ບໍຣິສັດທາງຣົຖໄຟ ລາວ-ຈີນ ເພີ່ມຖ້ຽວຣົຖໄຟຂຶ້ນເປັນ 12 ຖ້ຽວຕໍ່ມື້

ໄຊຍາ
2024.01.22
ບໍຣິສັດທາງຣົຖໄຟ ລາວ-ຈີນ ເພີ່ມຖ້ຽວຣົຖໄຟຂຶ້ນເປັນ 12 ຖ້ຽວຕໍ່ມື້ ສະຖານີໂດຍສານຣົຖໄຟ ລາວ-ຈີນ, ນະຄອນຫຼວງວຽຈັນ. ເດືອນສິງຫາ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 22 ມົກກະຣາ 2024 ບໍຣິສັດທາງຣົຖໄຟ ລາວ-ຈີນ ໄດ້ເພີ່ມຖ້ຽວຣົຖໄຟພາຍໃນປະເທດເປັນຈຳນວນສູງສຸດ 12 ຖ້ຽວຕໍ່ມື້ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ແລະຕ້ອນຮັບປີທ່ອງທ່ຽວລາວ, ແຕ່ການປັບເພີ່ມຂຶ້ນຈຳນວນຖ້ຽວ ເຣີ່ມແຕ່ສະຖານີນະຄອນຫຼວງວຽງຈັນ ໄປຮອດສະຖານີຫຼວງພຣະບາງ ເທົ່ານັ້ນ ແລະ ກາຍສະຖານີຫຼວງພຣະບາງ ຂຶ້ນໄປຍັງມີຈຳນວນຖ້ຽວຄືເກົ່າ.

ດັ່ງພະນັກງານຈອງປີ້ຣົຖໄຟ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ມົກຣາ ນີ້ວ່າ:

“ຈາກວຽງຈັນໄປຫຼວງພຣະບາງ ເພີ່ມຈາກ 5 ເປັນ 6. ຫຼວງພຣະບາງມັນຈະມີແຕ່ 10 ປາຍຈົນຮອດ 8 ໂມງຕອນແລງ ລາຄາດຽວນີ້ຫັ້ນ 3 ແສນປາຍ ສະເພາະໂຕຊັ້ນ 2.”

ສ່ວນຜູ້ປະກອບການ ຮັບຈອງປີ້ຣົຖໄຟ ລາວ-ຈີນ ປະຈໍາສະຖານີນາເຕີຍແຂວງຫຼວງນໍ້າທາ ກ່າວວ່າສຳລັບຢູ່ສະຖານີນາເຕີຍເຊິ່ງຢູ່ກາຍສະຖານີຫຼວງພຣະບາງ ຂຶ້ນມານັ້ນກໍບໍ່ໄດ້ມີການເພີ່ມຖ້ຽວຣົຖໄຟ ເທື່ອຍັງມີຣົຖໄຟພຽງແຕ່ 2 ຖ້ຽວ ແບບໄປ ແລະກັບ ຄືເກົ່າ ມີແຕ່ປັບປ່ຽນເວລາຣົຖໄຟ ອອກ.

ດັ່ງທ່ານກ່າວວ່າ:

“2 ຖ້ຽວນີ້ກາມີຄືເກົ່າເລີຍ ແຕ່ວ່າມັນຈະເລື່ອນເວລາສື່ໆ ຈາກ 3 ໂມງມາເປັນ 4 ໂມງ ບໍ່ໄດ້ເພີ່ມລາຄາປີ້ມີແຕ່ເລື່ອນເວລາໂມງຂຶ້ນສື່ໆ ອອກເຊົ້າມາເປັນອອກສວຍ.”

ຜູ້ໂດຍສານ ແລະຜູ້ໃຊ້ບໍຣິການຣົຖໄຟ ລາວ-ຈີນ ຫຼາຍຄົນກໍມີຄວາມເຫັນວ່າ ການທີ່ມີການເພີ່ມຖ້ຽວຣົຖໄຟຂຶ້ນ ໃນແຕ່ລະມື້ນັ້ນ ເປັນເຣື່ອງທີ່ດີແຕ່ຫຼາຍຄົນ ຢາກໃຫ້ມີການປັບລາຄາ ຄ່າປີ້ໂດຍສານຫຼຸດລົງ ເພື່ອທີ່ຈະອຳນວຍ ຄວາມສະດວກ ຕໍ່ຜູ້ໂດຍສານທົ່ວໄປ ໃນສະພາບເງິນເຟີ້ ແລະເສຖກິຈຝືດເຄືອງ ໃນເວລານີ້ເພາະລາຄາປີ້ຣົຖໄຟ ທີ່ນຳໃຊ້ໃນປັດຈຸບັນ ຖືວ່າລາຄາແພງຖ້າທຽບໃສ່ ອັດຕຣາເງິນເຟີ້ ໃນລາວ ແລະໃຫ້ເພີ່ມສິ່ງອຳນວຍຄວາມສະດວກ ໃນຂະບວນຣົຖໄຟຫຼາຍກ່ວານີ້.

