ຍົກເລີກ ການສແດງ ບັດສັກວັກຊິນ ໃນການເຂົ້າ-ອອກ ປະເທດ

ພອນ ພູມມີທອນ
2022.12.27
ຍົກເລີກ ການສແດງ ບັດສັກວັກຊິນ ໃນການເຂົ້າ-ອອກ ປະເທດ ປະຊາຊົນເດີນທາງ ເຂົ້າ-ອອກ ປະເທດ ທີ່ຜ່ານດ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.
RFA

ຣັຖບານລາວ ອອກແຈ້ງການ ກ່ຽວກັບມາຕການ ໃນການເຂົ້າ-ອອກ ປະເທດລາວໃນໄລຍະ ທີ່ມີການຣະບາດ ຂອງເຊື້ອໂຄວິດ-19 ໂດຍໃຫ້ ຍົກເລີກການນໍາໃຊ້ ໃບຍັ້ງຍືນ ການສັກວັກຊິນ ປ້ອງກັນໂຄວິດ-19 ແບບຄົບໂດສ ແລະ ຍົກເລີກ ການກວດກາເຊື້ອ ໂຄວິດ-19 ດ້ວຍເຄື່ອງກວດແບບໄວ ຫລື ATK ພາຍໃນ 48 ຊົ່ວໂມງ ກ່ອນຈະເດີນທາງ ອອກຈາກປະເທດຕົ້ນທາງ ຂອງພົລເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະຄົນບໍ່ມີສັນຊາຕ ທີ່ຈະເດີນທາງເຂົ້າມາປະເທດລາວ ນັບແຕ່ວັນທີ 23 ທັນວາ 2022 ນີ້ ເປັນຕົ້ນໄປ.

ດັ່ງ ເຈົ້າໜ້າທີ່ ຫ້ອງວ່າການ ສໍານັກງານນາຍົກ ຣັຖມົນຕຣີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ທັນວາ ນີ້ວ່າ:

ແມ່ນໆ ຕາມແຈ້ງການຫັ້ນແຫລະເຈົ້າ ເຮົາບໍ່ເອົາໃບກວດໂຄວິດມາແລ້ວເນາະ ເຂົ້າມາເຮົາກະບໍ່ໄດ້ກວດຄືນແລ້ວ ມາກະບໍ່ເອົາໃບກວດຊີ້ນ່າ ບໍ່ເບິ່ງບໍ່ຫຍັງແລ້ວເພິ່ນວ່າ. 

ຍານາງກ່າວຕື່ມວ່າ ແຈ້ງການດັ່ງກ່າວ ຍັງລວມເຖິງ ກຸ່ມຄົນທີ່ບໍ່ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ມາກ່ອນ ກໍຈະໄດ້ຮັບອານຸຍາດ ໃຫ້ເດີນທາງເຂົ້າມາປະເທດລາວ ໂດຍບໍ່ຕ້ອງ ສະແດງໃບຍັ້ງຍືນການສັກວັກຊິນ ແລະກວດຫາເຊື້ອ ໂຄວິດ-19 ເຊິ່ງສ່ວນໃຫຍ່ ຈະເປັນກຸ່ມເດັກນ້ອຍ ແລະຄົນສູງອາຍຸ.

ຂະນະທີ່ ເຈົ້າໜ້າທີ່ອົງກອນ ອະນາໄມໂລກ ຫລື WHO ປະຈໍາລາວ ກ່າວວ່າ ການຍົກເລີກມາຕການຕ່າງໆ ໃນການເຂົ້າ-ອອກ ປະເທດລາວ ໃນຄັ້ງນີ້ ກໍເນື່ອງມາຈາກ ສະພາບການຣະບາດ ຂອງໂຄວິດ-19 ໃນປະເທດລາວ ແລະທົ່ວໂລກ ໄດ້ເຣີ່ມກັບມາ ໃຊ້ຊີວິຕເປັນປົກຕິແລ້ວ ພາຍຫລັງທີ່ຜູ້ຄົນ ໃນທົ່ວໂລກ ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ຄົບໂດສ, ຂະນະທີ່ຜູ້ຕິດເຊື້ອ ໂຄວິດຣາຍໃໝ່ ກໍບໍ່ໄດ້ມີການຮຸນແຮງ ຈຶ່ງເຫັນສົມຄວນ ທີ່ຈະກັບມາເປີດປະເທດ ເປັນປົກຕິ ໂດຍບໍ່ມີມາຕການ ແລະ ເງື່ອນໄຂໃດໆ ມາກໍານົດ. 

