ລາວ ກຳລັງປະເຊີນບັນຫາຂາດແຄນ ຄົນງານພາຍໃນ ເພີ່ມຂຶ້ນ

ອຸ່ນແກ້ວ
2024.01.23
ລາວ ກຳລັງປະເຊີນບັນຫາຂາດແຄນ ຄົນງານພາຍໃນ ເພີ່ມຂຶ້ນ ພະນັກງານຣັຖ ທີ່ເຮັດວຽກບໍຣິການ ປະຊາຊົນ ທີ່ຫ້ອງການແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ບັນຫາຂາດແຄນແຮງານໃນລາວ ຍ້ອນມີພະນັກງານ ແລະ ກັມມະກອນ ລາອອກຈຳນວນຫຼາຍ, ປັດຈຸບັນ ພົບວ່າ ມີພະນັກງານ ແລະ ຄົນງານ ຫຼາຍຄົນພາກັນລາອອກ ຢ່າງຕໍ່ເນື່ອງ ຍ້ອນເຂົາເຈົ້າບໍ່ຢາກເຮັດວຽກໃນລາວ ສະນັ້ນຈຶ່ງເຮັດໃຫ້ຂາດແຄນຄົນງານ ຢູ່ພາຍໃນປະເທດ ທີ່ຣັຖບານບໍ່ສາມາດແກ້ໄຂໄດ້. ສາເຫດຫຼັກ ທີ່ພະນັກງານ ແລະ ຄົນງານລາວຈໍານວນຫຼາຍ ບໍ່ຢາກເຮັດວຽກໃນປະເທດລາວ ເພາະເງິນເດືອນຕໍ່າ, ບໍ່ກຸ້ມກິນ ແລະ ຍັງມີບັນຫາເຣື່ອງເສຖກິຈ, ເງິນເຟີິ ແລະ ເງິນກີບອ່ອນຄ່າ, ຄ່າຄອງຊີບສູງກວ່າລາຍຮັບ.

ສິ່ງດັ່ງກ່າວ ເປັນເຫດຜົລທີ່ຄົນລາວຫຼາຍຄົນ ຕ້ອງໄປເຮັດວຽກຢູ່ປະເທດເກົາຫຼີໃຕ້, ຍີ່ປຸ່ນ, ໄທຍ ທີ່ມີຄ່າຕອບແທນສູງກວ່າ ເມື່ອທຽບໃສ່ການເຮັດວຽກ ຢູ່ປະເທດລາວ.  

ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ມົກກະຣາ ວ່າ:    

ມາເບິ່ງແຮງງານງານລາວເຮົານີ້ ກໍຫຼັ່ງໄຫຼໄປຕ່າງປະເທດຫຼາຍເດ້. ນ່າສັງເວດເລີຍ. ບໍ່ມີການແກ້ບັນຫາໂຕນີ້ເດ້. ຄົນເຮັດວຽກຈະບໍ່ມີແລ້ວ ລາວເຮົານີ້. ຫ້ອງການແຮງງານ ຂ້ອຍ ກໍໄປເກົາຫຼີ, ຍີ່ປຸ່ນ ອອກມາເຮັດທຸຣະກິຈ ແລະ ເຫັນເຂົາວ່າ ຢູ່ກົມແຮງງານນັ້ນນ່າ 12 ຄົນ ທີ່ວ່າໄປຕ່າງປະເທດ. ຢູ່ນີ້ ມັນບໍ່ກຸ້ມກິນນ່າ. ສ່ວນນຶ່ງກໍເງິນເດືອນຕໍ່າຫັ້ນ.

ທ່ານ ກ່າວຕື່ມວ່າ ວຽກງານທໍາໃນລາວ ມີຫຼາຍບໍຣິສັດ ທີ່ເຂົາເຈົ້າເປີດຮັບ ຈໍານວນຫຼາຍ ແຕ່ຄົນລາວ ບໍ່ມີຜູ້ໃດໃຫ້ຄວາມສົນໃຈ ເທົ່າທີຄວນ ສາເຫດດຽວ ຄືເງິນເດືອນຕໍ່າ ແລະ ຣັຖບານ ຍັງບໍ່ມີແນວທາງ ຈະເຮັດໃຫ້ຄົນງານລາວ ສົນໃຈເຮັດວຽກ ໃນປະເທດ ຫຼາຍຂຶ້ນ ມີແຕ່ສົ່ງເສີມໃຫ້ຄົນງານລາວ ຫາວຽກເຮັດງານທໍາ ຢູ່ຕ່າງປະເທດ ໂດຍສະເພາະ ການສົ່ງແຮງງານໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ເຊິ່ງກໍາລັງເປັນທີ່ນິຍົມ ຂອງຄົນລາວ.

