ເຣື້ອງທີ່ເກັບບັນທຶກໄວ້
2009-07-28
ໂຄງການປູກ ຢາງພາຣາ ໃນລາວ ມີການຂຍາຍພື້ນທີ່ ຢ່າງຫລວງຫລາຍ ໃນທົ່ວປະເທດ. ໃນຣະຍະຫລັງໆມານີ້ ບໍຣິສັດ ຈາກວຽດນາມ ບໍຣິສັດດຽວ ກໍ່ລົງມືປູກ ຢາງພາຣາ ທີ່ແຂວງອັຕປືເຖີງ 10ພັນເຮັກຕາ ນັກຊ່ຽວຊານເວົ້າວ່າ ການປູກຢາງພາຣາ ໃນລາວ ຈະມີຜົລເສັຽຕໍ່ ສະພາບແວດລ້ອມ ຊີວີດການເປັນຢູ່ ຂອງປະຊາຊົນ ທ້ອງຖີ່ນ ຢ່າງໃຫຍ່ຫລວງ.
2009-07-28
ສະຫະຣັດ ອະເມຣິກາ ໃຫ້ການຊ່ວຍເຫລືອ ປະເທດຕ່າງໆ ໃນເຂດລຸ່ມແມ່ນ້ຳຂອງຈຳນວນ 161 ລ້ານໂດລ້າ ສະຫະຣັດ.
2009-07-28
ຊາວກະສິກອນ ແຂວງຫົວພັນ ຈັດຕັ້ງກອງທຶນ ເພື່ອການລ້ຽງສັດ ແລະສເນີໃຫ້ ຣັຖບານ ຊ່ວຍສົມທົບທຶນ.
2009-07-28
ຈີນ ຈະສຳຣວດ ຂຸດຄົ້ນບໍ່ຄຳ ສ່ວນ ກຳພູຊາ ແລະ ຊະວິສເຊິແລນ ຈະສ້າງໂຮງແຮມ ທີ່ ຫລວງພຣະບາງ.
2009-07-27
ຄຳຮ້ອງທີ່ລາວ ໄດ້ຂໍເຂົ້າເປັນ ສະມາຊີກ ອົງການ ການຄ້າໂລກ ກຳລັງຢູ່ ໃນຂັ້ນຕອນ ທີ່ສຳຄັນໃນການ ພິຈາຣະນາ ເປັນສະມາຊີກ ໃນເວລານີ້.
2009-07-27
ນັກເຄື່ອນໄຫວເພື່ອ ປະຊາທິປະໄຕ ຜູ້ນຶ່ງທີ່ເປັນ ເຊື້ອສາຍວຽດນາມ ແຕ່ເປັນສັນຊາດ ອະເມຣິກັນ ນັກນິຍົມ ປະຊາທິປະໄຕ ຜູ້ນີ້ ມີຊື່ວ່າ ທ້າວ Vo Tan Huan ອາຍຸ 25 ປີ ຖືກເນຣະເທດອອກຈາກນະຄອນ ໂຮຈິ່ມິ່ນ ເມື່ອວັນສຸກທີ່ ຜ່ານມາ.
2009-07-27
ອົງການຂ່າວສານ ທາງການຂອງວຽດນາມ ຣາຍງານເມື່ອ ວັນທີ່ 27 ກໍຣະກະດາ ນີ້ວ່າບໍຣິສັດ Hoang Anh Gia Lai ຂອງວຽດນາມ ຈະລົງມືປູກ ຢາງພາຣາ ໃສ່ພື້ນທີ່ເຖິງ 10,000 ເຣັກຕາຣ໌ ຢູ່ແຂວງອັຕປື ໃນພາກໃຕ້ ຂອງລາວ ໃນໄວໆນີ້.
2009-07-27
ອົງການ COERR ເຂົ້າປະຕິບັດງານ ໃຫ້ການຊ່ວຍເຫລືອ ແກ່ຊາວມົ້ງລາວ ໃນສູນບ້ານຫ້ວຍນໍ້າຂາວ ແທນອົງການແພດ ບໍ່ມີພົມແດນ ຢ່າງເປັນທາງການ.
