າ ມີຄວາມໃກ້ຊິດ ກັບຜູ້ນໍາລາວ ທ່ານນຶ່ງ, ເຊິ່ງຕໍ່ມາ ຍານາງ ຖືກກຸ່ມຄົນບໍ່ດີ ລັກພາໂຕ ແລະກໍ່ເຫຕຄາຕກັມ ພ້ອມອໍາພາງສົບ ດ້ວຍການຍັດໃສ່ກະເປົາ ເດີນທາງ ແລ້ວຖິ້ມລົງແມ່ນ້ໍາຂອງ ໃນລະຫວ່າງວັນທີ 10-28 ກັນຍາ ປີ 2022 ກ່ອນທີ່ຈະມີການພົບສົບ ຢູ່ແຂວງນະຄອນພະນົມ ປະເທດໄທຍ ໃນວັນທີ 29 ກັນຍາ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.