ຂະນະທີ ບໍຣິສັດຫຼາຍແຫ່ງ ໃນເຂດເສຖກິຈພິເສດ ຢູ່ນະຄອນຫລວງວຽງຈັນ ຍັງມີຄວາມຕ້ອງການຄົນງານລາວ ຫຼາຍພັນຄົນ ເພື່ອເຂົ້າໄປເຮັດວຽກ ແຕ່ບໍ່ມີຄົນລາວ ໃຫ້ຄວາມສົນໃຈ.

ເຈົ້າໜ້າທີ່ ໂຮງງານຕັດຫຍິບ ແຫ່ງນຶ່ງ ໃນເຂດເສຖກິຈພິເສດ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:  

ແມ່ນແຫຼະ ຍັງຕ້ອງການພະນັກງານ ຈໍານວນຫຼາຍເຮົານ່າ ກະເປັນພັນພຸ້ນເດ້ ມີມາສມັກແຕ່ວ່າ ບໍ່ໄດ້ຫຼາຍ ໜ້ອຍ ກໍອາດຈະມີຫຼາຍໆ ໂຮງງານນໍາ ມີຂໍ້ສົງໄສຢູ່ວ່າ ແຮງງານລາວນີ້ ສ່ວນຫຼາຍເຂົາເຈົ້າອອກຕ່າງປະເທດບໍ່ ຫຼືວ່າ ໄປຫາວຽກເຮັດທາງໃດແລ້ວ.

ປັດຈຸບັນ ໂຮງງານຜລິດເຄື່ອງນຸ່ງຮົ່ມ ບາງແຫ່ງ ຍັງຕ້ອງການຄົນງານຈໍານວນຫຼາຍ ແລະ ມີການເປີດຮັບສມັກຕລອດ ແຕ່ຄົນລາວບໍ່ໃຫ້ຄວາມສົນໃຈ.

ເຈົ້າຂອງໂຮງງານ ຜລິດເຄື່ອງນຸ່ງຮົ່ມ ຂອງຈີນ ໃນເຂດເສຖກິຈພິເສດ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ: 

ແມ່ນໆ ຂ້ອຍຍັງຮັບສມັກຢູ່ ແບບວ່າ ມັນຂາດຫຼາຍຫັ້ນແຫຼະ. ເຂົາຍັງຕ້ອງການຄົນຫຼາຍຢູ່. ຕາມທີ່ເຂົາເປົ້າໝາຍວ່າ ຢາກໄດ້ 2,000​, ແຕ່ວ່າ ຄົນຫັ້ນບໍ່ຮອດ 2,000 ຮອດແຕ່ 800-900 ນີ້ແຫຼະ. ເປີດຮັບຕລອດ ແຕ່ວ່າ ບໍ່ຢາກມາ ວ່າ ເງິນເດືອນມັນຕໍ່າ. ລາວດຽວນີ້ ມັນເຟິີ້. ບໍ່ພໍກິນ. ເຂົາມັກໄປໄທຍ ຫຼືວ່າ ເກົາຫຼີໃຕ້ ຢູ່ຕ່າງປະເທດຫັ້ນແຫຼະ.

ຄົນລາວ ເລືອກໄປເຮັດວຽກ ຢູ່ໄທຍ ຍ້ອນວ່າ ເງິນເດືອນຂັ້ນຕໍ່າ 12,000 ບາທ ຫຼື ປະມານ 7,000,000 ກີບ ແຕ່ຢູ່ລາວ ເງິນເດືອນ 1,500,000​ ກີບ.

ເຈົ້າໜ້າທີີ່ບໍຣິສັດຈັດຫາງານໃນລາວ ທ່ານນຶ່ງ ກ່າວວ່າ:

ຂອງເອື້ອຍ ສົ່ງອອກ ກະເດືອນນຶ່ງ 200-300. ບໍຣິສັດອື່ນ ບໍ່ຈັກ ຜູ້ໃດມາສມັກເຮັດ MOU ນໍາເຮົາ ທໍາງານແບບຖືກຕ້ອງ 2 ປີ ໃນໄທຍ. ມັນມາຕການ ກໍຄື ຂັ້ນຕໍ່າເຂົາໄດ້ 12,000 ບາທຕໍ່ເດືອນ. ຄ່າເງິນບາທມັນຂຶ້ນເນາະ ພັດເງິນເດືອນຢູ່ບ້ານມັນໜ້ອຍ 1,500,000 ກີບ ຈັ່ງຊີ້. ຊື້ອິຫຍັງໄດ້. ເຂົາເຈົ້າກໍມາ.    