ດັ່ງຜູ້ໃຊ້ບໍຣິການຣົຖໄຟ ລາວ-ຈີນ ກ່າວວ່າ:
“ມັນກາແພງຂຶ້ນຫັ້ນແຫຼະ ຄັນວ່າເອົາຕາມຫຼັກການເງິນເຟີ້ ຂຶ້ນມານ່າ. ໃນສ່ວນໂຕເຮົາກາຄັນຕາມທີ່ເປັນລາຄາເກົ່າ ມັນກາຍັງໂອເຄຢູ່ຫັ້ນນ່າ ແຕ່ວ່າຢາກໃຫ້ມັນເພີ່ມ ແບບໂຕເລືອກອື່ນຫຼາຍກ່ອນ ຢາກໃຫ້ເພີ່ມສິ່ງອຳນວຍຄວາມສະດວກ ຫຼາຍກ່ວາ.”

ຜູ້ໃຊ້ບໍຣິການຣົຖໄຟ ລາວ-ຈີນ ອີກນາງນຶ່ງກ່າວວ່າເຖິງແມ່ນວ່າຫຼາຍຄົນ ຢາກໃຫ້ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດປັບລົງຄ່າປີ້ໂດຍສານ ກໍຕາມ ແຕ່ໃນຄວາມເປັນຈິງແລ້ວ ຖືວ່າຍາກທີ່ສຸດ ເພາະວ່າທາງບໍຣິສັດດັ່ງກ່າວ ມີແຕ່ປັບລາຄາຄ່າປີ້ໂດຍສານຂຶ້ນເລື້ອຍໆ ໃນໄລຍະຜ່ານມາ ເນື່ອງຈາກ ເປັນທີຮູ້ກັນດີວ່າ ບໍຣິສັດຈີນມັກຄິດພຽງແຕ່ຜົລກຳໄລໃຫ້ຫຼາຍທີ່ສຸດ.

ດັ່ງຍານາງກ່າວວ່າ:

“ຣົຖໄຟລາວ-ຈີນ ຫວາ. ປີ້ຣົຖໄຟຕອນນີ້ຂຶ້ນໃໝ່ແລ້ວໄດ໋. ຈີນເນາະ ຈີນຖືຮຸ້ນເນາະ ມັນບໍ່ໄດ້ກ່ຽວກັບວ່າປີທ່ອງທ່ຽວ ເຂົາຊິຫຼຸດລາຄາໃຫ້ ບໍ່ປົກກະຕິ ບໍ່ໄດ້ມີໂປຣໂມຊັນ ແມ່ນຫຍັງເລີຍ.

ທາງດ້ານຜູ້ຮູ້ ແລະຕິດຕາມເຣື່ອງການທ່ອງທ່ຽວ ໃນລາວເຊື່ອວ່າ ສໍາລັບປີທ່ອງທ່ຽວລາວ 2024 ນີ້ ຈະບໍ່ມີການປັບລາຄາປີ້ໂດຍສານ ຣົຖໄຟລົງແນ່ນອນ ແລະອາດຈະມີການປັບຂຶ້ນຫຼາຍກ່ວາ ຍ້ອນວ່ານັກທ່ອງທ່ຽວ ຈະເຂົ້າມາທ່ອງທ່ຽວລາວຫຼາຍຂຶ້ນ.

ດັ່ງທ່ານກ່າວວ່າ:

“ຕາມເບິ່ງນີ້ໜ້າ ຈະບໍ່ໄດ້ປັບໄດ໋ ເພາະວ່າເຂົາເຈົ້າເປັນປີທ່ອງທ່ຽວ. ເຂົາເຈົ້າແຮງຢາກໃຫ້ຄົນມາທ່ຽວຫັ້ນນ່າ ເຂົາເຈົ້າກາຢາກຕ້ອງການເງິນຕຣາ ເພາະວ່າເງິນລາວ ມັນອ່ອນຄ່າ. ເຂົ້າເຈົ້າກາເລີຍໜ້າຈະຂຶ້ນ ລາຄາ.”

