ບັນຫາ ເຍົາວະຊົນ ຕິດຢາເສບຕິດ ລໍຖ້າ ຣັຖບານແກ້ໄຂ ຢ່າງຈິງຈັງ: ຈົດໝາຍ ຈາກຜູ້ຟັງ

ໄມ​ຊູ​ລີ
2024.01.21
ບັນຫາ ເຍົາວະຊົນ ຕິດຢາເສບຕິດ ລໍຖ້າ ຣັຖບານແກ້ໄຂ ຢ່າງຈິງຈັງ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຢາເສບຕິດ ໃນກຸ່ມເຍົາວະຊົນ ເປັນບັນຫາໃຫຍ່ ທີ່ລໍໃຫ້ຣັຖບານແກ້ໄຂ ຢ່າງຈິງຈັງ, ຊາວບ້ານຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ໄດ້ຮັບຄວາມເດືອດ ຈາກຣົຖບັນທຸກ, ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຢູ່ແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກສອກຫລິກ  ບໍ່ກັບໄປສອນໜັງສືຕໍ່ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ຢາເສບຕິດ ໃນກຸ່ມເຍົາວະຊົນ ເປັນບັນຫາໃຫຍ່ ທີ່ລໍໃຫ້ຣັຖບານແກ້ໄຂ ຢ່າງຈິງຈັງ

ເປັນຕາອິດູຕົນ ເດັກນ້ອຍເຍົາວະຊົນ ເດ້ ພາກັນຕິດຢາ ຢ່າງ ຫລວງຫລາຍ ຈົນ ບໍ່ໄປໂຮງຮຽນ ຖ້າໄປ ກໍ່ ເອົາຢາໄປຂາຍ ໃຫ້ ນັກຮຽນດ້ວຍກັນ. ເດັກນ້ອຍ ທີ່ ຕິດຢາບ້າ ໃນ ເມື່ອບໍ່ມີເງິນ ຊື້ຢາ ກໍ່ ຊອກລັກສິ່ງຂອງ ແລະ ປຸ້ນຈີ້ ເຮັດໃຫ້ສັງຄົມ ບໍ່ສະຫງົບ. ໄປ ມື້ຄໍ່າ ມື້ຄືນ ກໍ່ຢ້ານແລ້ວດຽວນີ້ ໂດຍ ສະເພາະ ແມ່ນບ່ອນ ທີ່ມືດ ແລະງຽບ ພ້ອມກັບ ໄຟ ເຍືອງທາງ ກໍ່ມອດ ຫລືວ່າ ບາງບ່ອນ ກໍ່ບໍ່ມີ.  ຢູ່ບ້ານເຮົາ ຄືເປັນ ແນວນີ້ ນັບມື້ ນັບຢ້ານ. ເຈົ້າໜ້າທີ່ ຕໍາຫລວດ ບາງຄົນ ກໍ່ ມີສ່ວນຮ່ວມນໍາ ເພາະວ່າ ໄດ້ ຮັບເງິນສິນບົນ ນໍາເຂົາ. ເວົ້າກະໄດ້ ແຕ່ເວົ້າ ຈົ່ມ ກະໄດ້ແຕ່ຈົ່ມ. ຖືກ ກັບຄົນອ້ອມ ຂ້າງເຮົາ ກໍ່ຫລາຍ. ລູກຫລານ ຜູ້ໃຫຍ່ ຕິດ ຢາກະຫລາຍ ຄືກັນ. ຢາບ້າ ກໍ່ຫາຊື້ ໄດ້ງ່າຍ ຫລາຍ. ເຈົ້າໜ້າທີ່ ບາງຄົນ ກໍ່ປະຕິບັດງານ ຢ່າງຈິງຈັງ ແຕ່ ກໍ່ຈັບໄດ້ ແຕ່ ຜູ້ຄ້າຢາ ກຸ່ມນ້ອຍໆ ສ່ວນນາຍທຶນ ໃຫຍ່ ຍັງລອຍນວນຢູ່. ຢາກໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ລັດຖະບານ ເອົາໃຈໃສ່ຕື່ມແດ່ ເພາະວ່າ ເຍົາວະຊົນ ເປັນ ອານາຄົນ ຂອງຊາດແທ້ໆ.

 

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.