ນອກຈາກນີ້ ການເປີດປະເທດ ຢ່າງເຕັມຮູບແບບ ຂອງປະເທດລາວ ກໍເພື່ອເປັນການກະຕຸ້ນການທ່ອງທ່ຽວ, ການບໍຣິການ ແລະ ເສຖກິຈ ຢູ່ໃນລາວ ໃຫ້ກັບມາຟື້ນຟູໂຕໄດ້ໄວກ່ວານີ້ ເນື່ອງຈາກ ຂແນງການ ທ່ອງທ່ຽວ ແລະ ບໍຣິການຂອງປະເທດ ຍັງບໍ່ທັນຟື້ນໂຕໄດ້ດີ ເຖິງຈະເປີດປະເທດມາ ຕັ້ງແຕ່ວັນທີ 8 ພຶສພາ 2022 ກໍຕາມ.

ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ແມ່ນ ເພາະວ່າ ມັນບໍໄດ້ມີກໍຣະນີທີ່ຮຸນແຮງແລ້ວເນາະ ເຖິງວ່າຕິດເຊື້ອກະມີພູມຄຸ້ມກັນແດ່ແລ້ວ ເພາະວ່າເຮົາສັກວັກຊີນເຕັມແລ້ວເດ້ ແຕ່ຖ້າວ່າຜູ້ທີ່ມີອາການມາ ກະຕ້ອງໄດ້ກວດ ATK ຄືເກົ່າເຈົ້າ, ກະເປັນການກະຕຸ້ນທ່ອງທ່ຽວ ຟື້ນຟູເສຖກິແດ່ເຈົ້າ.

ທາງດ້ານຜູ້ປະກອບການ ໂຮງແຮມ-ເຮືອນພັກ ໃນນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວກ່ຽວກັບກັບເຣຶ່ອງນີ້ ເປັນເຣື່ອງທີ່ດີຫລາຍ ທີ່ປະເທດລາວ ຈະເປີດປະເທດຢ່າງເຕັມຮູບແບບ ໂດຍບໍ່ມີມາຕການ ແລະເງື່ອນໄຂມາກໍານົດ ຄື ໃນໄລຍະທີ່ຜ່ານມາ ເຊິ່ງຜູ້ປະກອບໂຮງແຮມ, ເຮືອນພັກ, ຮ້ານອາຫານ ກໍມີຄວາມພ້ອມ ທີ່ຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃນການເຂົ້າມາທ່ອງທ່ຽວ ຢູ່ປະເທດລາວ ໂດຍສະເພາະ ເຣຶ່ອງມາຕຖານສຖານທ່ອງທ່ຽວ, ຫ້ອງນ້ໍາ, ໂຮງແຮມ ແລະ ກິຈກັມທ່ອງທ່ຽວຕ່າງໆ. 

ດັ່ງຜູ້ປະກອບການ ໂຮງແຮມ, ເຮືອນພັກຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຕອນນີ້ເຮົາກໍາລັງຕິດຕັ້ງເຣຶ່ອງສະຖານທີ່ທ່ອງທ່ຽວ ເຊັ່ນ ຫ້ອງນ້ໍາສະອາດ ມາຕຖານໂຮງແຮມອາຊຽນເບາະ ມາຕຖານໂຮງແຮມສີຂຽວຊີ້ນ່າ ເຮົາກະສາມາດເວົ້າໄດ້ເລີຍ ເຮົາປອດຈາກໂຄວິດ ແລ້ວກະອີງໃສ່ ລະດັບຂອງກະຊວງ ສາທາຣະນະສຸຂຫັ້ນແຫລະ.

