ເຣື້ອງທີ່ເກັບບັນທຶກໄວ້
2022-10-24
ຜູ້ນຳລາວ ສະແດງຄວາມຍິນດີຕໍ່ທ່ານ ສີ ຈິ້ນຜິງ ໃນໂອກາດທີ່ຖືກເລືອກ ເປັນຜູ້ນຳສູງສຸດ ຂອງຈີນ ສມັຍ ທີ 3, ໃນຂະນະທີ່ ຊາວລາວຈຳນວນນຶ່ງ ເຫັນວ່າອິດທິພົລຈີນ ຈະຂຍາຍໂຕ ເຂົ້າມາໃນລາວຫລາຍຂຶ້ນເລື້ອຍໆ.
2022-10-24
ຣັຖບານ ສປປ ລາວ ອອກດໍາຣັຖ ວ່າດ້ວຍພົລເມືອງ ກິດຕິມະສັກ ສໍາລັບຄົນ ຕ່າງປະເທດ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ, ໄດ້ມອບທຶນ ໃຫ້ຣັຖບານ ແຕ່ 5 ແສນໂດລ້າຣ໌ ສະຫະຣັຖຂຶ້ນໄປ ແລະໄດ້ນຳທຶນ ເຂົ້າປະເທດລາວ ແຕ່ 1 ລ້ານໂດລ້າຣ໌ຂຶ້ນໄປ, ເປັນຜູ້ມີຄວາມຮູ້, ຄວາມສາມາດ ດ້ານວິຊາສະເພາະ ຂັ້ນຊ່ຽວຊານ ລະດັບປະຣິນຍາ ເອກຂຶ້ນໄປ ສາມາດ ຂໍເປັນ ພົລເມືອງ ກິດຕິມະສັກ ຂອງ ສປປ ລາວໄດ້.
2022-10-24
ຄົນງານລາວ ຮຽກຮ້ອງໃຫ້ ທາງການລາວ ຊ່ອຍຄຸ້ມຄອງ ສິດຜົລປໂຍດ ຢ່າງເຂັ້ມງວດ ແລະ ຂໍໃຫ້ຈຳກັດ ຄົນຈີນ ທີ່ເຂົ້າມາເຮັດວຽກທຳມາຫາກິນ ຢູ່ລາວ ຫລາຍເກີນໄປ.
2022-10-24
ນາຍົກສຸວັນນະພູມາ ຂັດຂວາງ ກຸ່ມຜູ້ແທນຣາສດອນ ທີ່ຕຣຽມການທັກທ້ວງ ໃຫ້ທະຫານ ວຽຕນາມເໜືອ ອອກຈາກ ດິນແດນລາວ ຕາມບົ່ງໄວ້ ໃນສັນຍາ ການຖືກຕ້ອງປອງດອງຊາຕ.
2022-10-24
ມະຫາວິທຍາລັຍ ແຫ່ງຊາຕ ຮັບນັກຮຽນ ໂດຍບໍ່ຕ້ອງ ເສັງຄັດເລືອກ, ລາວ ງົດອອກສຽງ ປະນາມຣັສເຊັຽ, ບໍຣິສັດຈີນ ສັມປະທານ ແຫຼ່ງທ່ອງທ່ຽວ ນ້ຳຕົກ ຄອນພະເພັງ.
2022-10-23
ອະດີດນັກບິນກອງທັບ ແຫ່ງພຣະຣາຊອານາຈັກລາວ ທີ່ຖືກໄປສັມນາ ຢູ່ແຂວງຊຽງຂວາງ ໄດ້ໂຕນໜີ 2 ຄັ້ງ ຈຶ່ງຫວິດ ແລະ ມາຕັ້ງຖິ່ນຖານາ ໃນສະຫະຣັຖ ອາເມຣິກາ.
2022-10-23
ເກົາຫລີໃຕ້ ມີແຜນຮັບເອົາ ຄົນງານລາວ ເຂົ້າໄປເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ ເພື່ອຊ່ອຍແກ້ໄຂ ຄວາມຫຍຸ້ງຍາກ ດ້ານສເຖກິຈ ແລະ ອັຕຣາ ຫວ່າງງານ ໃນສປປລາວ.
2022-10-21
ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານວ່າ ປະເທດລາວ ຍັງຕິດກັບດັກໜີ້ ຂອງຈີນ ຍ້ອນວ່າ ໜີ້ສິນຂອງປະເທດລາວ ຍິ່ງສູງຂຶ້ນ.
