ເຣື້ອງທີ່ເກັບບັນທຶກໄວ້
2024-01-24
ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ໃຊ້ທີ່ດິນ ຢ່າງເຂັ້ມງວດ ຍ້ອນຢູ່ມີການລະເມີດສັນຍາສັມປະທານດິນຣັຖຫລາຍ ໂດຍສະເພາະໂຄງການສັມປະທານດິນທີ່ບໍ່ເກີດຜົລ ແລະທຸກໂຄງການລົງທຶນ ຕ້ອງມີການກວດກາຄືນໃໝ່ ຂະນະທີ່ ຊາວບ້ານຈຳນວນນຶ່ງ ຍັງບໍ່ມີດິນ ໃນການທຳການຜລິດ.
2024-01-24
ສປປ ລາວ ຍັງປະເຊີນກັບບັນຫາ ການຂາດແຄນ ນ້ຳມັນກາຊວນ ເຖິງແມ່ນວ່າພາກຣັຖ ແລະຜູ້ນໍາເຂົ້ານ້ຳມັນກາຊວນ ກໍາລັງເລັ່ງແຈກຢາຍນ້ຳມັນແລ້ວກໍຕາມ, ຂະນະທີ່ ຄົນລາວຈໍານວນນຶ່ງ ຕ້ອງນຳຣົຖໄປຕື່ມນ້ຳມັນກາຊວນ ຢູ່ປະເທດໄທຍແທນ.
2024-01-24
ນະຄອນຫລວງພຣະບາງ ສ່ຽງຕໍ່ການທີ່ຈະເສັຍຖານະ ເມືອງມໍຣະດົກໂລກ ຍ້ອນການກໍ່ສ້າງສິ່ງໃໝ່ໆ ເພີ່ມຕື່ມຫຼາຍ ຈົນເຮັດໃຫ້ປົດບັງ ທັສນີຍະພາບ ແລະຄວາມເປັນວັທນະທັມດັ້ງເດີມ ຂອງຊາວຫຼວງພຣະບາງ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ ເຣື່ອງນີ້ບໍ່ມີມູນຄວາມຈິງ.
2024-01-23
ປັດຈຸບັນການອອກໃບຕາດິນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີຄວາມຫຼ້າຊ້າ ແລະຫຍຸ້ງຍາກຍ້ອນຫຼາຍສາເຫດ ເປັນຕົ້ນການວັດແທກດິນ ຍັງມີຄວາມຫຍຸ້ງຍາກ ເນື່ອງຈາກຕິດຕໍ່ຫາເຈົ້າຂອງດິນ ລວມເຖິງບັນຫາເຈົ້າໜ້າທີ່ ແລະອຸປະກອນການພິມໃບຕາດິນ ບໍ່ພຽງພໍກັບຄວາມຕ້ອງການ.
2024-01-23
ປັດຈຸບັນ ພົບວ່າ ມີພະນັກງານ ແລະ ຄົນງານ ຫຼາຍຄົນພາກັນລາອອກ ຢ່າງຕໍ່ເນື່ອງ ບໍ່ຢາກເຮັດວຽກໃນລາວ ຈຶ່ງເຮັດໃຫ້ຂາດແຄນຄົນງານ ຢູ່ພາຍໃນປະເທດ ເຊິ່ງຣັຖບານບໍ່ສາມາດແກ້ໄຂໄດ້ ສ່ວນສາເຫດຫຼັກ ທີ່ພະນັກງານ ແລະ ຄົນງານລາວຈໍານວນຫຼາຍ ບໍ່ຢາກເຮັດວຽກໃນປະເທດລາວ ເພາະເງິນເດືອນຕໍ່າ.
2024-01-23
ປ້ຳນ້ຳມັນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ໄດ້ມີການຕິດຕັ້ງປ້າຍ ລະບຸວ່າ ນ້ຳມັນກາຊວນ ໝົດ ແລະເກີດພາບທີ່ຣົຖໃຫຍ່ ຈຳນວນຫຼາຍ ລຽນຄິວເພື່ອຕື່ມນ້ຳມັນກາຊວນ ເປັນຕົ້ນຢູ່ປ້ຳນ້ຳມັນທີ່ຍັງບໍ່ທັນໝົດ ຊຶ່ງຄ້າຍຄືກັບໄລຍະວິກິດ ນ້ຳມັນເຊື້ອເພີງ ຂາດແຄນ ໃນກາງປີ 2022 ທີ່ຜ່ານມາ.
2024-01-23
ການຄວບຄຸມໂຕ, ການຄຸມຂັງ, ການພິພາກສາ ແລະ ການບັງຄັບໃຫ້ນັກກິຈກັມ ແລະນັກປົກປ້ອງສິດທິມະນຸສ ຫາຍສາບສູນ ບໍ່ໄດ້ເກີດຂຶ້ນ ຢູ່ສະເພາະປະເທດລາວ ເທົ່ານັ້ນ, ແຕ່ມັນກາຍເປັນບັນຫາ ຂ້າມຊາຕ ເຊິ່ງເປັນການປະສານຄວາມຮ່ວມມື ລະຫວ່າງຣັຖບານຕໍ່ຣັຖບານ ເພື່ອຊອກຫາ ຜູ້ທີ່ມີຄວາມເຫັນແຕກຕ່າງ ທີ່ອາໄສຢູ່ໃນປະເທດເພື່ອນບ້ານ.