ເຈົ້າໜ້າທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ກ່າວວ່າສໍາລັບໃນປີນີ້ ທາງບໍຣິສັດ ບໍ່ໄດ້ມີແຜນຫຼຸດລາຄາຄ່າປີ້ໂດຍສານ ຣົຖໄຟ ແຕ່ຈະມີການປັບລາຄາຄ່າປີ້ໂດຍສານຂຶ້ນ ແຕ່ຍັງບໍ່ຣາຍລະອຽດວ່າ ຈະປັບຂຶ້ນໃນອັດຕຣາເທົ່າໃດ ແລະເຣີ້ມປັບໃນເດືອນໃດ.

ດັ່ງຍານາງກ່າວວ່າ:

“ໜ້າຈະປັບຂຶ້ນອີກໜ້ອຍນຶ່ງ ບໍ່ທັນອອກເປັນທາງການເທື່ອ ວ່າຈະປ່ຽນເຣີ່ມມື້ໃດ ແຕ່ວ່າເຣີ່ມມື້ນີ້ ຖ້ຽວທຳອິດ 10 ໂມງເນາະ. ຖ້ຽວທີ 2 ນຶ່ງໂມງ ແລ້ວກາມີ 2 ໂມງ, 6 ໂມງ, 7 ໂມງ, 8 ໂມງແລງ.”

ສໍາລັບຕາຕະລາງແລ່ນຣົຖໄຟ ລາວ-ຈີນ ແບບໃໝ່ນີ້ ໄດ້ເພີ່ມຖ້ຽວຣົຖໄຟຂຶ້ນ ເປັນສູງສຸດ ແບບ 12 ຖ້ຽວຕໍ່ມື້ ສະເພາະແຕ່ສະຖານີ ນະຄອນຫຼວງວຽງຈັນ. ສະຖານີວັງວຽງ ແລະ ສະຖານີຫຼວງພຣະບາງ ໃນນີ້ສະຖານີວັງວຽງ ຖືວ່າເປັນສະຖານີ ທີ່ມີຖ້ຽວຣົຖໄຟ ເຂົ້າ-ອອກ ຫຼາຍທີ່ສຸດ ຈຳນວນ 12 ຖ້ຽວ, ຮອງລົງມາສະຖານີຫຼວງພຣະບາງ ຈຳນວນ 9 ຖ້ຽວ ແລະ ສະຖານີນະຄອນຫຼວງວຽງຈັນ ຈຳນວນ 6 ຖ້ຽວ. ອີງຕາມຂໍ້ມູນ ຈາກບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ.

ສ່ວນລາຄາ ຄ່າປີ້ໂດຍສານຣົຖໄຟ ລາວ-ຈີນ ປັດຈຸບັນຍັງໃຊ້ໃນອັດຕຣາດຽວກັນ ກັບການປັບເທື່ອຫຼ້າສຸດເມື່ອວັນທີ 01 ພຶສຈິກາ 2023 ໂດຍປັບຂຶ້ນຕາມອັດຕຣາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຢວນເປັນຕົ້ນ ຂະບວນໄຟ EMU ພາຍໃນປະເທດ ບ່ອນໜັ່ງຊັ້ນ 2 ຈາກສະຖານີ ນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພຣະບາງ ຖືກປັບຂຶ້ນເປັນລາຄາ 333,000 ກີບຕໍ່ຄົນ/ຕໍ່ຖ້ຽວ ຈາກລາຄາເກົ່າ 275,000 ກີບຕໍ່ຄົນ/ຕໍ່ຖ້ຽວ ແລະຂະບວນຣົຖໄຟ EMU ສາກົລບ່ອນໜັ່ງຊັ້ນ 2 ຈາກສະຖານີ ນະຄອນຫຼວງວຽງຈັນ ຫາ ສະຖານີຄຸນໝິງໃຕ້ ປະເທດຈີນ ຖືກປັບຂຶ້ນເປັນລາຄາ 1,626,000 ກີບຕໍ່ຄົນ/ຖ້ຽວ ຈາກລາຄາເກົ່າ 1,355,000 ກີບຕໍ່ຄົນ/ຕໍ່ຖ້ຽວ ໂດຍທຸກລາຄາຍັງບໍ່ລວມ ຄ່າທໍານຽມປີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.