ເຣື້ອງທີ່ເກັບບັນທຶກໄວ້
2022-12-28
ໃນຮອບ 1 ປີຜ່ານມາ ອົງການກວດສອບ ແຫ່ງຣັຖ ກວດພົບວ່າ ເງິນທີ່ໄດ້ຈາກການເກັບ ພາສີອາກອນ ບໍ່ເຂົ້າງົບປະມານ ແຫ່ງຣັຖເຖິງ 141.30 ຕື້ກີບ ແລະມີໜ່ວຍງານຂອງຣັຖ ຢູ່ຫລາຍແຂວງ ໃຊ້ເງິນຄັງແຂວງ ແລະງົບປະມານ ແຫ່ງຣັຖ ບໍ່ຖືກຕ້ອງ ຕາມເປົ້າໝາຍ ເປັນເງິນ 78.46 ຕື້ກີບ.
2022-12-27
ຊາວລາວເຜົ່າມົ້ງ ຈັດງານບຸນກິນຈຽງ ຫຼືບຸນປີໃໝ່ຢ່າງຍິ່ງໃຫຍ່ ໂດຍສະເພາະ ຢູ່ແຂວງຊຽງຂວາງ ໃນງານປີນີ້ ຊາວເຜົ່າມົ້ງ ແລະຊາວລາວ ຈຳນວນຫຼາຍ ໄປຮ່ວມຫຼິ້ນບຸນ ຢ່າງຄຶກຄັກ ເພາະມີກິຈກັມ ຫຼາຍຢ່າງ ເປັນຕົ້ນ ການສະແດງດົນຕຣີ ຂອງຊາວເຜົ່າມົ້ງ.
2022-12-27
ຣັຖບານຍີ່ປຸ່ນ ໃຫ້ເງິນຊ່ອຍເຫລືອ ການນສ້ອມແປງຖນົນຫົນທາງ, ເປັນອຸປກອນ ແລະກົລຈັກຕ່າງໆ ມູນຄ່າ 6.1 ລ້ານໂດລ້າຣ໌ສະຫະຣັຖ ຂະນະທີ່ ຊາວລາວກໍຮູ້ສຶກດີໃຈ ແລະ ເຫັນວ່າຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລ່ງແກ້ໄຂແບບຮີບດ່ວນ.
2022-12-27
ມີການກວດພົບ ກັນຊາອັດແທ່ງ ຈຳນວນ 1,347 ກິໂລກຣາມ ແລະ ກັນຊາບໍ່ໄດ້ອັດແທ່ງ 322 ກິໂລກຣາມ ທີ່ຖືກເຊື່ອງໄວ້ໃນຣົຖບັນທຸກ ສ່ວນຜູ້ຂັບຣົຖບັນທຸກ ໄດ້ລົບໜີໄປໄດ້ຄາດວ່າ ຈະມີການລັກລອບສົ່ງ ໄປຍັງປະເທດເພື່ອນບ້ານ.
2022-12-27
ຣັຖບານລາວ ອະນຸຍາດໃຫ້ພົລເມືອງລາວ ແລະ ຄົນຕ່າງປະເທດ ເດີນທາງເຂົ້າ-ອອກ ປະເທດ ໄດ້ຕາມປົກຕິ ໂດຍບໍ່ຕ້ອງມີ ໃບຍັ້ງຍືນສັກວັກຊິນ ແລະການກວດຫາເຊື້ອ ໂຄວິດ-19 ເພື່ອກະຕຸ້ນ ການທ່ອງທ່ຽວ ແລະເສຖກິຈໃນລາວ.
2022-12-27
ຊາວບ້ານ ຈຳນວນ 1,018 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຄິດເປັນມູນຄ່າ ປະມານ 233 ຕື້ກີບ ຍ້ອນຍັງມີຂໍ້ມູນ ຜົນກະທົບ ດ້ານທີ່ດິນ ແລະສິ່ງປຸກສ້າງ ຈຳນວນນຶ່ງ ທີ່ບໍ່ທັນຈະແຈ້ງ ແລະຍັງຕົກລົງມູນຄ່າ ຊົດເຊີຍບໍ່ທັນໄດ້.
2022-12-27
ຄ່າຄອງຊີບແພງ, ເງິນເດືອນໜ້ອຍ ບໍ່ພໍກິນ ແຕ່ຍັງອອກຊ້າອີກດ້ວຍ ແລະ ບໍ່ມີສິດ ເວົ້າວ່າ, ຖ້າເວົ້າ ກໍຈະຖືກກ່າວຫາ ບໍ່ເສັຽສຣະ ເພື່ອຊາຕ, ບໍ່ສົມ ເປັນພນັກງານຣັຖ.