2009-07-27
ເພື່ອຈະເປັນ ປະເທດທີ່ມີ ເອກຣາດສົມບູນ ນອກຈາກຈະຕ້ອງ ມີປະຊາຊົນ ທີ່ຮັບຮູ້ຄວາມ ເປັນຊາຕ ອັນນຶ່ງອັນດຽວ ກັນແລ້ວ ຍັງຕ້ອງມີພົມແດນ ຊຶ່ງຖືກຮັບຮູ້ ຈາກປະເທດໃກ້ຄຽງ ແລະຄໍ້າປະກັນ ໂດຍນາໆຊາດ. ແຕ່ໃດໆມາ ຈະແມ່ນຢູ່ພາຍໃຕ້ ຣະບອບ ຣາຊອານາຈັກ ຫລື ໃນຣະບອບ ສາທາຣະນະຣັດ. ປະເທດລາວ ໄດ້ພົບພໍ້ ກັບບັນຫາ ຊາຍແດນ ຊຶ່ງບາງຄັ້ງ ໄດ້ກາຍເປັນ ສົງຄາມ ກັບປະເທດ ເພື່ອນບ້ານ. ເພື່ອເປັນການ ທວນຄືນ ກ່ຽວກັບເຣື້ອງນີ້ ຂໍເຊີນທ່ານ ຮັບຟັງບົດວິເຄາະ ປະຈໍາສັປດາ ຂອງພວກເຮົາໄດ້.... ສເນີ ໂດຍ ພົງສວັນ
2009-07-27
ຫົວໜ້າຝ່າຍເສຖກິດ ຫ້ອງການຂໍ້ມູນ ແຫ່ງຊາດຂອງຈີນ ກ່າວວ່າຣັຖບານ ຄວນພຍາຍາມ ປະຕິບັດມາຕການ ກອບກູ້ທາງ ເສຖກິດ ໃນລະຍະເຄີ່ງທີ2 ຂອງປີ2009 ນີ້ຕໍ່ໄປ ເພື່ອຄວາມແຂງແກ່ນ ໃນພື້ນຖານ ການຟື້ນຕົວ.
2009-07-27
ປະຊາຊົນ ທີ່ຖືກໂຍກຍ້າຍ ຈາກໂຄງກາຣ ສ້າງເຂື່ອນນ້ຳເທີນ2 ຍັງບໍ່ທັນໄດ້ຮັບ ກາຣຊ່ວຍເຫລືອ ຈາກຣັຖບາລ.
2009-07-27
ຜແນກຄວບຄຸມ ພຍາດຕິດຕໍ່ ແຫ່ງຊາດ ໄດ້ເຜີຍຕົວເລກ ຄົນເຈັບເປັນ ໄຂ້ຫວັດໝູ ສາຍພັນ A H1N1 ໃນລາວ ວ່າມີທັງໝົດ 109 ກໍຣະນີ ມາຮອດວັນທີ 27 ເດືອນ ກໍຣະກະດາ 2009.
2009-07-25
ການສັມພາດ ຕອນທີ 3 ນີ້, ດຣ. ວິນຍາ ສາຍສມຸດ ເລົ່າສູ່ຟັງ ກ່ຽວກັບ ຄວາມເປັນມາ ຂອງສູນລາວສຶກສາ, ຮວມທັງ ການຈັດຕັ້ງ, ການບໍຣິຫານ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ ຕ່າງໆ.
2009-07-24
ຫລັງຈາກທີ່ ຣັຖມົນຕຣີການ ຕ່າງປະເທດ ສະຫະຣັຖ Hilary Clinton ໄດ້ລົງນາມ ໃນສົນທິສັນຍາ ສະບັບສຳຄັນກັບ ASEAN ແລ້ວນັ້ນ ກໍເປັນສັນຍານ ສະແດງອອກວ່າ ສາຫະຣັຖ ໄດ້ມີທ່າທີໃໝ່ ກ່ຽວກັບຂົງເຂດ ດັ່ງກ່າວ ດັ່ງວຽງໄຊ ຈະສເນີ ຣາຍຣະອຽດ ໃນອັນດັບຕໍ່ໄປ:
2009-07-24
ທຸກໆສາສນາ ບໍ່ວ່າຈະແມ່ນ ສາສນາໃດ ກໍລ້ວນແລ້ວແຕ່ ເປັນຄຳສັ່ງສອນ ໃຫ້ຜູ້ຄົນທັງປວງ ມີສິລທັມ ເຮັດແຕ່ຄວາມດີ ລະເວັ້ນຄວາມຊົ່ວ. ໃນມື້ນີ້ ຈຳປາທອງ ມີບົດສັມພາດ ພຣະອາຈານ ທີ່ວັດລາວພຸທໂພທິສາຣາມ ຢູ່ເມືອງ ອັດແລນຕາ ຣັດຈໍເຈັຽ ສະຫະຣັດ ອາເມຣິກາ ກ່ຽວກັບພາລະກິດ ໃນການອົບຮົມ ສັ່ງສອນ ອອກຕົນຍາດໂຍມ ເປັນຕົ້ນແມ່ນຊາວໜຸ່ມ ເຍົາວະຊົນ ໃຫ້ຮັກສາ ຮີດຄອງປະເພນີ ແລະ ວັທນະທັມ ອັນດີງາມຂອງລາວ ເອົາໄວ້ສືບຕໍ່ໄປ...