ຈີນ ສັມປະທານ ນ້ຳຕົກ ຄອນພະເພັງ
2022.10.24
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ມະຫາວິທະຍາລັຍ ແຫ່ງຊາຕ ຮັບນັກຮຽນ ຫຼາຍສາຂາ ໂດຍບໍ່ຕ້ອງ ສອບເສັງ ຄັດເລືອກ, ທາງການລາວ ງົດອອກສຽງ ປະນາມຣັສເຊັຽ, ບໍຣິສັດຈີນ ສັມປະທານ ແຫຼ່ງທ່ອງທ່ຽວ ນ້ຳຕົກ ຄອນພະເພັງ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ບໍຣິສັດຈີນ ສັມປະທານ ແຫຼ່ງທ່ອງທ່ຽວ ນ້ຳຕົກ ຄອນພະເພັງ, ສົມພະມິດ”
“ບໍ່ເຫັນດີນໍາ ການທ່ອງທ່ຽວ ຕ້ອງເປັນ ຂອງຄົນລາວ ອັນນີ້ ມາສຳປະທານ ໃຫ້ຕ່າງຊາດແລ້ວ, ປະເທດລາວ ຄົນລາວເຮົາ ສິເຫລືອຫຍັງ ຕໍ່ໄປ ຢ້ານຊື່ລາວ ກະສິບໍ່ເຫລືອ ເປັນຫ່ວງ ປະເທດຊາດເຮົາເດ້. ຜູ້ມີອຳນາດ ກະຂໍໃຫ້ ເຫັນແກ່ ປະຊາຊົນແດ່ ທ່ານເອີ້ຍ”
“ການສຳປະທານ ກໍ່ເປັນຄວາມຄິດທີ່ດີ ເພາະມີການສ້າງສາ ພັດທະນາ ປະເທດຊາດໄປໃນຕົວ, ແຕ່ກໍ່ບໍ່ມີ ປະສິດທິຜົນ ເທົ່າທີ່ຄວນ, ຖ້າວ່າ ຢາກໃຫ້ ມີຄວາມຈະເລີນ ໃນຊາດ ທີ່ໄດ້ຮັບໝາກ-ຮັບຜົນ ຕ້ອງໃຫ້ສຳປະທານ ເສັ້ນທາງໃຫ້ທົ່ວເຖິງກ່ອນ ຈິ່ງຈະມີປະສິດທິພາບ ຂອງການເປີດ ສຳປະທານ ທີ່ແທ້ຈິງ…”
ຕິດຕາມ ມາດ້ວຍ ລຳສີພັນດອນ ຈາກສຽງຂັບລຳ ໂດຍ ທອງວອນ ຂັນນະຣາ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!