2022-12-26
ວັນທີ 25 ເດືອນທັນວາ, ສໍາລັບ ຊາວຄຣິສຕຽນແລ້ວ ຖືເປັນວັນຄ້າຍວັນປະສູດ ຂອງພຣະເຢຊູເຈົ້າ ຊຶ່ງເອີ້ນກັນວ່າ ວັນບຸນ ຄຣິສທ໌ມາສ (Christmas Day).
2022-12-26
ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ, ບໍຣິສັດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຢູ່ໃກ້ກັບ ຂົວມິຕພາບ ລາວ-ໄທຍ ປາກຊັນ-ບຶງການ, ຣັຖມົນຕຣີ ກະຊວງພາຍໃນ ຍອມຮັບ ສອບເສັງເຂົ້າຣັຖ ບໍ່ໂປ່ງໃສ.
2022-12-25
ຫລັງຈາກ ມີການປ່ຽນແປງຄັ້ງໃຫຍ່ ເກີດຂຶ້ນ ໃນພຼະຣາຊອານາຈັກແລ້ວ, ພວກປະເທສລາວ ກໍໃຊ້ເລ້ຫລ່ຽມ ເພື່ອເຮັດໃຫ້ ເຈົ້າໜ້າທີ່ ຜົລເຮືອນ ແລະ ທະຫານ ໄປສັມມະນາການເມືອງ ໃນເຂດຍຶດຄອງ ຂອງພວກເຂົາ.
2022-12-25
ນະໂຍບາຍ ໂຄວິດ-19 ເປັນສູນ ຂອງຣັຖບານຈີນ ສ້າງຄວາມບໍ່ພໍໃຈ ຕໍ່ຊາວຈີນທັງພາຍໃນແລະຊາວຈີນພົ້ນທະເລ ຈົນເກີດ ການປະທ້ວງໃຫຍ່ ທົ່ວປະເທດ ແຕ່ ສປປລາາວ ຍັງເດີນໜ້າ ຍຸທສາດ ຮ່ວມມືຮອບດ້ານ ກັບຈີນ.
2022-12-25
ການເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ ແລະ ກັມພູຊາ ຢູ່ຕໍ່ໜ້າ ສະພາຢູໂຣບ ທີ່ນະຄອນຫລວງບຣັສໂຊລສ໌ ປະເທສເບລຈ້ຽມ.
2022-12-24
ນັກວິທະຍາສາຕ ສຶກສາຄົ້ນຄວ້າຮູ້ວ່າ ແມ່ນ້ຳຂອງກາຍເປັນສີຄາມ ແມ່ນຍ້ອນເຂື່ອນ; ເຂື່ອນກັກຝຸ່ນຕົມໄວ້ ເຮັດໃຫ້ນໍ້າຂອງໃສ ແລະກໍກາຍເປັນສີຄາມ ການຂາດຝຸ່ນຕົມ ກໍ່ໃຫ້ເກີດຜົນກະທົບ ຕໍ່ຊາວບ້ານ ທີ່ອາສັຍ ຢູ່ແຄມນ້ຳຂອງ ເປັນຕົ້ນວ່າ ຕາຝັ່ງແມ່ນ້ຳຂອງ ເຈື່ອນເພພັງ.
2022-12-24
ຂັ້ນຕອນຕ່າງໆ ທີ່ນໍາໄປສູ່ການປ່ຽນແປງ ຄັ້ງໃຫຍ່ ໃນພຣະຣາຊອານາຈັກລາວ ພາຍຫຼັງທີ່ມີທະຫານ ແລະ ເຈົ້າໜ້າທີ່ແນວລາວ ເຂົ້າມາ ຕັ້ງຢູ່ແລ້ວ ນັບມື້ ຮ້າຍແຮງຂຶ້ນຊັ່ກໄຊ້ ທ່າມກາງຄວາມເມີນເສີຍ ຂອງເຈົ້າໜ້າທີ່ບ້ານເມືອງ ທີ່ມີໜ້າທີ່ ປົກຄອງປະເທດ.
2022-12-23
ເຈົ້າໜ້າທີ່ຕຳຣວດ ສະກັດກັ້ນ ແລະ ຕ້ານຢາເສພຕິດສາມາດຈັບ ຜູ້ຕ້ອງຫາ ທີ່ພົວພັນກັບການຂົນສົ່ງ ຢາ ເສພຕິດ ຈຳນວນເກືອບ 4 ລ້ານເມັດ ຈາກປະເທດລາວ ໄປປະເທດໄທຍ ຈຳນວນ 2 ຄົນ ແລະ ທັງ 2 ຄົນ ຮັບສາຣະພາບວ່າ ມີສ່ວນພົວພັນ ກັບຂະບວນການ ຂົນສົ່ງຢາເສພຕິດ ຊາວໄທຍ.