ເງິນເດືອນຢູ່ປະເທດລາວ ບໍ່ສາມາດລ້ຽງຄອບຄົວໄດ້ສະນັ້ນ ເຂົາເຈົ້າຈຶ່ງ ໄປເຮັດວຽກຢູ່ບ່ອນອື່ນ.

ຄົນງານລາວ ທ່ານນຶ່ງ ກ່າວວ່າ:  

ບາງຄົນມັນກໍຄອບຄົວທຸກຍາກ ຫຼືວ່າ ເງິນເດຶືອນມັນບໍ່ພໍຈ່າຍ ຂັ້ນຕໍ່າສຸດ ເດືອນລະ 1,500,000​ ກີບ ບາດນີ້ເງິນເດືອນມັນໜ້ອຍ ມັນບໍ່ພໍ. ເງິນເດືອນສໍ່າຫັ້ນ ສົມມຸດວ່າ ເຮົາເຊົ່າຫ້ອງ ເດືອນນຶ່ງ 6 ແສນ, 7 ແສນ ທາງບ້ານເຮົາກໍຕ້ອງໄດ້ຝາກມາໃຫ້. ທຸກຢ່າງ ຄືແພງ ຂຶ້ນໝົດເລີຍ ແລ້ວເຮົາຈະເອົາຫຍັງມາກິນ. ບໍ່ໄຫວ ເຣື່ອງແບບນີ້ ຈຶ່ງວ່າ ເຮັດໃຫ້ຄົນຢາກໄປເຮັດວຽກ ຢູ່ຕ່າງປະເທດຫຼາຍ.

ປັດຈຸບັນ ຄົນລາວຫຼາຍຄົນ ເດີນທາງໄປເຮັດວຽກຕາມຣະດູການ ຢູ່ເກົາຫລີໃຕ້ ຍ້ອນວ່າ ເງິນເດືອນສູງ ເມື່ອທຽບໃສ່ປະເທດໄທຍ. 

ຄົນງານລາວ ອີກທ່ານນຶ່ງ ກ່າວວ່າ:

ອັນເຮັດວຽກຢູ່ລາວ ໄດ້ເງິນໜ້ອຍ້ເດ້. ຢາກໄປເກົາຫຼີ ກໍໄດ້ເງິນຫຼາຍເດ້ ເພາະວ່າ ເຮັດວຽກຢູ່ພຸ້ນ ມາປ່ຽນເງິນລາວ ໄດ້ຫຼາຍ. ໄປໄທຍກໍໄດ້ຫຼາຍຢູ່ ແຕ່ວ່າ ບໍ່ທໍ່ໄປເກົາຫຼີເດ້.

ຍານາງ ໃບຄໍາ ຂັດຕິຍະ, ຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານ ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 9 ທັນວາ 2022 ວ່າ ໃນປີ 2022 ມີຄົນວ່າງງານເຖິງ 423,000 ຄົນ.   

ທີ່ຜ່ານມາ ຄະນະກັມມະການ ແຮງງານແຫ່ງຊາຕ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ແກ້ໄຂ ໂດຍການອອກແຈ້ງການ ເລກທີ 3226 ລົງວັນທີ 1 ກັນຍາ 2023 ກ່ຽວກັບການປັບປຸງ ຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ໃນ ສປປ ລາວ.

ແຈ້ງການດັ່ງກ່າວ ໄດ້ລະບຸວ່າ ຣັຖບານລາວ ໄດ້ຕົກລົງຮ່ວມກັນແລ້ວວ່າ ມີມະຕິ ໃຫ້ປັບຄ່າແຮງງານຂັ້ນຕໍ່າ ຈາກ 1,300,000 ກີບ ຂຶ້ນເປັນ 1,600,000 ​ກີບ ໂດຍເຣີ່ມ ວັນທີ 1 ຕຸລາ 2023 ເປັນຕົ້ນໄປ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.