ການສອບເສັງ ເຂົ້າຣັຖ ບໍ່ມີ ຄວາມໂປ່ງໃສ: ຣັຖມົນຕຣີ ກະຊວງພາຍໃນ

ໄມ​ຊູ​ລີ
2022.12.26
ການສອບເສັງ ເຂົ້າຣັຖ ບໍ່ມີ ຄວາມໂປ່ງໃສ: ຣັຖມົນຕຣີ ກະຊວງພາຍໃນ ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
ຮູບພາບ: ປກສ

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ, ບໍຣິສັດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຢູ່ໃກ້ກັບ ຂົວມິຕພາບ ລາວ-ໄທຍ ປາກຊັນ-ບຶງການ, ຣັຖມົນຕຣີ ກະຊວງພາຍໃນ ຍອມຮັບ ສອບເສັງເຂົ້າຣັຖ ບໍ່ໂປ່ງໃສ ແລະ ຂ່າວ ອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ”

“ຂ້ອຍພໍເຊື່ອຖື ກົດຫມາຍອຸດົມສົມບູນ ເຂັ້ມງວດພໍສົມຄວນ ແຕ່ຂ້ອຍ ເບື່ອ ແລະ ບໍ່ເຊື່ອຫມັ້ນ ຜູ້ມີອຳນາດ ປະຕິບັດ ກົດຫມາຍ ຈຳນວນບໍ່ຫນ້ອຍ ເພາະເຂົາເຮັດໃຫ້ ກົດຫມາຍ ບໍ່ສັກສິດ ໄດ້ຜົນປະໂຫຍດ ນຳຜູ້ໃດຫລາຍ ຜູ້ນັ້ນໄດ້ວຽກ ແລະ ເຂົາກໍເອົາ ທັງສອງດ້ານ ເອົາອຳນາດລາຍເຊັນ ຫາຜົນປະໂຫຍດສ່ວນຕົວ ໂດຍບໍ່ຢ້ານບາບ ຢ້ານກັມເລິຍ.

ແມ່ນຄວາມຈິງ ກົດໝາຍ ໃນສປປລາວ ຍັງເຂົ້າຂ້າງພວກມີເງີນ ແລະ ມີອຳນາດ ຄົນລວຍ ບໍ່ໄດ້ເຂົ້າຄຸກ ຄົນທຸກ ບໍ່ໄດ້ເຂົ້າໂຮງໝໍ ຄືເຂົາວ່າກັນ ແທ້ແທ້!

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.