ເຈົ້າຂອງຣີສອດແຫ່ງນຶ່ງ ໃນນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວວ່າ ເປັນເຣຶ່ອງທີ່ດີຫລາຍ ເພາະຈະຊ່ວຍໃຫ້ຂແນງການທ່ອງທ່ຽວ ແລະ ບໍຣິການຢູ່ພາຍໃນປະເທດ ກັບມາຟື້ນໂຕໄດ້ໄວຂຶ້ນ ໂດຍສະເພາະ ຜູ້ປະກອບການທຸຣກິຈ ຂນາດນ້ອຍ ເປັນຕົ້ນ ເຮືອນພັກ, ຮ້ານເຊົ່າຣົຖຈັກ ແລະ ຮ້ານອາຫານຕ່າງໆ.  

ເຖິງແນວໃດກໍຕາມ ພາຍຫລັງທີ່ເປີດປະເທດ ຢ່າງເຕັມຮູບແບບແລ້ວ ກໍຢາກໃຫ້ຜູ້ປະກອບການ ທຸຣກິຈ ແລະ ບໍຣິການຕ່າງໆ ຈົ່ງຕຽມຄວາມພ້ອມ, ເອົາໃຈໃສ່ ແລະ ມີການສົ່ງເສີມກິຈກັມຕ່າງໆ ເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃຫ້ເກີດຄວາມປະທັບໃນ ແລ້ວຢາກກັບມາທ່ອງທ່ຽວ ປະເທດລາວອີກຄັ້ງ.

ດັ່ງ ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເພາະປັດຈຸບັນນີ້ ໂຄວິດມັນກະບໍ່ໄດ້ຣະບາດແລ້ວເນາະ ທາງໂຮງແຮມເຮົາ ກະບໍ່ໄດ້ເຄັ່ງປານນັ້ນ (ກະຕຸ້ນທ່ອງທ່ຽວແນວໃດ) ນັບຕັ້ງແຕ່ ທ້າຍເດືອນໄປເນາະ ເຮົາຈະມີອີເວ້ນຕ໌ ຕລາດນັດຢູ່ຣີສອດເຮົານີ້ເນາະ ເປັນ ມາຣ໌ເກັຕ ແຟຣ໌.

ຂນະທີ່ຜູ້ປະກອບໂຮງແຮມ ຢູ່ເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ນັກທ່ອງທ່ຽວທີ່ເຂົ້າມາ ທ່ອງທ່ຽວໃນປະເທດລາວ ໃນໄລຍະນີ້ ສ່ວນຫລາຍ ຈະເປັນນັກທ່ອງທ່ຽວ ຈາກພາກພື້ນ

ແລະ ຢາກໃຫ້ຣັຖບານລາວ ຮີບດ່ວນ ປະຕິບັດຕາມແຈ້ງການ ໂດຍໄວ ແລະ ຊ່ວຍກະຕຸ້ນ ເຣຶ່ອງການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ ທັງໃນເຣຶ່ອງສະຖານນີ ທີ່ທ່ອງທ່ຽວ ແລະມາຕການໃນການໃຫ້ບໍຣິການ ເພື່ອສ້າງຄວາມປະທັບໃຈ ໃຫ້ກັບນັກທ່ອງທ່ຽວ ຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວປະເທດລາວ ຫລັງຈາກນີ້ເປັນຕົ້ນໄປ.

ດັ່ງ ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ພາກຣັຖເຮົາກະຕ້ອງເຮັດໄວ ກໍຈະເປັນການດີເນາະ ຈະມີການກະຕຸ້ນເບາະ, ແຂກທີ່ຂະເຈົ້າຮັບທຸກມື້ນີ້ ຂະເຈົ້າຮັບແຕ່ແຂກພວກ ພາກພື້ນເຮົານີ້ເນາະ.