2022-10-21
ຊາວສວນຢາງພາຣາ ໃນຫຼາຍແຂວງ ທາງພາກເໜືອ ຂອງປະເທດລາວ ຍັງປະສົບບັນຫາ ລາຄາຢາງພາຣາ ຕົກຕໍ່າ ແລະລາຄາບໍ່ເປັນເອກພາບກັນ ຕາມທີ່ສະມາຄົມ ຢາງພາຣາ ໄດ້ນໍານົດໄວ້, ແຕ່ພໍ່ຄ້າ, ແມ່ຄ້າຄົນກາງ ຊື້ໃນລາຄາ ປະມານ 8,000 ກີບຕໍ່ກິໂລກຣາມ ຊຶ່ງຖືກກົດລາຄາລົງ.
2022-10-21
ພະນັກງານຣັຖ ວິສາຫະກິຈ ນໍ້າປະປາ ແຂວງຈໍາປາສັກ ມີທັງຜູ້ໄດ້ຮັບ ເງິນເດືອນຊ້າ ແລະໄດ້ຕາມເວລາ ແຕກຕ່າງກັນ ຊຶ່ງຢູ່ບາງເມືອງຊ້າ ເຖິງ 6-7 ເດືອນກໍມີ ຂະນະທີ່ ພະນັກງານ ທີ່ໄດ້ຮັບ ຄວາມເດືອດຮ້ອນ ຈາກການຈ່າຍເງິນເດືອນຊ້າ ບໍ່ກ້າຮ້ອງຮຽນ ເນື່ອງຈາກ ບໍ່ຢາກຖືກໄລ່ອອກ.
2022-10-21
ນັກຮຽນ ຊັ້ນ ມ.1 ຫາ ມ.7 ຢູ່ເມືອງປາຍລາຍ ແຂວງໄຊຍະບູຣີ ປະລະການຮຽນ ໃນສົກຮຽນ ປີ 2022-2023 ໃນໄລຍະເດືອນປາຍມານີ້ ມີເຖິງ 1,009 ຄົນ, ສາເຫດມາຈາກ ຖານະທາງຄອບຄົວ ທຸກຍາກ ບໍ່ທຶນສົ່ງ ໃຫ້ລູກຫຼານຮຽນຕໍ່ໄດ້.
2022-10-21
ຣັຖບານລາວ ຫ້າມບໍ່ໃຫ້ຮ້ານ ທີ່ເປັນໂຕແທນ ແລກປ່ຽນເງິນຕຣາ ຂາຍເງິນຕຣາ ຕ່າງປະເທດ, ແຕ່ໃນພາກປະຕິບັດຕົວຈິງ ມາຮອດປັດຈຸບັນ ຮ້ານແລກປ່ຽນເງິນ ກໍຍັງເປີດດຳເນີນ ການແລກປ່ຽນ ເງິນຕຣາ ຕ່າງປະເທດ ໄດ້ຕາມປົກກະຕິ.
2022-10-20
ການຖືພາ ແລະ ການແຕ່ງດອງ ແຕ່ຍັງນ້ອຍ ຂອງຊາວໜຸ່ມ ແລະ ເດັກນ້ອຍ ໃນປະເທດລາວ ຍັງມີຈຳນວນສູງສຸດ ໃນປະເທດອາຊ້ຽນ ເຮັດໃຫ້ພວກເຂົາເຈົ້າ ຕົກຢູ່ໃນສະພາວະ ຄວາມສ່ຽງຫລາຍດ້ານ.
2022-10-20
ເຈົ້າຂອງຣົຖເມ ໂດຍສານ ພໍໃຈ ທີ່ທາງການລາວ ປະກາດຂຶ້ນຄ່າ ໂດຍສານ ໃນທົ່ວປະເທດ ທັງຣົຖດ່ວນ ແລະ ຣົຖທັມມະດາ ເພາະນໍ້າມັນແພງຂຶ້ນຫລາຍ ເຊັ່ນວຽງຈັນ-ປາກເຊ ຂຶ້ນຈາກ 230,000 ກີບ ເປັນ 290,000 ກີບຕໍ່ຖ້ຽວ ຂະນະທີ່ປະຊາຊົນ ຈະໃຊ້ບໍຣິການຣົຖເມ ໂດຍສານ ສະເພາະ ເວລາຈຳເປັນ ເທົ່ານັ້ນ.
2022-10-20
ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດຍຶດຢາເສບຕິດ ປະເພດຢາບ້າ ໄດ້ 14 ເປົ໋າ ຫລືປະມານ 1,750 ມັດ ເທົ່າກັບ 3,500,000 ເມັດ ທີ່ເຊື່ອງໃວ້ໃນຣົຖ ກະບະສີຂາວ ບໍ່ມີປ້າຍທະບຽນ ສ່ວນຜູ້ກະທຳຜິດ ໜີໄປໄດ້.