2024-01-22
ບໍຣິສັດທາງຣົຖໄຟ ລາວ-ຈີນ ເພີ່ມຖ້ຽວຣົຖໄຟພາຍໃນປະເທດ ສູງສຸດ 12 ຖ້ຽວຕໍ່ມື້ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ແລະຕ້ອນຮັບປີທ່ອງທ່ຽວລາວ, ແຕ່ການປັບເພີ່ມຂຶ້ນຈຳນວນຖ້ຽວ ເຣີ່ມແຕ່ສະຖານີ ນະຄອນຫຼວງວຽງຈັນ ໄປຮອດສະຖານີຫຼວງພຣະບາງ.
2024-01-22
ບັນຫາຢາເສບຕິດ ຢູ່ປະເທດລາວ ຍັງບໍ່ຫຼຸດລົງພໍເທົ່າໃດ ເຖິງແມ່ນວ່າ ຣັຖບານຈະຖືເອົາເປັນວາຣະແຫ່ງຊາຕ ມາໄດ້ 3 ປີແລ້ວກໍຕາມ ຊຶ່ງນອກຈາກຢາເສບຕິດ ຈະຣະບາດຫຼາຍ ໃນສັງຄົມລາວແລ້ວ ຍັງກາຍເປັນບັນຫາຂ້າມຊາຕນຳ.
2024-01-22
ເກີດອຸບັດຕິເຫດ ນັກທ່ອງທ່ຽວຕ່າງປະເທດ ຈຳນວນ 8 ຄົນ ຕົກຈາກທ້າຍຣົຖກະບະ ນຳທ່ຽວ ຢູ່ວັງວຽງຈົນໄດ້ຮັບບາດເຈັບໜັກ ເຊິ່ງຜູ້ປະກອບການ ຮຽກຮ້ອງໃຫ້ ຣັຖບານປັບປຸງເສັ້ນທາງ ແລະຂົວຂ້າມນ້ຳຊອງໃຫ້ສາມາດຮອງຮັບ ນັກທ່ອງທ່ຽວ ໃຫ້ດີກວ່າເກົ່າ.
2024-01-22
ຣັຖບານ ອະນຸຍາດໃຫ້ ບໍຣິສັດ ເອກະຊົນ ສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານ ທົ່ງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ເຊິ່ງສົ່ງຜົລກະທົບຕໍ່ສິ່ງລ້ວມ ແລະປະຊາຊົນ ທີ່ຢູ່ໃນເຂດສັມປະທານ ຂະນະທີ່ຂໍ້ມູນຣາຍລະອຽດ ຍັງບໍ່ມີການເປີດເຜີຍ.
2024-01-22
ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ຈາກໂຮງງານຜລິດແປ້ງມັນຕົ້ນຂອງບໍຣິສັດ ລາວທີທີແອວ ທີ່ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ເຊິ່ງໄດ້ ສົ່ງກິ່ນເໝັນ, ປ່ອຍນໍ້າເສັຍລົງສູ່ແມ່ນໍ້າ ທັມມະຊາຕ ແລະສົ່ງສຽງດັງ ລົບກວນຊາວບ້ານ ໃນເວລານອນ.
2024-01-21
ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຢູ່ແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກສອກຫລິກ ບໍ່ກັບໄປສອນໜັງສືຕໍ່, ຢາເສບຕິດ ໃນກຸ່ມເຍົາວະຊົນ ເປັນບັນຫາໃຫຍ່ ທີ່ລໍໃຫ້ຣັຖບານແກ້ໄຂ ຢ່າງຈິງຈັງ ແລະ ຊາວບ້ານຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ໄດ້ຮັບຄວາມເດືອດ ຈາກຣົຖບັນທຸກ.
2024-01-20
ສາດສະດາຈານ ອຽນແບຣ໌ ອະທິບາຍເຖິງເຫດຜົນ ວ່າເປັນຫຍັງ ຈຶ່ງຕ້ອງເກັບຮັກສາເອກະສານ ແລະ ຈົດໝາຍເຫດຕ່າງໆ ທີ່ເປັນພາສາລາວ ກ່ຽວກັບຄົນລາວອົບພະຍົບ ມາຕັ້ງຖິ່ນຖານ ຢູ່ສະຫະລັດ ອະເມລິກາ.
2024-01-19
ປັດຈຸບັນ ຜູ້ປະກອບການຄົນຈີນ ເຂົ້າມາລົງທຶນ ລ້ຽງປານິນ ໃນກະຊັງ ຕາມແຄມສາຍນໍ້າງື່ມ ກວມເອົາເກືອບ 100% ສົ່ງຜົລເຮັດໃຫ້ ຜູ້ປະກອບການລ້ຽງປາກະຊັງຄົນລາວ ບໍ່ສາມາດແຂ່ງຂັນໄດ້ ແລະຫຼາຍຣາຍ ຕ້ອງເລີກກິຈການໄປ.