ກ່ອນໜ້ານີ້ ຣັຖບານລາວ ໄດ້ກໍານົດມາຕການ ແລະເງື່ອນໄຂ ສໍາຣັບນັກທ່ອງທ່ຽວຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວລາວ ໃນໄລຍະທີ່ມີການຣະບາດຂອງ ໂຄວິດ-19 ໂດຍຕ້ອງຕິດຕໍ່ຫາບໍຣິສັດທ່ອງທ່ຽວ, ຕ້ອງຊື້ປະກັນໂຄວິດ-19, ຕ້ອງຂໍວີຊ້າ, ຕ້ອງກວດໂຄວິດ-19 ກ່ອນເດີນທາງເຂົ້າປະເທດກ່ອນ 72 ຊົ່ວໂມງ, ຕ້ອງກັກໂຕ 2 ມື້ ແລະກວດຫາເຊື້ອໂຄວິດ-19 ມື້ລະ 2 ຄັ້ງ ເຊິ່ງຄ່າໃຊ້ຈ່າຍທັງໝົດ ນັກທ່ອງທ່ຽວຕ່າງປະເທດ ຕ້ອງເປັນຜູ້ຈ່າຍເອງທັງໝົດ ລວມປະມານ 300-500 ໂດລ້າຣ໌ ສະຫະຣັຖ ກາຍເປັນບັນຫາວ່າ ນັກທ່ອງທ່ຽວຕ່າງປະເທດ ບໍ່ຢາກເຂົ້າມາທ່ອງທ່ຽວລາວ.

ເມື່ອບໍ່ດົນມານີ້ ວາຣະສານ National Geographic ຍັງໄດ້ເລືອກໃຫ້ປະເທດລາວ ເປັນ 1 ໃນ 25 ປະເທດ ທາງທ່ອງທ່ຽວ ທີ່ໜ້າທ່ອງທ່ຽວທີ່ສຸດ ທີ່ຄວນຈະໄປໃນປີ 2023 ແລະ ນອກຈາກນີ້ ເມືອງມໍຣດົກໂລກ ຫລວງພຣະບາງ ແຂວງຫລວງພຣະບາງ ຍັງຖືກຈັດໃຫ້ເປັນ ອັນດັບ 1 ເມືອງໜ້າທ່ຽວທີ່ສຸດ ແບບ SLOW Travel ຂອງໂລກໃນປີ 2023 ໃນມື້ວັນທີ 5 ພຶສຈິກາ  2022 ທີ່ຜ່ານມາ ກົມການຕລາດການທ່ອງທ່ຽວ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ຣາຍງານ ໂຕເລກຈໍານວນນັກທ່ອງທ່ຽວ ຕ່າງປະເທດ ທີ່ເດີນທາງມາທ່ອງທ່ຽວ ປະເທດລາວ ນັບຕັ້ງແຕ່ຕົ້ນປີ ຈົນຮອດເດືອນກັນຍາ 2022 ໂດຍມີ 5 ປະເທດ ທີ່ເດີນທາງມາທ່ອງທ່ຽວ ປະເທດລາວ ຫລາຍທີ່ສຸດ ປະກອບມີ.

  1. ນັກທ່ອງທ່ຽວ ຈາກປະເທດໄທຍ ມີ 365,515 ຄົນ
  2. ນັກທ່ອງທ່ຽວ ຈີນ ມີ 18,902 ຄົນ
  3. ນັກທ່ອງທ່ຽວ ເກົາຫລີໃຕ້ ມີ 9,885 ຄົນ
  4. ນັກທ່ອງທ່ຽວ ສຫຣັຖ ອາເມຣິກາ ມີ 6,695 ຄົນ
  5. ນັກທ່ອງທ່ຽວ ກັມພູຊາ ມີ 6,379 ຄົນ

ມາຮອດປັດຈຸບັນ ໃນໄລຍະ 9 ເດືອນ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວແລ້ວ 644,756 ຄົນ ເພີ່ມຂຶ້ນ 39% ເມື່ອທຽບໃສ່ປີ 2021 ທີ່ຜ່ານມາ ເຊິ່ງສ້າງຣາຍໄດ້ ໃຫ້ປະເທດລາວ ປະມານ 100 ລ້ານໂດລ້າຣ໌ ສຫຣັຖ ,ໂດຍໝົດປີ 2022 ນີ້ ຣັຖບານລາວ ຄາດວ່າ ຈະມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ປະເທດລາວ ປະມານ 1 ລ້ານຄົນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.